ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 4, 2009 | ມີ 31 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ໃນສະໄໝທີ່ເຮົາເປັນນັກຮຽນທີ່ຜ່ານມາມີໃຜຮູ້ແດ່ວ່ານັກຮຽນປຽບຄືຫຍັງມາລອງອ່ານຫຼິ້ນໆເບິ່ງ

 ນັກຮຽນຄື...ຜູ້ມີອາຊີບຮັບຈ້າງຮຽນໜັງສືຈາກຜູ້ປົກຄອງ

 ນັກຮຽນຄື... ບຸກຄົນທີ່ມີປະສາດຫູໄວຕໍ່ສຽງກົດກິ່ງໝົດຊົ່ວໂມງ

 ນັກຮຽນຄື... ນັກບໍລິໂພກມືອາຊີບ ທີ່ຖະໜັດໃນການກິນເຂົ້າໜົມຢູ່ກອ້ງໂຕ໊ະຮຽນຍາມຮຽນໜັງສື

 ນັກຮຽນຄື... ນັກເສດຖະສາດຜູ້ເບິ່ງການໄກ ຄຳນວນຄ່າອຸປະກອນການຮຽນເກິນລາຄາໄວ້ກອ່ນ

 ນັກຮຽນຄື... ດີໄຊເນີ້ ສະໄຕຣ໌ເລີດມີຄວາມສາມາດໃນການດັດແປງເຄື່ງນັກຮຽນສະໄຕຣ໌ໃໝ່

 ນັກຮຽນຄື... ຜູ້ທີ່ແບກພາລະໜັກ ແຕ່ວ່າໃນກະເປົ໋ານັກຮຽນກ່ວາເຄິ່ງໜຶ່ງຈະເປັນໜັງສືອ່ານຫຼິ້ນ

 ນັກຮຽນຄື... ຜູ້ທີ່ມີສາຍຕາທີ່ແຫຼມຄົມສາມາດເບິ່ງເຫັນອາຈານກວດລະບຽບໃນໄລຍະ 100 m

 ນັກຮຽນຄື... ຜູ້ທີ່ມີຄວາມສາມັກຄີຫຼາຍ (ເວລາມີເລື່ອງຕີກັນ)

 ນັກຮຽນຄື... ນັກແລ່ນທີມຊາດເຈົ້າຂອງສະຖິຕິ 80km/h ເວລາແລ່ນໜີອາຈານກວດລະບຽບ

 ນັກຮຽນຄື... ສຸດຍອດສາຍລັບ 009 ທີ່ສາມາດເຈາະຂໍ່ມູນຂໍ່ສອບເສັງລັບໂດຍທີ່ອາຈານບໍ່ຮູ້

 ນັກຮຽນຄື... ຈອມຍຸດຜູ້ທີ່ສຳເລັດວິຊາໂຕເບົາ ເວລາປີນກຳປພງເຂົ້າຫຼືອອກຈາກໂຮງຮຽນ

 ນັກຮຽນຄື... ນັກໂທດທີ່ຖືກຄຸມຂັງແຕ່ວັນຈັນຫາວັນສຸກໂດຍອາຈານເປັນຜູ້ຄຸມນັກໂທດ

 ນັກຮຽນຄື... ນັກຈິດຕະກອນທີ່ມີຄວາມຄິດສ້າງສັນຕາມໂຕ໊ະຂອງຫອ້ງຮຽນແລະໜັງສືໃນຫອ້ງສະໝຸດຕ່າງໆalt

 ລະເພື່ອນໆຄິດວ່າແນວໃດ ອິອິ