ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 29, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ພາບສາຍຕາສົ່ງສ້າງ                   ແສນແນບນຽນອົກ
ບໍ່ອາດປົກສະເໜຫາ                   ແຫ່ງຕົວຂອງເຂົາໄດ້
ເຮັດໃຫ້ໃຈຂອງນາງເຕັ້ນ            ລຳເພັນໃນຢ່າງດູດດື່ມ
ພາບນັ້ນຊຶມຊັບເຂົ້າ                    ເນົາໄວ້ທີ່ໃຈ

ພວກໝູ່ທີ່ຢູ່ໃກ້                           ກໍ່ຊຶມຊາບໄປໝົດ
ຕົກຕະລຶງໃນສາຍຕາ                  ແຫ່ງພວກເຂົາທັງສອງນັ້ນ
ທິດາພອນ ກະສັນໂອ້                  ໃນສາຍຕາຜະຫວາທຽບ
ສາຍຕານຽນນຽບນ້ອມ                ຖະໜອມດ້ວຍສິ່ງຫວັງ

ເພາະແວວຕາດັ່ງກ່າວນັ້ນ           ຜິດແປກທຳມະດາ
ໃນແວວຕາແຝງຮັກ                   ບໍ່ຈືດຈາງວາງເວັ້ນ
ຄວາມຫວານໃນລະເພັນສ້າງ      ສຳພັນໃຈຈົດຈໍ່
ເຮັດໃຫ້ນາງອ່ອນງໍ້                     ພານພໍ້ເວດທະນາ

" ມາເຂົ້າມານັ່ງລ້ອມ                   ດອມໝູ່ຈັກນິດ
ຊ່ວຍປະດິດວາຈາ                      ຮ່ວມກັນໃຫ້ມັນແມ້ງ
ມາຮັກແພງກັນໄວ້                      ຍາມໄປມາພໍໄດ້ແວ່ "
ບົວສະບາ ກ່າວແກ້                     ຄວາມເຂີນເກີ້ແຫ່ງພວກເຂົາ

ທິດາພອນ ບໍ່ກ່າວເວົ້າ                 ພຽງແນມເບິ່ງ ບົວສະບາ
ແລ້ວແນມຫາຍິງສາວ                 ພວກເພື່ອນນາງຄຽງໃກ້
ໃບໜ້ານາງແດງດ້ວຍ                 ອາລົມໃຈທີ່ເອົ້າອຸ່ນ
ຄວາມເຂີນອາຍກໍ່ວຸ້ນ                  ຄວບຄຸມໄວ້ບໍ່ອາດທຳ ໄດ້ແລ້ວ

ສາວອ້ວນ ຍິ່ງກ່າວຊ້ຳ                 ເຕີມຕື່ມນາງເຂີນ
" ນີ້ເປັນຄວາມບັງເອີນ                ຫຼືຈາກໃຈກັນແທ້
ໝູ່ເບິ່ງແມສີໜ້າ                                     ທິດາພອນ ງາມບໍ່
ຍິນດີນະທີ່ພົບພໍ້              ຊາຍກ້າມພໍ່ສ່ຽວເຮົາ "

ອ້ວນ ລໍຟັງຄຳເວົ້າ                      ທີ່ຈະກ່າວຫວນກັບ
ທິດາພອນ ຍອມຮັບ                    ວ່ານາງເຂີນເກີ້
ແຕ່ເມື່ອຍາມນາງເຊີ້                   ເຜີໃຈໃຫ້ກຽດແນ່
ໝູ່ຄູ່ກັນທ່ຽງແທ້                         ຍັງແນເນັ້ນນ່ຽນກັນ ນໍອ້ວນນໍ

ສາຍຕານາງປະຊັນສ້າງ ແສງສົ່ງຊອນເສີມ
ນາງຕື່ມເຕີມຄຳຕຳນິ                   ບອກຜ່ານທາງສາຍຕາໄວ້
ນາງຕ້ອງການຫວັງໃຫ້               ໄມຕີແມ້ງມ່ວນ
ຈຶ່ງສັນຍານໃຫ້ອ້ວນ                   ຈາເວົ້າເລື່ອງອື່ນໄປ

ສາວອ້ວນ ຫວັງຊິໄດ້                  ເຍີ້ຍຕໍ່ເຕີມສຽງ
ອາດລຳອຽງເກີນໄປ                    ເມື່ອໝູ່ຕົນຂໍຮ້ອງ
ສາວທັງສອງແນມໜ້າ                ສົບຕາແລ້ວຍິ້ມຕໍ່ ກັນແລ້ວ
ທັງໝົດກໍ່ເບິ່ງໜ້າ                       ແລ້ວຫົວຍິ້ມໃຫ້ແກ່ກັນ

" ອັນວ່າຕົວເຈົ້ານັ້ນ                    ມີຊື່ສັນໃດ
ຂ້ອຍເຕັມໃຈຈະຟັງ                    ຮັບຈອງຈຳໄວ້ "
ທິດາພອນ ໄຂຊີ້                         ເຊີນຊວນເວົ້າຕໍ່
ຊາຍຜູ້ຫາກໍ່ເຂົ້າ                         ມາເຕົ້າຮ່ວມວົງ

" ຂ້ອຍນີ້ຄົງຄ່ານ້ອຍ                   ຮຽນກໍ່ອ່ອນອາຍໃຈ
ຈະຮູ້ໄປເຮັດຫຍັງລະ                  ປະໂຫຍດຮຽມມີໜ້ອຍ
ໝົດໃນຕົວຂອງຂ້ອຍ                  ບໍ່ມີຫຍັງປະເສີດຄ່າ
ເຫັນວ່າເຈົ້າສະຫຼາດຮູ້                ດູແລ້ວບໍ່ໜ້າຖາມ "

ທິດາພອນ ບໍ່ຫ້າມກັ້ນ                 ອົດຢູ່ໃຫ້ໃຈນັກ
ຕ້ອງຮູ້ຈັກຄົນຄຸຍໂຕ                   ຊິເງື່ອມງຳຮອດໃສແທ້
ນາງຈຶ່ງແນຄຳເວົ້າ                      ເກົາຫົວໃຈໃຫ້ຮ້ອນຮຸ່ມ
ໃຫ້ມັນສຸມສິ່ງໃໝ້                       ໃນຕອນນັ້ນຊິຮູ້ເອງ

" ຂ້ອຍອາດຈະເກັ່ງໃຊ້                ໃນເລື່ອງການຮຽນ
ເລື່ອງຂີດຂຽນຄຳນວນ                ໝູ່ມວນວິຊານັ້ນ
ຊິທ່ວງທັນໄປຮູ້                          ນາມຕົວແຕ້ມແຕ່ງ ເຈົ້າບໍ
ເຈົ້າບໍ່ໜ້າກັ່ນແກ້ງ                      ຄວາມຫວັງຂ້ອຍເສື່ອມສະຫຼາຍ

ເຈົ້າເປັນຊາຍທີ່ພ້ອມ                  ພຽງເພື່ອຄວາມຫວັງ
ຄົງຮູ້ຍັງຈິດໃຈ                           ແຫ່ງຄົນຄອຍຈ້ອງ
ຄົນຫວັງປອງເສີມສ້າງ                ພູມປັນຍາໃຫ້ພົ້ນໂງ່
ຍ້ອນບໍ່ຮູ້ຈິ່ງອ່າວໂອ້                   ຕາມຕ້ອນຕື່ມຖາມ

ຄົນຮູບງາມດັ່ງເຈົ້າ                     ໃຈຊື່ມີສັດຈະ
ນ້ຳໃຈດີເໝືອນພະ                      ທ່ອງທຳນຳນ້ອມ
ຄຸນສົມບັດກໍ່ມີພ້ອມ                     ຖະໜອມແພງພວກໝູ່
ມື້ນີ້ເອງຂ້ອຍຈິ່ງຮູ້                       ວ່າຕົວເຈົ້າຂີ້ອົ່ງຄຸຍ "

ແມ້ງເມື່ອລົງລຸຍນ້ຳ                     ກໍ່ຕ້ອງຜ່ານວັງຫຼວງ
ແມ້ງເມື່ອລົງລອຍຕົມ                  ກໍ່ຕ້ອງລອຍໃຫ້ມັນມົ້ມ
ຄັນຊັ້ນຄົງຈົມປິ້ງ                        ຕາໄປປະໂຫຍດເປົ່າ
ຕົວເຂົາຈຶ່ງຕອບແກ້                    ພໍເປັນຂໍ້ຕໍ່ກອນ

" ຄົນງາມສວຍເຈົ້າຢ່າຮ້ອນ         ຟັງຂ້ອຍກ່ອນໃຈເຢັນໆ
ອາລົມເປັນຫຍັງນໍ                      ຈຶ່ງໜ້າງໍບານບຶ້ງ
ສົ່ງສາຍຕາຫວານຊຶ້ງ                  ຕຶງໃຈມາໃຫ້ແນ່
ຂ້ອຍພໍໃຈທ່ຽງແທ້                      ໃນຮອຍຍິ້ມເຈົ້າມອບມາ

ມື້ນີ້ຟ້າໃກ້ຄໍ່າແລ້ວ                      ອາທິດມໍ່ຈວນດັບ
ສຸລິຍາອາພັບ                             ຊິລັບລົງປາຍໄມ້
ເຈົ້າຄວນທຳຕົນໃຫ້                    ໃຈສົດໃສຊ້ອຍຊື່ນ ແດ່ແມ
ຢ່າໃຫ້ຄືນຄໍ່າເສົ້າ                       ເໝືອນເຈົ້າສົ່ງໃຈ ເທາະນາ "

ຊາຍຜູ້ນີ້ຊ່າງໄຮ້                         ຢາງແຫ່ງຄວາມອາຍ ຈິງໜໍ
ກ້າທ້າທາຍວາຈາ                       ຈີບຕົວກາງແຈ້ງ
ສົ່ງສາຍຕາມາແກ້ງ                     ແທງໃຈໃຫ້ຫຼົງທ່າ
ທຳມາດເປັນໜ້າດ້ານ                 ແຖມຊ້ຳຕື່ມດຳ

ຢ່າຫວັງໄດ້ຊົດນ້ຳ                      ກິນຕ່ອນທັນຕາ ເຖີດໜາ
ຮູ້ວ່າເຮົາເປັນໃຜ                        ຫາກຊິໜາວໃນເນື້ອ
ຄິດວ່າເປັນປະທຸມເຊື້ອ                ມາລາແລ້ງຄ່າ ຊັ້ນບໍ
ຈຶ່ງທຳທ່າເໝືອນດັ່ງເຜີ້ງ             ບິນຊົມໄດ້ດັ່ງໃຈ

ທິດາພອນ ບໍ່ຢາກໃຊ້                  ຄຳຕໍ່ເຕີມເຂົາ
ນາງເວົ້າພຽງເບົາໆ                     ເພື່ອເລີກລາຫາບ້ານ
" ມື້ໜ້າເຮົາມາຕ້ານ                    ດອມກັນຄັ້ງໃໝ່
ມື້ນີ້ ຕາເວັນໃກ້ຄໍ່າຄ້ອຍ               ສົມຄວນແລ້ວລະໝູ່ເຮົາ

ຈົ່ງໂຊກດີເຖີດພວກເຈົ້າ              ລາກ່ອນແລ້ວເຫັນກັນ
ໂອກາດວັນເວລາ                       ທີ່ດີຈຶ່ງດອມເວົ້າ
ພວກເຮົາມາລົມຫຼິ້ນ                    ນຳກັນອີກຄັ້ງໃໝ່ "
ແລ້ວພວກນາງກໍ່ໄດ້                    ເດີນຍ້າຍຍ່າງໄປ

ຫຼັງຈາກນາງໄດ້ກ່າວເວົ້າ            ພວກໝູ່ກໍ່ເຫັນດີ
ມີພຽງຊາຍມາທີຫຼັງ                    ບໍ່ຢາກຍິນດີດ້ວຍ
ພົບຄົນສວຍບໍ່ທັນເວົ້າ                 ລົມກັນໃຫ້ເຂົ້າເລື່ອງ
ພັດເຫຼົ່າມາເຊື່ອງສົ້ນ                   ຍ້ອນຄຳເວົ້າກ່າວລາ

ຕົວຂອງເຮົາບໍ່ໜ້າ           ມາກໍ່ກວນເຂົາ
ເພັດສຸວັນ ເຫງົາໃຈ                    ຕຳນິຕົນເອງໄວ້
ພວກນາງສາວໄປແລ້ວ               ບໍ່ຫັນຫຼັງມາສັ່ງ
ບົວສະບາ ຢືນຢູ່ຢັ້ງ                     ຍັງລໍຖ້າຍ່າງພ້ອມເຂົາ.

( ຈົບຕອນທີ 1, ອ່ານຕໍ່ຕອນຕໍ່ໄປ )

Delicious Digg Fark Twitter