ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 27, 2011 | ມີ 4 ຄຳເຫັນ ແລະ 0 trackback(s)


 

   ທ່ານ​ເຄີຍ​ສົງ­ໄສ​ຕົນ​ເອງບໍ່​ວ່າ ເປັນ​ຫຍັງ​ຈິ່ງ​ໄດ້​ມີ​ອາ­ການຢາກ​ນອນ​ຕະ­ຫລອດ​ເວ­ລາ ບໍ່​ວ່າຈະ​ເຮັດ​ຫຍັງ​ກໍ່​ຕາມ ມື້­ນີ້​ມີ​ຄວາມຮູ້​ກ່ຽວ​ກັບ​ອາ­ຫານ​ທີ່​ຮັບ​ປະ­ທານເຂົ້າ​ໄປ​ແລ້ວ​ເຮັດ​ໃຫ້​ ຢາກ​ນອນມາ​ຝາກ​ກັນ ເຊິ່ງ​ອາ­ຫານ​ທີ່​ວ່າ​ນີ້​ມີ​ດັ່ງ​ຕໍ່​ໄປ​ນີ້.

 

   1 ກ້ວຍ: ເປັນ​ຫມາກ​ໄມ້​ທີ່​ໃຫ້ ພະ­ລັງ­ງານ​ຢ່າງ​ວ່ອງ­ໄວ​ຊ່ວຍກຳ­ຈັດ​ຄວາມ​ເຄັ່ງ​ຄຽດ, ຮໍ​ໂມນເຊ​ໂຣ​ໂທ​ນິນ ແລະ ນໍ​ເອ​ພີ​ເນ​ຟຣິນ ຈາກ​ຫມາກ­ກ້ວຍ​ຈະ​ຊ່ວຍ​ເຮັດໃຫ້​ຮ່າງ­ກາຍ​ຫລັ່ງ​ສານ​ຮໍ​ໂມນແຫ່ງ​ຄວາມ­ສຸກ ແຕ່​ຖ້າ​ຮັບ​ປະ­ທານ​ຫມາກ­ກ້ວຍ​ຫລາຍ​ເກີນໄປ ຈະ​ເຮັດ​ໃຫ້​ຮູ້­ສຶກ​ຂີ້­ຄ້ານ ແລະ ບໍ່​ຢາກ​ເຄື່ອນ​ໄຫວ​ຮ່າງ­ກາຍ​ໄປໃສ​ເຮັດ​ໃຫ້​ຢາກ​ນອນ​ເທົ່າ​ນັ້ນ.

   2 ກາ­ເຟ: ດື່ມ​ກາ­ເຟ​ຕອນ​ເຊົ້າ ໂດຍ​ທີ່​ກະ­ເພາະ​ອາ­ຫານ​ຍັງ​ວ່າງ​ເປົ່າ​ຈະ​ເຮັດ​ໃຫ້​ຮູ້­ສຶກ​ຢາກ​ນອນເພາະ​ ຫລັງ​ຈາກ​ດື່ມ​ກາ­ເຟ​ໄດ້ 30ນາ­ທີ ສານ​ກາ­ເຟ​ອິນ​ຈະ​ເຂົ້າ​ໄປໃນ​ກະ­ແສ​ເລືອດ ແລະ ໄປ​ທີ່​ສະຫມອງ​ສົ່ງ​ຜົນ​ໃຫ້​ອອກ​ຊີ​ເຈນ​ທີ່ສົ່ງ​ໄປ​ສະ­ຫມອງ​ຖືກ​ ຂັດ­ຂວາງແລ້ວ​ອາ­ການ​ຢາກ​ນອນ​ກໍ່​ຕາມມາ.

   3 ເຂົ້າ­ຫນົມ​ປັງ​ຂາວ ແລະ ເຂົ້າ​ຂາວ: ອາ­ຫານ​ທຸກ​ຊະ­ນິດ​ນີ້ ເຮັດ​ມາ​ຈາກ​ແປ້ງ ເມື່ອ​ຮັບ​ປະທານ​ເຂົ້າ​ໄປ​ຈະ​ເຮັດ​ໃຫ້​ຢາກນອນ, ຍ້ອນ​ວ່າ​ມັນ​ເປັນ​ຄາ​ໂບໄຮ​ເດດ​ຮີບ​ດ່ວນ ຈິ່ງ​ເຮັດ​ໃຫ້​ຕັບ                ອ່ອນ​ຕ້ອງ​ຫລັ່ງ​ສານ​ອິນ​ຊູ​ລິນອອກ​ມາ​ຫລາຍ ຈິ່ງ​ເຮັດ​ໃຫ້​ນ້ຳຕານ​ໃນ​ເລືອດ​ສູງ​ຂຶ້ນ ແລະ ເຮັດໃຫ້​ຢາກ​ນອນ.

   4 ຖົ່ວ​ເປືອກ​ແຂງ: ມີ​ກາກໃຍ​ອາ­ຫານ​ຫລາຍ ເຊິ່ງ​ຈະ​ໄປຢຸດ​ຂະ​ບວນ​ການ​ຍ່ອຍ​ອາ­ຫານ ແລະ ຍັງ​ຖືກ​ສົ່ງ­ຕໍ່​ໄປ​ຫາ​ລຳ​ໄສ້ໃຫຍ່​ໂດຍ​ບໍ່​ຍ່ອຍ ແລະ ກະ​ຕຸ້ນແບດ​ທີ​ເລຍ​ໃນ​ລຳ​ໄສ້​ໃຫຍ່​ທີ່​ມີ ຫນ້າ­ທີ່​ຈັດ­ການ​ກັບ​ກາກ​ໃຍ​ອາຫານ ຜົນ​ກໍ່​ຄື​ເຮັດ​ໃຫ້​ທ້ອງ​ເບັງ ແລະ ຢາກ​ນອນ ໂດຍ​ສະ­ເພາະຖ້າ​ຮັບ​ປະ­ທານ​ປະ­ສົມ​ກັບ​ເກືອກໍ່​ຈະ​ທຳ­ລາຍ​ວິ­ຕາ­ມິນ​ບາງ​ ຊະນິດ​ເຊັ່ນ: ວິ­ຕາ­ມິນ​ບີເປັນ​ວິ­ຕາ­ ມິນທີ່​ເຮັດ​ໃຫ້​ຮ່າງ­ກາຍ​ສົດ­ຊື່ນ​ຫ້າວຫັນ.

   5 ຂອງ­ຫວານ: ເຊັ່ນເຂົ້າຫນົມ​ຫວານ, ເຄັກ, ເຄື່ອງ​ດື່ມລົດ​ຫວານໆ, ນ້ຳ­ຕານ​ເຮັດ​ໃຫ້ຢາກ​ນອນ ແລະ ຍັງ​ເປັນ​ຕົວ​ຍາດ​ວິ­ຕາ­ມິນ​ບີ​ໄປ​ຈາກ​ຮ່າງ­ກາຍ​ນຳ.

   6 ຜະ­ລິດ​ຕະ​ພັນ​ນົມ ແລະ ໂຢເກິດ: ເປັນ​ອາ­ຫານ​ທີ່​ມີ​ປະ­ໂຫຍດ ແຕ່​ຖ້າ​ຮັບ​ປະ­ທານ​ໂຢ​ເກິດ​ຫລາຍຈະ​ເຮັດ​ໃຫ້​ຮ່າງ­ກາຍ​ໄດ້​ຮັບ​ແຄລຊຽມ ແລະ ໂປຣ​ຕີນ ແຕ່​ໃນ​ຂະ­ນະດຽວ​ກັນ ​ໂປຣ​ຕີນ​ທີ່​ວ່າ​ນີ້ ຈະແຍກ​ກົດ​ອະ​ມິ​ໂນ​ຈາກ​ຮ່າງ­ກາຍສົ່ງ​ຜົນ​ໃຫ້​ມີ​ກົດ​ຫລາຍ​ໃນ​ຮ່າງກາຍ ແລະ ເຮັດ​ໃຫ້​ຢາກ​ນອນ​ຕະຫລອດ​ເວ­ລາ.

Delicious Digg Fark Twitter