ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 24, 2011 | ມີ 3 ຄຳເຫັນ ແລະ 0 trackback(s)



ຄືນນີ້ ຈັນວ່າງເວັ້ນ………..……ນະພາກ່ຳມົວແສງ
ດວງຕາແນມແດນໄກ…….…….ໝື່ນໄມໃນຟ້າ
ອຸຣາ ຕຣອມຕົມເສົ້າ…..……….ທຸກຂັງເອົ້າອັ່ງ
ຈິດວັ່ງເວງ່ຽງຄ້ອຍ……….….….ຣະທົມເສົ້າໂສກຂລັງ

ເໝືອຍໝອກ ປົກເຂດຄຸ້ມ……...ຮອດບໍ່ຮຸ່ງເຫັນເງົາ ອວນນາ
ຮູບຮ່າງ ຮອຍພາຝັນ…………..ບໍ່ຫວນເຫັນໄດ້
ຄືນໃດ ຄອງຄອຍໜ້າ………..…ຄວາມຝັນແປນເປົ່າ
ເຝົ້າຄອຍ ເຮືອນຮູບເຈົ້າ…………ຝັນຄ້າງແຄ່ໃຈ ຮຽມນໍ

ພະພາຍ ພັດແມກໄມ້………….ນຶກວ່າແມ່ນຊາຍມາ
ພາຫົວໃຈຮຽມສະດຸດ….………ດັ່ງຈະເຊົາຢຸດເຕັ້ນ
ສຸດລຳເຂັນ ຊົນສູ້……..………ຄວາມທາລຸນເຈັບປວດ
ເຊືອບຫລັບ ພຽງຊົ່ວນ້ອຍ……..ມະໂນຄ້ອຍອ່ອນເພັຽ

ຂໍຈົ່ງ ຂຽນຂີດແຕ້ມ……..…….ກອນອ່ອນອອນຊອນ
ຮ້ອງກ່ອມ ບັນເລງເພງ…….…ສົ່ງສຽງຮຽງໃກ້
ຫລືຈັກ ຂານໄຂຕ້ານ…………ເປັນນິທານເລື່ອງມ່ວນ
ສຽງນວນ ຈາກ່ອມກ້ຽວ…….…ຕາງໃຫ້ສວ່າງໃຈ ຮຽມນາ

ເດີນດຸ່ງ ດຽວດາຍດັ້ນ………….ເອົາເງົາຕົນທຽມພ່າງ
ເຫີນຫ່າງ ຮຽມຂາດເຈົ້າ……… ຄະນິງຄ້ອຍຄຶດຫາ ພີ່ເອີ່ຍ