ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 28, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ກຸຫຼາບນ້ອຍ ຫ້ອຍຮັກ ໄຮ້ເຈົ້າຂອງ
ເຜີຍກີ່ຕ້ອງ ໝອກຄ້າງ ກາງປ່າສັກ
ກຸຫຼາບນ້ອຍ ຊູຊໍ່ ລໍຄົນຮັກ
ຫຼືຕ້ອງຫັກ ໂຮຍຮາ ຄ່າບໍ່ມີ

ວາເລນໄທນ໌ ຜ່ານກາຍ ມາຫຼາຍຄັ້ງ
ກຸຫຼາບຍັງ ດຽວດາຍ ຮັກຫາຍໜີ
ກຸຫຼາບນ້ອຍ ໂຮຍເປົ້າ ເສົ້າຫຼາຍປີ
ຫວັງປີນີ້ ວາເລນໄທນ໌ ຄົນໝາຍເອີ້ນ

ແມ່ນຜູ້ໃດ ໃຈຫວ່າງ ຊ່ວຍວາງຮັກ
ຜູກສະມັກ ຮັກແໜ້ນ ຢ່າຫ່າງເຫີນ
ຊ່ວຍຂັບໄລ່ ຄວາມເຫງົາ ເສົ້າເຫຼືອເກີນ
ຂໍຢ່າເມີນ ໃຫ້ຂ້າ ປ່ຽວເອກາ

ວາເລນໄທນ໌ ຈົດຈໍ້ ມໍມາໄກ້
ຫາກວ່າໃຜ ໃຈຫວ່າງ ຫ່າງຮັກມາ
ເດີນມາພົບ ບັນຈົບຮັກ ຈັກຄຸ້ນຕາ
ຂັນອາສາ ຊື່ສັດຈິງ ບໍ່ບິດເບີນ

ຫຼືປີນີ້ ວາເລນໄທນ໌ ຈະເສົ້ານັກ
ຢາກບອກຮັກ ອອກໄປ ສຸດອາຍເຂີນ
ກຸຫຼາບໃຈ ໃຜຫວ່າງ ວາງທຽບເຊີນ
ຂໍຢ່າເດີນ ກາຍເປົ່າ ໃຫ້ເສົ້າໃຈ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 28, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ລົມໜາວຊວຍພັດຕ້ອງ..........ໃບໄມ້ອ່່ອນປີວສະບັດ
ຄັດເຄັ່ງເມື່ອຍາມໜາວ...........ຍາມເດິກສະຫງັດນິ້ງ
ຝິງໄຟທັງຕູ້ມຜ້າ.................ສອງສາມຜືນກໍບໍ່ອຸ່ນ
ໜາວຫົວໃຈຈັ່ງແມ່ນວຸ້ນ.........ເອົາແພຕູ້ມກໍໍບໍ່ຫາຍ

ຈັກແມ່ນເປັນນຳຫຍັງ............ນັ່ງນອນບໍ່ມີໄດ້
ໄປຫາໝໍເພີ່ນບອກໃຫ້...........ອານາໄມທຸກເຊົ້າຄ່ຳ
ແຕ່ລະວັນຕ້ອງອາບນ້ຳ..........ກ່ອນຍາມເຂົ້າບ່ອນນອນ
ແຕ່ກໍພໍຜ່ອນໄດ້...................ໄຄ່ແດ່ແຕ່ຮ່າງກາຍ

ສ່ວນຫົວໃຈຍັງໜາວ..............ບໍ່ປ່ຽນແປງພໍໜ້ອຍ
ຂ້ອຍຈຶ່ງໄປປຶກສາ.................ນຳໝໍອີກເທື່ອໃໝ່
ເທື່ອນີ້ໝໍບອກໃຫ້..................ຄ່ອຍຊອກຫາຄູ່ໃຈ
ແຕ່ກໍຫາບໍ່ໄດ້.......................ຍ້ອນຂ້ອຍທຸກຈົນຫຼາຍ

ຄິດຢາກອາຍສາວສາວ...........ຜູ້ເພີ່ນສວຍສະດຸດຟ້າ
ວາສໜາຂອງຂອ້ຍ................ໄດ້ຫຼຽວມອງແຕ່ທາງງອນ
ໜາວຫົວໃຈຂາດຄູ່ຊ້ອນ..........ໃຜຊິແກ້ຊ່ວນຊາຍ...ເດນໍ
ຂໍຢ່າປະປ່ອຍອ້າຍ................ຕາຍຖິ້ມຍ້ອນໜາວຫົວໃຈ...ແດ່ທ້ອນ.