ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 5, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

   ໃນຊີວີດຄວາມເປັນຈີງຂອງໂລກອີນເຕີເນັດການຄົບຫາກັນທາງຈົດໝາຍອິເລັກທໍນີກ ມັນບໍ່ສາມາຈະບົ່ງຄວາມເປັນຈີງຂອງນັກທ່ອງເນັດໄດ້ ທັງໝົດແຕ່ການທີ່ຈະຄົບຫາກັນມັນກໍ່ຄວນຈະເພື່ອໃຈໄວ້ເພາະສີ່ງທີ່ອາດຈະເກີດຂື້ນມັນມີໄດ້ທຸກຮູບແບບແຕ່ຈົ່ງຄົບຫາກັນດ້ວຍຄວາມຮູ້ສືກດີໆ ທີ່ມີຕໍ່ກັນ ທັງທີ່ບໍ່ເຄີຍເຈີໜ້າກັນຈັກຄັ້ງ

  ດັ່ງທີ່ຂ້າພະເຈົ້າກຳລັງເຈີຢູ່ໃນປະຈຸບັນ ແຕ່ທຸກຄັ້ງທີ່ໄດ້ລົມກັນກໍ່ຮູ້ສືກວ່າມັນອົບອຸ່ນໃນໄຈ ເຖີງວ່າພວກເຮົາຈະບໍ່ໄດ້ເຈີໜ້າກັນຈັກຄັ້ງ ເພາະເຮົາກໍ່ຮູ້ສືກໄດ້ຄືກັນວ່າເຂົາກະມີຄວາມອົບອຸ່ນຄືກັນ ທຸກຄັ້ງທີ່ລົມກັ້ນ ແລະ ຕ່າງຝ່າຍໆກໍ່ລຳບາກໃຈທີ່ຈະເຈີກັນຄັ້ງທຳອິດ ເພາະມັນອາດຈະເຮັດໃຫ້ຄວາມຮູ້ສືກດີໆແບບເກົ່າໝົດໄປ