ເທິງໂຕະຫນ່ວຍໜື່ງ ມີຈິກຊໍວາງກະຈັດກະຈາຍກັນ ຍັງບໍ່ມີສ່ວນໃດຖືກປະກອບກັນ
ທີ່ມຸມໂຕະດ້ານໜື່ງມີຈິກຊໍ 2 ອັນນອນສະຫງົບນິ້ງຢູ່ໃກ້ໆກັນ ລວດລາຍຂອງທັງສອງເປັນສີຟ້າອ່ອນໃນຍາມເຊົ້າຄືກັນ ຄ້າຍໆວ່າຈະເປັນຈິກຊໍທີ່ຢູ່ຂ້າງກັນໃນຮູບທີ່ສົມບູນ
ຈິກຊໍທັງ 2 ຕົວຈື່ງຄ່ອຍໆເຄື່ອນທີ່ເຂົ້າຫາກັນ, ເລີ່ມໝູນຕົວຊ້າໆ ພະຍາຍາມຫາມູມທີ່ຈະປະສານກັບອີກຝ່າຍໃຫ້ເປັນໜື່ງດຽວກັນ
ໃຊ້ສ່ວນໃຊ້ສ່ວນຫຼຸບຂອງເຮົາ ໄປສອດກັບສ່ວນໂຄ້ງຂອງເຂົາ , ຫາສ່ວນແວ່ງຂອງເຂົາ ມາຮັບສ່ວນເກີນຂອງເຮົາ...................
ທັງຄູ່ພະຍາຍາມຢູ່ແບບນັ້ນ...................
ເວລາຜ່ານໄປຫຼາຍວັນ ຈິກຊໍທັງ 2 ພະຍາຍາມຢ່າງເຕັມທີ່ ທີ່ຈະຕໍ່ກັນໃຫ້ສະນິດ ມູມນີ້ມູມນັ້ນ ຫຼຽມນີ້ຫຼຽມນັ້ນ ທີ່ພະຍາຍາມປະສານ
ແຕ່ກໍ່ບໍ່ມີຄັ້ງໃດເລີຍຈະຕໍ່ກັນຢ່າງສະນິດແຈບ
ສຸດທ້າຍຈິກຊໍໂຕໃຫຍ່ຈື່ງຍອມແພ້ ເຄື່ອນຕົວຈາກໄປ...........................
ຈິກຊໍໂຕນ້ອຍ ກໍ່ຮ້ອງໄຫ້ດ້ວຍສຽງໂສກເສົ້າ
"ເຈົ້າຊິໄປໃສ ຂ້ອຍເຮັດຜິດຫຍັງ ເຈົ້າຈື່ງຕ້ອງຈາກໄປ ຂ້ອຍບໍ່ດີບ່ອນໃດ ເປັນຫຍັງ...ຕ້ອງຍອມແພ້ແບບນີ້ ເຈົ້າບໍ່ອີຕົນຂ້ອຍແດ່ຫວາ ຫຼື ບໍ່ເສຍດາຍວັນເວລາທີ່ເຮົາພະຍາຍາມຕໍ່ປະສານໃຫ້ເປັນອັນໜື່ງອັນດຽວກັນຫວາ"
ຈິກຊໍໂຕໃຫຍ່ຫັນກັບມາດ້ວຍສີໜ້າທີ່ເຈັບປວດ ແລະ ເວົ້າວ່າ:
" ເປັນຫຍັງເຈົ້າຈື່ງຄິດວ່າເຈົ້າຜິດ ການທີ່ເຮົາຕໍ່ເປັນອັນດຽວກັນບໍ່ໄດ້ ມັນບໍ່ແມ່ນຄວາມຜິດຂອງເຈົ້າ
ມັນບໍ່ແມ່ນຄວາມຜິດຂອງຂ້ອຍ ພຽງເພາະວ່າເຮົາບໍ່ໄດ້ເປັນຈິກຊໍທີ່ອອກແບບມາໃຫ້ຢູ່ຂ້າງກັນເທົ່ານັ້ນ ແລະ ຂ້ອຍກໍ່ກຳລັງຍອມຮັບມັນດ້ວຍຄວາມເຈັບປວດ.........
ຂ້ອຍເສຍໃຈທີ່ເຮັດໃຫ້ເຈົ້າເຈັບຊ້ຳາ ຈາກກການທີ່ເຮົາພະຍາຍາມດັດຕົວເອງໃຫ້ປະສານກັບອີກຝ່າຍ ແຕ່ກໍ່ຄົງຈະຮູ້ ວ່າຂ້ອຍກໍ່ເຈັບຊໍ້າບໍ່ຕ່າງກັບເຈົ້າເລີຍ..........
ເວລາ ແລະ ຄວາມພະຍາຍາມຂອງເຮົາມັນບໍ່ໄດ້ເສຍໄປລ້າໆດອກ ເພາະຢ່າງໜ້ອຍ ມັນກໍ່ເຮັດໃຫ້ເຮົາຮູ້ວ່າ ສ່ວນໂຄ້ງຂອງເຮົາມັນໂຄ້ງເທົ້າໃດ, ສ່ວນຫຼຸບຂອງເຮົາເລິກເທົ່າໃດ
ແລະ ເຮົາຄວນຈະຫາຈິກຊໍຮູບຮ່າງແບບໃດ
ມາເຕີມເຕັມຊ່ອງວ່າງທີ່ເຮົາຂາດໄປ ...................ຈົ່ງຮ້ອງໃຫ້ຢູ່ບ່ອນນັ້ນ ແລະ ຖິ້ມຄວາມໂສກເສົ້າທັງໝົດໄວ້ບ່ອນນັ້ນ
ເມື່ອເຮົາແຂງແຮງດີແລ້ວ ເຈົ້າຈື່ງຕາມຫາຈິກຊໍໂຕທີ່ຖືກສ້າງມາຢູ່ຂ້າງໆເຈົ້າຢ່າງແທ້ຈິງ............... ເຖິງມື້ນັ້ນເຈົ້າຄົງຈະເຂົ້າໃຈໃນສິ່ງທີ່ຂ້ອຍເວົ້າໃນມື້ນີ້"
ຈິກຊໍໂຕໃຫຍ່ຈາກໄປແລ້ວ ແຕ່ເລື່ອງລາວຍັງດຳເນີນຕໍ່ໄປ.........ຮອຍເຈັບຊໍ້າ ແລະ ສຽງຮ້ອງໄຫ້ຂອງໂຕຈິກຊໍຫຼວງຫຼາຍຍັງຄົງດັງຈາກທົ່ວທຸກຈຸດເທິງໂຕະ................
ສຸດທ້າຍແລ້ວ ຈິກຊໍພາບທີ່ຊື່ຄວາມຮັກນີ້ ຈະຖືກປະກອບເປັນພາບທີ່ສົມບູນງົດງາມຫຼືບໍ່.............ບໍ່ມິໃຜຮູ້
ແລະ ເຖິງຕອນນີ້ ຈິກຊໍໂຕນ້ອນຜູ້ໜ້າສົງສານໂຕນັ້ນ ຈະເຂົ້າໃຈສິ່ງທີ່ຈິກຊໍໂຕໃຫຍ່ເວົ່າ ຫຼື ບໍ່............ບໍ່ມີໃຜຮູ້
ຍິ່ງໄປກວ່ານັ້ນ ຄຳເວົ້າຂອງຈິກຊໍໂຕໃຫຍ່ທັງໝົດ ຄືຄວາມຈິງ ຫຼື ເປັນພຽງຂໍ້ແກ້ໂຕ.........ຍິງບໍ່ມີໃຜຮູ້
ແລະຂ້ອຍເອງກໍ່ຍັງຍອມຮັບມັນບໍ່ໄດ້ ແລະ ກຳລັງພະຍາຍາມເຂົ້າໃຈເຫດຜົນຂອງລາວ