ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 17, 2011 | ມີ 15 ຄຳເຫັນ ແລະ 0 trackback(s)

- ນັກຊີວະວິທຍາ ຊາວອັງກລິສ ຈັບ ອະນາຄອນດາ ຍັກໄດ້ເຊິ່ງ ມີນ້ຳໜັກ 100 ກວ່າ ກ.ກ


ຍາວ 5.5 ມ. ທີ່ ກາຍອານາ


- ແຕ່ຍັງບໍ່ເປັນຕົວໃຫ່ຽທີ່ສຸດເທື່ອ ເພາະເຂົາເຄີຍຈັບໄດ້ ເຊິ່ງມີນ້ຳໜັກກວ່າ 200 ກ.ກ ມາກ່ອນແລ້ວ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 14, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

 

ຄົນຮຸ່ນໃໝ່ອາດຈະໄດ້ຍິນນິທານຊຽງໝ້ຽງ…ແຕ່ວ່າກ່ອນໜ້າຊິໄດ້ເອີ້ນຊຽງໝ້ຽງນັ້ນ
ກໍຍ້ອນວ່າ ຈົວນ້ອຍໄປພະນັນກັນກັບພວກພໍ່ຄ່າໝ້ຽງ. ຈົວນ້ອຍແພ້ຈຶ່ງໄດ້ໝ້ຽງ
ເປັນຜົນຕອບແທນ…ຈົວນ້ອຍໃຊ້ພຽງຄຳສັບ "ຂ້າມນ້ຳ" ເພື່ອເອົາຊະນະຄູ່ພະນັນ
ພາຍຫລັງສິກຈຶ່ງໄດ້ຊື່ວ່າຊຽງໝ້ຽງ… (ຄັດຈາກປຶ້ມນິທານຊຽງໝ້ຽງ)

ແຕ່ນັ້ນ ຍັງມີໄທຄັງໝ້ຽງ……………..ມາຖວາຍພຣະບາດ
ເຂົາກໍມາພົບພໍ້……………………….ຈົວນ້ອຍເລົ່າຖາມ
ອັນວ່າ ນະທີນ້ຳ……………………..ວັງເວີນເປັນຫາດ
ຈັກວ່າ ເລິກແລະຕື້ນ……………..…ສັນໃດແທ້ບ່າວຈົວ
ແຕ່ນັ້ນ ຈົວກໍຖາມຕອບຖ້ອຍ…………ຄຳຂືນແໜະບອກ (ປັດຈຸບັນນີ້ໃຊ້ເປັນ ແນະ)
ອັນວ່າ ເລິກແລະຕື້ນ………………..ສູກໍຮູ້ຊູ່ອັນ ແລ້ວເດ

ແຕ່ນັ້ນ ເຂົາກໍເລົ່າຍັງດົນຕ້ານ………..ດອມຈົວຖາມສືບ ໄປນັ້ນ
ຕູຂ້ອຍ ຍັງຊິໂຕນຂ້າມນ້ຳ……………ໄປໄດ້ດັ່ງລື ນັ້ນເດ (ຕູຂ້ອຍ ຄຳສັບທີ່ຄົນສ່ວນຫລາຍເຊົາໃຊ້)
ແຕ່ນັ້ນ ຈົວຕອບຖ້ອຍ……………….ຂານໝູ່ໄທຄັງ
ມິໄຊ່ ອາການສູ………………………ຊິຂ້າມມາເຖິງພີ້
ໃຜຫ່ອນ ເອົາຕົວຂ້າມ………………..ນະທີຫລວງມາຮອດ ເຮົາພີ້
ຢຽວວ່າ ອິນຢູ່ຟ້າ……………………..ລົງອູ້ມຊ່ອຍຊູ ບໍ່ຮູ້

ແຕ່ນັ້ນ ໄທຄັງຕ້ານ………………….ດອມຈົວຊ້ຳກ່າວ
ຜິວ່າ ຕູຫາກຍັງຂ້າມໄດ້……………..ຈົວເຈົ້າຊິໃຫ້ສັງ ນັ້ນເດ
ເມື່ອນັ້ນ ຈົວຕອບຖ້ອຍ………….……ຂານບອກໄທຄັງ
ເຮົາຈັກ ວາງຈີວອນທັງສະບົງ………..ໃຫ້ສູຈິງແທ້
ກັບທັງ ຜ້າສະງຽບພ້ອມ……………...ທັງໝູ່ກາຍພັນ (ກາຍພັນ ຜ້າມັດແອວ - ຄຳປາລີ ກາຍພັນທິນັງ)
ເຮົາບໍ່ ກິນແໜງສັງ…………………..ຊິມອບເວນວາງໃຫ້
ຄັນວ່າ ສູຫາກຂ້າມບໍ່ໄດ້……………..ສູເລົ່າຊິເສັຽສັງ ນັ້ນເດ

ແຕ່ນັ້ນ ໄທຄັງຂານ………………….ວ່າຊິເສັຽຍັງໝ້ຽງ
ຕູຈັກ ເອົາຍັງໝ້ຽງ………………….ວາງໄປມວນມອບ ຈົວແລ້ວ
ຕູຫາກ ພັນບໍ່ແພ້……………………ຊິຍອມໃຫ້ຊູ່ຄົນ ແທ້ດາຍ
ແຕ່ນັ້ນ ຈົວກ່າວຕ້ານ……………….ຫ້າມຢ່າພັນກັນ ເທາະນາ (ພັນກັນ ຫຍໍ້ມາຈາກ ພະນັນກັນ)
ມັນຈັກເສັຽຂອງສູ………………...….ໝ້ຽງຄັງພະຍາເຈົ້າ

ແຕ່ນັ້ນ ເຂົາກໍເລົ່າດົນຄຳຫ້າມ……..ແຂງຄວາມບໍ່ຄຶດຊອດ
ເຂົາກໍ ວ່າເຂົາຊິຂ້າມໄດ້…………..ກໍເລີຍທ້າວ່າເອົາ ເທາະນາ
ເມື່ອນັ້ນ ເຂົາກໍເອົາຍັງໝ້ຽງ……….ລອຍໄປຍັງທ່ອງ
ສຽງໂຫ່ຮ້ອງ……………………...ຫົວຈື້ນຊູ່ຄົນ
ເຂົາກໍ ສົນໆຂ້າມ……………..…..ຊົລທີລອຍຢັ່ງ ໄປແລ້ວ
ຄັນວ່າ ຮອດຝັ່ງແລ້ວ………….….ຈາຕ້ານຕໍ່ຈົວ

ເຈົ້າຈົ່ງ ເອົາຍັງຜ້າ……………….ຈີວະຣັງໝົດຄູ່ ຜືນນັ້ນ
ມາມອບໃຫ້…………………….…ຕູຖ້ອນຊິນຸ່ງທົງ ທ່ານເຮີຍ (ຖ້ອນ-ທ້ອນ ມີຄວາມໝາຍຕ່າງກັນ)
ບັດນີ້ ຕູຫາກມາພັນແພ້…………..ລອຍນັດທີມາຮອດ (ນັດທີ ຄືກັບຄຳສັບ ນະທີ)
ຈົວທ່ານ ຢ່າໄດ້ໂຈະຢູ່ຊ້າ…………ເປືອງແກ້ອອກມາ ເທາະແມ
ຊາດທີ່ ເປັນຈົວນີ້…………………ຖືສິນບໍ່ຫ່ອນລ່າຍ ຈົວເອີຍ
ບໍ່ຫ່ອນ ຕົວະລ່າຍຫລິ້ນ……….….ຫລາຍລີ້ນແງ່ງອນ
ຄັນວ່າ ເສັຽສັດຈະນີ້………………ສິນຈົວຊິບໍ່ແກ່ນ ຄີງແລ້ວ
ມັນຈັກ ຕົກຕ່ຳໃຕ້…………………ສະເດັນກິ້ງຈາກຕົນ ແທ້ດາຍ
ເໝືອນດັ່ງ ເມັດງາຕັ້ງ……………..ປາຍເຫລັກຈານຈັບຢູ່ ນັ້ນແລ້ວ (ເຫລັກຈານ-ປາກກາຂອງນັກຂຽນໃບລານ)
ຄັນວ່າ ລົມພັດຍູ້…………………..ປີວເປື້ອງຫລົ່ນເສັຽ ດອກນາ

ແຕ່ນັ້ນ ຈົວຈິ່ງຕ້ານກ່າວຖ້ອຍ……..ຂານຕອບໄທຄັງ
ສູຫາກ ເອົາກັນລອຍ……………..ລ່ອງມາດາຍດູ້
ລາງພ່ອງ ດຳລົງພື້ນ……………..ລາງຄົນຢືນຍ່າງ ມາດາຍ
ຕັ້ງບໍ່ ເຫັນສູຂ້າມນ້ຳ……………..ມາແທ້ເມື່ອໃດ
ແຂງວ່າ ສູຫາກຍໍຂາຂ້າມ………..ນັດທີຫລວງຮອດຝັ່ງ ພາຍພີ້
ກູຈັກ ຍໍມອບມ້ວນ..…………..….ວາງໃຫ້ແກ່ສູ ແທ້ດາຍ

ຈົວກໍເລີຍແພ້ເພາະພວກພໍ່ຄ້າໝ້ຽງພາກັນ ລອຍ, ດຳ, ຍ່າງ ຂ້າມນ້ຳມາ ບໍ່ໄດ້ຍໍຂາຂ້າມມາ…

ຂຽນເມື່ອ ຂຽນເມື່ອ: ມ.ນ.. 1, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ຈັກກະວານເຮົາກ້ວາງໃຫຍ່ສໍ່າໃດ? (ຕອນທີສອງ)
ຂະໜາດຂອງດວງຕາເວັນຂອງພວກເຮົາໄດ້ບອກແລ້ວໃນຊ່ວງຕົ້ນວ່າ ມີເສັ້ນຜ່າສູນກາງ 1.391.000 km. ແຕ່ຕາເວັນຂະໜາດໃຫຍ່ກ່ວາຕາເວັນພວກເຮົາ ກໍມີຢ່າງຫຼວງຫຼາຍ ໜ່ວຍຂະໜາດໃຫຍ່ກ່ວາຕາເວັນ ພວກເຮົາ ຮ້ອຍເທົ່າກໍມັກເອີ້ນວ່າ ດາວຍັກ giant star, ພວກທີ່ໃຫຍ່ກ່ວາ ຮອດສາມຮ້ອຍເທົ່າ ກໍເອີ້ນວ່າ ດາວຍັກໃຫຍ່ supergiant star ແລະນອກຈາກນີ້ກໍຍັງມີ ດາວພວກທີ່ໃຫຍ່ມະຫຶມາທີ່ສຸດ ຊຶ່ງເອີ້ນວ່າ Hypergiant star
ຮູບລຸ່ມ ສະແດງໃຫ້ເຫັນຂະໜາດຂອງໜ່ວຍຕາເວັນ ຫຼືໜ່ວຍດາວທີ່ ໃຫຍ່ກ່ວາດາວ ຊີຣີອຸດ


Picture@Bailane.com
ຕໍ່ໄປ ດາວຫຼືຕາເວັນທີ່ໃຫຍ່ກ່ວາ ດາວໂພນລັກກໍ ໄດ້ແກ່ດາວອາກທືຣັດ ດັ່ງຮູບລຸ່ມ

Picture@Bailane.com
ຂະໜາດຂອງດາວ ອາກທືຣັດນັບວ່າໃຫຍ່ຢູ່ແລ້ວ ແຕ່ກໍຍັງມີດາວທີ່ໃຫຍ່ກ່ວານີ້ອີກ ເຊັ່ນດາວ ຣີເຈັນດັ່ງຮູບລຸ່ມ ຊຶ່ງ ສົມທຽ ແລະກັບ
ຂະໜາດຂອງລະບົບຕາເວັນເຮົາແລ້ວເສັ້ນຜ່າສູນກາງຂອງລະບົບຕາເວັນເຮົາເຫັນວ່າພໍພຽງແຕ່ເປັນເມັດນ້ອຍໆເທົ່ານັ້ນ. ແຕ່ເມື່ອ
ສົມທຽບດາວຣີເຈັນ ກັບຂະໜາດຂອງດາວອານເດີບາຣານແລ້ວ ມັນກໍຕົກອັນດັບຄວາມໃຫຍ່ຂອງມັນລົງໄປອີກ.

Picture@Bailane.com
ຂະໜາດຂອງດາລີເຈັນ ກໍຍັງນ້ອຍກ່ວາໝອກເພີງ ເອຕາ ກາຣີໄນເອ Eta Carinae ຊຶ່ງຂະໜາດຂອງໝອກເພີງດັ່ງກ່າວໃຫຍ່ກ່ວາ ເສັ້ນຜ່າສູນກາງຂອງລະບົບຕາເວັນຂອງພວກເຮົາຕັ້ງ400 ເທົ່າ.ດັ່ງຈະໄດ້ສະແດງໃຫ້ເຫັນໃນຮູບຂອງຕອນຕໍ່ໄປ (ຍັງມີຕໍ່)

ຂຽນເມື່ອ ຂຽນເມື່ອ: ມ.ນ.. 1, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

Picture@Bailane.com
Picture@Bailane.com
Picture@Bailane.com
Picture@Bailane.com
Picture@B ailane.com
ໃຜເຄີຍໄປບ່ອນໃດແລ້ວມາເວົ້າສູກັນຟັງເບີ່ງດູ ຜຂ ເຫັນແຕ່ຮູບ ຢາກໄປເບີ່ງໂຕຈິງຢູ່

ຂຽນເມື່ອ ຂຽນເມື່ອ: ກ.ພ.. 28, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

ອະທິປະໄຕນີ້້ໄດ້ແບ່ງອອກເປັນ 3 ຢ່າງ

  1. ອັຕທິປະໄຕ = ຖືຕົນເປັນໃຫຍ່ ຫໝາຍຄວາມວ່າ ຖືຄວາມຄິດເຫັນຂອງຕົນຄົນດຽວເປັນໃຫຍ່ ບໍ່ຍອມຮັບຟັງຄຳຄິດເຫັນຄຂອງຄົນອື່ນ ຫຼື ເອີ້ນຕື່ມອີກຢ່າງໜື່ງວ່າ ກິເລສທິປະໄຕ ມັນກໍກາຍເປັນຜະເດັດການ.
  2. ໂລກທິປະໄຕ = ຖືໂລກເປັນໃຫຍ່ ໝາຍຄວາມວ່າເອົາສຽງສ່ວນໃຫຍ່ຂອງເຂົາເປັນໃຫຍ່ຈະຖືກຫຼືິດຜິດ ກໍເອົານຳເຂົາ ໂດຍບໍ່ໄດ້ພິຈາຣະນາກ່ອນ.
  3. ທັມມາທິປະໄຕ = ຖືຄວາມຖືກຕ້ອງເປັນຫຼັກ ເຊັ່ນ ທັມມະນູນ, ຣັຖທັມມະນູນ ຫຼື ກົດລະບຽບ ກົດໝາຍບ້ານເມືອງ ເອົາກະຕິກາມາເວົ້າກັນ.
ຂຽນເມື່ອ ຂຽນເມື່ອ: ກ.ພ.. 25, 2011 | ມີ 7 ຄຳເຫັນ ແລະ 0 trackback(s)



ອາທິດຜ່ານມາອ່ານໜັງສືພິມວຽງຈັນໃໝ່, ເພິ່ນປະຊຸມເລື່ອງຄົນຕ່າງດ້າວຢູ່ລາວ ທີມາຖືກຕ້ອງແຕ່ຢູ່ບໍ່ຖືກຕ້ອງ 200,000 ຄົນ, ສ່ວນມາບໍ່ຖືກຕ້ອງ ແລະຢູ່ບໍ່ຖືກຕ້ອງບໍ່ສາມາດເກັບກຳໄດ້, ອີກບັນຫາໃຫຍ່ຄື ມາບໍ່ຖືກຕ້ອງແຕ່ໄດ້ສັນຊາດລາວຖືກຕ້ອງຕາມ ການສໍ້ລາດບັງ
ຫລວງຂອງອຳນາດການປົກຄອງໃນທ້ອງຖິນ ກໍມີຫລາຍສົມຄວນ, ຟັງເບິ່ງແລ້ວຄືວ່າປະເທດລາວເປັນສະໜາມທົດລອງອັນໃດອັນນຶ່ງ ທີເໜືອ
ຄວາມຮູ້ສຶກຂອງປະຊາຊົນ. ຂະໜາດປະເທດທີມີສັກກະຍະພາບສູງໃນການກວດກາຄຸ້ມຄອງຄົນຕ່າງດ້າວ ເຂົາກໍຍັງມີບັນຫາບໍ່ແມ່ນຂອງຄ່ອຍ
ໃນເລື່ອງນີ້ ແລະຫລາຍປະເທດກໍເປັນຫ່ວງ ວ່າ ລາວຈະສາມາດບໍລິຫານຄົນຕ່າງດ້າວນີ້ໄດ້ແນວໃດ, ຖ້າບັນຫາຍັງຄຸມເຄືອບໍ່ຈະແຈ້ງໃນທີສຸດກໍ
ຈະເປັນລາວຫລອກຄາບ ຄືມີຊື່ເປັນລາວ ແຕ່ກະໂຕຄົນເປັນເຊື້ອຊາດອື່ນ! ເລື່ອງນີ້ຈະມາກວດ DNA ກັນກໍບໍ່ແມ່ນເລື່ອງງ່າຍ, ແມ່ນຢູ່ວ່າໂລກ
ນີ້ຕໍ່ໜ້າໄປຈະບໍ່ມີຊາຍແດນ ແລະບໍ່ມີຊົນຊາດຊົນເຜົ່າອີກ ຈະກາຍເປັນອັນນຶ່ງອັນດຽວກັນ. ແຕ່ມັນໄວເກີນໄປສຳຫລັບລາວທີຍັງອ່ອນນ້ອຍ
ແລະອ່ອນຫັດ ຈະເຮັດໃຫ້ຜູ້ມີຄວາມສະຫລາດກວ່າ ເກັ່ງກວ່າຂົ່ມເຫັງເອົາໄດ້, ແລະຊອມເບິ່ງລັດຖະບານເຮົາຈະມີວິທີແກ້ແນວໃດ? ຫລືວ່າ
ບໍ່ແກ້ເລີຍ, ຖ້າບໍ່ແກ້ເລີຍ ກໍຊຳວ່າ ບັນພະບູລຸດເຮົາຕໍ່ສູ້ມາເສຍປະໂຫຍດຫລ້າໆ. ຫລືວ່າແນວໃດທ່ານຜູ້ອ່ານ ?