ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 2, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

ອຳນາດອະທິປະໄຕ ຄື ອຳນາດສູງສຸດໃນການປົກຄອງປະເທດ ມີ 3 ອຳນາດດ້ວຍກັນ
ອຳນາດນິຕິບັນຍັດນັ້ນໝາຍເຖິງ ອຳນາດ ໃນການ ບັນຍັດ (ແປວ່າ ກຳນົດ) ນິຕິ (ແປວ່າ ກົດໝາຍ) ຫຼື ເວົ້າງ່າຍໆ ກໍ່ໝາຍເຖິງ ອຳນາດ ໃນການອອກກົດໝາຍ. ໂດຍ ທົ່ວໄປ ມັນຈະໝາຍເຖິງ ສະພາ ໃນ ປະເທດໃດໜຶ່ງ ທີ່ ຈະເປັນຜູ້ ພິຈາລະນາ ຜ່ານ ບັນດາ ຮ່າງກົດໝາຍ ເພື່ອ ປະກາດໃຊ້ ເປັນກົດໝາຍ
ອຳນາດບໍລິຫານ ແມ່ນ ລັດຖະບານ ຂອງປະເທດ ທີ່ໂດຍ ທົ່ວໄປແລ້ວ ຈະມີ ນາຍົກລັດຖະມົນຕີເປັນຫົວໜ້າອົງກອນ ແລະ ປະກອບດ້ວຍ ອົງກອນຫຼັກຕ່າງໆ ເຊັ່ນ ບັນດາ ກະຊວງ, ທະບວງ,ກົມ.ມັນ ແມ່ນໜຶ່ງ ໃນອຳນາດລັດ ທີ່ ປະກອບດ້ວຍ
ອຳນາດຕຸລາການ ແມ່ນອຳນາດສານ ໃນການຕັດສິນວ່າ ການກະທຳໃດໜຶ່ງຖືກຕ້ອງ ຕາມ ລະບຽບກົດໝາຍ ຫລື ບໍ່

ຂຽນເມື່ອ ຂຽນເມື່ອ: ພ.ພ.. 4, 2010 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

 

 

ຄວາມໝາຍການເມືອງ ການປົກຄອງ

     ການເມືອງເປັນເລື່ອງຂອງການແຂ່ງຂັນເພື່ອສະເເຫວງຫາອຳນາດ ເຊີງມີຜົນກະທົບຕໍ່ສັງຄົມການປົກຄອງສ່ວນລວມ ການເມືອງໝາຍເຖິງກ່ຽວກັບການບໍລິຫານວາງລະບຽບກົດເກນສຳຫລັບສັງຄົມເພື່ອໃຫ້ສັງຄົມມີຄວາມສະຫງົບສຸກ ຫລືເພື່ອໃຫ້ເກີດການບຳບັດທຸກ ບຳລຸງສຸກໃຫ້ແກ່ປະຊາຊົນ .

     ການເມືອງ ການປົກຄອງ ມີຄວາມໝ!ຍທາງລັດຖະສາດດັ່ງນີ້ : ການເມືອງ ຄື ກິດຈະກຳທາງສັງຄົທີມີຈຸດມຸ່ງໝາຍ ເພື່ອເຂົ້າໄປກຳໜົດທິດທາງການປົກຄອງ ຫລືທິດທາງການເຮັດວຽກຂອງພັກ ລັດ .

     ການປົກຄອງ ຄືການໃຊ້ອຳນາດຂອງລັດທີ່ເຮັດຕໍ່ສັງຄົມ ດັ່ງນັ້ນການບຳບັດທຸກ ບຳລຸງສຸກຈຶງເປັນໜ້າທີ່ຂອງຝ່າຍບໍລິຫານ ຄືລັດຖະບານ

     ດັ່ງນັ້ນ ການເມືອງການປົກຄອງ ຈິງມີຄວາມກ່ຽວຂ້ອງ ແລະເສື່ອມໂຍງກັນ ເພາະວ່າການປົກຄອງຕ້ອງອາໄສອຳນາດທາງການເມືອງຈິງສາມາດດຳເນີນການໄດ້ສຳເລັດ ດັ່ງນັ້ນການສຶກສາເລື່ອງການເມືອງການປົກຄອງ ຈິງໝາຍເຖິງການສຶກສາອົງກອນທີ່ໃຊ້ອຳນາດ ແລະລະບຽບກົດເກນການບໍລິຫານ

     ທຸກໆປະເທດບໍ່ວ່າຈະເປັນລະບອບການປົກຄອງໄດ ສ່ວນຫລາຍເຂົາຈະເເບ່ງອຳນາດໄວ້ 3 ອຳນາດໃຫຍ່ໆໃນການປົກຄອງປະເທດ ອຳນາດອະທິປະໄຕ ໝາຍເຖິງອຳນາດສູງສຸດ ອຳນາດເດັດຂາດ ໃນການປົກຄອງປະເທດ ແລະອຳນາດຕັດສິນທາງກົດໝາຍສຳຫລັບປະຊາຊົນທີ່ຢູ່ພາຍໃນອະນາເຂດຂອງລັດ ປະເທດທີ່ເປັນເອກະລາດຈະຕ້ອງມີອຳນາດອະທິປະໄຕເປັນຂອງຕົນເອງ ແລະຕ້ອງມີຄົບ 3 ຢ່າງ ອຳນາດທັ້ງ 3 ຕ້ອງສາມາດດຳເນີນກິດຈະການພາຍໃນ ແລະພາຍນອກປະເທດໂດຍອິດສະຫລະ ບໍ່ຖືກບັງຄັບຄວບຄຸມ ຫລືແຊກແຊງຈາກປະເທດອື່ນ .

ອຳນາດອະທິປະໄຕມີ 3 ຄື

1.ອຳນາດນິຕິບັນຍັດ (ສະພາແຫ່ງຊາດ) ຄືອຳນາດໃນການອອກກົດໝາຍ

2.ອຳນາດບໍລິຫານ (ລັດຖະບານ) ຄືອຳນາດໃນການນຳກົດໝາຍໄປບັງຄັບໃຊ້

3.ອຳນາດຕຸລາການ (ສານປະຊາຊົນ) ຄືອຳນາດໃນການຕັດສິນຄະດີທາງກົດໝາຍ

ບົດຄວາມຜິດພາດປະການໃດ ຂໍອະໄພໄວ້ທີ່ນີ້ດ້ວຍ ຂ້າພະເຈົ້າຂໍນ້ອມຮັບຄຳຕິເຕືອນ ທຸກຄຳ

ໂອກາດໜ້າອ່ານ ຮູບແບບການເມືອງການປົກຄອງຕໍ່

 

ສະບາຍດີ