
ຂຽນເມື່ອ: ສ.ຫ.. 21, 2011
| ມີ
6 ຄຳເຫັນ
ແລະ
0 trackback(s)
ເມື່ອຮັບປະທານນ້ຳຕານຫລາຍເກີນໄປ ໂດຍສະເພາະນ້ຳຕານ (ນ້ຳຕານຊາຍ, ນ້ຳເຜິ້ງ, ນ້ຳຕານໃນຫມາກໄມ້, ນ້ຳຕານໃນນົມ ແລະ ອື່ນໆ) ນ້ຳຕານຈະເຂົ້າສູ່ກະແສເລືອດຢ່າງວ່ອງໄວ ເຮັດໃຫ້ເລືອດມີພາວະເປັນກົດຫລາຍເກີນໄປຮ່າງກາຍເກີດ ພາວະບໍ່ສົມດຸນຈິ່ງມີການດຶງແຮ່ທາດຈາກສ່ວນຕ່າງໆພາຍໃນຮ່າງກາຍມາ ແກ້ໄຂຄວາມບໍ່ສົມດຸນເຮັດໃຫ້ເກີດໄຂມັນສະສົມ ນ້ຳຕານຈະຖືກເກັບໄວ້ທີ່ຕັບໃນຮູບແບບຂອງໄກລໂຄເຈນ ແຕ່ຖ້າມີຫລາຍເກີນໄປຕັບຈະສົ່ງໄປຫາກະແສເລືອດ ແລະ ປ່ຽນເປັນໄຂມັນ ໂດຍຈະສະສົມໄວ້ໃນສ່ວນຂອງຮ່າງກາຍທີ່ມີການເຄື່ອນໄຫວຫນ້ອຍເຊັ່ນ: ສະໂພກ, ກົ້ນ, ກົກຂາ, ຫນ້າທ້ອງກາຍເປັນໄຂມັນສ່ວນເກີນໃນທີ່ສຸດ.
ຖ້າຍັງຮັບປະທານນ້ຳຕານຢ່າງຕໍ່ເນື່ອງ ໄຂມັນຈະສະສົມໄວ້ທີ່ອະໄວຍະວະພາຍໃນອື່ນໆເຊັ່ນຫົວໃຈ, ຕັບ ແລະ ຫມາກໄຂ່ຫລັງເຊິ່ງອະໄວຍະວະເຫລົ່ານີ້ຈະ ຄ່ອຍໆຖືກຫໍ່ຫຸ້ມດ້ວຍໄຂມັນ ແລະ ນ້ຳເມືອກ. ຮ່າງກາຍຈະເຮັດວຽກຜິດປົກກະຕິ, ຄວາມດັນຂອງເລືອດຈະສູງຂຶ້ນ ເຊິ່ງການຮັບປະທານນ້ຳຕານຫລາຍເກີນໄປມີຜົນຕໍ່ການເຮັດວຽກຂອງ ສະຫມອງຈະເຮັດໃຫ້ສະຫມອງຢາກນອນຕະຫລອດເວລາ.
ນອກຈາກນີ້ ຄວນງົດການດື່ມເຄື່ອງດື່ມທີ່ມີສານແອວກໍຮໍ, ຄາເຟອິນ ຫັນມາດື່ມນ້ຳຫມາກໄມ້ສົດຈະດີກວ່າ ຫລື ນ້ຳບໍລິສຸດທຳມະດາທີ່ມີຜົນດີຕໍ່ສຸຂະພາບແທນ ແລະ ຄວນອອກກຳ ລັງກາຍຄວບຄູ່ກັນໄປນຳຈະໄດ້ຜົນໄວ.
ພາຍຫລັງທີ່ອອກກຳລັງກາຍຕໍ່ເນື່ອງປະມານ 20 ນາທີຮ່າງກາຍຈະຫລັ່ງຮໍໂມນແອນໂດຟິນອອກມາຕາມທຳມະຊາດເຮັດ ໃຫ້ຮ່າງກາຍສົດຊື່ນ, ຫ້າວຫັນ, ເກີດມີຄວາມສຸກ, ສາມາດຄາຍຄວາມກັງວົນໃຈກັບເລື່ອງຕ່າງໆໄດ້.
ຖ້າໃຜທີ່ຮັບປະທານອາຫານລົດຊາດຫວານຫລາຍຄວນຫລຸດປະລິມານນ້ຳຕານລົງ ເທື່ອລະຫນ້ອຍໆ ເພື່ອປັບປ່ຽນລົດຊາດ ແລະ ຫລຸດປະລິມານນ້ຳຕານໃນຮ່າງກາຍລົງທາງທີ່ດີຄວນເລີ່ມເຮັດຕັ້ງແຕ່ມື້ນີ້ ເປັນຕົ້ນໄປ ເພື່ອສຸຂະພາບທີ່ດີໃນວັນຕໍ່ໄປ.ຂອບໃຈຂໍ້ມູນຈາກ :.webcache.googleusercontent.com/search