ຂຽນເມື່ອ: ມ.ກ.. 22, 2013
| ມີ
8 ຄຳເຫັນ
ແລະ
0 trackback(s)
ປະເທດທີ່ມີການສໍ້ລາດບັງຫຼວງໜ້ອຍທີ່ສຸດ 1. Denmark New Zealand Sweden 2. Singapore 3. Finland Switzerland 4. Iceland Netherland 5. Canada Australia ສຳລັບລາວ 53. Belarus Central African Republic Cote d'Ivoire Ecuador Laos Papua New Guinea Tajikistan ລາຍລະອຽດ ຕາມລີ້ງ http://www.dek-d.com/board/view.php?id=1596315
|
ຂຽນເມື່ອ: ພ.ຈ.. 9, 2012
| ມີ
6 ຄຳເຫັນ
ແລະ
0 trackback(s)
Laos :: 84 | Rank country (sq km) Date of Information | | |
|
ຂຽນເມື່ອ: ພ.ຈ.. 9, 2012
| ມີ
9 ຄຳເຫັນ
ແລະ
0 trackback(s)
Rank country Population Date of Information | 1 | China | 1,343,239,923 | July 2012 est. | | 2 | India | 1,205,073,612 | July 2012 est. | | 9 | Russia | 142,517,670 | July 2012 est. | | 10 | Japan | 127,368,088 | July 2012 est. | | 11 | Mexico | 114,975,406 | July 2012 est. | | 13 | Vietnam | 91,519,289 | July 2012 est. | | 15 | Egypt | 83,688,164 | July 2012 est. | | 16 | Germany | 81,305,856 | July 2012 est. | | 17 | Turkey | 79,749,461 | July 2012 est. | | 18 | Iran | 78,868,711 | July 2012 est. | | 23 | Italy | 61,261,254 | July 2012 est. | | 27 | Spain | 47,042,984 | July 2012 est. | | 30 | Ukraine | 44,854,065 | July 2012 est. | | 33 | Poland | 38,415,284 | July 2012 est. | | 34 | Algeria | 37,367,226 | July 2012 est. | | 35 | Canada | 34,300,083 | July 2012 est. | | 36 | Sudan | 34,206,710 | July 2012 est. | | 38 | Morocco | 32,309,239 | July 2012 est. | | 39 | Iraq | 31,129,225 | July 2012 est. | | 41 | Nepal | 29,890,686 | July 2012 est. | | 42 | Peru | 29,549,517 | July 2012 est. | | 47 | Yemen | 24,771,809 | July 2012 est. | | 51 | Taiwan | 23,234,936 | July 2012 est. | | 52 | Syria | 22,530,746 | July 2012 est. | | 56 | Romania | 21,848,504 | July 2012 est. | | 59 | Angola | 18,056,072 | July 2012 est. | | 62 | Chile | 17,067,369 | July 2012 est. | | 64 | Niger | 16,344,687 | July 2012 est. | | 66 | Mali | 15,494,466 | July 2012 est. | | 67 | Ecuador | 15,223,680 | July 2012 est. | | 71 | Senegal | 12,969,606 | July 2012 est. | | 74 | Cuba | 11,075,244 | July 2012 est. | | 75 | Chad | 10,975,648 | July 2012 est. | | 76 | Guinea | 10,884,958 | July 2012 est. | | 78 | Greece | 10,767,827 | July 2012 est. | | 79 | Tunisia | 10,732,900 | July 2012 est. | | 82 | Belgium | 10,438,353 | July 2012 est. | | 83 | Bolivia | 10,290,003 | July 2012 est. | | 87 | Hungary | 9,958,453 | July 2012 est. | | 89 | Belarus | 9,643,566 | July 2012 est. | | 92 | Sweden | 9,103,788 | July 2012 est. | | 94 | Austria | 8,219,743 | July 2012 est. | | 102 | Laos | 6,586,266 | July 2012 est. | | 104 | Jordan | 6,508,887 | July 2012 est. | | 107 | Eritrea | 6,086,495 | July 2012 est. | | 110 | Denmark | 5,543,453 | July 2012 est. | | 116 | Finland | 5,262,930 | July 2012 est. | | 119 | Ireland | 4,722,028 | July 2012 est. | | 120 | Norway | 4,707,270 | July 2012 est. | | 122 | Georgia | 4,570,934 | July 2012 est. | | 123 | Croatia | 4,480,043 | July 2012 est. | | 126 | Lebanon | 4,140,289 | July 2012 est. | | 127 | Liberia | 3,887,886 | July 2012 est. | | 130 | Moldova | 3,656,843 | July 2012 est. | | 132 | Panama | 3,510,045 | July 2012 est. | | 134 | Uruguay | 3,316,328 | July 2012 est. | | 137 | Albania | 3,002,859 | July 2012 est. | | 138 | Armenia | 2,970,495 | July 2012 est. | | 139 | Jamaica | 2,889,187 | July 2012 est. | | 142 | Latvia | 2,191,580 | July 2012 est. | | 147 | Qatar | 1,951,591 | July 2012 est. | | 150 | Kosovo | 1,836,529 | July 2012 est. | | 156 | Estonia | 1,274,709 | July 2012 est. | | 157 | Bahrain | 1,248,348 | July 2012 est. | | 160 | Cyprus | 1,138,071 | July 2012 est. | | 161 | Fiji | 890,057 | July 2012 est. | | 169 | Macau | 578,025 | July 2012 est. | | 174 | Malta | 409,836 | July 2012 est. | | 175 | Brunei | 408,786 | July 2012 est. | | 177 | Belize | 327,719 | July 2012 est. | | 187 | Guam | 159,914 | July 2012 est. | | 188 | Curacao | 145,834 | est. January 2010 | | 192 | Tonga | 106,146 | July 2012 est. | | 196 | Jersey | 94,949 | July 2012 est. | | 217 | Monaco | 30,510 | July 2012 est. | | 219 | Palau | 21,032 | July 2012 est. | | 225 | Tuvalu | 10,619 | July 2012 est. | | 226 | Nauru | 9,378 | July 2012 est. | | 236 | Niue | 1,269 | July 2012 est. |
|
ຂຽນເມື່ອ: ມ.ກ.. 31, 2012
| ມີ
12 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ຄວາມຮັກ
>> ດີເກີນໄປ << ຄຳວ່າ ດີເກີນໄປ ເປັນຄຳທີ່ເຄີຍໄດ້ຍິນຈາກຄົນທີ່ຮັກກັນ ຫຼື ເປັນແຟນກັນໃນ ເວລາທີ່ຝ່າຍໃດໜຶ່ງຈະບອກເລີກກັນ ແຕ່ບໍ່ມີຄຳໃດຈະບອກ ຫຼື ອະທິບາຍໃຫ້ເຂົ້າໃຈ ແລະ ແຈ່ມແຈ້ງກວ່າຄຳນີ້ ທັງເປັນຄຳບອກເລີກກັນແບບງ່າຍໆ ແລະ ເຂົ້າໃຈງ່າຍໆ ຊຶ່ງຫຼາຍໆຄົນຍັງເຂົ້າໃຈວ່າຄຳ " ດີເກີນໄປ " ເປັນຄຳບອກທີ່ດີທີສຸດ ແລະ ເປັນຄຳທີ່ມີ ຄວາມໝາຍອວຍພອນໃຫ້ຄົນທີ່ຕົນຈະບອກເລີກນັ້ນໃຫ້ພົບກັບສິ່ງທີ່ດີກວ່າ ແຕ່ຄຳວ່າ " ດີເກີນໄປ " ມັນມີຄວາມໝາຍກົງກັນຂ້າມດັ່ງທີ່ຄິດເພາະວ່າຄຳນີ້ ຄວາມໝາຍເລິກແທ້ແມ່ນການຢຽບຢ້ຳສັກສີອີກຝ່າຍໜຶ່ງ (ຖານະ, ໜ້າຕາ, ຄວາມຮັກ ແລະ ຄວາມດີທີ່ມີໃຫ້) ບໍໍ່ແມ່ນຄຳອວຍພອນທີ່ດີ ອີກຢ່າງໜຶ່ງແມ່ນເຮັດໃຫ້ຝ່າຍໜຶ່ງ ເຂົ້າໃຈຜິດວ່າ ຕົວເອງເຮັດດີແລ້ວຍັງບໍ່ຮັກ ຫຼືວ່າຕ້ອງເປັນຄົນຊົ່ວແລ້ວຈຶ່ງຈະຮັກບໍ ບາງຄັ້ງອາດຈະເຮັດໃຫ້ຄົນດີໆກາຍເປັນຄົນຊົ່ວກໍ່ເປັນໄດ້ ດັ່ງນັ້ນ ເຮົາຄວນໃຊ້ຄຳອື່ນທີ່ເຫັນວ່າເໝາະສົມກວ່າ ອີງຕາມຄວາມເປັນຈິງຂອງ ທັງສອງຝ່າຍ ຫວັງວ່າ ທຸກຄົນຄົງຈະເຂົ້າໃຈກັນດີເນາະ ແລະ ຂໍໃຫ້ຄູ່ຮັກທຸກໆຄູ່ຮັກກັນຕະຫຼອດໄປ. ( ຫາກມີຄຳຕຳນິຕິຊົມ ຫຼື ສະແດງຄຳເຫັນໃດໆກໍ່ຂຽນມາໄດ້ເດີ ) ຂໍຂອບໃຈ
|
ຂຽນເມື່ອ: ສ.ຫ.. 29, 2011
| ມີ
5 ຄຳເຫັນ
ແລະ
0 trackback(s)
ການໃຊ້ຊີວິດຄູ່ຢູ່ຮ່ວມກັນຢ່າງມີຄວາມສຸກນັ້ນ ຍັງມີຫຼາຍຄົນຍັງເຂົ້າໃຈວ່າ ການທີ່ຈະຢູ່ຮ່ວມກັນໄດ້ນັ້ນຕ້ອງມີນິໄສຄືກັນແລະ ຂໍໃຫ້ເຮົາທັງສອງຄົນຮັກກັນກໍ່ພໍ ແຕ່ຄວາມເຂົ້າໃຈນັ້ນຍັງເປັນຄວາມເຂົ້າໃຈທີ່ຜິດພາດ ເພາະວ່າຄົນນິໄສຄືກັນຍັງມີຈຸດໜຶ່ງທີ່ຄົນເຮົາຄິດບໍ່ເຖິງ ກໍ່ຄື: - ຄົນໃຈຮ້ອນຢູ່ກັບຄົນໃຈຮ້ອນ : ຄົນໜຶ່ງໃຈຂື້ນ ອີກຄົນກໍ່ໃຈຂື້ນ ຕ່າງຝ່າຍບໍ່ຍອມກັນ ສຸດທ້າຍກໍ່ກາຍເປັນເລື່ອງໃຫຍ່ - ຄົນໃຈນ້ອຍຢູ່ກັບຄົນໃຈນ້ອຍ : ຄົນໜຶ່ງໃຈນ້ອຍ ອີກຄົນກໍ່ໃຈນ້ອຍ ຕ່າງຝ່າຍບໍ່ຍອມງໍ້ກັນ ຄຽດໃສ່ກັນ ສຸດທ້າຍກໍ່ເລີກ - ຄົນຂີ້ຫຶງຢູ່ກັຄົນຂີ້ຫຶງ : ຕ່າງຝ່າຍຕ່າງຫຶງກັນ ຈົນກາຍເປັນຫວງ ແລະ ບໍ່ໃຫ້ກຽດກັນ ແລະ ຍັງມີຫຼາຍຢ່າງ ສິ່ງທີ່ແນ່ນອນທີ່ສຸດກໍ່ຄື ຄວາມເຂົ້າໃຈກັນ ຄົນໜຶ່ງເຮັດຜິດ ແລະ ຍອມຮັບວ່າຕົວເອງຜິດ ອີກຄົນກໍ່ເຂົ້າໃຈ ແລະ ໃຫ້ອະໄພ ສິ່ງນີ້ແຫຼະທີ່ເຮັດໃຫ້ຊີວິດຄູ່ ຫຼື ແຟນຢູ່ຮ່ວມກັນໄດ້ນານ ແຕ່ຢ່າໃຫ້ເຂົ້າໃຈເກີນໄປ ເພາະຈະເຮັດໃຫ້ຄົນທີ່ເຮັດຜິດນັ້ນໄດ້ໃຈແລ້ວເຮັດຜິດຕື່ມອີກ ລົງໂທດຕາມຄວາມຜິດໃຫ້ເໝາະສົມ ແລະ ຄົນທີ່ເຮັດຜິດນັ້ນກໍ່ຕ້ອງເຂົ້າໃຈໃນການລົງໂທດຄວາມຜິດຂອງຕົນ. ( ໃຜມີບັນຫາຫຍັງປຶກສາໄດ້ເດີ )
|
ຂຽນເມື່ອ: ກ.ລ.. 13, 2010
| ມີ
11 ຄຳເຫັນ
ແລະ
0 trackback(s)
@@@ ສູດເຮັດນົມສົ້ມ @@@ # ສ່ວນປະກອບ. - ນົມຂົ້ນຈືດ 3 ບ່ວງແກງ ຫລື ຕາມໃຈມັກ - ນ້ຳກະທິຊາວເກາະ 3 ບ່ວງແກງ ຫລື ຕາມໃຈມັກ - ນ້ຳເຊື່ອມ 3 ບ່ວງແກງ ຫລື ຕາມໃຈມັກ - ໝາກນາວ ເຄິ່ງໜ່ວຍ ຫລື ຕາມໃຈມັກ - ນ້ຳດື່ມ ແລະ ນ້ຳກ້ອນ # ວິທີເຮັດ. ກ່ອນອື່ນເອົານ້ຳກ້ອນໃສ່ຈອກໃຫ້ເຕັມຈອກ ແລ້ວເອົານົມຂົ້ນຈືດ ນ້ຳກະທິ ຊາວເກາະ ນ້ຳເຊື່ອມລົງໄປ ແລ້ວບີບໝາກນາວລົງໃສ່ ສຸດທ້າຍ ກໍ່ເທນ້ຳດື່ມລົງໄປ ແລ້ວຄົນໃຫ້ເຂົ້າກັນ ພ້ອມດື່ມໄດ້ເລີຍ ລົດຊາດຄ້າຍຄືກັບນົມປຣ້ຽວຂອງໄທເລີຍ. ຫາກເພື່ອນໆໃນພັນລາວໄດ້ລອງເຮັດດື່ມແລ້ວເຫັນເປັນຈັງໃດລະຊ່ວຍ ຕອບມາຫລັງໄມໃຫ້ແດ່ (ຂໍຂອບໃຈລ່ວງໜ້າ). ສຳລັບເຈົ້າຂອງໄດອາຣີ່ນີ້ແມ່ນມັກເຮັດດື່ມຕະຫລອດ ພໍ່ແມ່ຢູ່ທາງບ້ານ ກໍ່ມັກເຮັດດື່ມຕະຫລອດ.
|
ຂຽນເມື່ອ: ມ.ນ.. 21, 2010
| ມີ
14 ຄຳເຫັນ
ແລະ
0 trackback(s)
ເພື່ອນໆເຄີຍຮູສຶກບໍ່ວ່າບາງເທື່ອເຮົານອນ 10 ຊົ່ວໂມງ ແລ້ວຍັງຮູ້ສຶກວ່າຢາກນອນ ອີກນອນເທົ່າໃດກໍ່ບໍ່ພໍຈັກເທື່ອຮ່າງກາຍກໍ່ບໍ່ສົດຊື່ນນັ້ນອາດເປັນ ເພາະເຮົານອນຫຼັບໆຕື່ນໆ ບໍ່ໄດ້ຫຼັບແບບສະໜິດເອີ້ນວ່າ: ຄຸນນະພາບຂອງການນອນຍັງບໍ່ດີພໍນັ້ນເອງ ໃນໄດອາຣີ່ຫົວຂໍ້ນີ້ ຈະມີວິທີການນອນ 10 ວິທີ ທີ່ນອນແລ້ວເປັນສຸກມາໃຫ້ເພື່ອນໆໄດ້ປະຕິບັດກັນ 1. ຈັດຫ້ອງໃຫ້ປອດໂປ່ງ, ອາກາດຖ່າຍເທໄດ້ສະດວກ, ບໍ່ຮ້ອນອົບເອົ້າ ຊຶ່ງຈະເຮັດໃຫ້ນອນຫຼັບ ສະບາຍ. 2. ຖ້າຫ້ອງມືດສະໜິດ ຮ່າງກາຍຈະຫຼັ່ງຮໍໂມນເມລານິນທີ່ຊ່ວຍໃຫ້ຫຼັບຂື້ນ ສະນັ້ນ ຄວນຈັດຫ້ອງ ນອນໃຫ້ມີຄວາມມືດຫຼາຍທີ່ສຸດ ປ່ຽນຜ້າກັ້ງສີອ່ອນໃຫ້ ເປັນສີເຂັ້ມຂື້ນທີ່ແສງເຂົ້າມາລົບກວນໜ້ອຍ. 3. ອົດການເບິ່ງໜັງສະຫຍອງຂວັນກ່ອນນອນ ເພາະມັນຈະເຮັດໃຫ້ຫຼັບຍາກຂື້ນ. 4. ເຂົ້ານອນໃຫ້ເປັນເວລາ ຈະເຮັດໃຫ້ຮ່າງກາຍລື້ງເຄີຍ ແລະ ຈະເຮັດໃຫ້ຮູ້ສຶກຢາກນອນເມື່ອ ເຖິງເວລານອນ. 5. ບໍ່ຄວນດື່ມກາເຟຫຼັງ 6 ໂມງແລງ ເພາະກາເຟຈະກະຕຸ້ນໃຫ້ເຮົ້າຮູ້ສຶກບໍ່ຢາກນອນ ແລະ ນອນບໍ່ຫຼັບ. 6. ດື່ມນ້ຳນົມອຸ່ນໆແກ່ອນເຂົ້ານນອ ໃນນົມຈະເຮັດໃຫ້ເຮົາຫຼັບສະບາຍ. 7. ບໍ່ຄວນຮັບປະທານອາຫານອີ່ມຈົນເກີນໄປກ່ອນເຂົ້ານອນ ຈະເຮັດອາການເຈັບສຽບ, ອຶດອັດ, ແໜ້ນທ້ອງ ແລະ ຈະເຮັດໃຫ້ນອນບໍ່ຫຼັບ. 8. ບໍ່ຄວນທານອາຫານສຸກດິບໆ ຫຼື ອາຫານທີ່ເສາະທ້ອງ ເພາະຈະເຮັດໃຫ້ຮູ້ສຶກປັ່ນປ່ວນ ໃນກະເພາະອາຫານ ແລະ ລຳໄສ້ໄດ້. 9. ອາບນ້ຳອຸ່ນໆກ່ອນນອນ ແຕ່ໃຫ້ເອົານ້ຳອຸ່ນພໍດີ ເພາະຖ້າອາບນ້ຳທີ່ຮ້ອນຫຼາຍກ່ອນເຂົ້ານ ອນຈະເຮັດໃຫ້ຫຼັບຍາກ ເພາະຈະເຮັດໃຫ້ອຸນຫະພູມຮ່າງ ກາຍປັບສູງຂື້ນ. 10. ຖ້ານອນບໍ່ຫຼັບໃຫ້ປ່ອຍຈິດໃຫ້ສະຫງົບ ຫຼື ບໍ່ກໍ່ຈິນຕະນາການເຖິງບັນຍາກາດທີ່ແສນສະບາຍ. ( ຄັດມາຈາກ ວາລະສານຂວັນໃຈ ສະບັບທີ່ 30 )
|
ຂຽນເມື່ອ: ມ.ນ.. 12, 2010
| ມີ
17 ຄຳເຫັນ
ແລະ
0 trackback(s)
ໃນປະຈຸບັນ ມີຫຼາຍຄົນທີ່ບໍ່ຄ່ອຍມີເວລາໄດ້ພັກເຕັມ 8 ຊົ່ວໂມງ ອັນເນື່ອງມາຈາກການຫຍຸ້ງນຳວຽກຕ່າງໆທັງວຽກໃນຫ້ອງການ, ເລື່ອງສ່ວນຕົວ, ຄອບຄົວ ແລະ ອື່ນໆອີກ. ໃນໄດອາຣີ່ຫົວຂໍ້ນີ້ຈະແນະນຳວິທີການພັກຜ່ອນໃຊ້ເວລາພຽງ 1 ຊົ່ວໂມງ ແຕ່ຮູ້ສຶກວ່າໄດ້ພັກຜ່ອນເຖິງ 8 ຊົ່ວໂມງດັ່ງນີ້: ກ່ອນອື່ນໃຫ້ທ່ານນອນໃນທ່າຫງາຍໃຫ້ຫຼັງລຽບກັບພື້ນ ແຕ່ບໍ່ແມ່ນນອນກັບພື້ນ( ນອນແບບບໍ່ມີໝອນຮອງຫົວ ) ແລ້ວໃຫ້ ຈ່າງຂາອອກພໍປະມານ ຫຼັງຈາກນັ້ນ ໃຫ້ວາງແຂນລົງທັງສອງຂ້າງ ແລ້ວຈ່າງແຂນອອກພໍປະມານແລ້ວກະຫຼັບຕາ. ການພັກຜ່ອນ ແບບນີ້ຈະໄດ້ຜົນດີທີ່ສຸດແມ່ນຄວນພັກຜ່ອນໃນຊ່ວງເວລາ 10:00 ຫາ 14:00 ໂມງ. ຂ້າພະເຈົ້າກະໄດ້ທົດລອງປະຕິບັດຕາມຮູ້ສຶກ ວ່າໄດ້ຜົນດີ ແລະ ຮູ້ສຶກສະບາຍຕົວຂື້ນ ທຸກວັນນີ້ກໍ່ຍັງປະຕິບັດຢູ່. ຫາກບຸກຄົນໃດນຳໄປປະຕິບັດ ແລະ ໄດ້ຜົນເປັນແບບໃດ ກະມາເລົ່າສູ່ກັນຟັງເດີ. ( ຮູ້ມາຈາກ ອາຈານທີ່ເພິ່ນອ່ານພົບໃນວາລະສານໃນຕ່າງປະເທດແລ້ວມາບອກໃຫ້ຮູ້ຈັກ)
|
|
|