ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 23, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

ທ່ານເຄີຍສົງໄສແມ່ນບໍ່ວ່າ ບາງເທື່ອບໍ່ແມ່ນລະດູຫນາວ ແຕ່ເປັນຫຍັງຮີມສົບຈິ່ງແຫ້ງແຕກເປັນເກັດໄດ້ ມື້ນີ້ມີຄຳຕອບກ່ຽວກັບເລື່ອງ ນີ້ມາເວົ້າສູ່ຟັງ. ສາເຫດທີ່ເຮັດໃຫ້ປາກແຫ້ງ-ແຕກນັ້ນ ບໍ່ໄດ້ມາຈາກສະພາບອາກາດທີ່ແຫ້ງໃນລະດູຫນາວພຽງຢ່າງດຽວ ແຕ່ຍັງມີອີກ ຫລາຍປັດໄຈທີ່ເຮັດໃຫ້ສົບຂອງທ່ານແຫ້ງໄດ້ ເພື່ອບໍ່ໃຫ້ເປັນການເສຍເວລາມາຮູ້ຈັກກັນເລີຍ.

ຜິວຂາດນ້ຳ: ຖ້າທ່ານດື່ມນ້ຳຫນ້ອຍຜິວຫນັງທົ່ວຮ່າງກາຍລວມເຖິງຮີບສົບກໍ່ຈະແຫ້ງເພາະຂາດນ້ຳ ດັ່ງນັ້ນທ່ານຄວນດື່ນນ້ຳໃຫ້ຫລາຍໆ ຢ່າງຫນ້ອຍຄວນດື່ມໃຫ້ໄດ້ວັນລະ 8 ຈອກ ຈິ່ງຈະເຮັດໃຫ້ຜິວຊຸ່ມ ແລະ ສົບບໍ່ແຫ້ງແຕກນຳອີກ.

ມັກເລຍສົບ: ທ່ານອາດຄິດວ່າການເລຍສົບເລື້ອຍໆ ຈະຊ່ວຍເຮັດໃຫ້ຮີມສົບຊຸມຊື່ນຂຶ້ນ ແຕ່ຄວາມເປັນຈິງແລ້ວ "ເອນໄຊມ໌" ໃນນ້ຳ ລາຍຈະເຮັດໃຫ້ຄວາມຊຸ່ມຊື່ນລະເຫີຍອອກໄປໄວຂຶ້ນ ດັ່ງນັ້ນ ວິທີທີ່ດີທ່ານຄວນຢຸດເລຍສົບໄດ້ແລ້ວ.

ນອນອ້າປາກ: ການນອນອ້າປາກ ຫລື ການຫາຍໃຈທາງປາກເລື້ອຍໆກໍ່ເຮັດໃຫ້ສົບແຫ້ງ ແລະແຕກໄດ້ເຊັ່ນກັນ ເພາະວ່າການນອນ ອ້າປາກຈະເຮັດໃຫ້ຮ່າງກາຍສູນເສຍຄວາມຊຸ່ມຊື່ນໃນຂະນະເປີດປາກ ທ່ານສາມາດປ້ອງກັນໄດ້ໂດຍທາຄີມ ຫລື ລິບສະຕິກແນວມັນຫລື ນວດຂອງລາວເຮົານີ້ແຫລະນຳມາທາເປັນປະຈຳກອນເຂົ້ານອນກໍ່ຊ່ວຍເຮັດໃຫ້ສົບບໍ່ແຕກແລ້ວ.

ແພ້ສານບາງຢ່າງ: ເປັນໄປໄດ້ວ່າສານບາງຢ່າງໃນລິບສະຕິກ ຫລື ເຄື່ອງແຕ່ງຫນ້າອາດເຮັດໃຫ້ທ່ານເກີດອາການແພ້ ທ່ານຄວນຈະ ຮູ້ສາເຫດວ່າທ່ານນັ້ນແພ້ສານໂຕອັນ ເມື່ອຮູ້ແລ້ວຄວນຢຸດໃຊ້ໄປເລີຍ ແລ້ວອາການປາກແຫ້ງຂອງທ່ານກໍ່ຈະເຊົາເອງ.

ຂຽນເມື່ອ ຂຽນເມື່ອ: ທ.ວ.. 11, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

ຫລາຍໆທ່ານຄົງຈະກັງວົນໃນເລື່ອງການໃຊ້ຜະລິດຕະພັນ ລ້າງຫນ້າ ວ່າຄວນຈະນຳໃຊ້ຜະລິດ ຕະພັນໃດທີ່ຈະເຫມາະສົມກັບໃບ ຫນ້າຂອງເຮົາຕາມຫລັກວິຊາການ ແລ້ວ ຈຸດປະສົງໃນການລ້າງຫນ້າ ກໍ່ເພື່ອກຳຈັດສິ່ງສົກກະປົກໄປຈາກໃບຫນ້າເຊັ່ນວ່າ: ຝຸ່ນລະອອງ, ມົນລະພາວະ ຫລື ເຊື້ອພະຍາດທີ່ປິວມາເກາະໄຂມັນຢູ່ໃບຫນ້າ ແລະ ແນ່ນອນ ຖ້າຈະລ້າງສິ່ງສົກກະປົກເຫລົ່ານັ້ນອອກໄປ ຜະລິດຕະ ພັນທີ່ເລືອກໃຊ້ນັ້ນຈະຕ້ອງຊຳລະເອົາໄຂມັນສ່ວນຫນຶ່ງອອກໄປນຳ. ສະບູທົ່ວໄປສ່ວນໃຫຍ່ ມີປະສິດທິພາບເປັນດ່າງທີ່ມີຄ່າ PS ຫລາຍ ກວ່າ 8 ເຊິ່ງຈະສາມາດລ້າງໄຂມັນ ແລະ ສິ່ງສົກກະປົກອອກໄປໄດ້ ແຕ່ຢ່າລືມຜິວຫນ້າເຮົາກໍ່ຈະຂາດສົມດຸນ, ອ່ອນແອ, ແຫ້ງ, ຫຍາບ ເຊັ່ນກັນ. ດັ່ງນັ້ນ ສະບູທີ່ດີຄວນຈະຊຳລະແຕ່ສິ່ງສົກກະປົກໄດ້ດີ ແລະ ບໍ່ດຶງເອົາໄຂມັນເທິງໃບຫນ້າອອກໄປຫລາຍເກີນໄປ. ການລ້າງ ຫນ້າດ້ວຍນ້ຳລ້າໆເຫມາະສົມສຳລັບຜູ້ບໍ່ໄດ້ແຕ່ງຫນ້າ ແລະ ເປັນຝົດຜື່ນ ແຕ່ຖ້າຜິວຫນ້າມັນ ແລະ ແຕ່ງຫນ້າຄົງຈະຕ້ອງໃຊ້ຜະລິດຕະ ພັນລ້າງຫນ້າທີ່ລ້າງສິ່ງສົກກະປົກໄດ້ດີ ແລະ ບໍ່ດຶງດູດໄຂມັນອອກຈາກໃບຫນ້າຫລາຍເກີນໄປ ໂດຍຄວນມີ ຄ່າ PS ປະມານ 5-7 ດີ ທີ່ສຸດ ໂດຍລວມຄວນຈະເປັນສະບູແຫລວຫລາຍກວ່າສະບູກ້ອນ ແຕ່ຈະເປັນຜະລິດຕະພັນໃດກໍ່ຄົງຕ້ອງພິຈາລະນາເອົາເອງ ຫລື ສອບ ຖາມແພດທີ່ກ່ຽວຂ້ອງນຳ ເພື່ອຄວາມປອດໄພຂອງໃບຫນ້າ ເມື່ອເລີ່ມເຂົ້າໄວຫນຸ່ມຮໍໂມນຈະກະຕຸ້ນໃຫ້ເກີດສິວເລີ່ມຕົ້ນດ້ວຍການເປັນສິວ ອຸດຕັນປ່ຽນເປັນສິວອັກເສບ ແລະ ກໍ່ເປັນສິວຫນອງແລ້ວກາຍເປັນຮອຍສິວດຳ ແລະ ເປັນແປ້ວເທິງໃບຫນ້າ. ແສງແດດແຮງໆ, ສານ ເຄມີ, ຝຸ່ນລະອອງ ແລະ ອາກາດທີ່ແຫ້ງ ກໍ່ມີສ່ວນເຮັດໃຫ້ເກີດສິວໄດ້ເຊັ່ນດຽວກັນ. ດັ່ງນັ້ນ, ຖ້າເຮົາເຂົ້າໃຈສາເຫດ ແລະຂະບວນການ ເກີດສິວກໍ່ຄົງຈະສາມາດປ້ອງກັນສິວລວມທັງຂຸມ ແລະ ຮອຍດຳທີ່ເກີດຂຶ້ນ ຈາກສິວໄດ້ ເຊິ່ງວິທີການປິ່ນປົວຮອຍດຳ ແລະ ຮອຍແປ້ວ ກາຍເປັນບັນຫາຫນັກໃຈຂອງຄົນເຮົາ ສ່ວນໃຫຍ່. ເພາະໃຊ້ເວລາຮັກສາດົນ ແລະ ໃຊ້ເງິນຫລາຍກວ່າທີ່ ຈະຮັກສາສິວຕັ້ງແຕ່ເລີ່ມຕົ້ນຄື ແຕ່ໄລຍະສິວອຸດຕັນ ແລະ ໄລຍະສິວອັກເສບເຊິ່ງເຊົາໄວກວ່າ.

ສຳລັບການປິ່ນປົວຮອຍສິວດຳແພດຍັງບໍ່ຖືວ່າເປັນບາດແຜຄືກັບຂຸມ ຫລື ຮອຍນູນປົກກະຕິປະໄວ້ປະມານ 5-6 ເດືອນກໍ່ຈະຈາງໄປ ເອງໄດ້ ແຕ່ຖ້າຫາກທ່ານຕ້ອງການໃຫ້ເຊົາໄວຂຶ້ນກໍ່ຕ້ອງໃຊ້ຄຣີມທີ່ມີກົດວິຕາມິນເອ ໂດຍອາດຈະຮ່ວມກັບການເຮັດການຜັດປ່ຽນຜິວດ້ວຍ AHA ນຳ ກໍ່ຈະເຮັດໃຫ້ຮອຍດຳສິວຈາກຫາຍໄດ້ໄວຂຶ້ນກວ່າເກົ່າ.

ສ່ວນຮອຍນູນ ແລະ ຂຸມສິວ: ຖ້າປະໄວ້ກໍ່ຈະຢູ່ກັບເຮົາໄປຕະຫລອດຊີວິດ ຮອຍເປັນນູນທີ່ເກີດຕາມຫລັງສິວອັກເສບມັກເກີດບໍລິເວນ ດັງ, ຄາງ, ຂະມັບ... ແພດມັກຈະຮັກສາດ້ວຍການໃຊ້ຢາທາ ແລະສີດຢາເຂົ້າໃສ່ໃນບໍລິເວນຮອຍນູນເພື່ອໃຫ້ຍຸບການຮັກສາແຜເປັນນູນ ນີ້ ຕ້ອງໄດ້ມີການປຶກສາແພດຫມໍທີ່ມີຄວາມຮູ້ທາງດ້ານນີ້ ໂດຍສະເພາະເພາະວ່າເຄື່ອງສຳອາງທົ່ວໄປຊ່ວຍໃຫ້ແຜເປັນນູນນຸ່ມຂຶ້ນເທົ່ານັ້ນ ແຕ່ບໍ່ໄດ້ເຮັດໃຫ້ແຜເປັນນັ້ນຍຸບລົງເລີຍ.

ສຳລັບຮອຍຂຸມສິວ: ການຮັກສາພຽງແຕ່ທາຄຣີມກະຕຸ້ນການຜັດປ່ຽນຜິວ ພ້ອມກັບການກະຕຸ້ນການສ້າງເຊວໃຫມ່ ແລະ ການກະຕຸ້ນ ຊັ້ນຫນັງແທ້ຕໍ່ມາການຜັດປ່ຽນຜິວດ້ວຍ AHA ເພີ່ມເຕີມນຳດ້ວຍເຕັກນິກແຕ້ມນ້ຳຢາ TCA ກະຕຸ້ນຖ້າເປັນຫລາຍກໍ່ອາດຈະໄດ້ນຳໃຊ້ເລ ເຊີກໍ່ໄດ້ ເຊິ່ງການຈະນຳໃຊ້ວິທີການຮັກສາຕ່າງໆກໍ່ຕ້ອງໄດ້ຜ່ານການກວດສອບ ແລະ ໃຫ້ຄຳແນະນຳຈາກແພດຫມໍກ່ອນ.

ຂຽນເມື່ອ ຂຽນເມື່ອ: ທ.ວ.. 10, 2011 | ມີ 1 ຄຳເຫັນ ແລະ 0 trackback(s)

ເຜີຍ 4 ວິທີເຮັດໃຫ້ສຸຂະພາບດີ

    ເຊື່ອວ່າຫລາຍຄົນຄົງຢາກມີສຸຂະພາບແຂງແຮງດີ ມື້ນີ້ຈິ່ງຂໍແນະນຳວິທີກ່ຽວກັບອາຫານການກິນມາບອກໃຫ້ຮູ້ສິ່ງສຳຄັນ ສຳລັບຜູ້ນຳ ເອົາໄປປະຕິບັດຈະຊ່ວຍເຮັດໃຫ້ມີສຸຂະພາບແຂງແຮງຂຶ້ນມາກໍ່ເປັນໄດ້.

1 ລອງຮັບປະທານອາຫານໃຫມ່: ໃຜທີ່ຄິດວ່າບໍ່ຮູ້ຈະຮັບປະທານຫຍັງດີ ສຸດທ້າຍກໍ່ຕ້ອງກັບມາຮັບປະທານອາຫານແບບເກົ່າຊ້ຳໆ ທ່ານ ຮູ້ບໍ່ວ່າການຮັບປະທານອາຫານດຽວຊ້ຳໆເປັນປະຈຳທຸກມື້ຈະເຮັດໃຫ້ຮ່າງກາຍໄດ້ຮັບສານອາຫານບໍ່ພຽງພໍ, ຖ້າທ່ານສາມາດຮັບປະທານ ອາຫານໄດ້ຫລາຍຢ່າງຈະຊ່ວຍເຮັດໃຫ້ຮ່າງກາຍໄດ້ຮັບວີຕາມິນ ແລະ ສານຕ້ານອະນຸມູນອິດສະຫລະເພີ່ມຂຶ້ນ.

2 ຫາເວລາເຂົ້າຄົວແຕ່ງກິນ: ເວລາທີ່ເຮົາລົງມືແຕ່ງກິນເອງ ອາດເຮັດໃຫ້ທ່ານສາມາດຮັບປະທານອາຫານໄດ້ຫລາຍຂຶ້ນກວ່າເກົ່າ ນອກ ຈາກນີ້ ການເຂົ້າຄົວຍັງເປັນອີກກິດຈະກຳຫນຶ່ງທີ່ຊ່ວຍເສີມສ້າງຄວາມສຳພັນອັນດີລະຫວ່າງຄົນໃນຄອບຄົວນຳອີກ.

3 ຮັບປະທານອາຫານປະເພດພືດພັນທັນຍາຫານ: ເປັນທີ່ຮູ້ຈັກກັນດີແລ້ວວ່າ ຖ້າຮັບປະທານຈຳພວກພືດພັນທັນຍາຫານ ສາມາດຊ່ວຍ ປ້ອງກັນບໍ່ໃຫ້ເກີດພະຍາດຊຳເຮື້ອຕ່າງໆເຊັ່ນ ພະຍາດໄຂມັນອຸດຕັນໃນເສັ້ນເລືອດ, ເບົາຫວານຊະນິດທີ 2 ແລະ ພະຍາດມະເຮັງແຖມ ຍັງມີຄຸນສົມບັດຊ່ວຍຕໍ່ສູ້ກັບຄໍເລສເຕີຣໍໄດ້ອີກ ນອກຈາກນີ້ ຍັງອຸດົມໄປດ້ວຍໄຟເບີ ເຊິ່ງຈະຊ່ວຍເຮັດໃຫ້ທ່ານຮູ້ສຶກອີ່ມທ້ອງໄດ້ດົນ.

4 ຮັບປະທານຂອງວ່າງລະຫວ່າງມື້: ທ່ານຮູ້ຫລືບໍວ່າການຮັບປະທານອາຫານເບົາໆ (ຂອງກິນຫລິ້ນ) ລະຫວ່າງມື້ ຈະຊ່ວຍເຮັດໃຫ້ຮ່າງ ກາຍໄດ້ຮັບສານອາຫານເພີ່ມຂຶ້ນ ເພາະວ່າທ່ານຈະໄດ້ຮັບວີຕາມິນ ແລະ ເກືອແຮ່ ທີ່ຮ່າງກາຍຕ້ອງການນອກເຫນືອຈາກອາຫານຄາບ ຫລັກທັງ 3 ຄາບນັ້ນ ນອກຈາກນີ້ ມັນຍັງຊ່ວຍຮັກສາລະດັບນ້ຳຕານໃນເລືອດໃຫ້ຄົງທີ່, ເພີ່ມພະລັງງານ ແລະ ເຮັດໃຫ້ອາລົມດີຂຶ້ນ ນຳອີກ.

ຂຽນເມື່ອ ຂຽນເມື່ອ: ທ.ວ.. 9, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ວາລະສານແລນເຊລາຍງານວ່າ ຫນ່ວຍບໍລິການທົດລອງທາງຄຣີນິກຈາກມະຫາວິທະຍາໄລອ໊ອກຟອດໄດ້ວິເຄາະຂໍ້ມູນໃນຈຳນວນ ເກືອບ 1 ລ້ານຄົນທົ່ວໂລກ ແລະ ກໍ່ໄດ້ຜົນສະຫລຸບຂອງຂໍ້ມູນວ່າ ຜູ້ທີ່ມີດັດສະນີມວນກາຍ (BMI) ສູງກວ່າເກນປົກກະຕິແມ່ນມີຄວາມ ສ່ຽງອາຍຸສັ້ນ (ບີເອັມໄອຄຳນວນຈາກການເອົານ້ຳຫນັກຕົວມາຫານກັບລວງສູງຍົກກຳລັງສອງ) ເກນປົກກະຕິ ຈະຢູ່ລະຫວ່າງ 20-25 ຖ້າຢູ່ລະຫວ່າງ 30Œ39 ຖືວ່າເປັນພະຍາດຕຸ້ຍໃນລະດັບປານກາງມີຄວາມສ່ຽງອາຍຸສັ້ນລົງ 3 ປີ ແລະ ຖ້າຢູ່ລະຫວ່າງ 40-50 ແມ່ນ ຢູ່ລະດັບຮຸນແຮງມີຄວາມສ່ຽງອາຍຸສັ້ນ 10 ປີສາເຫດທີ່ເຮັດໃຫ້ອາຍຸສັ້ນຄືວ່າພະຍາດຕຸ້ຍເປັນບໍ່ສາເຫດທີ່ ເຮັດໃຫ້ເກີດຈາກພະຍາດຫົວ ໃຈ, ຫລອດເລືອດສະຫມອງ ແລະ ພະຍາດມະເຮັງບາງຊະນິດ.

ເມື່ອທ່ານຮູ້ແບບນີ້ແລ້ວກໍ່ຫັນມາໃສ່ໃຈຄວບຄຸມທັງເລື່ອງການຮັບປະທານ ແລະ ການອອກກຳລັງກາຍໃຫ້ເປັນນິດໄສ.

ຂຽນເມື່ອ ຂຽນເມື່ອ: ທ.ວ.. 9, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

ນັກຈິດຕະວິທະຍາ ຄິມຈອນ ສັນໄດ້ທຳການສຶກສາ ແລະ ພົບວ່າ: ຫນູທົດລອງທີ່ຂາດເກືອບໍ່ຍອມປະຕິບັດສິ່ງທີ່ເຄີຍປະຕິບັດມາ ກ່ອນຫນ້ານີ້ເຊັ່ນ: ກິນຂອງຫວານ ເປັນຕົ້ນຫນູຈະຖືກກົດດັນ ເຊິ່ງຈະໄປກະຕຸ້ນຄວາມຮູ້ສຶກພໍໃຈໃນສະຫມອງຂອງຫນູ.

ຫນູຕົວດັ່ງກ່າວຈະເຊົາປະຕິບັດສິ່ງທີ່ເຄີຍປະຕິບັດມາທັງຫມົດ ຈິ່ງເຮັດໃຫ້ນັກວິໄຈເຊື່ອວ່າການຂາດເກືອ ແລະ ຄວາມຕ້ອງການ ທີ່ ຕາມມາອາດຈະໄປຊັກນຳໃຫ້ເກີດອາການທີ່ໃກ້ຄຽງກັບຄວາມຊຶມເສົ້າ.

ແຕ່ການທີ່ຫນູບໍ່ກະທຳໃນສິ່ງ ທີ່ມັນເຄີຍມັກຖືວ່າເປັນລັກສະນະ ສຳຄັນທີ່ສຸດຂອງອາການຊຶມເສົ້າທາງຈິດຕະວິທະຍາອີກຢ່າງຫນຶ່ງ ແລະເມື່ອປະກອບກັບຄວາມເຊື່ອທົ່ວໄປວ່າ: "ເກືອເປັນສິ່ງທີ່ຊ່ວຍຟື້ນຟູອາລົມຕາມທຳມະຊາດ" ເຖິງແມ່ນວ່າຄົນສ່ວນຫລາຍຈະຮູ້ວ່າ ຖ້າ ຮັບປະທານໃນປະລິມານຫລາຍອາດກໍ່ໃຫ້ເກີດພະຍາດຄວາມດັນເລືອດສູງ, ຫົວໃຈ ແລະ ບັນຫາສຸຂະພາບອື່ນໆຕາມມາ.

ແຕ່ການທົດລອງດັ່ງກ່າວ ຍັງບໍ່ທັນມີຂໍ້ສະຫລຸບຢ່າງແນ່ນອນເທື່ອຍັງຢູ່ຂັ້ນຕອນຂອງການທົດລອງ ເພາະສະນັ້ນ ເຮົາຄວນຈະຮັບ ປະທານອາຫານໃນລົດຊາດທີ່ບໍ່ເຄັມຫລາຍຈົນເກີນໄປເພື່ອຫລີກເວັ້ນການເກີດພະຍາດຕ່າງໆທີ່ຈະຕາມມາໃນອະນາຄົດ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 16, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

ວິທີຫູງເຂົ້າ ທີ່ສາມາດເກັບໄວ້ໄດ້ ດົນໆໆໆໆໆ
(( ຫນັງສືພີມ ເສດຖະກິດ- ສັງຄົມ))
ວິທີການຫູງເຂົ້າໃຫ້ງາມແລະສາມາດ ເກັບຮັກສາໄວ້ໄດ້ດົນໆ ໂດຍບໍ່ບູດເນົ່າມາບອກກັນ ຄື:ໃນເວລາຫູງເຂົ້າໃຫ້ໃສ່ນ້ຳສົ້ມສາຍ ຊູລົງໄປຫນ້ອຍຫນື່ງປະມານ ຫນື່ງບວ່ງຊາລົງໄປໃນຫມໍ້ເຂົ້າເພາະເຂົ້າທີ່ຫູງໂດຍໃສ່ນ້ຳສົ້ມສາຍຊູ ລົງໄປນັ້ນ ສາມາດເກັບຮັກ ສາໄວ້ໄດ້ຫລາຍມື້ໂດຍທີ່ເຂົ້າບໍ່ມີກີ່ນແລະເຫມັນບູດ. ສະດວກເວລາເດີນທາງໄປຕ່າງແຂວງ ທ່ານສາມາດຫູງເຂົ້າເພືອນຳໄປຮັບ ປະທານລະຫວ່າງການເດີນທາງ ໄດ້ ພຽງແຕ່ຫູງເຂົ້າຕາມວິທີ ທີ່ບອກນັ້ນ ຫລັງຈາກເຂົ້າສຸກ (ປະໃຫ້ເຢັນກ່ອນ)ໃຫ້ຕັກໃສ່ຖົງຢາງ ແຕ່ຢ່ງຟ້າວຮັດຢາງເທື່ອລໍຖ້າໃຫ້ອາຍນ້ຳລະເຫີຍອອກມາກ່ອນຈີ່ງມັດ ເພາະວ່າຖ້າຮັດ ຢາງຕອນທີ່ເຂົ້າຮ້ອນອາດຈະເຮັ້ດໃຫ້ເຂົ້າເກີດເຊື້ອລາ ຫລືຕົກໂມະໄດ້ໄວ.