ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 25, 2011 | ມີ 6 ຄຳເຫັນ ແລະ 0 trackback(s)




ມຶ້ວານນີ້ ມີຂ່າວເລື່ອງແຜ່ນດິນໄຫວ ແຕ່ບໍ່ມີລາຍລະອຽດ ມື້ນີ້ເຫັນລາຍລະອຽດແລ້ວ ເຖິງຈະຊ້າແດ່ ກໍຄິດວ່າຈະເປັນປະໂຫຍດ ຈຶ່ງຍໍຂຶ້ນມາໄວ້ທີ່ນີ້
........................
*(ຂປລ): ເກີດ​ມີແຜ່ນ​ໄຫວ​ ໃນລະຫວ່າງ ​ເມືອງ​ທົ່ງ​ມີ​ໄຊ ​ແລະ ເມືອງພຽງ ​ແຂວງ​ໄຊ​ຍະ​ບູລີ​ ສປປ ລາວ ຊຶ່ງ​ມີຄວາມ​ແຮງວັດ​ແທກ​ໄດ້ 4,7 ຣິກ​ເຕີ, ​ແຕ່​ຍັງ​ບໍ່​ມີ​ການ​ລາຍງານ​ຄວາມ​ເສຍ​ຫາຍ ​ຈາກ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​​​ເທື່ອ. ຕາມ​ການ​ເປີດ​ເຜີຍ​ ຂອງ​ກົມ​ອຸຕຸນິຍົມ-ອຸ​ທົກ​ກະສາ​ດ ທີ່​ໄດ້ອ້າງ​ອີງຂໍ້​ມູນ ​ແຜ່ນດິນ​ໄຫວ​ ຈາກ​ຂົງ​ເຂດ​ພາກ​ພື້ນຕໍ່​ສຳນັກ​ຂ່າວສານ​ປະ​ເທດ​ລາວ​ ໃນ​ວັນ​ທີ 24 ກຸມພາ 2011 ນີ້​ວ່າ: ​ເມື່ອ​ເວລາ 22 ​ໂມງ 53 ນາທີ​ ຕາມ​ເວລາທ້ອງ​ຖິ່ນ​ ຂອງວັນ​ທີ 23 ກຸມພາ 2011​ໄດ້​ເກີດ​ມີ​ການ​ສັ່ນ​ສະ​ເທືອ​ນ ຢູ່​ພາກ​ເໜືອ​ຂອງ ສປປ ລາວ ຊຶ່ງ​ມີ​ຈຸດ​ແຜ່ນ​ດິນ​ໄຫວ​ເກີດ​ຂຶ້ນ ​ລະຫວ່າງ ​ເສັ້ນ​ຂະໜານທີ 18,55 ອົງສາ​ເໜືອ ​ແລະ 101,27 ອົງສາ​ຕາ​ເວັນ​ອອກ, ມີ​ຄວາມ​ແຮງ​ວັດ​ແທກ​ໄດ້ 4,7 ຣິກ​ເຕີ (Richter) ​ແລະ ມີ​ຄວາມ​ເລິກ​ຈາກ​ໜ້າດິນ​ ປະມານ 40 ກິ​ໂລ​ແມັດ. ຂະນະ​ທີ່ ສະຖານ​ນີວັດ​ແທກ​ແຜ່ນ​ດິນ​ໄຫວ​ ຢູ່ແຂວງ​ຫລວງ​ພະ​ບາງ ​​​ໄດ້​ລາຍ​ງານ​ວ່າ: ​​​ເກີດ​ມີ​ແຮງ​ສັ່ນ​ສະ​ເທືອ​ນຂຶ້ນ​ລະ ຫວ່າງ​ເສັ້ນ​ຂະໜານ​ທີ 18,57 ອົງສາ​ເໜືອ ​ແລະ 101,85 ອົງສາ​ຕາ​ເວັນ​ອອກ ມີ​ຄວາມ​ແຮງ​ວັດ​ແທກ​ໄດ້ 3,0 ຣິກ​ເຕີ (Richter) ​ແລະ ມີ​ຄວາມ​ເລິກ​ປະມານ 10 ກິ​ໂລ​ແມັດ ​ຢູ່​ຈຸດ​ເກີດ​ ລະຫວ່າງ​ເມືອງ​ທົ່ງ​ມີ​ໄຊ ​ແລະ ເມືອງພຽງ ແຂວງ​ໄຊ​ຍະ​ບູລີ ຊຶ່ງຢູ່​ຫ່າງ​ຈາກສະຖານ​ນີວັດ​ແທກ​ແຜ່ນດິນ​​ໄຫວ ​ແຂວງ​ຫລວງ​ພະ​ບາງ ​ປະມານ 101,2 ກິ​ໂລ​ແມັດ. ໃນລະ​ຫວ່າງ​ປີ 2007 ​ໃນ​ເຂດ​ພາກ​ເໜືອ​ຂອງ ສປປ ລາວ ຢູ່​ແຂວງ​ຫລວງ​ນ້ຳ​ທາ ​ແລະ ບໍ່​ແກ້ວ​ ກ​ໍໄດ້ ເກີດ​ມີ​​ແຜ່ນດິນ​ໄຫ​ວ ຊຶ່ງ​ມີ​ຄວາມ​ແຮງ​ວັດ​ແທກ​ໄດ້​ປະມານ 6,1 ຣິກ​ເຕີ ​ແຕ່​​ເຫດຄັ້ງ​ນັ້ນກໍ​ບໍ່​​ໄດ້​ມີ​ຜົນ​ກະທົບ./.