ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 9, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

ດັ່ງທີ່ພວກເຮົາຮູ້ແລ້ວວ່າ: ຖ້າຄົນຜູ້ໃດທີ່ມີສະຫມອງດີສະຫລາດ ແລະ ຈື່ຈຳດີແລ້ວ ກໍມັກຈະໄດ້ປຽບຄົນອື່ນໆເກືອບວ່າທຸກເລື່ອງເລີຍ ແລະ ເມື່ອເປັນແນວນັ້ນ ພວກເຮົາກໍມາຮູ້ຈັກກັບເຄັບລັບທີ່ເຮັດໃຫ້ຄວາມຈຳຂອງເຮົາດີຂຶ້ນ ເຊິ່ງປະກອບມີ 11 ເຄັດລັບ ຄື:

1. ຫາເວລາທີ່ເໝາະສົມທີ່ສຸດກັບການໃຊ້ຄວາມຄິດຂອງທ່ານໃນແຕ່ລະວັນ ແຕ່ລະຄົນ ແຕ່ລະໄວ ຈະມີໄລຍະເວລາ ສະໝອງຂອງຕົນສາມາດຈື່ຈຳໄດ້ເປັນພິເສດ ເຊັ່ນ: ຄົນມີອາຍຸແກ່ ສະໝອງຈະປອດໂປ່ງໃນຍາມເຊົ້າ ບັນດາໜຸ່ມໆ-ສາວໆ ສ່ວນຫຼລາຍແມ່ນຈະເປັນໄລຍະບ່າຍ ສະໝອງຈະມີປະສິດທິພາບໃນການຈື່ຈຳໄດ້ດີ ນອກນັ້ນຄວນຮູ້ສັງເກດເບິ່ງຕົວທ່ານເອງວ່າ: ການເຮັດວຽກຂອງສະໝອງທ່ານມີປະສິດທິພາບໃນຍາມໃດ ແລ້ວຈຶ່ງເອົາໄລຍະນັ້ນໄວ້ສຳລັບວຽກທີ່ຕ້ອງການຄວາມຄິດສ້າງສັນ ແລະ ໄດ້ໃຊ້ສະມາທິຫຼາຍ

2. ຕ້ອງສະແຫວງຫາຄວາມຮູ້ຢູ່ເລື້ອຍໆ ແລະ ຕ້ອງຮູ້ແບບກວ້າງ ບໍ່ຈຳເປັນຕ້ອງຈື່ເອົາຫມົດທຸກສິ່ງທຸກຢ່າງ ແລະ ຄວາມຮູ້ທີ່ສະສົມຈາກປະສົບການເກົ່າ ຈະຊ່ວຍຕໍ່ເຕີມຄວາມຮູ້ໃຫມ່ ເຊິ່ງເຮັດໃຫ້ເຮົາເຂົ້າໃຈໄດ້ງ່າຍຂຶ້ນ

3. "ຈົດໄວ້ເພື່ອຈື່ຈຳ" ເຄື່ອງຊ່ວຍຈຳທີ່ດີທີ່ສຸດກໍຄື ຈົດທຸກສິ່ງທຸກຢ່າງລົງໃນປຶ້ມບັນທຶກຂອງທ່ານ
ເຊິ່ງເປັນວິທີກັນລືມດີທີ່ສຸດ ດັ່ງຄຳສຸພາສິດຈີນ ເຄີຍເວົ້າໄວ້ວ່າ "ເຖິງແມ່ນວ່າຢົດນ້ຳມຶກທີ່ຈາງທີ່ສຸດ ກໍຈະຢູ່ດົນກວ່າຄວາມຈຳທີ່ເຮົາຄິດວ່າຈື່ດີທີ່ສຸດແລ້ວ"

4. ເພີ່ມພະລັງກັບກາເຟແຕ່ພຽງຈອກດຽວກໍພໍ ເຊິ່ງຈະສາມາດຊ່ວຍໃຫ້ເຮົາມີສຳມະທິທີ່ດີຂຶ້ນມາ ແຕ່ຖ້າເວລາຮູ້ສຶກຫງຸດງິດ ທ່ານບໍ່ຄວນຈະດື່ມ ເພາະຈະເຮັດໃຫ້ເຮົາຍິ່ງເພີ່ມອາລົມຫງຸດງິດຕື່ມອີກ

5. ເຝິກໆ ...ແລ້ວກໍເຝິກ ໃຫ້ມີຄວາມຈື່ຈຳຢູ່ເລື້ອຍໆ ເຖິງອາຍຸຈະຍັງນ້ອຍຢູ່ກໍຕາມ ແຕ່ຖ້າບໍ່ເຄີຍຄິດທ່ອງຈຳເລີຍຈັກຫນ້ອຍ ຄວາມຈຳຂອງທ່ານກໍອາດຈະສູ້ຄົນແກ່ບໍ່ໄດ້ ສະນັ້ນ ການຮຽນເຝິກຄວາມຈຳແຕ່ເຍົາໄວ ຄວາມຈຳນັ້ນຈະເປັນຄວາມຈຳທີ່ແກ່ຍາວ

6. ຄວນໃຫ້ເວລາສະຫມອງໄດ້ຮັບເອົາເລື່ອງຕະຫລົກ ຫລື ປ່ອຍໃຫ້ສະຫມອງຄິດໄປຕາມອາລົມ ເພື່ອເປັນການໃຫ້ເວລາສະຫມອງເຮົາໄດ້ພັກຜ່ອນ

7. ຕ້ອງເລືອກຄົບຄ້າສະມາຄົມກັບຫມູ່ຜູ້ທີ່ສະຫລາດ ມີຄວາມຄິດທີ່ກ້າວໄກ ດັ່ງຄຳບູຮານທີ່ກ່າວໄວ້ ວ່າ "ພົບຄົນດີມີສີແກ່ຕົວ ພົບຄົນຊົ່ວພາຕົວຫມົ່ນຫມອງ

8. ຄວນຟັງເພງເບົາກ່ອນນອນຈັກຫນຶ່ງຮອບ ຈະຊ່ວຍໃຫ້ຜ່ອນຄາຍຄວາມຄຽດ

9. ຫມັ່ນອອກກຳລັງກາຍຢ່າງສະໝ່ຳສະເໝີເພື່ອເພີ່ມອົກຊີເຈນ ຊິ່ງບໍ່ພຽງແຕ່ເຮັດໃຫ້ລະບົບຕ່າງໆຂອງ
ຮ່າງກາຍໄດ້ດີຂຶ້ນ ແຕ່ຍັງໝາຍເຖິງສະໝອງກໍໄດ້ຮັບອົກຊີເຈນຫຼາຍຂຶ້ນຕື່ມອີກ

10.ລອງເຮັດແຕ່ສິ່ງໃໝ່ໆຈະໄດ້ມີແນວຄິດທີ່ແປກໃໝ່ຢູ່ສະເໝີ

11. ຕັດເລື່ອງທີ່ລົບກວນສະມາທິທັງໝົດ ແລ້ວຂຶ້ນປ້າຍ "ບໍ່ຕ້ອງມາລົບກວນ" ຕິດໄວ້ຂ້າງໆຕົວ
ເຮົາສະເໝີ ໃນເວລາວຽກທີ່ຕ້ອງການໃຊ້ສະມາທິສູງ ຫຼື ອາດຈະມອດໂທລະສັບໄວ້ກ່ອນກໍຍິ່ງເປັນການດີ.

ນີ້ກໍຄື 11 ເຄັດລັບເຝິກສະໝອງໃຫ້ຄວາມຈຳດີຂຶ້ນ ຫວັງວ່າທ່ານຜູ້ອ່ານທັງຫຼາຍ ຄົງຈະນຳໄປປະຕິບັດລອງເບິ່ງເຖິງວ່າຈະປະຕິບັດບໍ່ໄດ້ໝົດທຸກຂໍ້ກໍຕາມ ມັນກໍອາດຊ່ວຍໃຫ້ທ່ານສາມາດຈື່ຈຳສິ່ງຕ່າງໆໄດ້ດີຂຶ້ນຕື່ມອີກ