ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 9, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

ບໍ່ໜ້າເຊື່ອວ່າອຸປະກອນທີ່ເຮົາໃຊ້ຢູ່ທຸກມື້ຈະເປັນບ່ອນສະສົມຊັ້ນດີຂອງເຊື້ອໂລກເຊີ່ງມັນອາດພາໃຫ້ເຮົາເຈັບປ່ວຍໄດ້ງ່າຍໆ

ຈາກສະຖິຕິຜ່ານມາພົບວ່າໂຕະເຮັດວຽກທີ່ໃຊ້ກັນທຸກມື້ມີຄວາມສົກກະປົກຫຼາຍກວ່າບ່ອນນັ່ງຊັກໂຄກ 400 ເທົ່າ ໂທລະສັບມືຖື 18 ເທົ່າ ສຳລັບໂທລະສັບຕັ້ງໂຕະ ຢູ່ບ່ອນເຮັດວຽກແມ່ນຕິດອັນດັບ 1 ເພາະມີເຊື້ອໂລກສະສົມຢູ່ 21000 ໂຕ/ຊຕມ ນຳມາຕິດໆ ແມ່ນຄີບອດຄອມ ພີວເຕີ ເຊີ່ງຈາກການສຳຫຼວດພົບວ່າໂຕະເຮັດວຽກຂອງຜູ້ຍີງຈະມີເຊື້ອໂລກສະສົມຫຼາຍກວ່າຜູ້ຊາຍ ເພາະຜູ້ຍິງມັກຈະກີນຫັ້ນກີນນີ ຢູ່ໂຕະເຮັດວຽກຫຼາຍກ່ວາຜູ້ຊາຍ ນັ້ນເອງ

ຂໍ້ມູນຈາກ Woman's Story

ຂຽນເມື່ອ ຂຽນເມື່ອ: ມ.ສ.. 9, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

 

ຂັດມືຖືທີ່ແອວອາດເຮັດໃຫ້ກະດູກຕົ້ນຂາອ່ອນແອ

ນັກວິໄຈເຜີຍວ່າຜູ້ຊາຍທີ່ເອົາໂທລະສັບມືຖືຂັດທີ່ແອວ ສ່ຽງເຮັດໃຫ້ແຮ່ທາດ ທີ່ກະໂພກ-ກົກຂາຫຼຸດລົງ

ຜົນວິໄຈຕີພີມຜ່ານວາລະສານJournal of Craniofacial Surgery ໃນລະຫວ່າງເດືອນທີ່ຜ່ານມາລະບຸວ່າລັງສີຈາກຄື້ນແມ່ເຫຼັກໄຟຟ້າ ທີ່ອອກມາຈາກໂທລະສັບອາດສົ່ງຜົນສະທ້ອນຕໍ່ກະດູກໂດຍສະເພາະຫາກເໜັບໂທລະສັບໄວ້ທີ່ແອວ

ໂດຍ ດຣ ເຟີນານໂດ ດີຊາວີ ຈາກມະຫາວິທະຍາໄລ ຄູໂຍ ໃນ ແມນໂດສາ ປະເທດ ອາເຈນຕີນາ ໃນນີ້ ດຣ ເຟີນານໂດ ດີຊາວີ ໄດ້ເລືອກກຸ່ມ ຕົວຢ່າງຜູ້ຊາຍ 48 ຄົນໂດຍ ແບ່ງເປັນສອງກຸ່ມ ເທົ່າກັນ ໂດຍກຸ່ມທີ່ໜື່ງ ແມ່ນຜູ້ທີ່ບໍ່ໄຊ້ໂທລະສັບເລີຍ ແລະ ອີກກູ່ມໜື່ງ ແມ່ນຜູ້ທີ່ເອົາໂທລະ ສັບມືຖືເໜັບທີ່ແອວເບື້ອງຂວາ ຢ່າງນ້ອຍເປັນເວລາ 1 ປີ

ຜົນອອກມາເຫັນໄດ້ວ່າ ກະດູກກົກຂາຂ້າງຂວາຂອງຜູ່ທີ່ບໍ່ໄດ້ໃຊ້ໂທລະສັບມີແຮ່ທາດຫຼາຍກ່ວາຜູ້ທີ່ເອົາໂທລະສັບເໜັບແອວຂ້າງຂວາ ສ່ວນ ຂາຂ້າງຊາຍຂອງສອງກຸ່ມແມ່ນບໍ່ແຕກຕ່າງກັນ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 5, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

   ໃນຊີວີດຄວາມເປັນຈີງຂອງໂລກອີນເຕີເນັດການຄົບຫາກັນທາງຈົດໝາຍອິເລັກທໍນີກ ມັນບໍ່ສາມາຈະບົ່ງຄວາມເປັນຈີງຂອງນັກທ່ອງເນັດໄດ້ ທັງໝົດແຕ່ການທີ່ຈະຄົບຫາກັນມັນກໍ່ຄວນຈະເພື່ອໃຈໄວ້ເພາະສີ່ງທີ່ອາດຈະເກີດຂື້ນມັນມີໄດ້ທຸກຮູບແບບແຕ່ຈົ່ງຄົບຫາກັນດ້ວຍຄວາມຮູ້ສືກດີໆ ທີ່ມີຕໍ່ກັນ ທັງທີ່ບໍ່ເຄີຍເຈີໜ້າກັນຈັກຄັ້ງ

  ດັ່ງທີ່ຂ້າພະເຈົ້າກຳລັງເຈີຢູ່ໃນປະຈຸບັນ ແຕ່ທຸກຄັ້ງທີ່ໄດ້ລົມກັນກໍ່ຮູ້ສືກວ່າມັນອົບອຸ່ນໃນໄຈ ເຖີງວ່າພວກເຮົາຈະບໍ່ໄດ້ເຈີໜ້າກັນຈັກຄັ້ງ ເພາະເຮົາກໍ່ຮູ້ສືກໄດ້ຄືກັນວ່າເຂົາກະມີຄວາມອົບອຸ່ນຄືກັນ ທຸກຄັ້ງທີ່ລົມກັ້ນ ແລະ ຕ່າງຝ່າຍໆກໍ່ລຳບາກໃຈທີ່ຈະເຈີກັນຄັ້ງທຳອິດ ເພາະມັນອາດຈະເຮັດໃຫ້ຄວາມຮູ້ສືກດີໆແບບເກົ່າໝົດໄປ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 5, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

  ຢາຢອດຕາທ່ານຄວນໃຊ້ ແລະເກັບດັ່ງນີ້

ວິທີຢອດ

1 ລ້າງມືໃຫ້ສະອາດທຸກຄັ້ງທີ່ຈາຢອດຢາຕາ

2 ບໍ່ຄວນໃຫ້ຈຸກຂອງຂວດຢາຖືກຮ່າງກາຍເຮົາ

3 ດຶງໜັງຕາທາງລຸ່ມລົງເພື່ອໃຫ້ເກີດຊ່ອງຫ່ວາງໃນຕາ

4 ຢອດ ໜື່ງຢອດຕໍ່ຄັ້ງບໍ່ຄວນເກີນ ເພາະ ໃນໜ່ວຍຕາຮັບໄດ້ແຕ່ຢອດດຽວ

5 ຖ້າມີຢາຫຼາຍໂຕທີ່ທ່ານໝໍໃຫ້ໃຊ້ ແມ່ນໃຫ້ຢອດຫ່າງກັນຫ້ານາທີ

ວິທີຮັກສາ

1 ໃຫ້ເກັບໄວ້ໃນຕູ້ເຢັນ

2ເປີດຝາແລ້ວຈະສາມາດເກຜັບໄວ້ບໍ່ເກີນໜື່ງເດືອນ ເພາະຖ້າກາຍນັ້ນຄຸນນະພາບຢາຈະໝົດ

3 ໃຫ້ເກັບໄວ້ຫ່າງມືເດັກນ້ອຍ ອິອິອິ ປານຢູ່ສະຫຼາກຢາເນາະ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 7, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ພາສາບ້ານເຮົາເອີ້ນວ່າຊີ້ນຕາປົ່ງ

ຊັບເທັກນິດ pterygium

ສາເຫດ: ເຊື່ອກັນວ່າມາຈາກການສຳພັດສະພາບແວດລ້້ອມເປັນເວລາດົນໆດ້ວຍບໍ່ໄດ້ຮັບການປ້ອງກັນ ເຊັ່ນວ່າ ຂີ້ຝຸ່ນ, ຄວັນໄຟ,ແສງແດດ ຕ່າງໆ

ອາການ: ຈະມີອາການຄັນຕາ, ເຄືອງຕາ, ມີນຳ້ຕາໄຫຼ ບາງຄັ້ງຈະແດງຢູ່ບໍລິເວນຫົວຕາຫຼືຫາງຕາຖ້າເັນຫຼາຍອາດຈະມາບັງການເບີ່ງເຫັນ ແລະ ເກີດການຈ່ອງດືງເຮັດໃຫ້ເກີດມີສາຍຕາອຽງໄດ້

ສີ່ງທີ່ກວດເຫັນ: ມີກ້ອນຊີ້ນສີແດງ ຫຼື ບົວ ບໍລິເວນຫົວຕາ ຫຼື ຫາງຕາ

ການ້ອງກັນ: ຫຼີກລ້ຽງປັດໄຈສ່ຽງທີ່ກໍ່ໃຫ້ເກີດດັ່ງທີ່ກ່າວມາ

                 ໃສ່ແວ່ນກັນແດດ,ກັນລົມ ເວລາອອກແດດອອກລົມ

ການປີ່ປົວ: ຖ້າເປັນໜ້ອຍແມ່ນໃຫ້ຢາລົດອາການລະຄາຍເຄືອງ

               ຖ້າເປັນຫຼາຍບັງການເບີ່ງເຫັນ ຫຼື ເຮັດໃຫ້ເກີດມີສາຍຕາອຽງກໍ່ຕ້ອງໄດ້ຮັບການຜ່າຕັດອອກ

ສອບຖາມເພີ່ມເຕີມໄດ້ທີ 2407800  BOKEO Hospital