 ຂຽນເມື່ອ: ສ.ຫ.. 27, 2011
| ມີ
3 ຄຳເຫັນ
ແລະ
0 trackback(s)
+ ນຶກໄວ້ສະເໝີວ່າ ການຢາກຮ້າຍພຽງແຕ່ 1 ນາທີ ຈະເຮັດໃຫ້ຄວາມທຸກຢູ່ກັບເຮົາ ເຖິງ 1 ຊົ່ວໂມງ + ຖ້າຍິ້ມໃຫ້ກັບຄົນທີ່ຢູ່ໃນແວ່ນ ເຂົາກໍຈະຍິ້ມຕອບກັບທຸກໆຄັ້ງ. + ຄວນຝຶກຫັດເວົ້າຄຳວ່າ “ບໍ່ເປັນຫຍັງ“ ໃຫ້ລຶ້ງປາກ ດີກວ່າການເວົ້າຄຳວ່າ “ຈະເອົາຫຍັງອີກ“ + ກ່ອນຈະຊືຫຍັງກໍຕາມ ຄວນຄຳນຶງເຖິງຫາຜົນປະໂຫນດຂອງມັນກ່ອນຢ່າງນ້ອຍ 3 ຢ່າງ. + ຈົ່ງເລືອກໃຫ້ຂອງຂວັນອກ່ຄົນທີ່ບໍເຄີຍໄດ້ ດີກວ່າມອບໃຫ້ຄົນທີ່ເຄີຍໄດ້ຫລາຍຈົນຈຳຊື່ບໍ່ໄດ້ວ່າໃຜຊື້ໃຫ້. + ພະຍາຍາມອ່ານໜັງສືທຸກຊະນິດ(ທຸກເຫລັ້ມ)ໃນມືຂອງທ່ານໃຫ້ຈົບ ເຖິງແມ່ນວ່າບໍ່ມ່ວນ ແຕມັນມີປະໂຫຍດແອບແຝງຢູ່. + ຮູ້ບໍ ດອກໄມ້ທີ່ບານຢູ່ກັບຕົ້ນ ແນວໃດກໍຢູ່ໄດ້ດົນກວ່າດອກໄມ້ທີ່ຢູ່ໃນໂຖ. + ຜິດຖຽງກັບໃຜໆພ້ອມກັບຮອຍຍິ້ມ ເລື່ອງລາວຈະຈົບງ່າຍກວ່າທີ່ຄິດ. + ເອົາຮູບຕົວເອງຕອນຍັງນ້ອຍໆມາເບິ່ງຕອນທີ່ເຮົາຄຽດ ອາລົມຈະດີຂຶ້ນຢ່າງບໍ່ນ້າເຊື່ອ. +ຄ່ອຍໆຍ່າງຖອດໜ່ອງສະບາຍໆໃນວັນທີ່ບໍມີທຸລະຫຍັງໃຫ້ຕ້ອງໄປສະສາງ. + ນັ່ງສະມາທິດົນໆ ແລະເລື້ອຍໆ ຈະເຮັດໃຫ້ຜິວໜັງງາມຂຶ້ນໄດ້ຄືກັນ. + ອ່ານໜັງສືເຫລັ້ມໂປດ ເປັນການເຕີມນ້ຳມັນໃຫ້ຕົວເອງຢ່າງດີ. + ກ່ອນຈະດ່າໃຜ ໃຫ້ນັບ 1 ເຖິງ 50 ເຜີໆອາດຈະບໍຢາກດ້າແລ້ວກໍໄດ້. + ເຖິງບໍ່ມີເງິນຈັກກີບຢູ່ໃນຖົງ(ກະເປົາ) ກໍຍັງດີກວ່າບໍ່ມີເສື້ອຜ້າໃຫ້ນຸ່ງຫົ່ມ. + ທຸກຄົນໄດ້ຍິນສິ່ງທີ່ເຈົ້າເວົ້າ ເພື່ອນທົ່ວໄປໄດ້ຍິນສິ່ງທີ່ເຈົ້າເວົ້າ ແຕ່ເພື່ອນແທ້ຮັບຟັງຄວາມຮູ້ສຶກທີ່ເຈົ້າບໍ່ເວົ້າອອກມາ. + ຢ່າເຮັດໜ້າບູດບຶງ ເພາະເຈົ້າບໍ່ຮູ້ວ່າ ມີໃຜກຳລັງແອບຊື່ນຊົມຮອຍຍິ້ມຂອງເຈົ້າຢູ່. + ຖ້າເຈົາມົວແຕ່ຕັດສິນຜູ້ອື່ນ ເຈົ້າຈະບໍ່ມີເວລາຮັກ ແລະເຂົ້າໃຈພວກເຂົາ. + ຈົ່ງມີຈິດໃຈດີຕໍ່ຜູ້ອື່ນ ເພາະວ່າທູກຄົນທີ່ເຈົ້າພົບກຳລັງຕໍ່ສູ້ກັບບັນຫາທີ່ໜັກກວ່າເຈົ້າທີ່ກຳລັງພົບຢູ່...ຂອບໃຈຂໍ້ມູນຈາກ ******.com/profiles/blogs/how-to-be-happy
|
 ຂຽນເມື່ອ: ສ.ຫ.. 27, 2011
| ມີ
4 ຄຳເຫັນ
ແລະ
0 trackback(s)
ທ່ານເຄີຍສົງໄສຕົນເອງບໍ່ວ່າ ເປັນຫຍັງຈິ່ງໄດ້ມີອາການຢາກນອນຕະຫລອດເວລາ ບໍ່ວ່າຈະເຮັດຫຍັງກໍ່ຕາມ ມື້ນີ້ມີຄວາມຮູ້ກ່ຽວກັບອາຫານທີ່ຮັບປະທານເຂົ້າໄປແລ້ວເຮັດໃຫ້ ຢາກນອນມາຝາກກັນ ເຊິ່ງອາຫານທີ່ວ່ານີ້ມີດັ່ງຕໍ່ໄປນີ້.

1 ກ້ວຍ: ເປັນຫມາກໄມ້ທີ່ໃຫ້ ພະລັງງານຢ່າງວ່ອງໄວຊ່ວຍກຳຈັດຄວາມເຄັ່ງຄຽດ, ຮໍໂມນເຊໂຣໂທນິນ ແລະ ນໍເອພີເນຟຣິນ ຈາກຫມາກກ້ວຍຈະຊ່ວຍເຮັດໃຫ້ຮ່າງກາຍຫລັ່ງສານຮໍໂມນແຫ່ງຄວາມສຸກ ແຕ່ຖ້າຮັບປະທານຫມາກກ້ວຍຫລາຍເກີນໄປ ຈະເຮັດໃຫ້ຮູ້ສຶກຂີ້ຄ້ານ ແລະ ບໍ່ຢາກເຄື່ອນໄຫວຮ່າງກາຍໄປໃສເຮັດໃຫ້ຢາກນອນເທົ່ານັ້ນ. 2 ກາເຟ: ດື່ມກາເຟຕອນເຊົ້າ ໂດຍທີ່ກະເພາະອາຫານຍັງວ່າງເປົ່າຈະເຮັດໃຫ້ຮູ້ສຶກຢາກນອນເພາະ ຫລັງຈາກດື່ມກາເຟໄດ້ 30ນາທີ ສານກາເຟອິນຈະເຂົ້າໄປໃນກະແສເລືອດ ແລະ ໄປທີ່ສະຫມອງສົ່ງຜົນໃຫ້ອອກຊີເຈນທີ່ສົ່ງໄປສະຫມອງຖືກ ຂັດຂວາງແລ້ວອາການຢາກນອນກໍ່ຕາມມາ. 3 ເຂົ້າຫນົມປັງຂາວ ແລະ ເຂົ້າຂາວ: ອາຫານທຸກຊະນິດນີ້ ເຮັດມາຈາກແປ້ງ ເມື່ອຮັບປະທານເຂົ້າໄປຈະເຮັດໃຫ້ຢາກນອນ, ຍ້ອນວ່າມັນເປັນຄາໂບໄຮເດດຮີບດ່ວນ ຈິ່ງເຮັດໃຫ້ຕັບ ອ່ອນຕ້ອງຫລັ່ງສານອິນຊູລິນອອກມາຫລາຍ ຈິ່ງເຮັດໃຫ້ນ້ຳຕານໃນເລືອດສູງຂຶ້ນ ແລະ ເຮັດໃຫ້ຢາກນອນ. 4 ຖົ່ວເປືອກແຂງ: ມີກາກໃຍອາຫານຫລາຍ ເຊິ່ງຈະໄປຢຸດຂະບວນການຍ່ອຍອາຫານ ແລະ ຍັງຖືກສົ່ງຕໍ່ໄປຫາລຳໄສ້ໃຫຍ່ໂດຍບໍ່ຍ່ອຍ ແລະ ກະຕຸ້ນແບດທີເລຍໃນລຳໄສ້ໃຫຍ່ທີ່ມີ ຫນ້າທີ່ຈັດການກັບກາກໃຍອາຫານ ຜົນກໍ່ຄືເຮັດໃຫ້ທ້ອງເບັງ ແລະ ຢາກນອນ ໂດຍສະເພາະຖ້າຮັບປະທານປະສົມກັບເກືອກໍ່ຈະທຳລາຍວິຕາມິນບາງ ຊະນິດເຊັ່ນ: ວິຕາມິນບີເປັນວິຕາ ມິນທີ່ເຮັດໃຫ້ຮ່າງກາຍສົດຊື່ນຫ້າວຫັນ. 5 ຂອງຫວານ: ເຊັ່ນເຂົ້າຫນົມຫວານ, ເຄັກ, ເຄື່ອງດື່ມລົດຫວານໆ, ນ້ຳຕານເຮັດໃຫ້ຢາກນອນ ແລະ ຍັງເປັນຕົວຍາດວິຕາມິນບີໄປຈາກຮ່າງກາຍນຳ. 6 ຜະລິດຕະພັນນົມ ແລະ ໂຢເກິດ: ເປັນອາຫານທີ່ມີປະໂຫຍດ ແຕ່ຖ້າຮັບປະທານໂຢເກິດຫລາຍຈະເຮັດໃຫ້ຮ່າງກາຍໄດ້ຮັບແຄລຊຽມ ແລະ ໂປຣຕີນ ແຕ່ໃນຂະນະດຽວກັນ ໂປຣຕີນທີ່ວ່ານີ້ ຈະແຍກກົດອະມິໂນຈາກຮ່າງກາຍສົ່ງຜົນໃຫ້ມີກົດຫລາຍໃນຮ່າງກາຍ ແລະ ເຮັດໃຫ້ຢາກນອນຕະຫລອດເວລາ.
|
 ຂຽນເມື່ອ: ສ.ຫ.. 23, 2011
| ມີ
9 ຄຳເຫັນ
ແລະ
0 trackback(s)
ເພື່ອຮັບປະກັນການສ້າງແຜນງົບປະມານແຫ່ງລັດໃຫ້ມີຄວາມເປັນເອກະ ພາບໃນຂອບເຂດທົ່ວປະເທດ ແລະ ສຳເລັດຕາມກຳນົດເວລາເຮັດໃຫ້ເສດຖະກິດມະຫາພາກມີສະຖຽນລະ ພາບ ແລະ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ລັດຖະບານໄດ້ວາງເປົ້າສົກປີ 2011-2012 ທີ່ຈະເຖິງເສດຖະກິດພາຍໃນໂດຍລວມຕ້ອງຂະຫຍາຍຕົວໃນລະດັບ 8%. 
ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ໂດຍສະເພາະແມ່ນຜັນຂະຫຍາຍເນື້ອໃນບຸກທະລຸ 4 ປະການ; ໃນນັ້ນ ດ້ານເສດຖະກິດການເງິນແມ່ນບຸກທະລຸດ້ານແກ້ໄຂຄວາມທຸກຍາກຂອງ ປະຊາຊົນ ໂດຍການຂຸດຄົ້ນແຫລ່ງທຶນຕ່າງໆ ແລະ ນະໂຍບາຍນສົ່ງເສີມພິເສດສ້າງພື້ນຖານໂຄງລ່າງທາງດ້ານເສດຖະກິດ- ສັງຄົມ. ລັດຖະບານຄາດຫມາຍວ່າ ໃນສົກປີ 2011-2012 ລວມຍອດຜະລິດຕະພັນພາຍໃນ ຫລື ຈີດີພີຕ້ອງໃຫ້ຂະຫຍາຍຕົວໃນລະດັບ 8% ອັດຕາເງິນເຟີ້ຢູ່ໃນລະດັບທີ່ຕ່ຳກວ່າອັດຕາການຂະຫຍາຍຕົວທາງ ດ້ານເສດຖະກິດອັດຕາແລກປ່ຽນເຫນັງຕີງຢູ່ໃນຂອບລົບ ຫລື ບວກ 5% ເຊິ່ງກຳນົດການຄິດໄລ່ອັດຕາແລກປ່ຽນ 8.100 ກີບຕໍ່ 1 ໂດລາສະຫະລັດ. ເພື່ອຮັບປະກັນການສ້າງແຜນງົບປະມານແຫ່ງລັດຄາດການເກັບລາຍຮັບພາຍ ໃນຕ້ອງສູ້ຊົນໃຫ້ໄດ້ຢ່າງຕ່ຳ15,8% ຂອງລວມຍອດຜະລິດຕະພັນພາຍໃນ ແລະ ຄາດຄະເນເພີ່ມຂຶ້ນໃນລະດັບບໍ່ໃຫ້ຫລຸດ 18% ທຽບໃສ່ສົກປີຜ່ານມາ. ນອກຈາກນັ້ນ ລັດໄດ້ວາງເປົ້າຕົວເລກລາຍຮັບສ່ວຍສາອາກອນ (ບໍ່ລວມລາຍຮັບວິຊາການ), ລາຍຮັບພາສີຂາເຂົ້າ-ຂາອອກ, ລາຍຮັບຈາກຊັບສິນ ແລະ ຄຸ້ມຄອງລັດວິສາຫະກິດແລະ ລາຍຮັບຈາກທີ່ດິນໃຫ້ເພີ່ມຂຶ້ນ ເນື່ອງຈາກວ່າ ເສດຖະກິດພາຍໃນຈະມີການຂະຫຍາຍຕົວ ເຊິ່ງຈະເຮັດໃຫ້ຈຳນວນຫົວຫນ່ວຍທຸລະກິດເພີ່ມຂຶ້ນ ແລະ ລາຄາສິນຄ້າບາງຊະນິດມີທ່າອຽງ ເພີ່ມຂຶ້ນ. 
ນອກຈາກນີ້ ຄາດຄະເນວ່າການນຳເຂົ້າບາງປະເພດສິນຄ້າຈະເພີ່ມຂຶ້ນທັງປະລິມານ ແລະ ລາຄາເຊັ່ນ: ຈາກນ້ຳມັນເຊື້ອໄຟ, ວັດຖຸກໍ່ສ້າງ ແລະ ສິນຄ້າຟູມເຟືອຍຈຳນວນຫນຶ່ງ; ຄ່າຊັບພະຍາກອນນຳບັນດາໂຄງການລົງທຶນຕ່າງໆ, ເງິນປັນຜົນຈາກລັດວິສາຫະກິດ ແລະ ຫົວຫນ່ວຍໃຫຍ່ໆຈຳນວນຫນຶ່ງ ແລະ ຫົວຫນ່ວຍມີທ່າອຽງເພີ່ມຂຶ້ນໃນແຕ່ລະປີ ສ່ວນລາຍຮັບຈາກການຂາຍໄມ້ແມ່ນມີທ່າອຽງຫລຸດລົງ. ຢ່າງໃດກໍ່ຕາມ ດ້ານຕົວເລກລາຍຈ່າຍໃນສົກດຽວກັນລັດຄາດວ່າ ຈະໄດ້ເພີ່ມດັດສະນີເງິນເດືອນ ແລະ ເງິນນະໂຍບາຍອຸດຫນູນພະນັກງານທີ່ເຮັດວຽກຢູ່ຫ່າງໄກສອກຫລີກ, ພ້ອມທັງຮັບປະກັນການເຄື່ອນໄຫວກົງຈັກລັດໃຫ້ມີສະພາບຄ່ອງຕົວ ໂດຍປະຕິບັດນະໂຍບາຍທີ່ລັດຖະບານໄດ້ກຳນົດອອກໃຫ້ທົ່ວເຖິງ. ພ້ອມກັນນັ້ນ ກໍ່ຂຶ້ນແຜນຊຳລະຫນີ້ສິນທັງພາຍໃນ ແລະ ຕ່າງປະເທດໃຫ້ໄດ້ຕາມສັນຍາເລືອກເຟັ້ນໂຄງການທີ່ມີປະສິດທິຜົນສູງ ເພື່ອຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນບັນດາ ເຜົ່າ ຈຳກັດການສ້າງຫນີ້ນອກແຜນງົບປະມານປະຈຳປີ ແລະ ສຸມໃສ່ ແກ້ໄຂຫນີ້ສິນຜ່ານມາບໍ່ໃຫ້ຫລຸດ 35% ແຜນງົບປະມານລວມການລົງທຶນຂອງລັດ. ການສ້າງແຜນລາຍຮັບ-ລາຍຈ່າຍຄາດຫມາຍທີ່ໄດ້ກຳນົດໄວ້ນັ້ນ ຄາດວ່າລາຍຮັບພາຍໃນ ແລະ ລາຍຮັບຊ່ວຍເຫລືອລ້າ ແມ່ນບໍ່ສາມາດຕອບສະຫນອງຄວາມຕ້ອງການໃຊ້ຈ່າຍເຂົ້າໃນວຽກງານຕ່າງໆ ຂອງກົງຈັກພັກ-ລັດໄດ້ ຈິ່ງມີຄວາມຈຳເປັນຕ້ອງລະດົມແຫລ່ງທຶນດ້ວຍຮູບການຂາຍພັນທະບັດ ຢ່າງຕ່ຳບໍ່ໃຫ້ຫລຸດ 300 ຕື້ກີບ, ສະເຫນີການກູ້ຢືມຈາກຕ່າງປະເທດດ້ວຍອັດຕາດອກເບ້ຍຜ່ອນຜັນເພີ່ມ ຕື່ມ ໂດຍໃຫ້ໄປຕາມທິດທີ່ລັດຖະບານຕົກລົງເພື່ອຮັບປະກັນໃຫ້ການ ພັດທະນາເສດຖະກິດ-ສັງຄົມຂອງຊາດບັນລຸຕາມເປົ້າຫມາຍ.
|
 ຂຽນເມື່ອ: ສ.ຫ.. 21, 2011
| ມີ
4 ຄຳເຫັນ
ແລະ
0 trackback(s)
 ໜວດໝູ່:
ທັມມະ
ມະນຸດທຸກຄົນເມື່ອເກີດມາໃນໂລກນີ້ ຕ້ອງໄດ້ຮັບຄວາມໝາຍໜ້າທີ່ໃຫ້ເຮັດໄປຄົນລະຢ່າງລະແນວ ເຖິງເຮົາຈະບໍ່ຍິນດີຮັບກໍຫຼີກໜີຈາກທຳມະຊາດບໍ່ພົ້ນ ເພາະທຳມະຊາດເປັນຜູ່ມອບໜ້າທີ່ໃຫ້ທຸກໆຄົນ ເບື້ອງຕົ້ນທຳມະຊາດໄດ້ມອບໜ້າທີ່ຄວາມເປັນລູກເຂົ້າໃຫ້ ລຳດັບຕໍ່ໄປ ກໍມອບໜ້າທີ່ຄວາມເປັນຜົວ ເປັນພໍ່ ແລະເປັນເມຍ ເປັນແມ່ເຂົ້າໃຫ້ ຕະຫຼອດຈົນມອບຄວາມເປັນປູ່ ເປັນຍ່າໃຫ້ອີກ ແມ່ນບໍ່ຢາກເອົາ ບໍ່ຢາກເປັນ ກໍຈຳເປັນຕ້ອງເອົາຕ້ອງເປັນ ທຸກຄົນຈະຫຼີກໜີບໍ່ພົ້ນ ຖ້າຄົນໃດໄດ້ໜ້າທີ່ໃດ ກໍສະແດງໜ້າທີ່ນັ້ນໃຫ້ດີທີ່ສຸດ ໃນທີ່ນີ້ ຈະກ່າວແຕ່ໜ້າທີ່ທີ່ສຳຄັນຂອງມະນຸດສັ້ນໆມີຢູ່ 4 ຢ່າງຄື: 1. ໜ້າທີ່ຂອງພໍ່ເຮືອນ 2. ໜ້າທີ່ຂອງແມ່ເຮືອນ 3. ໜ້າທີ່ຂອງລູກ 4. ໜ້າທີ່ຂອງຜູ່ຄອຍຮັບໃຊ້
ໜ້າທີ່ຂອງພໍ່ເຮືອນ ບໍ່ວ່າໃນຄອບຄົວໃດ ພໍ່ເຮືອນຈະຕ້ອງມີຄວາມສຳຄັນຫຼາຍ ຖ້າຈະອຸປະມາ ກໍເໝືອນຊ້າງຕີນໜ້າ ແມ່ເຮືອນເໝືອນຊ້າງຕີນຫຼັງ ພໍ່ເຮືອນຖ້າປຽບອີກຢ່າງໜຶ່ງກໍຄືຄົນຫົວແຖວ ຈະຕ້ອງຖືຫົວແຖວເປັນສຳຄັນ ຫົວແຖວພາຍ່າງໄປທາງໃດ ປາຍແຖວມນຈະຍ່າງໄປທາງນັ້ນ ເຫດນັ້ນ ພໍ່ເຮືອນຈຶ່ງນັບວ່າເປັນຜູ່ສຳຄັນທີ່ສຸດໃນຄອບຄົວ ພຣະສຳມາສຳພຸດທະເຈົ້າ ກໍຊົງຕັດໜ້າທີ່ຂອງພໍ່ເຮືອນ ທີ່ຈະຕ້ອງປະຕິບັດຕໍ່ແມ່ເຮືອນໄວ້ດັ່ງນີ້: 1. ຍົກຍ້ອງນັບຖືວ່າເປັນເມຍ 2. ບໍ່ດູໝິ່ນຢຽບຫຍາມເມຍ 3. ບໍ່ປະພຶດນອກໃຈເມຍ 4. ມອບຄວາມເປັນໃຫຍ່ໃຫ້ 5. ໃຫ້ເຄື່ອງແຕ່ງຕົວ
ກົດໝາຍຂອງເມືອງລາວເຮົາເຮັດຖືກຕ້ອງດີຫຼາຍໃນເລື່ອງນີ້ ເພາະໄດ້ບັນຍັດໃຫ້ຄູ່ບ່າວສາວ ແຕ່ງດອງເອົາກັນເປັນຫຼັກຖານ ເພື່ອຈະໃຫ້ເປັນຜົວເມຍທີ່ຖືກຕ້ອງ ພຣະຜູ່ມີພຣະພາກເຈົ້າ ເປັນນັກຈິດຕະວິທະຍາສູງຫຼາຍ ເພາະພຣະອົງຊົງເຫັນວ່າ ຂື້ນຊື່ວ່າມະນຸດປຸຖຸຊົນຄົນທຳມະດາ ບໍ່ວ່າຊາດໃດ ພາສາໃດ ບໍ່ມັກຍົກຍ້ອງນັບຖືເປັນອັນບໍ່ມີ.
ດ້ວຍເຫດນີ້ເອງ ພຣະອົງຈຶ່ງຊົງສອນໃຫ້ຜົວຍົກຍ້ອງນັບຖືເມຍ ເພື່ອໃຫ້ຮັກສາໄວ້ເຊິ່ງນ້ຳໃຈຂອງກັນແລະກັນ ນີ້ເປັນໜ້າທີ່ຂອງຜົວທີ່ຈະຕ້ອງປະຕິບັດຕໍ່ເມຍຂອງຕົນ.
ໃນຂໍ້ທີສອງນີ້ ມີໄນຍະຄ້າຍຄືກັບຂໍ້ໜຶ່ງ ເມື່ອຍົກຍ້ອງນັບຖືແລ້ວ ບໍ່ຕ້ອງດູໝິ່ນດ້ວຍ ຖ້າຜົວດູໝິ່ນເມຍຂອງຕົນເອງ ໃຫ້ຜູ່ອື່ນຟັງ ຜູ່ອື່ນຈະບໍ່ດູໝິ່ນເມຍຂອງຕົນເອງຊ້ຳອີກແມ່ນບໍ່ມີ ດ້ວຍເຫດນີ້ ພຣະຜູ່ມີພຣະພາກເຈົ້າຈຶ່ງບໍ່ປະສົງໃຫ້ຜົວດູໝິ່ນເມຍຂອງຕົນ ພຣະອົງສອນໃຫ້ຜົວຍົກຍ້ອງເຊີດຊູເມຍຂອງຕົນເອງ ເພື່ອໃຫ້ກຳລັງໃຈໃນການທີ່ຈະທຳຄຸນງາມຄວາມດີຕໍ່ໄປ.
ໃນຂໍ້ທີສາມ ຄົນລາວເຮົາມັກຈະເປັນໂລກຫົວໃຈນີ້ ເປັນຈຳນວນຫຼາຍ ພຣະຜູ່ມີພຣະພາກຊົງເລັງເຫັນກົດໃນດ້ານຈິດໃຈຂອງມະນຸດດີຈຶ່ງໄດ້ຊົງສັ່ງສອນໄວ້ໃນເລື່ອງນີ້ ເປັນຄວາມຈິງທີ່ສຸດທີ່ວ່າ ບໍ່ວ່າຄົນໃດກໍຕາມ ຖ້າເຮົາໄດ້ປັກໃຈຮັກວ່າເປັນຂອງເຮົາແລ້ວ ເຮົາຈະຕ້ອງຮັກທີ່ສຸດ ເມື່ອຜົວນອກໃຈເມຍຂອງຕົນແລ້ວ ບໍ່ຕ້ອງເວົ້າເລີຍວ່າຜົວຈະທຳຜິດໜ້າທີ່ຂອງຕົນພຽງໃດ ແລະທັງຊື່ວ່າເປັນຜູ່ກະທຳຄວາມຊ້ຳໃຈໃຫ້ແກ່ເມຍຂອງຕົນຫຼາຍທີ່ສຸດ ຈະຫາອັນໃດໃນໂລກມາປຽບໄດ້ຍາກ ຄອບຄົວນັ້ນ ແນ່ນອນຈະມີຄວາມຫຼົ້ມຈົມໄປເລື້ອຍໆ ເພາະຫົວໃຈຂອງພໍ່ເຮືອນແບ່ງເປັນສອງສ່ວນແລ້ວ ຂາດຫຼັກສິນທັມ ແລະຜິດໜ້າທີ່ຂອງຜົວຢ່າງຫຼວງຫຼາຍ ເປັນເຄື່ອງບອກເຖິງລາງອັນຮ້າຍວ່າ ຈະບໍ່ຈະເລີນກ້າວໜ້າ ຄົງຈະມີການຜິດຂ້ອງຕ້ອງຖຽງກັນ ແລະການດ່າວ່າກັນເປັນນິດ ຈະບໍ່ມີຄວາມສະຫງົບໃນຄອບຄົວນັ້ນເລີຍ.
ໃນຂໍ້ທີສີ່ ມີຄວາມໝາຍເປັນໄປໃນທາງຈິດຕະວິທະຍາວ່າ ພາຍໃນຈິດໃຈຂອງມະນຸດ ມີຄວາມນຶກຄິດທີ່ເລິກເຊິ່ງຢູ່ຢ່າງໜຶ່ງ ຄືຄວາມຄິດວ່າ ຕົນມີຄວາມສຳຄັນຢູ່ສະເໝີ ບໍ່ວ່າໃຜທັງໝົດ ຖ້າມີໃຜຍົກຍ້ອງໃຫ້ເປັນຄົນສຳຄັນໃນເລື່ອງໃດ ເລື່ອງໜຶ່ງ ຈະຕ້ອງດີອົກດີໃຈຢູ່ສະເໝີ ສົມມຸດວ່າ ມີວຽກຢູ່ຫຼາຍພະແນກທີ່ຈະຕ້ອງເຮັດ ເຮົາຢາກໃຫ້ວຽກສຳເລັດໄປດ້ວຍດີ ເຮົາໄປເລັ່ງ ໄປຕິ ຫຼືດ່າວ່າແນວນັ້ນແນວນີ້ ຈະຕ້ອງແນ່ນອນເລີຍວ່າ ຄົນງານທັງຫຼາຍຈະບໍ່ພໍໃຈເຮັດວຽກ ເພາະຄົນເຮົາບໍ່ມັກການດ່າວ່າຕິຕຽນ ຖ້າຫັນມາໃຊ້ຫຼັກຈິດຕະວິທະຍາເບິ່ງ ຄືຍົກຍ້ອງໃຫ້ເຂົາແຕ່ລະຄົນເປັນຄົນສຳຄັນໃນພະແນກທີ່ເຂົາເຮັດວຽກຢູ່ ເຊື່ອແນ່ວ່າ ການງານຈະຕ້ອງໄດ້ຜົນເກີດນຄາດ.
ພຣະພຸດທະເຈົ້າ ຈຶ່ງໄດ້ຕັດສອນໜ້າທີ່ຂອງຜົວໄວ້ວ່າ ໃຫ້ຜົວຍົກຄວາມເປັນໃຫຍ່ບາງສິ່ງບາງຢ່າງໃນຄອບຄົວໃຫ້ເມຍໄດ້ເປັນຜູ່ມີຄວາມສຳຄັນອີກຜູ່ໜຶ່ງ ໃນຖານະທີ່ໄດ້ເປັນສະມາຊິກໃນຄອບຄົວດຽວກັນ.
ໃນຂໍ້ສຸດທ້າຍມີຄວາມໝາຍວ່າ ໜ້າທີ່ຂອງຜົວຈະຕ້ອງສອດສ່ອງມອງດູ ເຖິງການແຕ່ງເນື້ອແຕ່ງຕົວຂອງເມຍ ເພາະການແຕ່ງເນື້ອແຕ່ງຕົວສັງຄົມປັດຈຸບັນນີ້ ນັບຖືກັນຫຼາຍ ທຸກຄົນກໍຄົງຮູ້ດີຢູ່ແລ້ວວ່າ ຜູ່ຍິງທຸກຄົນມີນິໄສມັກສະອາດ ແລະມັກແຕ່ງຕົວສວຍໆງາມໆ ພໍ່ເຮືອນທີ່ດີກໍຄວນສະໜອງຄວາມຕ້ອງການອັນນີ້ໃຫ້ພໍເໝາະພໍຄວນ ແຕ່ບໍ່ໃຫ້ເກີນຂອບເຂດ ຈົນເຖິງກັບເຂົ້າໃນພາສິດບູຮານວ່າ " ຜົວຮັກເມຍ ມັກຈະຕາມໃຈເມຍທຸກຢ່າງຈົນເມຍເສຍຄົນ ແຕ່ເມຍຮັກຜົວມັກຈະໜ່ວງໜ່ຽວໄວ້ບໍ່ໃຫ້ທຳຄວາມຊົ່ວຕ່າງໆ" ໝາຍຄວາມວ່າການແຕ່ງຕົວນັ້ນໃຫ້ທຳຕາມສົມຄວນແກ່ຖານະຂອງຕົວ ຢ່າເອົາຖານະຂອງຕົນໄປວັດແທກກັບຖານະຂອງຄົນອື່ນ ທີ່ມີຖານະສູງກວ່າຂອງເຮົາ ຖ້າທຳເກີນສ່ວນກໍຈະເປັນເຫດໃຫ້ຄອບຄົວເດືອດຮ້ອນ.
ເພາະສະນັ້ນ ພຣະພຸດທະອົງຈຶ່ງໃຫ້ພໍ່ເຮືອນທຳໜ້າທີ່ຂອງຕົນໃນເລື່ອງນີ້ໃຫ້ດີທີ່ສຸດ ເທົ່າທີ່ຈະດີໄດ້ ຖ້າຄອບຄົວໄດ້ປະຕິບັດຕາມໜ້າທີ່ທີ່ໄດ້ກ່າວມາແລ້ວນັ້ນ ຄອບຄົວນັ້ນ ຈະໄດ້ຮັບຄວາມສຸກຈະເລີນເປັນຢ່າງຍິ່ງ.
ໜ້າທີ່ຂອງແມ່ເຮືອນ
ຜູ່ເປັນແມ່ເຮືອນ ກໍນັບວ່າເປັນສະມາຊິກທີ່ສຳຄັນອີກຜູ່ນຶ່ງໃນຄອບຄົວນຶ່ງໆ ໝາຍຄວາມວ່າ ຄອບຄົວຈະມີຄວາມສັນຕິສຸກຫຼືບໍ່ ບັນຫາສຳຄັນຢູ່ທີ່ແມ່ເຮືອນອີກຈຸດນຶ່ງ ດັ່ງມີເລື່ອງເລົ່າກັນວ່າ ສະໄໝກ່ອນ ຖ້າລູກຊາຍຂອງຜູ່ໃດ ຈະກິນດອງກັບຄົນໃດ ພໍ່ແມ່ຂອງຝ່າຍຊາຍຈະຕ້ອງຄອຍສັງເກດສິ້ງຊອມເບິ່ງຄວາມປະພຶດ ຫຼືການດຳເນີນຊີວິດປະຈຳວັນຂອງພໍ່ແມ່ຝ່າຍຍິງຢ່າງລະອຽດວ່າ ຄວາມປະພຶດຂອງພໍ່ແມ່ຝ່າຍຍິງຈະເປັນໄປຢ່າງໃດ ເປັນຄົນມີສິນທັມບໍ່? ທີ່ເຮັດແນວນີ້ເພາະເພິ່ນທີ່ພາສິດທີ່ວ່າ " ໝາກໄມ້ຫຼົ່ນບໍ່ໄກກົກ " ໃນທຳນອງດຽວກັນ ພໍ່ແມ່ມີຄວາມປະພຶດປະຕິບັດ ແລະມີນິໄສໃຈຄໍເປັນຢ່າງໃດ ລູກກໍຈະມີນິໄສໃຈຄໍເປັນຢ່າງນັ້ນ ຂໍ້ນີ້ ນັກຈິດຕະວິທະຍາຮຽກວ່າ " ກຳມະພັນ " ແຕ່ສະໄໝເຮົາທຸກວັນນີ້ ເລື່ອງທີ່ກ່າວມານີ້ ຮູ້ສຶກວ່າລ້າສະໄໝເສຍແລ້ວ ຄົນສະໄໝໃໝ່ບໍ່ຖືວ່າ ເລື່ອງນີ້ ເປັນເລື່ອງສຳຄັນ ເອົາແຕ່ຄວາມພໍໃຈຂອງຕົນເປັນທີ່ຕັ້ງ.
ເອົາລະເຮົາມາກ່າວເຖິງບັນຫາວ່າ ແມ່ບ້ານຄວນຈະປະພຶດຢ່າງໃດ ຄອບຄົວຂອງຕົນຈຶ່ງຈະມີສັນຕິສຸກຢ່າງແທ້ຈິງ ສະໄໝນຶ່ງ ພຣະສຳມາສຳພຸດທະເຈົ້າຂອງເຮົາ ປະທັບຢູ່ ເຊຕະວັນ ຊຶ່ງບໍ່ໄກຈາກນະຄອນພັດທິຍະ ມີເສດຖີຜູ່ນຶ່ງຊື່ວ່າ ອຸຄະຫະ ເປັນຫຼານຂອງເມັນທະກະເສດຖີ ໄດ້ທູນອາຣາທະນານິມົນຕໍ່ພຣະພຸດທະເຈົ້າ ໃຫ້ໄປສັນພັດຕາຫານ ທີ່ເຮືອນຂອງຕົນ ພ້ອມດ້ວຍພຣະສົງ 4 ອົງ ຄັນເມື່ອພຣະພຸດທະເຈົ້າຊົງສະເຫວີຍພຣະກະຍາຫານເປັນທີ່ຮຽບຮ້ອຍແລ້ວ ເຂົາກໍໄດ້ຂາບທູນວ່າ ຂ້າແຕ່ພຣະອົງຜູ່ຈະເລີນ ພວກເດັກນ້ອຍຂອງຂ້າພະເຈົ້າເຫຼົ່ານີ້ ຕໍ່ໄປບໍ່ຊ້າບໍ່ນານ ກໍຈັກໄປສູ່ຕະກູນຜົວ ຂໍພຣະອົງຈົ່ງໄດ້ຕັດເທສະໜາ ເຖິງກິດອັນໃດອັນນຶ່ງ ເຊິ່ງຈະເປັນປະໂຫຍດແກ່ເດັກເຫຼົ່ານີ້ ແລະເພື່ອສັນຕິສຸກໃນພາຍພາກໜ້າ ແກ່ພວກເຂົາເຫຼົ່ານີ້ດ້ວຍເທີ້ນ.
ເມື່ອພຣະພຸດທະອົງໄດ້ສະດັບດັ່ງນັ້ນແລ້ວ ຈຶ່ງໄດ້ຕັດເທສະໜາແກ່ພວກເດັກຍິງເຫຼົ່ານັ້ນວ່າ : ດູລາກຸມາຣິກາທັງຫຼາຍ ພວກເຈົ້າຄວນຈະສຳນຶກໃນໃຈສະເໝີວ່າ ບິດາມານດາ ເປັນຜູ່ຫວັງປະໂຫຍດເກື້ອກູນ ມີຄວາມອີດູກູນາຕໍ່ລູກທຸກໆຄົນ ເພາະອາໄສຄວາມກະລຸນາເອັນດູອັນນີ້ເອງ ທ່ານຈຶ່ງຍົກເຮົາໃຫ້ແກ່ສາມີ(ຜົວ)ຄົນໃດຄົນນຶ່ງ.
ດັ່ງນັ້ນ ເຮົາຈະຕ້ອງຕື່ນແຕ່ເດິກລຸກແຕ່ເຊົ້າກ່ອນເຂົາ ແລະນອນນຳຫຼັງເຂົາ ຖ້ອຍຄຳອັນໃດເປັນທີ່ມ່ວນຫູ ເປັນຕາຮັກແພງ ເປັນທີ່ຊອບໃຈຂອງຄົນທັງຫຼາຍ ພວກເຈົ້າຈົ່ງກ່າວຖ້ອຍຄຳອັນນັ້ນເນີ ພວກເຈົ້າເພິ່ງສຶກສາດັ່ງນີ້ ຂໍ້ນຶ່ງ ອີກຢ່າງນຶ່ງ ຄົນເຫຼົ່າໃດ ເປັນທີ່ເຄົາລົບຂອງຜົວ ຄືບິດາມານດາ ສະມະນະພາມ ຄູບາອາຈານ ເຈົ້າຈົ່ງເຄົາລົບ ສັກກາຣະນັບຖື ຕ້ອນຮັບດ້ວຍເຂົ້າ ນ້ຳໂພຊະນະອາຫານແກ່ຄົນເຫຼົ່ານັ້ນ ດ້ວຍຄວາມຈິງໃຈ ກຸມາຣິກາທັງຫຼາຍ ພວກເຈົ້າເພິ່ງສຶກສາຢ່າງນີ້ອີກຂໍ້ນຶ່ງ
ພວກເຈົ້າເພິ່ງສຶກສາຢ່າງນີ້ວ່າ ການງານເຫຼົ່າໃດໃນເຮືອນຂອງຜົວເຊັ່ນ ການຊັກຟອກ ການຍ້ອມ ແລະການເຂັນຝ້າຍຢ່າງໃດຢ່າງນຶ່ງ ເຮົາຈັກໃຊ້ຄວາມພິນິດພິຈາລະນາ ຫາອຸບາຍທີ່ຈະທຳກິດຈະການນັ້ນ ໃຫ້ສຳເລັດລຸລ່ວງໄປໂດຍເຮວພະລັນ ກຸມາຣິກາທັງຫຼາຍ ພວກເຈົ້າເພິ່ງສຶກສາຢ່າງນີ້ຂໍ້ນຶ່ງ.
ອີກຢ່າງນຶ່ງ ພວກເຈົ້າເພິ່ງສຶກສາຢ່າງນີ້ວ່າ ຄົນເຫຼົ່າໃດ ເຫຼົ່ານຶ່ງທີ່ຢູ່ໃນເຮືອນ ຈະເປັນພວກຜູ່ຄອຍຮັບໃຊ້ ຫຼືກຳມະກອນກໍຕາມ ເຮົາຈັກຮູ້ສິ່ງທີ່ເຮັດແລ້ວວ່າ ໄດ້ເຮັດແລ້ວ ແລະສິ່ງໃດເຂົາຍັງບໍ່ທັນໄດ້ເຮັດ ແລະຮູ້ເຖິງການປ່ວຍໄຂ້ຂອງເຂົາວ່າ ມີອາການຢ່າງໃດ ໜັກຫຼືເບົາ ຄວນຮັກສາພະຍາບານໃຫ້ເຂົາໄດ້ຮັບຄວາມສຸກ ແບ່ງປັນຂອງກິນຂອງໃຊ້ໃຫ້ແກ່ຍາດມິດ ແລະໝູ່ບໍລິວານຕາມສົມຄວນ ກຸມາຣິກາທັງຫຼາຍ ພວກເຈົ້າທັງຫຼາຍເພິ່ງສຶກສາຂໍ້ນີ້ອີກຢ່າງນຶ່ງ.
ອີກຢ່າງນຶ່ງ ພວກເຈົ້າເພິ່ງສຶກສາຢ່າງນີ້ວ່າ ຖ້າຜົວເປັນຜູ່ທຳມາຫາລ້ຽງຊີບແລ້ວ ໄດ້ນຳເອົາຊັບສົມບັດຢ່າງໃດຢ່າງນຶ່ງມາມອບໃຫ້ ເປັນຕົ້ນວ່າ ເງິນຄຳຂອງໃຊ້ ເຮົາຈັກພະຍາຍາມຮັກສາຊັບສົມບັດອັນນັ້ນ ດ້ວຍດີ ເມື່ອເກັບຮັກສາໄວ້ເຊັ່ນນັ້ນແລ້ວ ບໍ່ໄດ້ໃຊ້ຈ່າຍຟູມເຟືອຍນັກ ບໍ່ໃຫ້ລ້າງຜານຊັບສົມບັດທີ່ຜົວຫາມາໄດ້ນັ້ນ ບໍ່ໃຫ້ຈິບຫາຍວາຍວອດໄປໂດຍບໍ່ມີເຫດຈຳເປັນ ກຸມາຣິກາທັງຫຼາຍເຮີຍ ພວກເຈົ້າເພິ່ງສຶກສາພິຈາລະນາຢ່າງນີ້ອີກຂໍ້ນຶ່ງ.
ເທົ່າທີ່ອາຕະມາ ໄດ້ຍົກເອົາໂອວາດ ທີ່ພຣະພຸດທະອົງສອນແກ່ເດັກນ້ອຍຍິງທັງຫຼາຍ ມາກ່າວໄວ້ໃນທີ່ນີ້ ຍືດຍາວກໍເພື່ອຈະຊີ້ໃຫ້ທ່ານຜູ່ອ່ານຊາວວ່າ ມິກິດ ແລະວຽກອັນໃດແດ່? ທີ່ຜູ່ເປັນເມັຍຈະເພິ່ງກະທຳໃນເລື່ອງນັ້ນ ພຣະອົງໄດ້ຊົງເຄີຍຕັດສອນມາແລ້ວ ເພື່ອຈະໂຮມເອົາເນື້ອຄວາມຂອງໂອວາດທີ່ກ່າວມາແລ້ວຂ້າງຕົ້ນນັ້ນ ໃຫ້ເຫຼືອພຽງສັ້ນໆ ກໍຄົງມີພຽງ 5 ປະການຄື: 1. ຈັດການງານດີ 2. ສົງເຄາະຄົນຂ້າງຄຽງຂອງຜົວດີ 3. ບໍ່ປະພຶດລ່ວງນອກໃຈຜົວ 4. ຮັກສາຊັບທີ່ຜົວຫາມາໄດ້ 5. ເປັນຄົນຂະຫຍັນບໍ່ກຽດຄ້ານໃນກິດທັງປວງ
ອີກປະການນຶ່ງ ຍັງມີໂອວາດຂອງທ່ານທະນົນໄຊເສດຖີ ກ່າວສອນນາງວິສາຂາ 10 ຂໍ້ ແຕ່ລະຂໍ້ນັບວ່າເປັນປະໂຫຍດຢ່າງຫຼວງຫຼາຍ ແຕ່ໃນທີ່ນີ້ ອາຕະມາຈະນຳມາສະແດງພຽງສັ້ນໆຈັກ 5 ຂໍ້ຄື: 1. ຍິງຜູ່ທີ່ຢູ່ໃນຕະກູນພໍ່ຜົວແມ່ຜົວ ແລະສາມີ ບໍ່ຄວນນຳໄຟພາຍໃນອອກໄປພາຍນອກ. 2. ບໍ່ຄວນເອົາໄຟພາຍນອກເຂົ້າມາພາຍໃນ 3. ບໍ່ເພິ່ງໃຫ້ແກ່ຄົນທີ່ບໍ່ຄວນໃຫ້ 4. ເພິ່ງໃຫ້ແກ່ຄົນທີ່ຄວນໃຫ້
ອະທິບາຍ ໃນໂອວາດຂໍ້ທີນຶ່ງ " ບໍ່ຄວນນຳໄຟພາຍໃນອອກໄປພາຍນອກ " ຂໍ້ນີ້ທ່ານເສດຖີໝາຍເຖິງວ່າ ທຳມະດາຍິງທີ່ຢູ່ໃນຕະກູນຜົວ ບໍ່ຄວນເປັນຄົນປາກບອນ ຄືປາກບໍ່ເປັນສຸກ ເມື່ອໄດ້ເຫັນໂທດ ຫຼືຄວາມຜິດເລັກໆນ້ອຍໆ ຂອງພໍ່ຜົວ ຫຼືແມ່ຜົວ ຫຼືສາມີ ບໍ່ຄວນນຳໄປເວົ້ານອກບ້ານ ຄວນປົກປິດໄວ້ເປັນຄວາມລັບ ໂທດໃນເລື່ອງນີ້ເກີດຂື້ນແລ້ວ ຮ້າຍແຮງປຽບເໝືອນໄຟ ດ້ວຍເຫດນີ້ ເສດຖີຈຶ່ງໄດ້ກ່າວວ່າ : " ບໍ່ຄວນນຳໄຟພາຍໃນອອກໄປພາຍນອກ ".
ໂອວາດຂໍ້ສອງວ່າ : " ຢ່ານຳໄຟພາຍນອກເຂົ້າມາພາຍໃນ "ຂໍ້ນີ້ມີຄວາມໝາຍເໝືອນກັບຂໍ້ຕົ້ນ ຜິດກັນແຕ່ເນື້ອຄວາມກົງກັນຂ້າມກັນເທົ່ານັ້ນ ຄຳວ່າ " ພາຍນອກ "ນັ້ນມີຄວາມໝາຍວ່າ ຖ້າຄົນໃນບ້ານໃກ້ເຮືອນຄຽງກ່າວໂທດ ຫຼື ນິນທາ ພໍ່ຜົວ ແມ່ຜົວ ແລະສາມີຂອງຕົນແລ້ວ ຢ່ານຳເລື່ອງນັ້ນໄປເວົ້າອີກວ່າ ຜູ່ນັ້ນໄດ້ກ່າວໂທດຕິຕຽນພວກເຈົ້າທັງຫຼາຍ, ຖ້າເມຍຄົນໃດປະພຶດຊົ່ວເຊັ່ນນີ້ ເມຍຜູ່ນັ້ນຊື່ວ່າ ນຳອະສໍຣະພິດຄວາມເສຍຫາຍເຂົ້າບ້ານເຮືອນ ຢ່າງນີ້ບໍ່ມີບັນຫາເລີຍ ທາງທີ່ດີຄວນນິ້ງເສີຍບໍ່ຍອມເວົ້າ ຄືຫັດເປັນຄົນປາກຊ້າ ຕາໄວຈັກໜ່ອຍ ແຕ່ຄົນສ່ວນມາກບໍ່ເປັນຢ່າງນັ້ນ ເມື່ອໄດ້ຟັງໄດ້ຮູ້ຢ່າງໃດມາ ຄັນປາກເຫຼືອເກີນຢາກຈະເວົ້າໃຫ້ຜູ່ອື່ນຟັງສະເໝີ ເມື່ອໄດ້ລະບາຍອອກແລ້ວ ຮູ້ສຶກວ່າມັນສົດຊື່ນຈິດໃຈເຫຼືອເກີນ ເປັນລັກສະນະຂອງຄົນທົ່ວໆໄປ ຄົນປາກບອນ.
ໂອວາດຂໍ້ທີສາມວ່າ : " ເພິງໃຫ້ແກ່ຄົນທີ່ຄວນໃຫ້ "ຂໍ້ນີ້ ທ່ານເສດຖີກ່າວຢ່າງນີ້ ທ່ານໝາຍຄວາມວ່າ ວັດຖຸ ຫຼື ຊັບສົມບັດອັນໃດທີ່ມີຢູ່ໃນເຮືອນແຫ່ງຕະກູນຜົວ ເມື່ອມີຜູ່ໃດມາຢືມແລ້ວ ເຂົາຜູ່ນັ້ນໄດ້ນຳເອົາສິ່ງນັ້ນມາສົ່ງຄືນ ພາຍຫຼັງເຂົາມາຢືມອີກ ເຮົາຄວນຈະໃຫ້ເພື່ອສົງເຄາະຄົນປະເພດນີ້.
ໂອວາດຂໍ້ທີສີ່ວ່າ : " ບໍ່ເພິ່ງໃຫ້ແກ່ຄົນທີ່ບໍ່ຄວນໃຫ້ " ຂໍ້ນີ້ທ່ານເສດຖີໝາຍເຖິງວ່າ ທຳມະດາຄົນຜູ່ເປັນແມ່ບ້ານຈະຕ້ອງຮັບຜິດຊອບ ໃນຊັບສົມບັດທຸກຢ່າງທີ່ມີຢູ່ໃນຄອບຄົວຂອງຕົນ ເມື່ອມີຜູ່ໃດມາຢືມໄປແລ້ວ ເຂົາຜູ່ນັ້ນບໍ່ສົ່ງຄືນເສີຍເມີຍເສຍ ຈົ່ງຢ່າໄດ້ໃຫ້ແກ່ຄົນປະເພດນັ້ນອີກເປັນອັນຂາດ.
ເພາະເຫດຜົນທີ່ຈະຮັບ ກໍຄືຄວາມຈິບຫາຍໄປແຫ່ງວັດຖຸສິ່ງຂອງ ທີ່ມີຢູ່ໃນຄອບຄົວຂອງເຮົາ ຄົນປະເພດນີ້ສະແດງໃຫ້ເຫັນວ່າ ເປັນຄົນບໍ່ຮູ້ຈັກຄຸນຂອງໃຜ ສິ່ງທີ່ເຂົາຮູ້ດີທີ່ສຸດ ກໍຄືຈັກເອົາສິ່ງຂອງໆຄົນອື່ນທ່າດຽວ.
ໂອວາດຂໍ້ທີຫ້າ ທ່ານເສດຖີກ່າວວ່າ : "ເພິ່ງໃຫ້ແກ່ຄົນທັງທີ່ໃຫ້ທັງ ທັງທີ່ບໍ່ໃຫ້ "ໂອວາດຂໍ້ນີ້ສອນວ່າ ເມື່ອຍາດມິດຜູ່ໃດຕົກທຸກໄດ້ຍາກ ຂໍຄວາມຊ່ວຍເຫຼືອ ດ້ວຍການຢືມວັດຖຸ ຫຼື ຊັບສົມບັດແມ່ນເຂົາຈະໃຫ້ຄືນ ຫຼື ບໍ່ໃຫ້ຄືນ ກໍບໍ່ເພິ່ງຫວັງຕອບແທນ ຄວນໃຫ້ແກ່ຄົນປະເພດນີ້.
ໂອວາດທັງໝົດຂອງທ່ານທະນົນໄຊບັນດິດເສດຖີນີ້ ມີເນື້ອຄວາມຊັດເຈນດີຢູ່ແລ້ວວ່າ ລັກສະນະເຊັ່ນໃດ ແລະບໍ່ຄວນໃຫ້ ຫວັງວ່າຄົງຈະເປັນປະໂຫຍດແກ່ທ່ານຜູ່ອ່ານບໍ່ໜ້ອຍ ຈຶ່ງໄດ້ນຳສະເໜີໄວ້ໃນທີ່ນີ້.
ອາຕະມາເຫັນວ່າ ພັນລະຍາທີ່ດີ ຄວນເອົາຊະນະສະມີ ດ້ວຍການບໍ່ເຮັດຄວາມຊົ່ວຕອບສະເໝີ ລາງຄົນຜົວມັກຫຼິ້ນການພະນັນ ແຕ່ເມຍແກ້ແຄ້ນດ້ວຍການຫຼິ້ນໄພ້ ດັ່ງນີ້ເປັນຕົ້ນ ທີ່ເຮັດດັ່ງນີ້ເພາະຄວາມເຂົ້າໃຈຜິດນັ້ນເອງ.
ການກະທຳຕອບໃນທາງທີ່ຊົ່ວເຊັ່ນນີ້ ບໍ່ເປັນທາງກໍ່ໃຫ້ເກີດຄວາມສຸກເລີຍທາງທີ່ຖືກຕ້ອງແລ້ວ ຄວນຈະດຳເນີນຕາມຫຼັກທັມຂອງພຣະພຸດທະເຈົ້າ ພຣະອົງສອນໃຫ້ຄົນແຄ້ນຄົນບໍ່ດີ ດ້ວຍການທຳຄວາມດີຕອບ ຂໍ້ນີ້ໄດ້ກຳໄລຢ່າງແນ່ນອນ ເມື່ອຜົວເຫັນເມຍທຳຄວາມດີ ທຸກເຊົ້າທຸກແລງ ອາຕະມາຮັບຮອງວ່າ ວັນນຶ່ງເຂົາຈະຕ້ອງສະຫຼົດໃຈ ຫຼື ປ່ຽນຈິດໃຈຂອງຕົນເອງ ຫັນມາທຳຄວາມດີ ເໝືອນດັ່ງເມຍຢ່າງແນ່ນອນ ແລ້ວກໍຈະເປັນພໍ່ເຮືອນທີ່ດີຂອງແມ່ເຮືອນ ຕະຫຼອດໄປ.
ເມື່ອໂຮມເອົາເນື້ອຄວາມສັ້ນໆວ່າ ພໍ່ເຮືອນມີຄວາມປະພຶດບໍ່ດີ ເລື່ອງສຳຄັນຢູ່ທີ່ແມ່ເຮືອນ ຈະຕ້ອງແກ້ໄຂດ້ວຍວິທີທຳຄວາມດີຕອບ ຈົ່ງຢ່າເອົາຄວາມຊົ່ວໄປແກ້ໄຂເດັດຂາດ ເພາະນັ້ນ ຄືການສະແດງເຖິງຜົນແຫ່ງການຂາດທຶນຢ່າງແນ່ນອນ...ຂໍ້ມູນຈາກ:www.laobdp.org/index.php
|
 ຂຽນເມື່ອ: ສ.ຫ.. 21, 2011
| ມີ
4 ຄຳເຫັນ
ແລະ
0 trackback(s)
ໂຄງການປັບປຸງ ແລະ ຂະຫຍາຍສະໜາມບິນວັດໄຕ ແມ່ນໂຄງການໜຶ່ງຂອງລັດຖະບານລາວ ເພື່ອຮອງຮັບເຮືອບິນຂອງບັນດາປະເທດຕ່າງໆ ທີ່ມາຮ່ວມກອງປະຊຸມອາຊີ-ຢູໂຣບ (ASAM) ແລະ ໃນໄລຍະຍາວ ທັງນີ້ແມ່ນເພື່ອຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມຂອງ ລັດຖະບານ ສປປ ລາວ ປີ 2010-2020 ຕາມນະໂຍບາຍຫັນ ສປປ ລາວ ຈາກປະເທດບໍ່ມີທາງອອກສູ່ທະເລ ເປັນປະເທດບໍລິການທາງຜ່ານ ແລະ ຄວາມມຸ່ງໝັ້ນໃນການພົ້ນອອກຈາກປະເທດດ້ອຍພັດທະນາໃນປີ 2020. ສຳລັບໂຄງການປັບປຸງ ແລະ ຂະຫຍາຍສະໜາມບິນວັດໄຕນີ້ ແມ່ນລັດຖະບານ ສປ ຈີນ ໄດ້ໃຫ້ທຶນກູ້ຢືມໃນອັດຕາດອກເບ້ຍຕ່ຳ ເພື່ອຂະຫຍາຍລານຈອດເຮືອບິນຂະໜາດກາງ ແລະ ໃຫຍ່ ຈຳນວນ 20 ລຳ ຂະຫຍາຍບ່ອນລ້ຽວເຮືອບິນຂະໜາດ B-747 ຍົກລະດັບທາງອ້ອມສະໜາມບິນດ້ວຍການປູຢາງອາສຟານ ປັບປຸງລະບົບໄຟຟ້າລຽບຕາມຮົ້ວອ້ອມສະໜາມບິນ ປັບປຸງຮ່ອງລະບາຍນ້ຳໃນສະໜາມບິນ ເຊິ່ງມີກຳນົດເວລາການປັບປຸງປະມານ 14 ເດືອນ ໃຫ້ສຳເລັດໂຄງການ 100% ໃນມູນຄ່າທັງໝົດ 37.684.888 ໂດລາສະຫະລັດ ຫຼື ປະມານ 300.913 ລ້ານກ່ວາກີບ ໂດຍແມ່ນບໍລິສັດ China CAMC Engineering ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ. ພິທີເປີດໂຄງການປັບປຸງ ແລະ ຂະຫຍາຍສະໜາມບິນວັດໄຕ ລະຫວ່າງກົມການບິນພົນລະເຮືອນ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ບໍລິສັດ China CAMC Engineering ຈຳກັດ ໃນວັນທີ 17 ສິງຫາ 2011 ຜ່ານມາ ທີ່ສະໜາມບິນວັດໄຕ ໂດຍມີທ່ານ ດຣ.ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ທ່ານນາງ ປູ ຈຽນກົວ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳລາວ ມີບັນດາລັດຖະມົນຕີ ປະທານບໍລິສັດ ແລະ ແຂກຖືກເຊີນທັງລາວ ແລະ ຈີນ ເຂົ້າຮ່ວມ. ຂໍ້ມູນຈາກ::www.vientianemai.net/teen/khao/1/4122
|
 ຂຽນເມື່ອ: ສ.ຫ.. 21, 2011
| ມີ
6 ຄຳເຫັນ
ແລະ
0 trackback(s)
ເມື່ອຮັບປະທານນ້ຳຕານຫລາຍເກີນໄປ ໂດຍສະເພາະນ້ຳຕານ (ນ້ຳຕານຊາຍ, ນ້ຳເຜິ້ງ, ນ້ຳຕານໃນຫມາກໄມ້, ນ້ຳຕານໃນນົມ ແລະ ອື່ນໆ) ນ້ຳຕານຈະເຂົ້າສູ່ກະແສເລືອດຢ່າງວ່ອງໄວ ເຮັດໃຫ້ເລືອດມີພາວະເປັນກົດຫລາຍເກີນໄປຮ່າງກາຍເກີດ ພາວະບໍ່ສົມດຸນຈິ່ງມີການດຶງແຮ່ທາດຈາກສ່ວນຕ່າງໆພາຍໃນຮ່າງກາຍມາ ແກ້ໄຂຄວາມບໍ່ສົມດຸນເຮັດໃຫ້ເກີດໄຂມັນສະສົມ ນ້ຳຕານຈະຖືກເກັບໄວ້ທີ່ຕັບໃນຮູບແບບຂອງໄກລໂຄເຈນ ແຕ່ຖ້າມີຫລາຍເກີນໄປຕັບຈະສົ່ງໄປຫາກະແສເລືອດ ແລະ ປ່ຽນເປັນໄຂມັນ ໂດຍຈະສະສົມໄວ້ໃນສ່ວນຂອງຮ່າງກາຍທີ່ມີການເຄື່ອນໄຫວຫນ້ອຍເຊັ່ນ: ສະໂພກ, ກົ້ນ, ກົກຂາ, ຫນ້າທ້ອງກາຍເປັນໄຂມັນສ່ວນເກີນໃນທີ່ສຸດ. ຖ້າຍັງຮັບປະທານນ້ຳຕານຢ່າງຕໍ່ເນື່ອງ ໄຂມັນຈະສະສົມໄວ້ທີ່ອະໄວຍະວະພາຍໃນອື່ນໆເຊັ່ນຫົວໃຈ, ຕັບ ແລະ ຫມາກໄຂ່ຫລັງເຊິ່ງອະໄວຍະວະເຫລົ່ານີ້ຈະ ຄ່ອຍໆຖືກຫໍ່ຫຸ້ມດ້ວຍໄຂມັນ ແລະ ນ້ຳເມືອກ. ຮ່າງກາຍຈະເຮັດວຽກຜິດປົກກະຕິ, ຄວາມດັນຂອງເລືອດຈະສູງຂຶ້ນ ເຊິ່ງການຮັບປະທານນ້ຳຕານຫລາຍເກີນໄປມີຜົນຕໍ່ການເຮັດວຽກຂອງ ສະຫມອງຈະເຮັດໃຫ້ສະຫມອງຢາກນອນຕະຫລອດເວລາ. ນອກຈາກນີ້ ຄວນງົດການດື່ມເຄື່ອງດື່ມທີ່ມີສານແອວກໍຮໍ, ຄາເຟອິນ ຫັນມາດື່ມນ້ຳຫມາກໄມ້ສົດຈະດີກວ່າ ຫລື ນ້ຳບໍລິສຸດທຳມະດາທີ່ມີຜົນດີຕໍ່ສຸຂະພາບແທນ ແລະ ຄວນອອກກຳ ລັງກາຍຄວບຄູ່ກັນໄປນຳຈະໄດ້ຜົນໄວ. ພາຍຫລັງທີ່ອອກກຳລັງກາຍຕໍ່ເນື່ອງປະມານ 20 ນາທີຮ່າງກາຍຈະຫລັ່ງຮໍໂມນແອນໂດຟິນອອກມາຕາມທຳມະຊາດເຮັດ ໃຫ້ຮ່າງກາຍສົດຊື່ນ, ຫ້າວຫັນ, ເກີດມີຄວາມສຸກ, ສາມາດຄາຍຄວາມກັງວົນໃຈກັບເລື່ອງຕ່າງໆໄດ້. ຖ້າໃຜທີ່ຮັບປະທານອາຫານລົດຊາດຫວານຫລາຍຄວນຫລຸດປະລິມານນ້ຳຕານລົງ ເທື່ອລະຫນ້ອຍໆ ເພື່ອປັບປ່ຽນລົດຊາດ ແລະ ຫລຸດປະລິມານນ້ຳຕານໃນຮ່າງກາຍລົງທາງທີ່ດີຄວນເລີ່ມເຮັດຕັ້ງແຕ່ມື້ນີ້ ເປັນຕົ້ນໄປ ເພື່ອສຸຂະພາບທີ່ດີໃນວັນຕໍ່ໄປ.ຂອບໃຈຂໍ້ມູນຈາກ :.webcache.googleusercontent.com/search
|
 ຂຽນເມື່ອ: ມິ.ຖ.. 24, 2011
| ມີ
10 ຄຳເຫັນ
ແລະ
0 trackback(s)
 ໜວດໝູ່:
ທັມມະ
ຊິວິດ ທຸກໆຊິວິດ ກໍ່ລ້ວນຕ້ອງການຄວາມຫມັ້ນຄົງໃຫ້ແກ່ຊີວິດ,ຄວາມສຸກ ,ຄວາມເຫັນອົກເຫັນໃຈຈາກຄົນອ້ອມຂ້າງ ລວມໄປເຖິງຖານະທີໝັ້ນຄົງ ເຊິ່ງທັງ ຄວາມຕ້ອງ ການທັງໝົດ ນີ້ລ້ວນແຕ່ມີຈຸດເລິ່ມຕົ້ນຈາການສຶກສາ ທັງນີ້ກໍ່ເພື່ອນຳໄປສູ່ຄວາມເຂົ້າໃຈ ຫຼື ຈະເວົ້າ ອີກຢ່າງໜຶ່ງກໍ່ໄດ້ວ່າ ເປັນຜູ່ມີ ສະຕິປັນຍາ ໃນຄຳ ເວົ້າ ຄຳນີ້ມີ ສອງຄຳເບື້ອງຕົ້ນ ຄືຄຳວ່າ : ສະຕິ ຄື ຄວາມລະນຶກໄດ້ ເຊິ່ງສິ່ງທີ່ເຮົາເອີ້ນວ່າຄວາມລະນຶກໄດ້ນີ້ເປັນສິ່ງທີ່ ສິ່ງທີ່ ເກີດ ຂຶ້ນຈາກການ ປະສົບ ,ພົບເຫັນ ,ໄດ້ຟັງ, ໄດ້ກິ່ນ,ໄດ້ຊິມຣົດຊາດ,ແລະ ການຄິດ ຈິນຕະນາການ ( ເຮົາສາມາດເອີ້ນ ສິ່ງເຫຼົ່ານີ້ວ່າສັມຜັດ ທັງຫົກ ) ໃນເມື່ອເກີດ ມີການສຳ ຜັດແລ້ວ ກໍ່ຈະເກີດເປັນ ຄວາມຮູ້ ສຶກ ພໍໃຈ,ບໍ່ພໍໃຈ ,ເສີຍໆ ເນື່ອງຈາກ ການໄດ້ສຳຜັດ ສິ່ງເຫຼົ່ານີ້ ຈະຖືກ ບັນທຶກໄວ້ເປັນ ຄວາມຮູ້ສຶກ ທີ່ເຮົາເອີ້ນວ່າປະສົບການ ທີ່ເກີດເນຶ່ອງຈາກໄດ້ ສຳຜັດໃນ ສິ່ງທີ່ບາງຄົນຍັງບໍ່ສຳຜັດ ໄດ້ຄິດໃນມຸມທີ່ບາງຄົນ ຍັງບໍ່ໄດ້ຄິດ .... ດ້ວຍເຫດນີ້ ຜູ່ມີອາຍຸ ຈິ່ງເປັນ ຜູ່ທີ່ໄດ້ຮັບຄວາມໄວ້ວາງໃຈ ໃນການກະທຳ ຫຼາຍໆສິ່ງຢ່າງ ແລະ ຫຼາຍໆຄົນກໍ່ສາມາດສຶກສາ ຈາກປະສົບການ ທີ່ຜູ່ມີ ອາຍຸຖ່າຍທອດ ແລະ ເປັນຜູ່ໃຫ້ມີສະຕິຕັກເຕືອນ ຄົນໜຸ່ນ້ອຍຢູ່ສະເໝີ ເພາະສະນັ້ນແລ້ວ ສະຕິ ຈຶ່ງເປັນຕົວ ກຳນົດສຳຄັນ ຫຼາຍໆຢ່າງ ບໍ່ວ່າ ຈະເປັນ ຄວາມປອດໄພ,ຄວາມສຸກ, ຄວາມ ທຸກ.....ໃນເມື່ອສະຕິ ມີຜົນ ສຳຄັນຕໍ່ ກັບທຸກຄົນ ແລ້ວເຮົາມີ ວິທີສ້າງສະຕິໃຫ້ແກ່ຕົນເອງ ຫຼື ບໍ່ ຄຳຕອບກໍ່ ຄືຶ: ມີ ແລ້ວ ວິທີ ນັ້ນເປັນຢ່າງໃດ? ເຮົາກໍ່ສາມາດ ຕອບໂຕເຮົາເອງໄດ້ເລີຍວ່າ: ເປັນ ວິທີ ທີ່ເຮົາທຸກຄົນ ເຮັດໄດ້ ງ່າຍໆ ຖ້າວ່າທ່ານ ມີອົງ ປະກອບຕໍ່ໄປນີ້:
- ລົມຫາຍໃຈ ເຂົ້າ-ອອກ ( ພິຈາລະນາ ລົມຫາຍໃຈເຂົ້າອອກ ) ເບິ່ງລົມ ຫາຍໃຈເຂົ້າອອກ ດ້ວຍໃຈ ຄື ໃຊ້ ການ ນັບ 1 ທີ່ລົມ ຫາຍໃຈເຂົ້າ- ນັບ 2 ທີ່ລົມຫາຍໃຈ ອອກ ເຮັດແນວ ນີ້ຕໍ່ໄປເລື້ອຍໆ ກໍ່ຈະເກີດ ເປັນຄວາມສຸກດຄວາມສະຫງົບ.
- ຖ້າທ່ານ ເປັນຄົນທີ່ ມີຄວາມຮູ້ສຶກ ມັນກໍ່ຄົງບໍ່ຍາກທີ່ ຈະຝຶກ ສະຕິ ວິທີນີ້ ໃຫ້ ເບິ່ງ ຄວາມຮູ້ສຶກທີ່ ຮ້າຍ,ດີ,ມ່ວນ,ຮັກ,ຊັງ,ອິດສາ ...ເມື່ອໃດທີ່ໄດ້ຮັບສັມຜັດທາງ ຊ່ອງທາງທັງຫົກ ແລ້ວ ເບິ່ງຄວາມຮູ້ສຶກ ໄປເລື້ອຍໆ ບໍ່ໃຫ້ ປອຍໄປຕາມຄວາມຮູ້ສຶກ.
- ເບິ່ງການເຄື່ອນໄຫວ ຂອງຮ່າງກາຍ ຕິດຕາມທຸກ ການເຄື່ອນໄຫວ.
- ທັງໝົດນີ້ ແມ່ນການກະທຳທີ່ ໃຫ້ກະທຳ ຢູ່ໃນໃຈສະເໝີ ແລ້ວ ຈະໃຫ້ຜົນຢູ່ວ່າ ຈະເປັນຄົນ ບໍ່ຄຽດງ່າຍ ,ບໍ່ເສົ້າງ່າຍ ,ບໍ່ໂມໂຫຫງ່າຍ ແລະ ເປັນຄົນ ທີ່ມີຄວາມສຸກ ສຳລານທາງໃຈ.
ສ່ວນ ຄຳວ່າ ປັນຍາ ຄື ຄວາມຮູ້ ໃນວິຊາ ອາຊີບທີ່ໄດ້ ສຶກສາມາທີ່ຖືກ ບັນທຶກໄວ້ໃນສະໝອງ ແຕ່ສິ່ງເຫຼົ່ານີ້ມັນເກີດຂື້ນໄດ້ ແຕ່ມັນກໍ່ເສື່ອມລົງໄດ້ເຊັ່ນກັນ ເມື່ອທ່ານມີອາຍຸ ເພີ່ມຂຶ້ນເລື້ອຍໆ ສິ່ງທີ່ຍັງໝັນຄົງກໍ່ຄືສະຕິ ... ອັນປັນຍາ..............ສະຕິ.................ນັ້ນມີໄດ້ ຂໍໃຫ້ໃຊ້.................ໃຈພິນິດ.............ຄິດທຸກຫົນ ຈະສົ່ງຜົນ...............ສຸກສະຫງົບ.......ເພາະພົບຕົນ ໝັ່ນຝຶກຝົນ.............ໃຊ້ສະຕິ.............ທຸກວິແລ
|
 ຂຽນເມື່ອ: ມິ.ຖ.. 24, 2011
| ມີ
4 ຄຳເຫັນ
ແລະ
0 trackback(s)
ຖ້າເວົ້າເລື່ອງເວລາແລ້ວ ກໍ່ຄົງເປັນສິ່ງທີ່ໜ້ອຍຄົນ ຈະຫັນມາສັງເກດ ທັງນີ້ກໍ່ເນື່ອງຈາກ ວຽກທີ່ຫຍຸ້ງ ,ບິບບັງຄັບໃຫ້ຕ້ອງເດີນຕໍ່ເພື່ອໄດ້ ມາເຊິ່ງ ປັດໄຈ ລ້ຽງຊີບ ເຮັດໃຫ້ຫຼາຍຄັ້ງຕ້ອງຫງຸດຫງິດ ກັບຫຼາຍໆສິ່ງ ກຳລັງກະທຳຢູ່ ແລະ ເຖິງແມ່ນວ່າ ສິ່ງທີ່ເຮັດຢູ່ຈະເຮັດໃຫ້ ເສຍ ອາລົມ ແຕ່ກໍ່ເປັນສິ່ງທີ່ຫຼີກລ່ຽງໄປ ບໍ່ໄດ້ ຈິ່ງເຮັດ ໃຫ້ສິ່ງເຫຼົ່ານີ້ເຂົ້າມາບີບບັງຄັບ ໃຫ້ພຶດຕິກຳຂອງຄົນປ່ຽນແປ່ງໄປ ໃນແຫງ່ໜຶ່ງເບິ່ງ ຄືວ່າ ເຮົາເປັນຜູ່ໃຫຍ່ ຫຼາຍຂຶ້ນເພາະ ເປັນຜູ່ທີ່ຮູ້ຈັກ ເອົາໃຈໃສ່ຕໍ່ວຽກງານ ແຕ່ໃນແຫງ່ ໜຶ່ງກໍ່ເປັນຄົນ ທີ່ຈິງຈັງ ຂຶງຂັງ ໃຊ້ອາລົມ ກັບຄົນ ອ້ອມຂ້າງ ແລະ ພຶດຕິກຳດັງກ່າວຈະນຳໄປສູ່ ການປ່ຽນແປງຂອງ ອຸປະນິໃສ ຄື ນິໃສເດີມ ບາງຄົນ ໃຫ້ຄຳເຫັນວ່າ ວຽກເຮັດໃຫ້ຄົນເປັນຜູ່ ໃຫຍ່ຂຶ້ນ,ການເປັນ ຜູ່ໃຫຍ່ ບໍ່ໄດ້ໝາຍຄວາມວ່າທ່ານຈະຕ້ອງເຂັ່ງຂຶມ ຈິງຈັງ ໃນທຸກເລື່ອງ ແຕ່ການເປັນຜູ່ໃຫຍ່ ຈຳເປັນຕ້ອງໃຊ້ເຫດ ແລະ ຜົນ ຫຼາຍຂຶ້ນໃນ ການພິດຈາລະນາເລື່ອງຕ່າງໆ ,ດັ່ງນັ້ນແລ້ວ ເຫດທີ່ ເຮັດໃຫ້ຕ້ອງເຮັດວຽກໜັກກໍ່ຄື ຕ້ອງການຫາເງິນໃຫ້ໄດ້ ພໍ່ໃຊ້ ,ມີສ່ວນອອມ ເກັບໄວ້ກໍ່ສ່ວນໜຶ່ງ ເມື່ອມີເງີນ ກໍສາມາດເຮັດ ໃຫ້ຖານະຄອບຄົວໝັ້ນຄົງ ,ສາມາດຊື້ໃນສິ່ງທີ່ຕ້ອງການ ແຕ່ໃນເມື່ອເຮົາຍັງຫາເປົ້າໝາຍທີ່ແທ້ ຈິງບໍ່ໄດ້ ກໍ່ບໍ່ອາດທີ່ຈະບັນລຸເຖິງສິ່ງທີ່ຕ້ອງການໄດ້ ດັ່ງນັ້ນແລ້ວ ຈິ່ງຢາກຈະເວົ້າວ່າ ການມີເງິນຫຼາຍ ບໍ່ໄດ້ເຮັດໃຫ້ ຄົນມີສຸຂະພາບດີ ການທີ່ເຮົາມີເງິນຫຼາຍ ບໍ່ໄດ້ເຮັດໃຫ້ເຮົາມີຄວາມສຸກຢ່າງສົມບູນ ແຕ່ການມີສຸຂະພາບກາຍທີ່ດີ ຕ້ອງໄດ້ຈາກການ ອອກຳລັງ ກາຍ ແລະ ການມີສຸຂະພາບໃຈທີ່ດີ ໄດ້ຈາກການອອກກຳລັງໃຈ ສິ່ງເຫຼົ່ານີ້ ສ້າງໄດ້ ໂດຍການໃຫ້ເວລາກັບຊີວິດ ຫັນມາຄິດ ຮັກສາສຸຂະພາບກາຍ ແລະ ໃຈ ເຮັດໃຫ້ສຸກໄດ້ ໂດຍບໍ່ຈຳເປັນຕ້ອງເປັນເສດຖີລວຍດັ່ງເຂົາ.
- ອັນເວລາ........ນະທີ.................ທີ່ໄຫຼລັບ
ບໍ່ໄຫຼກັບ..................ຫວນຄືນ...........ໃຫ້ຂຶ່ນຂົມ ສິ່ງໃດທຸກ ................ຈົ່ງປ່ວຍໄປ..........ຢ່າຊື່ນຊົມ ຢ່າມົວດົມ.................ຄວັນພິດ............ໃຫ້ຈິດໝອງ - ຈົ່ງໝັ່ນສ້າງ.........ກຸສົນ................ຂຶ້ນດົນຈິດ
ເປັນເຂັມທິດ.................ນຳໄປ...............ໃນທາງສຸກ ເມື່ອຜິດຫວັງ.................ມື່ນລົ້ມ..............ຈະໄດ້ລຸກ ດ້ວຍຄວາມສຸກ...............ສົ່ງໃຫ້...............ໄດ້ມີທັມ - ອອກກຳລັງ...........ທາງກາຍ...........ຕ້ານໄພໂຣກ
ຝ່າຍທຸກໂສກ.................ໃຫ້ຂະຫຍັນ..........ໝັ່ນຝຶກຝົນ ອອກກຳລັງ...................ທາງໃຈ..............ໄວ້ຊ່ວຍຕົນ ເກີດເປັນຄົນ..................ຖ້າເຮັດຄົບ...........ພົບສຸກແລ
|
 ຂຽນເມື່ອ: ມ.ສ.. 5, 2011
| ມີ
5 ຄຳເຫັນ
ແລະ
0 trackback(s)
 ໜວດໝູ່:
ທັມມະ
ຖ້າເວົ້າເຖິງຄຳວ່າຊະນະໃຜກໍ່ປາຖະນາ ແລະມຸ້ງຫວັງຢາກຈະໄປເຖິງຈຸດທີ່ປາຖະນາໄວ້ ,ແລະ ຖ້າເຮົາເວົ້າເຖິງການເອົາຊະນະກໍ່ຕ້ອງຄູ່ກັນໄປກັບຄຳວ່າແຂ່ງຂັນ ເຮົາຈິ່ງເຫັນການແຂ່ງຂັນຫຼາຍໆປະເພດ ບໍ່ວ່າຈະເປັນກິລາ ,ການສອບເສ່ັງ ແຕ່ສິ່ງເຫຼົ່ານີ້ ຄົນທີ່ສາມາດເຮັດໄດ້ນັ້ນມີຫຼາຍ ຖ້າຈະກ່ວາໃນລະດັບໂລກ ແລະຜູ່ຊະນະ ຄົນໃຫມ່ ອາດຈະຖືກ ເອົາຊະນະໂດຍ ຜູ່ທີ່ມີຄວາມສາມດທີ່ເໜືອກວ່າ ແລະ ກໍ່ເປັນສິ່ງແນ່ນອນວ່າ :ມັນກໍ່ສາມາດ ເກີດຂຶ້ນໄດ້ ເປັນຈິງໄດ້ ແຕ່ຜູ່ທີ່ເຮົາເອົາຊະນະໄດ້ຍາກທີສຸດໃນໂລກກໍ່ຄື ການເອົາຊະນະຄວາມຄິດ ລວມໄປເຖິງ ການກະທຳ ຂອງຕົນເອງ ..ຖ້າເວົ້າແນວນີ້ຫຼາຍໆຄົນກໍ່ຈະຫາວ່າບໍ່ມີຫຼັກຖານ ,,ຊັນກໍ່ມາເອ່ານ ແລະ ທຳຄວາມເຂົ້າໃຈວ່າຫຼັກຖານທີ່ຜູ່ຂຽນເອົາມາພຽງພໍ ຫຼື ບໍ່ ! ເຊັ່ນວ່າ: ມີຄົນສອງຄົນຮັກກັນຢ່າງ ໝັ້ນຄົງ ແຕ່ຄວາມໝັ້ນຄົງ ກັບບໍ່ຄືເກົ່າເເມືອຝ່າຍ ຊາຍມາບອດເລິກ ກັບຝ່າຍຍິງ ເຮັດໃຫ້ຝ່າຍຍິງ ຕ້ອງເສຍໃຈນ້ຳຕາໄຫຼ ,ກິນເຂົ້າບໍ່ແຊບໄປຫຼາຍວັນ ບໍ່ຫົວບໍ່ຍິ້ມກັບໃຜ..ບໍ່ຮູ້ວ່າເປັນເພາະເສຍດາຍ ຫຼື ວ່າຮັກຝັງໃຈ ແຮງ? ແຕ່ລາວກໍ່ຮູ້ວ່າການ ຄິດຮອດຄົນທີ່ເຂົາບໍ່ຮັກລາວເຮັດໃຫ້ລາວ ຕ້ອງມານັ່ງເສົ້າໃຈ ໝົດກຳລັງໃຈ ຈົນເຖິງນ້ຳຕາໄຫຼອອກມາ ຍິ່ງຄິດເຖິງ ອະດິດທີ່ແສນຫວານທີ່ເຄີຍຍອກໃຍກັນ ຍິ່ງຕ້ອງເຮັດໃຫ້ນ້ຳຕາຕົກ
ແຕ່ລາວກໍ່ບໍ່ສາມາດຂົມໃຈ ໃຫ້ເອົາຊະນະຄວາມຜິດຫວັງຄັ້ງນີ້ໄດ້ ໃນທີ່ສຸດກໍ່ຕ້ອງເປັນຜູ່ແພ້ ທຸກຄັ້ງທີ່ຄິດ ໂດຍບໍ່ສາມາດຫຼີກລ່ຽງໄດ້ ..ເຖິງແມ່ນວ່າຜູ່ຍິງຜູ່ນັ້ນຈະເຄີຍມີຄວາມຮັກແຕ່ລາວກໍ່ຄິດວ່າຄັ້ງນີ້ຂໍໃຫ້ເປັນປະສົບການ ຖ້າຮັກໃຜເຮົາຕ້ອງເບິ່ງຄົນດີໆ ເຊິ່ງມັນກໍ່ບໍ່ແມ່ນວິທີທາງອອກທີ່ດີເທົ່າໃດ ,ສຳລັບຜູ່ຂຽນແລ້ວ ຄິດວ່າ:ໃນວັນໜຶ່ງເຮົາມີຄວາມຮັກ ຫຼືມີຄົນມາຮັກເຮົາໄດ້ ຈິ່ງສາມາດເຊຶ່ອໄດ້ວ່າ:ວັນໜຶ່ງ ເຂົາກໍ່ສາມາດເບື່ອເຮົາໄດ້ເຊັ່ນກັນ ເພາະຈິດໃຈຂອງຄົນບໍ່ມີຄວາມແນ່ນອນ ເພາະສະນັ້ນ ການເຂົ້າໃຈວ່າ:ມື້ໜຶ່ງເຂົາຮັກເຮົາໄດ້ ມື້ໜຶ່ງເຂົາກໍ່ສາມາຊັງເຮົາໄດ້ເຊັ່ນກັນ ຈິງເປັນວິທີປ້ອງກັນຄວາມເສົ້າໄດ້ດີ ເພາະຖ້າວັນໜຶ່ງເຂົາຊັງເຮົາຂຶ້ນມາ ເຮົາກໍ່ຈະໄດ້ເຂົ້າໃຈວ່າ,(,ນັ້ນເດກູຄິດໄວ້ແລ້ວມຶງຕ້ອງຖິ້ມກູ)
ຂໍເອົາຕົວຢ່າງພຽງຢ່າງດຽວກໍ່ແລ້ວກັນ ເພາະຖ້າຍາວໄປກວ່ານີ້ຜູ່ອ່ານຄົງອ່ານບໍ່ຈົບແນ່ນອນເລີຍ.. ສະນັ້ນ ຈິ່ງສາມາດສະຫຼຸບໄດ້ວ່າ:ບຸກຄົນທີ່ເຮົາເອົາຊະນະໄດ້ຍາກທີ່ສຸດກໍ່ຄືຕົວຂອງເຮົາເອງ ແລະ ບຸກຄົນທີ່ເປັນຜູ່ແພ້ ກໍ່ຄືຕົວເຮົາເອງ ທີ່ບໍ່ສາມາດເອົາຊະນະຄວາມເສົ້າ ຄວາມເສຍໃຈ ,ຄວາມຜິດຫວັງ
ບາງຢ່າງທີ່ເຮົາຄິດວ່າເປັນສິ່ງທີ່ດີແຕ່ເຮົາກໍ່ບໍ່ສາມາດເອົາຊະນະຕົນ ບໍ່ສາມາປ່ຽນແປງຕົນຈິງກາຍເປັນຜູ່ແພ້ເຊິ່ງຄົນອຶ່ນບໍ່ສາມາດເອົາຊະນະແທນໄດ້...
ຈາກ:ຜູ່ແພ້ ທີ່ຕ້ອງການຈະແກ້ໄຂ
|
 ຂຽນເມື່ອ: ມ.ສ.. 2, 2011
| ມີ
6 ຄຳເຫັນ
ແລະ
0 trackback(s)
ມີຜູ່ຊາຍຄົນໜຶ່ງຊື່ວ່າ: ສູນທອນ ລາວຜິດຫວັງກັບບັນຫາຊີວິດ ສ່ວນໜຶ່ງກໍ່ແມ່ນ ຄວາມທຸກແລະສ່ວອຶ່ນໆອີກຫຼາຍບັນຫາ ກໍ່ເລີຍ ອອກໄປປັບທຸກນອກຍ້ານ ..ໄປດື່ມເຫຼົ້າກັບສ່ຽວ ຮັກສ່ຽວແພງ ທຸກໆວັນລາວເຮັດຢູ່ແນວນັ້ນ ຈົນມາຮອດວັນໜຶ່ງ ຫຼັງຈາກ ເມົາກັບມາຮອດ ເຮືອນກໍ່ເລີຍກັບມາເຫັນແມ່ ກົ້ໆໆເງີຍໆໆ ຢູ່ທີ່ເສົາໄຟຟ້າ ..ລາວກໍ່ເລີຍຖາມແມ່ວ່າ: ແມ໋ໆໆ...ອີແມ່ ເຮັດຫຍັງຢູ່ຄ່ຳປານນີ້ແລ້ວເປັນຫຍັງບໍ່ເຂົ້າໄປນອນ ??? ແມ່ກໍ່ເລີຍຕອບກັບວ່າ: ກຳລັງຫາຂອງຢູ່ລູກ..ທ້າວສູນທອນຖາມກັບ ຫາອີຫຍັງເດີກປານນີ້ ເຮ່ຍຢູ່ໃສລະມາໆໆສິຫາຊ່ວຍ.. ແມ່ກໍ່ຕອບກັບໄປວ່າ:ຫາແຫວນໝັ້ນທີ່ພໍ່ໂຕໃຫ້ນະ ເຮ່ຍຢູ່ໃນເຮືອນພຸ້ນນະ....ດ້ວຍຄວາມສົງໃສສູນທອນຖາມກັບທັນທີ ,ເຮ່ຍຢູ່ເຮືອນເປັນຫຍັງຈິ່ງມາຫາຢູ່ນອກພີ້ ...??ແມ່ຕອບກັບໄປວ່າ:ຢູ່ໃນເຮືອນມັນມືດ ກະເລີຍອອກມາຫາຢູ່ນອກ ມັນສະຫວ່າງດີ.. ພໍສູນທອນໄດ້ຟັງແມ່ເວົ້າ ກໍ່ຢຸດຄິດໄປວຶດໜຶ່ງ.. ແລ້ວຄິດໄດ້ວ່າ:ເຮົາໄປ ດື່ມເຫຼົ້ານີ້ບໍ່ໄດ້ຊ່ວຍຫຍັງເດ. .ມີແຕ່ເຮັດໃຫ້ໂຕເສຍສຸຂະພາບ ,ເສຍເງິນ.. ..ຄິດແນວໃດກ່ຽວກັບເລື່ອງນີ້?????
|
 ຂຽນເມື່ອ: ມ.ສ.. 1, 2011
| ມີ
8 ຄຳເຫັນ
ແລະ
0 trackback(s)
 ໜວດໝູ່:
ກາບກອນ
ການສະຫຼອງປີໃໝ່ ປີໃໝ່ໄຫຼລ່ວງເຂົ້າ ບານເບີກຮັບສີຣິ ຂໍຈົ່ງ ພານພົບດີ ດັ່ງມະໂນໝາຍໄວ້ ຂໍໃຫ້ມີເງິນໃຊ້ ເຕັມຖົງທຸກເມື່ອ ເຕັມທັງ ຄວາມເອື້ອເຟື້ອ ແກ່ສາຍເຊື້ອໝູ່ຄົນ ແດ່ເດີ ການສະຫຼອງເລີ່ມຂຶ້ນ ຫຼັງຈາກວັນເນົາ ຍິງຊາຍ ທັງບ່າວສາວ ຕ່າງສະຫຼອງຮັບຕ້ອນ ມີທັງໂຢະເຢະຟ້ອນ ຫ່ອນແອວເພາະຄວາມມ່ວນ ຄວາມສຸກສັນຄົບຖ້ວນ ຫົວຍີ້ມຮ່ວມກັນ ມ່ວນແລ້ວ ການສ້າງ ສັນເລີ່ມແລ້ວ ຄົບໝູ່ສະຫຼອງແຊວ ສ້າງສັນ ສົ່ງສຽງເພງ ເປັ່ງໄປໃຫ້ຮັບຮູ້ ດ້ວຍເຄື່ອງ ສຽງແອມຕູ້ ຈິ່ງສົ່ງ ສຽງສະໜັ່ນ ເມື່ອເພງເລີ່ມ ພາກັນຮ້ອງ ຕາຈ້ອງຈີ່ຈໍ ເບິ່ງແລ້ວ ສ້າງສັນສະຫຼອງແລ້ວ ຂໍຈົ່ງມີສະຕິ ລະວັງການຕົບຕີ ເມື່ອເມົາສຸຣາແລ້ວ ບາງຄົນ ໝຶນກັດແຂ້ວ ແນວສຸຣາເປັນເຫດ ກໍ່ໃຫ້ ເກີດເຫດຮ້າຍ ສລາຍຊີ້ນສ່ວນດີ ລະວັງທ້ອນ ດ້ວຍປີໃໝ່ ອ່ວຍເຂົ້າ ຂໍຈົ່ງພົບຄວາມສຸກ ອັນຕະລາຍນານາ ຢ່າມີມາໃກ້ ທັງຄວາມເຈັບຄວາມໄຂ້ ຫວັດໄອທຸກຢ່າງ ພົບພານ ສຸກຢູ່ສ້າງ ຫາຍຮ້ອນຢູ່ເຢັນ ແດ່ທ້ອນ
|
 ຂຽນເມື່ອ: ມ.ນ.. 30, 2011
| ມີ
1 ຄຳເຫັນ
ແລະ
0 trackback(s)
ມີນັກຂຽນບາງທ່ານ ໄດ້ປຽບບັນຫາຕ່າງໆທີ່ເກີດຂຶ້ນ ຄືດັ່ງຢາທີ່ຂົມເຝື່ອນ ເປັນຍາກທີ່ຈະກືນກິນເພື່ອຮັກສາ ແຕ່ກໍ່ເປັນສິ່ດີທີ່ວ່າຢາມີໄວ້ຮັກສາໂຣກ ໂດຍສະເພາະໂຣກທໍ້ໃຈທີ່ສາມາດເກີດຂື້ນກັບຄົນ ຫຼາຍຄົນໃນສັງຄົມ ເມື່ອໃດທີ່ຍັງມີການເຄື່ອນໄຫວວຽກງານກໍ່ໝາຍຄວາມວ່າໂອກາດທີ່ຈະມີຄວາມຜິດຍ່ອມມີຢູ່ສະເໝີ .ຢ່າງໃດກໍ່ຕາມການກິນຢາທີ່ຂົມຍັງບໍ່ສາມາດປຽບກັບ ການທີ່ຕ້ອງພົບກັບບັນຫາ ເພາະການກິນພຽງ ຮັກສາໂຣກເທົ່ານັ້ນ ແຕ່ການທີ່ຕ້ອງພົບກັບບັນຫາຍິ່ງເປັນສິ່ງທີ່ຍາກກວ່າ ແຕ່ກໍ່ຍັງດີກວ່າທີ່ເຮົາຈະມາຍຸດ ຫຼື ຫຼົບບັນຫານັ້ນໄປໂດຍບໍ່ສົນໃຈ ,ຖ້າເມື່ອໃດທີ່ເຮົາຫັນມາແກ້ບັນຫາແລ້ວ ມັນກໍ່ເໝືອນວ່າເຮົາມາດກ້າວຂຶ້ນຂັ້ນໃດໄປອີກຂັ້ນໜຶ່ງ ເຊິ່ງເປັນຂັ້ນໃດທີ່ເຮົາຈະບໍ່ຖອຍຫຼັງກັບມາອີກໃນຄວາມຜິດອັນເກົ່າ. ນັກທຸລະກິດທີ່ເຄີຍແຕ່ປະສົ ຜົນສັມເລັດຕ່າງກໍ່ຕ້ອງພົບກັບບັນຫາຫຼາຍໆຢ່າງ ສະນັ້ນແລ້ວເຮົາເຄີຍໄດ້ຫຼາຍຄົນເມື່ອພົບກັບບັນຫາແລ້ວ ກັບມີຄວາມເຊື່ອວ່າເປັນເພາະວາດສະໜາບໍ່ດີ ຖ້າເປັນເພາະວາສະໜາແທ້ເຮົາກໍ່ຕ້ອງໄປແກ້ໄຂທີ່ຕົວວາສະໜາ ແລ້ວຖາມວ່າສະໜາຂອງ ເຮົາໃຜເປັນຜູ່ສ້າງ ຫຼືວ່າມີເທວະດາ ,ນາງຟ້າ ແຕ່ຖ້າວາສະໜາຊ່ວຍເຮົາໄດ້ແທ້ ເຮົາລອງບໍ່ເຮັດຫຍັງເບິ່ງ ແລ້ວຊິຮູ້ວ່າຕົວວາສະໜານັ້ນຢູ່ໃສ ..ສຳລັບໂຕຜູ່ຂຽນເອງວາສະໜາກໍ່ຄືໂຕເຮົາເອງ ,ໂຕເຮົາເອງເປັນ ຄົນກຳນົດວາສະໜາ ສະນັ້ນແລ້ວຢາກຈະເວົ້າວ່າວາສະໜາບໍ່ໄດ້ສ້າງຄົນ,ວາສະໜາບໍ່ໄດ້ເຮັດໃຫຄົນບາງຄົນມີການສຶກສາ,ວາສະໜາ ບໍ່ໄດ້ເຮັດໃຫ້ຄົນບາງຄົນມີວຽກເຮັດ ,ເປັນໂຕຂອງເຮົາເອງຄື ໂຕກຳນົດວາສະໜາ.
|
 ຂຽນເມື່ອ: ມ.ນ.. 30, 2011
| ມີ
7 ຄຳເຫັນ
ແລະ
0 trackback(s)
ສົ່ງເຂົ້າມາເວລາ 10:07 AM ເມື່ອ ມ.ນ.. 30, 2011 | | .ຄົນຄົນໜຶ່ງທີ່ລອຍນ້ຳບໍ່ເປັນ ມື໊ໜຶ່ງລາວຕົກນ້ຳແຕ່ກັບລອດຊີວິດ ທັງໆທີ່ບໍ່ມີຄົນ ຊ່ວຍນັບ ວ່າເປັນເລື່ອງ ອະພິລິຫານ ແປກປາໄຫຼ...ອຸຍ..ແປກປາຫຼາດ..ທ່ານຄິດວ່າຍ້ອນຫຍັງ?? 1.ເພາະໃນໂຕຂອງລາວມີ ມຸດເປັນ.. 2.ໃນຫົວໃຈມີສຽງເພັງ(ຈັບຈະລະດຳ ຈັບ ຈັບ ຈ້າລະດຳ ) . .(ຫົວໃຈບໍ່ຍອມຢຸດເຕັ້ນ) 3.ເພາະລາວມີ Lactasoy............ ແລັກຕາ(ຊ່ອຍ) 4.ເປັນຄົນຫຼາຍໃຈ . .ກະລຸນາລະບຸເລືອກຄຳເຫັນ ເພາະຈະເປັນປະໂຫດຍດແກ່ສ່ວນ.....ຮາຮາໆໆກະລຸນາຫົວອິກຄັ້ງ..
|
 ຂຽນເມື່ອ: ມ.ນ.. 28, 2011
| ມີ
5 ຄຳເຫັນ
ແລະ
0 trackback(s)
 ໜວດໝູ່:
ຄວາມຮັກ
ອັນຄວາມຮັກ ເປັນແນວໃດ ໃຜທີ່ຮູ້
ຊ່ວຍບອກດູ ໃຫ້ຄວາມເຫັນ ເປັນວິຖີ ອາດຊ່ວຍໃຫ້ ເຫັນທາງ ເສັ້ນທີ່ດີ ເຕືອນສະຕິ ໃຜຫຼາຍຄົນ ໃຫ້ຄົ້ນພົບ ແລ ໜຶ່ງຊື່ສັຈ ຈິງໃຈ ຈິງວາຈີ ສອງຂັນຕິ ອົດທົນ ອົດກັ້ນໄວ້ ສາມນຳ້ໃຈ ເສຍສະຫຼະ ຄື ຈາຄະ ສີ່ທະມະ ຂົ່ມໂທສະ ອາລົມໂກທ໌ ກກະລຸນາໃຫ້ຄຳເຫັນກຽວກັບສິ່ທີ່ຜູ່ຂຽນໄດ້ຂຽນ ແລ້ວແຕ່ຄວາມຄິດ ບໍ່ວ່າຈະໃນແງ່ລົບ ຫຼື ບວກ ທ່ານສາມາດໃຫ້ໄດ້ ແລະຂອບໃຈ ທີ່ກະລຸນາໃຫ້ຄຳເຫັນ..
|
 ຂຽນເມື່ອ: ມ.ນ.. 26, 2011
| ມີ
4 ຄຳເຫັນ
ແລະ
0 trackback(s)
 ໜວດໝູ່:
ທັມມະ
ການມີຫລາຍຮັກບໍ່ໄດ້ຜິດ ,ຖ້າຮັກແລ້ວເຮັດໃຫ້ມີຄວາມສຸກ ແຕ່ຖ້ີຫຼາຍຮັກແລ້ວເຮັດໃຫ້ຫຼາຍໆຄົນຕ້ອງເປັນທຸກ ກໍ່ຄົງເປັນການເຫັນແກ່ຕົວທີ່ເຮົາຕ້ອງມີຄວາມສຸກກັບການກະທຳຂອງເຮົາພຽງແຕ່ຜູ່ດຽວ ການມີຄວາມຮັກເປັນສິ່ງທີດີເພາະສະນັ້ນເຮົາຄວນຈະຮັກໃຫ້ດີໆ ບໍ່ແມ່ນຮັກດ້ວຍຄວາມຫຼົງ ເພາະຖ້າຮັກເພາະຄວາມຫຼົງ ເມື່ອໃດທີ່ຜິດຫວັງ ມັກໃຊ້ວິທີການແກ້ປັນຫາທີ່ບໍ່ຄ່ອຍສ້າງສັນເທົ່າໃດ.
|
 ຂຽນເມື່ອ: ມ.ນ.. 26, 2011
| ມີ
3 ຄຳເຫັນ
ແລະ
0 trackback(s)
 ໜວດໝູ່:
ກາບກອນ
ເສັ້ນຊີວິດ ສາຍທາງ ຍັງຍາວເຍີ້ນ ຈົ່ງກ້າວເດີນ ຕໍ່ຝັນ ສານສຶບຕໍ່ ຫາກຜິດຫວັງ ກໍ່ພຽງວັນ ຢ່ານັ່ງທໍ້ ຈົ່ງສຶບຕໍ່ ສູ້ເພື່ອວັນ ຝັນເປັນຈິງ
|
|
|