ຂຽນເມື່ອ: ກ.ພ.. 8, 2012
| ມີ
13 ຄຳເຫັນ
ແລະ
0 trackback(s)
ຊື່ວ່າ ພຣະພຸດທະສາສະໜາ ມາຈາກຄໍາວ່າ ພຸດທິ ເຊິ່ງໝາຍຄວາມ ວ່າ “ຕື່ນຂື້ນ, ເບີກບານ, ຕັດສະຮູ້” ແລະ ພຣະພຸດທະສາສະໜາ ສາມາດເວົ້າ ໄດ້ວ່າເປັນປັດຊະຍາ(ປຣັຊຍາ) ຂອງຄວາມຕື່ນຕົວ. ປັດຊະຍານີ້ໄດ້ມີຕົ້ນກໍາເນີດ ມາຈາກປະສົບການຂອງບຸລຸດຄົນໜຶ່ງມີນາມວ່າ ສິດທັດຖະ ໂຄຕະມະ ຫຼື ເປັນທີ່ ຮູ້ກັນດີ ໃນນາມພຣະພຸດທະເຈົ້າ ຜູ້ທີ່ຕັດສະຮູ້ດີແລ້ວດວ້ຍພຣະອົງເອງເມື່ອ ອາຍຸໄດ້ ໓໕ ພັນສາ. ປັດຈຸບັນ ພຣະພຸດທະສາສະໜາມີອາຍຸໄດ້ ໒໕໐໐ ກວ່າປີ ແລ້ວ ແລະ ມີຜູ້ນັບຖືທົ່ວໂລກປະມານ ໓໘໐ ລ້ານຄົນ. ຈົນຮອດຮ້ອຍກວ່າປີຕໍ່ ມາ ພຣະພຸດທະສາສະໜາຈິ່ງໄດ້ກາຍມາມີບົດບາດສວ່ນໃຫຍ່ໃນປັດຊະຍາຂອງ ຊາວເອເຊຍ ນອກຈາກນີ້ ຍັງເລີ່ມມີຜູ້ສັດທານັບຖືເພີ່ມຂື້ນຫຼາຍຈາກ ຢູໂຣບ, ອອດສະເຕຣເລຍ ແລະ ອາເມຣິກາ.
ຄໍາຖາມ: ຖ້າເຊັ່ນນັ້ນພຸດທະສາສນາກໍເປັນພຽງປັດຊະຍາແມ່ນບໍ?
ຄໍາຕອບ: ຄໍາວ່າ ປັດຊະຍາ (ປຣັຊຍາ) ມາຈາກຄໍາສອງຄໍາຄື : philo ແປວ່າ “ຮັກ” ແລະ Sophia ແປວ່າ “ປັນຍາ”. ດັ່ງນັ້ນ, ປັດຊະຍາ ແມ່ນ ຄວາມຮັກ ແຫ່ງປັນຍາ ຫຼື ຄວາມຮັກ ແລະ ປັນຍາ ທັງສອງຄວາມໝາຍໄດ້ອະທິບາຍ ນິຍາມພຣະພຸດທະສາສະໜາໄດ້ຢ່າງສົມບູນ. ພຣະພຸດທະສາສະໜາສອນໃຫ້ຮູ້ ວ່າ ເຮົາຄວນພັດທະນາຄວາມສາມາດທາງດ້ານປັນຍາຂອງຕົນໃຫ້ໄດ້ຢ່າງເຕັມ ປ່ຽມ ເພື່ອວ່າພວກເຮົາຈະໄດ້ເຂົ້າໃຈຢ່າງແຈ່ມແຈ້ງ ແລະ ຍັງສອນໃຫ້ເຮົາພັດ ທະນາຄວາມຮັກ ແລະ ເມດຕາເພື່ອເຮົາຈະສາມາດເປັນກັນລະຍານະມິດແກ່ ເພື່ອນຄົນອື່ນໆ. ດັ່ງນັ້ນ, ພຣະພຸດທະສາສະໜາ ຈິ່ງເປັນປັດຊະຍາທີ່ບໍ່ເປັນພຽງ ແຕ່ປັດຊະຍາເທົ່ານັ້ນ ມັນຍັງແມ່ນປັດຊະຍາທີ່ສູງສຸດອີກດວ້ຍ.