ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 24, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

Picture@Bailane.com
ຖ້າເວົ້າເລື່ອງເວລາແລ້ວ ກໍ່ຄົງເປັນສິ່ງທີ່ໜ້ອຍຄົນ ຈະຫັນມາສັງເກດ ທັງນີ້ກໍ່ເນື່ອງຈາກ ວຽກທີ່ຫຍຸ້ງ ,ບິບບັງຄັບໃຫ້ຕ້ອງເດີນຕໍ່ເພື່ອໄດ້ ມາເຊິ່ງ ປັດໄຈ ລ້ຽງຊີບ ເຮັດໃຫ້ຫຼາຍຄັ້ງຕ້ອງຫງຸດຫງິດ ກັບຫຼາຍໆສິ່ງ ກຳລັງກະທຳຢູ່ ແລະ ເຖິງແມ່ນວ່າ ສິ່ງທີ່ເຮັດຢູ່ຈະເຮັດໃຫ້ ເສຍ ອາລົມ ແຕ່ກໍ່ເປັນສິ່ງທີ່ຫຼີກລ່ຽງໄປ ບໍ່ໄດ້ ຈິ່ງເຮັດ ໃຫ້ສິ່ງເຫຼົ່ານີ້ເຂົ້າມາບີບບັງຄັບ ໃຫ້ພຶດຕິກຳຂອງຄົນປ່ຽນແປ່ງໄປ ໃນແຫງ່ໜຶ່ງເບິ່ງ ຄືວ່າ ເຮົາເປັນຜູ່ໃຫຍ່ ຫຼາຍຂຶ້ນເພາະ ເປັນຜູ່ທີ່ຮູ້ຈັກ ເອົາໃຈໃສ່ຕໍ່ວຽກງານ ແຕ່ໃນແຫງ່ ໜຶ່ງກໍ່ເປັນຄົນ ທີ່ຈິງຈັງ ຂຶງຂັງ ໃຊ້ອາລົມ ກັບຄົນ ອ້ອມຂ້າງ ແລະ ພຶດຕິກຳດັງກ່າວຈະນຳໄປສູ່ ການປ່ຽນແປງຂອງ ອຸປະນິໃສ ຄື ນິໃສເດີມ ບາງຄົນ ໃຫ້ຄຳເຫັນວ່າ ວຽກເຮັດໃຫ້ຄົນເປັນຜູ່ ໃຫຍ່ຂຶ້ນ,ການເປັນ ຜູ່ໃຫຍ່ ບໍ່ໄດ້ໝາຍຄວາມວ່າທ່ານຈະຕ້ອງເຂັ່ງຂຶມ ຈິງຈັງ ໃນທຸກເລື່ອງ ແຕ່ການເປັນຜູ່ໃຫຍ່ ຈຳເປັນຕ້ອງໃຊ້ເຫດ ແລະ ຜົນ ຫຼາຍຂຶ້ນໃນ ການພິດຈາລະນາເລື່ອງຕ່າງໆ ,ດັ່ງນັ້ນແລ້ວ ເຫດທີ່ ເຮັດໃຫ້ຕ້ອງເຮັດວຽກໜັກກໍ່ຄື ຕ້ອງການຫາເງິນໃຫ້ໄດ້ ພໍ່ໃຊ້ ,ມີສ່ວນອອມ ເກັບໄວ້ກໍ່ສ່ວນໜຶ່ງ ເມື່ອມີເງີນ ກໍສາມາດເຮັດ ໃຫ້ຖານະຄອບຄົວໝັ້ນຄົງ ,ສາມາດຊື້ໃນສິ່ງທີ່ຕ້ອງການ ແຕ່ໃນເມື່ອເຮົາຍັງຫາເປົ້າໝາຍທີ່ແທ້ ຈິງບໍ່ໄດ້ ກໍ່ບໍ່ອາດທີ່ຈະບັນລຸເຖິງສິ່ງທີ່ຕ້ອງການໄດ້ ດັ່ງນັ້ນແລ້ວ ຈິ່ງຢາກຈະເວົ້າວ່າ ການມີເງິນຫຼາຍ ບໍ່ໄດ້ເຮັດໃຫ້ ຄົນມີສຸຂະພາບດີ ການທີ່ເຮົາມີເງິນຫຼາຍ ບໍ່ໄດ້ເຮັດໃຫ້ເຮົາມີຄວາມສຸກຢ່າງສົມບູນ ແຕ່ການມີສຸຂະພາບກາຍທີ່ດີ ຕ້ອງໄດ້ຈາກການ ອອກຳລັງ ກາຍ ແລະ ການມີສຸຂະພາບໃຈທີ່ດີ ໄດ້ຈາກການອອກກຳລັງໃຈ ສິ່ງເຫຼົ່ານີ້ ສ້າງໄດ້ ໂດຍການໃຫ້ເວລາກັບຊີວິດ ຫັນມາຄິດ ຮັກສາສຸຂະພາບກາຍ ແລະ ໃຈ ເຮັດໃຫ້ສຸກໄດ້ ໂດຍບໍ່ຈຳເປັນຕ້ອງເປັນເສດຖີລວຍດັ່ງເຂົາ.

  • ອັນເວລາ........ນະທີ.................ທີ່ໄຫຼລັບ

ບໍ່ໄຫຼກັບ..................ຫວນຄືນ...........ໃຫ້ຂຶ່ນຂົມ


ສິ່ງໃດທຸກ ................ຈົ່ງປ່ວຍໄປ..........ຢ່າຊື່ນຊົມ


ຢ່າມົວດົມ.................ຄວັນພິດ............ໃຫ້ຈິດໝອງ


  • ຈົ່ງໝັ່ນສ້າງ.........ກຸສົນ................ຂຶ້ນດົນຈິດ

ເປັນເຂັມທິດ.................ນຳໄປ...............ໃນທາງສຸກ


ເມື່ອຜິດຫວັງ.................ມື່ນລົ້ມ..............ຈະໄດ້ລຸກ


ດ້ວຍຄວາມສຸກ...............ສົ່ງໃຫ້...............ໄດ້ມີທັມ


  • ອອກກຳລັງ...........ທາງກາຍ...........ຕ້ານໄພໂຣກ

ຝ່າຍທຸກໂສກ.................ໃຫ້ຂະຫຍັນ..........ໝັ່ນຝຶກຝົນ


ອອກກຳລັງ...................ທາງໃຈ..............ໄວ້ຊ່ວຍຕົນ


ເກີດເປັນຄົນ..................ຖ້າເຮັດຄົບ...........ພົບສຸກແລ



ຂຽນເມື່ອ ຂຽນເມື່ອ: ມ.ສ.. 2, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ມີຜູ່ຊາຍຄົນໜຶ່ງຊື່ວ່າ: ສູນທອນ ລາວຜິດຫວັງກັບບັນຫາຊີວິດ ສ່ວນໜຶ່ງກໍ່ແມ່ນ ຄວາມທຸກແລະສ່ວອຶ່ນໆອີກຫຼາຍບັນຫາ ກໍ່ເລີຍ ອອກໄປປັບທຸກນອກຍ້ານ ..ໄປດື່ມເຫຼົ້າກັບສ່ຽວ ຮັກສ່ຽວແພງ ທຸກໆວັນລາວເຮັດຢູ່ແນວນັ້ນ ຈົນມາຮອດວັນໜຶ່ງ ຫຼັງຈາກ ເມົາກັບມາຮອດ ເຮືອນກໍ່ເລີຍກັບມາເຫັນແມ່ ກົ້ໆໆເງີຍໆໆ ຢູ່ທີ່ເສົາໄຟຟ້າ ..ລາວກໍ່ເລີຍຖາມແມ່ວ່າ: ແມ໋ໆໆ...ອີແມ່ ເຮັດຫຍັງຢູ່ຄ່ຳປານນີ້ແລ້ວເປັນຫຍັງບໍ່ເຂົ້າໄປນອນ ??? ແມ່ກໍ່ເລີຍຕອບກັບວ່າ: ກຳລັງຫາຂອງຢູ່ລູກ..ທ້າວສູນທອນຖາມກັບ ຫາອີຫຍັງເດີກປານນີ້ ເຮ່ຍຢູ່ໃສລະມາໆໆສິຫາຊ່ວຍ..

ແມ່ກໍ່ຕອບກັບໄປວ່າ:ຫາແຫວນໝັ້ນທີ່ພໍ່ໂຕໃຫ້ນະ ເຮ່ຍຢູ່ໃນເຮືອນພຸ້ນນະ....ດ້ວຍຄວາມສົງໃສສູນທອນຖາມກັບທັນທີ ,ເຮ່ຍຢູ່ເຮືອນເປັນຫຍັງຈິ່ງມາຫາຢູ່ນອກພີ້ ...??ແມ່ຕອບກັບໄປວ່າ:ຢູ່ໃນເຮືອນມັນມືດ ກະເລີຍອອກມາຫາຢູ່ນອກ ມັນສະຫວ່າງດີ..     ພໍສູນທອນໄດ້ຟັງແມ່ເວົ້າ ກໍ່ຢຸດຄິດໄປວຶດໜຶ່ງ..

ແລ້ວຄິດໄດ້ວ່າ:ເຮົາໄປ ດື່ມເຫຼົ້ານີ້ບໍ່ໄດ້ຊ່ວຍຫຍັງເດ.  .ມີແຕ່ເຮັດໃຫ້ໂຕເສຍສຸຂະພາບ ,ເສຍເງິນ..

 

..ຄິດແນວໃດກ່ຽວກັບເລື່ອງນີ້?????

ຂຽນເມື່ອ ຂຽນເມື່ອ: ມ.ນ.. 30, 2011 | ມີ 1 ຄຳເຫັນ ແລະ 0 trackback(s)

       ມີນັກຂຽນບາງທ່ານ ໄດ້ປຽບບັນຫາຕ່າງໆທີ່ເກີດຂຶ້ນ ຄືດັ່ງຢາທີ່ຂົມເຝື່ອນ ເປັນຍາກທີ່ຈະກືນກິນເພື່ອຮັກສາ ແຕ່ກໍ່ເປັນສິ່ດີທີ່ວ່າຢາມີໄວ້ຮັກສາໂຣກ ໂດຍສະເພາະໂຣກທໍ້ໃຈທີ່ສາມາດເກີດຂື້ນກັບຄົນ ຫຼາຍຄົນໃນສັງຄົມ ເມື່ອໃດທີ່ຍັງມີການເຄື່ອນໄຫວວຽກງານກໍ່ໝາຍຄວາມວ່າໂອກາດທີ່ຈະມີຄວາມຜິດຍ່ອມມີຢູ່ສະເໝີ  .ຢ່າງໃດກໍ່ຕາມການກິນຢາທີ່ຂົມຍັງບໍ່ສາມາດປຽບກັບ ການທີ່ຕ້ອງພົບກັບບັນຫາ  ເພາະການກິນພຽງ ຮັກສາໂຣກເທົ່ານັ້ນ ແຕ່ການທີ່ຕ້ອງພົບກັບບັນຫາຍິ່ງເປັນສິ່ງທີ່ຍາກກວ່າ ແຕ່ກໍ່ຍັງດີກວ່າທີ່ເຮົາຈະມາຍຸດ ຫຼື ຫຼົບບັນຫານັ້ນໄປໂດຍບໍ່ສົນໃຈ    ,ຖ້າເມື່ອໃດທີ່ເຮົາຫັນມາແກ້ບັນຫາແລ້ວ ມັນກໍ່ເໝືອນວ່າເຮົາມາດກ້າວຂຶ້ນຂັ້ນໃດໄປອີກຂັ້ນໜຶ່ງ ເຊິ່ງເປັນຂັ້ນໃດທີ່ເຮົາຈະບໍ່ຖອຍຫຼັງກັບມາອີກໃນຄວາມຜິດອັນເກົ່າ. ນັກທຸລະກິດທີ່ເຄີຍແຕ່ປະສົ ຜົນສັມເລັດຕ່າງກໍ່ຕ້ອງພົບກັບບັນຫາຫຼາຍໆຢ່າງ           ສະນັ້ນແລ້ວເຮົາເຄີຍໄດ້ຫຼາຍຄົນເມື່ອພົບກັບບັນຫາແລ້ວ  ກັບມີຄວາມເຊື່ອວ່າເປັນເພາະວາດສະໜາບໍ່ດີ ຖ້າເປັນເພາະວາສະໜາແທ້ເຮົາກໍ່ຕ້ອງໄປແກ້ໄຂທີ່ຕົວວາສະໜາ ແລ້ວຖາມວ່າສະໜາຂອງ ເຮົາໃຜເປັນຜູ່ສ້າງ ຫຼືວ່າມີເທວະດາ ,ນາງຟ້າ ແຕ່ຖ້າວາສະໜາຊ່ວຍເຮົາໄດ້ແທ້ ເຮົາລອງບໍ່ເຮັດຫຍັງເບິ່ງ ແລ້ວຊິຮູ້ວ່າຕົວວາສະໜານັ້ນຢູ່ໃສ ..ສຳລັບໂຕຜູ່ຂຽນເອງວາສະໜາກໍ່ຄືໂຕເຮົາເອງ ,ໂຕເຮົາເອງເປັນ ຄົນກຳນົດວາສະໜາ ສະນັ້ນແລ້ວຢາກຈະເວົ້າວ່າວາສະໜາບໍ່ໄດ້ສ້າງຄົນ,ວາສະໜາບໍ່ໄດ້ເຮັດໃຫຄົນບາງຄົນມີການສຶກສາ,ວາສະໜາ ບໍ່ໄດ້ເຮັດໃຫ້ຄົນບາງຄົນມີວຽກເຮັດ ,ເປັນໂຕຂອງເຮົາເອງຄື ໂຕກຳນົດວາສະໜາ.