ຂຽນເມື່ອ: ທ.ວ.. 2, 2010
| ມີ
5 ຄຳເຫັນ
ແລະ
0 trackback(s)
ໃນສະໄໝກ່ອນຢູ່ນະຄອນພະລານະສີ ມີຄອບຄົວໜຶ່ງຊຶ່ງມີອ້າຍນ້ອງສາມຄົນໄດ້ດຳລົງຊີວິດຮ່ວມກັນ. ພາຍຫຼັງທີ່ພໍ່ແມ່ເຂົາເຈົ້າໄດ້ຕາຍໄປ ອ້າຍກົກກໍ່ເປັນຜູ້ເບີ່ງແຍງຄອບຄົວ. ເຂົາເຈົ້າໄດ້ພ້ອມກັນອອກເຫື່ອເທແຮງ ເພີ່ມພູນຜະລິດຜົນຈົນມີຊື່ວ່າ “ຄອບຄົວເລົ້າເຂົ້າຫຼວງ“ ຍ້ອນແນວນັ້ນພວກໂຈນຈຶ່ງມາປອງລັກເຂົ້າ ແລະ ຄວາຍ, ສາມອ້າຍນ້ອງສາມັກຄີກັນ ປ້ອງກັນເປັນຢ່າງດີ, ໂຈນທີ່ມາປອງລັກນັ້ນຕ້ອງພ່າຍໜີໄປ.
ຢູ່ມາມື້ໜຶ່ງນ້ອງຊາຍຫຼ້າໄດ້ເຊື່ອຟັງໂຈນຜູ້ໜຶ່ງ ກໍ່ມີແນວຄິດຂັດແຍ້ງກັນ ແລະ ຢາກພາເມຍຂອງຕົນອອກເຮືອນຕ່າງຫາກ. ມື້ໜຶ່ງອ້າຍນ້ອງທັງສາມໄດ້ແບ່ງນາທີ່ພໍ່ແມ່ປະໄວ້ນັ້ນ, ອ້າຍກົກໄດ້ຫງ່ວມເຫງົາເສົ້າໂສກພ້ອມທັງຮ້ອງໄຫ້ ເມື່ອເຫັນງ່າໄມ້ງ່າໜຶ່ງຢູ່ໜ້າເຮືອນແຫ່ວແຫ້ງລົ່ນລົງດິນ, ນ້ອງທັງສອງເຫັນສະພາບຂອງອ້າຍຈຶ່ງຖາມວ່າ ” ກົກໄມ້ນັ້ນມັນມີອັນໃດທີ່ພາໃຫ້ອ້າຍຮ້ອງໄຫ້?“ ອ້າຍກົກຕອບວ່າ: “ແຕ່ກ່ອນງ່າໄມ້ທີ່ຖຶກແຫ່ວແຫ້ງນີ້ມັນຂຽວງາມດີ, ມັນມີຊີວວິດຄືກັນກັບງ່າອື່ນ, ພ້ອມກັນສົ່ງພືດຜົນຄວາມເຢືອກເຢັນມາສູ່ຄອບຄົວເຮົາ; ມາເຖິງດຽວນີ້ຄວາມແຫ່ວແຫ້ງຂອງມັນເກີດຂື້ນ ຍ້ອນມີບົ້ງເຈາະລຳຕົ້ນຂອງມັນ, ກິ່ງກ້ານສາຂາໃກ້ຈະລົ່ນອອກຈາກລຳມັນແລ້ວ; ມັນກໍ່ປຽບເໝືອນນ້ອງຊາຍຫຼ້າຮ່ວມທ້ອງແມ່ດຽວທີ່ຈະຈາກພວກເຮົາໄປ ໃນເວລານີ້. ຄິດເຖິງບ່ອນນີ້ຈຶ່ງພາໃຫ້ອ້າຍຮ້ອງໄຫ້ເພາະເປັນຫ່ວງນຳຄອບຄົວ.
ນ້ອງຊາຍຫຼ້າສະເດີດຂື້ນ ເພາະຮູ້ຄວາມຜິດຂອງຕົນ ແລະ ກໍ່ຮ້ອງໄຫ້ຕາມກັນຍ້ອນເຫັນຄວາມຜິດພາດ. ແຕ່ນັ້ນເຂົາເຈົ້າກໍ່ໄດ້ປຸ້ມລຸມກັນສ້າງສາ ແລະ ຂະຫຍາຍການເພີ່ມພູນຈົນໄດ້ກາຍເປັນຄອບຄົວແບບຢ່າງ.