ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 14, 2010 | ມີ 2 ຄຳເຫັນ ແລະ 0 trackback(s)

ບາງຄັ້ງພວກເຮົາຮູ້ສືກວ່າຄວາມຊວຍທັງໝົດຄືກັບວ່າຈະມາຕົກຢູ່ນຳເຮົາພຽງຄົນດຽວ ຕ້ອງຮ້ອງທຸກຕໍ່ຟ້າໃຫ້ເຫັນໃຈ ດັ່ງນັ້ນຈີ່ງມີຄົນຄິດທີ່ຈະຂ້າໂຕຕາຍເພີ່ມຂື້ນ

ຄວາມຈີງແລ້ວ ໃນຊ່ວງເວລາທີ່ຊີວິດເຮົາກ້າວເຂົ້າໄປສູ່ຄວາມມືດມົນ ຄວາມພັງທະລາຍໃນທຸກໆຄັ້ງ ຈະກາຍເປັນສ່ວນໃຫ້ເຮົາເຕີບໃຫຍ່ ອຸປະສັກໃນທຸກໆຄັ້ງ ຈະເຈຍລະໄນເຮົາໃຫ້ເປັນເພັດທີ່ແວວວາວ ພຽງແຕ່ເຮົາຍອມທີ່ຈະມືນຕາເບີ່ງມັນຫຼືບໍ່

ແຕ່ຢ່າລືມວ່າ ກ່ອນທີ່ທ້ອງຟ້າຈະສົດໃສກໍ່ມັກຈະຜ່ານຄວາມມືດມົນ ໃຫ້ກຳລັງໃຈຕົວເອງຫຼາຍໆ ສະຫງົບໃຈເພື່ອເບີ່ງດວງດາວເທີ່ງທ້ອງຟ້າ ອົດທົນລໍຄອຍ ແລ້ວຕາເວັນກໍ່ຈະລອຍຂື້ນມາ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 14, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

ສັງຄົມປະຈຸບັນທີ່ຮີບຮ້ອນ ຄົນເຮົາລ້ວນແຕ່ຕ້ອງແຂ່ງກັບເວລາ ຄືກັບວ່າເວລາ 1 ມື້ 24 ຊົ່ວໂມງນັ້ນບໍ່ພໍໃຊ້ ເຮັດໃຫ້ເກີດຄວາມກົດດັນຮ້ອນຮົນບໍ່ເປັນສຸກ

ແຕ່ວ່າ ຈະມີຈັກຄົນທີ່ຈະຄິດວ່າ ສີ່ງເຫຼົ່ານີ້ລ້ວນແຕ່ເປັນສີ່ງທີ່ຕ້ອງເສຍໄປ ຄວາມກັງວົນ ເຮັດໃຫ້ຄວາມສຳພັນລະຫວ່າງຄົນເຮົາເກີດຄວາມກົດດັນ ຈົນເຮັດໃຫ້ເກີດໂລກຂາດຄວາມສຸກຕາມມາຢ່າງຫຼວງຫຼາຍ

ຮຍນຮູ້ທີ່ຈະກ້າວໄປຢ່າງຊ້າໆ ຊື່ນຊົມທັດສະນີຍະພາບທີ່ງົດງາມລະຫວ່າງການດຳລົງຊີວິດ ເຈົ້າກໍ່ຈະພົບວ່າຕົວເອງຄ່ອຍໆ ກ້າທີ່ຈະປະເຊີນໜ້າກັບບົດທົດສອບຕ່າງໆ ທີ່ເຂົ້າມາໃນຊີວິດ ແລ້ໄລຍະທາງທີ່ເຫຼືອໃນວັນຂ້າງໜ້າ ກໍ່ຈະສາມາດກ້າວຕໍ່ໄປໄດ້ໄວຂື້ນ ແລະ ໝັ້ນຄົງຂື້ນ