ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 10, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຄຳວ່າ ເສດຖະສາດ (ຄຳວ່າ Economics ໃນພາສາອັງກິດ ມາຈາກ ຄຳວ່າ [oikos] ໃນ ພາສາເກຣັກ ເຊິ່ງ ແປວ່າ 'ເຮືອນ', ແລະ [nomos] ເຊິ່ງ ແປວ່າ 'ປົກຄອງ' ແລະ ສາມາດແປລວມໄດ້ວ່າ "ການປົກຄອງເຮືອນ") ແມ່ນ ສັງຄົມສາດ ຂະແໜງໜຶ່ງ ທີ່ສຶກສາ ກ່ຽວກັບ ການຜະລິດ (Production), ການແຈກຢາຍ (Distribution), ການຄ້າ (Trade) ແລະ ການຊົມໃຊ້ (Consumption) ສິນຄ້າ (Goods) ແລະ ການບໍລິການ (Services).

ເສດຖະສາດ ພັດທະນາມາຈາກ ເສດຖະກິດການເມືອງ(Political Economy) ໃນທ້າຍ ສັດຕະວັດທີ 19 ຍ້ອນຄວາມຕ້ອງການຢາກສ້າງມັນໃຫ້ເປັນ ວິທະຍາສາດສັງຄົມ ທີ່ໃຊ້ວິທີການ ທີ່ມີລັກສະນະ ວິທະຍາສາດທຳມະຊາດຫຼາຍຂຶ້ນ. ເປົ້າໝາຍໜຶ່ງ ຂອງ ເສດຖະສາດ ແມ່ນການອະທິບາຍ ກົນໄກຂອງ ແລະ ການຕອບໂຕ້ກັນ ລະຫວ່າງ ອົງກອນ ຂອງ ເສດຖະກິດ. ເສດຖະສາດ ຖືກນຳໃຊ້ ຂະແໜງ ການປົກຄອງ, ການບໍລິຫານທຸລະກິດເປັນຫຼັກ ແຕ່ສາຂາອື່ນໆໃນສັງຄົມສາດ ເຊັ່ນ ການສຶກສາກ່ຽວກັບ ການສຶກສາ, ອາດຊະຍາກຳ, ສາທາລະນະສຸກ , ກົດໝາຍ, ການເມືອງ ແລະອື່ນໆອີກ.