ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 14, 2012 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ສະບາຍດີເພື່ອນພັນລາວທຸກທ່ານ ມື້ນີ້ເປັນວັນ valentine ຫຼາຍໆທ່ານຄົງຈະພາແຟນໄປທ່ຽວ(ສຳລັບຄົນມີແຟນ).  ມື້ນີ້ຂ້າພະເຈົ້າໄດ້ອ່ານກອນ ຂອງເພື່ອນຮ່ວມງານຄົນໜື່ງ ມັນເປັນກອນແບບຕະຫຼົກ ແລະ ກໍ່ເປັນແບບເຕືອນໃຈໄວລຸ່ນ ດັ່ງນັ້ນຈິ່ງໄດ້ຂໍອະນຸ່ຍາດນຳເຈົ້າຂອງບົດກອນ ແລ້ວນຳມາໃຫ້ເພື່ອນໄດ້ອ່ານ.

ຂຽນເມື່ອ ຂຽນເມື່ອ: ມ.ນ.. 7, 2010 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

​ແມ່​ເປັນ​ພາລະ​ໃຫ້​ແກ່​ລູກ​ທຸກ​ຄົນ​ມາ​ຕັ້ງ​ແຕ່​ເກີດ, ນັ້ນ​ແມ່ນ​ຄວາມ​ຈິງ​ທີ່​ບໍ່​ອາດ​ຈະ​ປະຕິ​ເສດ​ໄດ້. ທ່ານ​ລອງ​ຄິດ​ເບິ່ງ ຕັ້ງ​ແຕ່​ເຮົາ​ເກີດ​ມາ​ຍັງ​ບໍ່​ທັນ​ເຄີຍ​ເຫັນ​ກັນ​ມາ​ກ່ອນ. ຢູ່ດີໆ ຜູ້ຍິງ​ຄົນ​ນີ້​ກໍ່​ມາກ​ອດ, ​ໂອບ, ອູ້ມ ຖືກ​ເນື້ອ​ຕ້ອງ​ຕົວ​ເຮົາ. ​ເຖິງ​ແມ່ນ​ວ່າ​ເຮົາ​ຍັງ​ເວົ້າ​ບໍ່​ທັນ​​ເປັນ​ ​ແຕ່​ເຮົາ​ຊ້ຳພັດ​ຮ້ອງ​ໃຫ້ ​ເໝືອນ​ກັບ​ວ່າ​ເຮົາຂັບ​ໄລ່​ບໍ່​ຢາກ​ຢູ່​ກັບ​ຜູ້ຍິງ​ຄົນ​ນັ້ນ ​ແຕ່​ກົງ​ງກັນ​ຂ້າມ ຍິງ​ຄົນ​ນັ້ນ​ຊ້ຳພັດ​ພະຍາຍາມ​ປອມ​ໂຍນ ​ເກື້ອ​ກ່ອມ ສາລະພັດ ​ເຮົາ​ເລີຍ​ຈຳ​ຕ້ອງ​ໄດ້​ຢຸດ​ຮ້ອງ​ໃຫ້ ຍອມດູດ​ນົມ​ຍິງ​ຄົນ​ນັ້ນອີກ, ​ເມື່ອ​ເຮົາ​ຖ່າຍໜັກ ຫຼື ຖ່າຍ​ເບົາ ຍິງ​ຄົນ​ນີ້​ກໍ່​ລ້າງ​ທຳ​ຄວາມ​ສະອາດ​ໃຫ້ ​ໂດຍ​ບໍ່​ຄິດ​ທີ່​ຈະ​ລັງ​ກຽດ​ເລີຍ.... ພໍ​ເຮົາ​ເລີ່​ມຮຽນຍ່າງ​ໄດ້ພຽງ​ເຕາະໆ​ແຕະໆ ຈະ​ເດີນ​ໄປ​ໃສ​ຕໍ່​ໃສ ຜູ້ຍິງ​ຄົນ​ນັ້ນ​ກໍ່​ຍັງ​ຄອຍ​ເອີ້ນ​ຫາ​ເຮົາ​ແບບ​ນັ້ນ​ແຫຼະ.

” ມາ​ລູກ​ມານີ້ ມາ​ນີ້​ມາ ອີກ​ໜ້ອຍ​ໜື່ງ ອີກ​ກ້າວ​ດຽວ ”

ບໍ່​ຮູ້​ວ່າ​ຊິ​ເອີ້ນ​​ເຮັດ​ຫຍັງ​ກະດັດ​ກະດໍ້. ສ່ວນ​ເຮົາ​ກໍ່​ຍ່າງ​ລົ້ມລຸກຄຸກຄານ. ​​​ແລະ​ ຈະຕ້ອງ​ໄດ້ຍ່າງ​ໄປ​​ເຖິງ​ເພື່ອໃຫ້​ຍິງ​ຄົນ​ນັ້ນ​ກອດ​ອີກ....... ພໍ​ເຮົາ​ໃຫຍ່​ຂຶ້ນ​ມາ​ໜ້ອນ​ໜື່ງ ​ເລີ່​ມກິນ​ອາຫານ​ໄດ້ ກໍ່​ເອົາ​ຫຍັງ​ຕໍ່​ຫຍັງ​ມາຫຍ້ຳ, ຕຳ​ ຫຼືບົດ ເພື່ອ​ເຮັດ​ໃຫ້​ມຸ່ນ​ແລ້ວ​ກໍ່​ເອົາ​ໃຫ້​ກິນ. ສ່ວນ​ເຮົາ​ບໍ່​ກິນ​ກໍ່​ບໍ່​ໄດ້ ຢ້ານ​ເຂົາ​ນ້ອຍ​ໃຈ ກໍ່​ຈຳ​ໃຈ​ກິນ ທຳທ່າ​ຫຍ້ຳ​ໄປ​ຈັ່ງ​ຊັ້ນ​ແຫຼະ ​ເມື່ອ​ເຫັນ​ເຮົາ​ກິນ ​ເພິ່ນ​ກໍ່​ຍິ້ມ​ຢ່າງ​ພູມ​ໃຈ, ຄົງ​ຄິດ​ວ່າ​ເຮົາ​ກິນ​ອາການ​ນັ້ນ​ແຊບຈັ້ງ​ຊັ້ນ​ແຫຼະ ພໍ​​ເຫັນເຮົາ​ທຳທ່າ​ບໍ່​ຢາກກິນ, ກໍ່​ອ້ອນວອນ​ເຮົາ ” ລູກ​ກິນ​ອີກ ອາຫານ​ແຊບໆ ກິນ​ອີກ ” ສ່ວນ​ເຮົາ​ໄດ້​ແຕ່​ຄິດ​ວ່າ ຖ້າ​ແຊບ​ຄື​ບໍ່​ກິນ​ເອງ​ຊະ... .. ພໍ​ເຮົາ​ເວົ້າ​ຈາ​ໄດ້ພໍ​ຮູ້​ເລື່ອງ ກໍ່​ຂັບ​ໄລ່​ໃສ່​ສົ່ງ​ເຮົາ​ໃຫ້​ໄປ​ເຂົ້າ​ໂຮງຮຽນ ບໍ່​ໄປ​ກໍ່​ບໍ່​ໄດ້. ບາງ​ເທື່ອ​ຍັງ​ດ່າ, ຕີ​ເຮົາ​ອີກ. ຈັກ​ແມ່ນ​ຫຍັງ ​ເອົາ​ເຮົາ​ໄປ​ຫັດ​ຂຽນ​ຫັດ​ອ່ານ. ລອງ​ຄິດ​ເບິ່ງວ່າ ອາທິດ​ໜື່ງຕ້ອງ​ໄດ້​ໄປ​ໂຮງຮຽນ​ຕັ້ງຫ້າ​ວັນ ມັນ​ເປັນ​ພາລະ​ຂອງ​ເຮົາ​ພຽງ​ໃດ ​ແຕ່​ພໍ​ເວລາ​ເຮົາ​ຈະ​ເບິ່ງ​ທໍລະ​ທັດ (ໜັງ​ກາ​ຕູນ​ມ່ວນໆ) ນອນ​ເດິກ​ຈັກ​ໜ້ອຍ​ກໍ່​ບໍ່​ໄດ້. ລອງ​ຄິດຢ້ອນ​ກັບ​ເບິ່ງວ່າ ​ແມ່ນ​ໃຜ​ທີ່​ຈູງ​ແຂນ​ເຮົາ​ໃຫ້​ເຂົ້າ​ໄປ​ນອນ​ນຳ ທັ້ງໆ​ທີ່​ໂຕ​ເອງ​ງ້ວງ​ນອນ ​ໄປ​ນອນ​ກ່ອນ​ກໍ່​ບໍ່​ໄດ້ ຕ້ອງ​ບັງຄັບ​ໃຫ້​ເຮົາ​ໄປ​ນອນ​ນຳ.

      ວັນ​ເວລາ​ຜ່ານ​ໄປ ​ເຮົາ​ກໍ່​ໃຫຍ່​ຂຶ້ນ ​​ເລີ່​ມຮູ້ຈັກ​ແຕ່ງ​ຕົວ​, ​ໃສ່​ເຄື່ອງ​ແບບ​ນັ້ນ​ງາມ, ລຸ້ນນີ້​ທັນ​ສະ​ໄໝ ຕັດ​ຜົມ​ຊົງ​ນັ້ນ​ຊົງ​ນີ້ ສິ່ງ​ເຫຼົ່າ​ນີ້​ເຮົາ​ເຮັດ​ໄດ້​ຕາມ​ໃຈ​ບໍ່ ? ​ແລ້ວ​ແມ່ນ​ໃຜ​ທີ່​ເປັນ​ຄົນ​ຂັດຂວາງ ຖ້າ​ບໍ່​ແມ່ນ​ແມ່. ​ແມ່ຍັງ​ສັ່ງ​ເຮົາ​ທຳ​ຕົວ​ແບບນັ້ນ​ແບບ​ນີ້​ໃຫ້​ເໝືອນ​ກັບ​​ໃຈ​ຕົນ​ເອງ​ທີ່​ຕ້ອງການ. ພໍ​ເມື່ອ​ເຮົາ​ໄດ້​ຍ້າຍ​ຈາກ​ແມ່​ເພື່ອເຂົ້າ​ມາຮຽນ​ທີ່​ມະຫາວິທະຍາ​ໄລ, ​ແມ່​ກໍ່​ຍັງ​ບອກ​ແລ້ວ​ບອກ​ອີກ ຢ້ານ​ລູກ​ຕິດ​ໝູ່​ທີ່​ບໍ່​ດີ, ຢ້ານ​ລູກ​ກະທຳ​ຕົວ​ເປັນ​ຄົນ​ເສ​ເພ. ຕະຫຼອດ​ໄລຍະ​ທີ່​ຮຽນ​ມະຫາວິທະຍາ​ໄລ ​ແມ່​ຍັງ​ຍອມ​ຕັ້ງໜ້າ​ຕັ້ງ​ຕາ​ເຮັດ​ວຽກ​ໂດຍ​ບໍ່​ຮູ້​ເມື່ອຍ ​ເພື່ອ​ຫາ​ເງິນ​ສົ່ງ​ມາ​ໃຫ້​ລູກ. ຫຼັງ​ຈາກ​ຈົບ​ການ​ສຶກສາ ​ແລະ ​ໄດ້​ເຮັດ​ວຽກ ​ແມ່​ກໍ່​ຍັງ​ບໍ່​ເລີກລາ​ທີ່​ຈະ​ບອກສອນລູກ​ແບບ​ນັ້ນ​ແບບນີ້. ຖ້າ​ເວົ້າ​ເລື່ອງ​ຄູ່​ຄອງ ​ແມ່​ກໍ່​ບອກ​ວ່າ​ຄົນ​ນັ້ນ​ດີ​ຈັ່ງ​ຊັ້ນ ຄົນ​ນີ້​ບໍ່​ດີ​ຈັ່ງ​ຊີ້ ​ໃນ​ທີ່​ສຸດ​ເຮົາ​ກໍ່​ຕ້ອງ​ໄດ້​ຕັດສີນ​ໃຈ. ພໍ​ແຕ​ເຮົາ​ມີ​ລູກ, ​ແມ່ນ​ກໍ່​ຍັງ​ດັນ​ມາ​ເປັນ​ພາລະ​ໃຫ້​ກັບລູກ​ເຮົາ​ອີກ ​ແລະ ຍັງ​ອ້າງ​ວ່າ​ພໍ່​ແມ່​ສະ​ໄໝ​ນີ້​ເອົາ​ລູກ​ບໍ່​ເປັນ​ເໝືອນ​ສະ​ໄໝ​ກ່ອນ. ​​ເມື່ອເຮົາ​ມີ​ລູກ​ທີ່​ເປັນ​ພາລະ, ​ເຮົາຮັກ​ລູກ ​ເຮົາ​ບອກສອນ​ລູກ ທຸກ​ຄຳ​ເວົ້າ​ທີ່​ເຮົາ​ເວົ້າ​ອອກ​ໄປ ​ເໝືອນ​ກັບ​ຄຳ​ເວົ້າ​ຂອງ​ແມ່​ທີ່​ສັ່ງສອນ​ເຮົາ​ຕອນ​ຍັງ​ນ້ອຍ  ຕອນ​ນີ້​ເຮົາ​ນຶກ​ໄດ້​ວ່າ​ຕັ້ງ​ແຕ່​ເຮົາ​ເກີດ​ມາ ​ແມ່ຄື​ຜູ້​ທີ່​ມີ​ພາລະ​ໜັກ​ສຳລັບ​ເຮົາ ​ເພີ່ນ​ເຮັດ​ທຸກ​ສິງ​ຢ່າງ​ແມ່ນ​​ເຮັດ​ສຳລັບ​ເຮົາ ​ເພື່ອ​ຈະ​ໃຫ້​ເຮົາ​ເປັນ​ຄົນ​ດີ​ຢູ່​ໃນ​ສັງຄົມ

      ​ແມ່​ຄື​ຜູ້​ທີ່​ມີ​ພະ​ຄຸນ​ສຳລັບ​ເຮົາ, ​​ເຮົາ​ມີ​ທຸກ​ວັນ​ນີ້​ກໍ່ຍ້ອນ​ແມ່ ​ແລ້ວກົງກັນຂ້າມ ​ເຮົາ​ເດ​ເຮັດ​ຫຍັງ​ແລ້ວ​ເພື່ອ​ແມ່. ​ແຕ່​ແມ່​ກໍ່​ບໍ່​ໄດ້​ຫວັງ​ຫຍັງ​ຫຼາຍ​ດອກ ພຽງ​ແຕ່​ຢາກ​ເຫັນ​ລູກ​ເປັນ​ຄົນ​ດີ​ກໍ່​ພໍ​ໃຈ. ດັ່ງ​ນັ້ນ ລູກ​ທຸກ​ຄົນ​ຄວນ​ຈະ​ໃຫ້​ແມ່​ໄດ້​ໃນ​ສິ່ງ​ນີ້ ນັ້ນ​ກໍ່​ຄື ກ່ອນ​ຈະ​ເຮັດ ຫຼື ກະທຳ​ສິ່ງ​​ໃດ​ໜື່ງ ຄວນ​ນຶກ​ເຖິງ​ແມ່​ແດ່ ວັນ​ທີ່ 8 ມິ​ນາ ຂອງ​ທຸກ​ປີ ລູກໆ​ທັງຫຼາຍຖ້າ​ມີ​ໂອກາດ​ກໍ່​ຄວນ​ຈະ​ກັບ​ໄປ​ຫາ​ແມ່ ຫຼື ​ບໍ່​ໄດ້​ຢກັບ​​ກໍ່​ຄວນ​ໂທລະສັບ​ຫາ​ແມ່​ແດ່ ຢ່າ​ງໜ້ອຍ​​ແມ່​ກໍ່​ຍັງ​ຄິດ​ວ່າ ລູກ​ເຮົາ​ກໍ່​ຍັງ​ຄິດ​ຮອດ​ແມ່