ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 25, 2009 | ມີ 22 ຄຳເຫັນ ແລະ 0 trackback(s)

    ເວລາຄົນເຮົາເປັນແຟນກັນ ບໍ່ແມ່ນວ່າຈະສົມຫວັງຮັກແລ້ວຮັກເລີຍໄປໝົດທຸກຄູ່ຂະໜາດບາງຄູ່ທີ່ຫວານແຫວວແລະບໍ່ມີ່ທ່າທີ່ຈະເລີກລາກັນ

   ແຕ່ເຜີໜ້ອຍດຽວກະເລີກກັນລະເດະ ຄືວ່າແຫຼະເນາະເມື່ອຮັກຫົດໝົດໂປຣໂມຊັ້ນLoveກະຕອ້ງໄດ້ສຸບconverseເປັນທຳມະດາ

  ແຕ່ວ່າສາເຫດທີ່ເຮັດໃຫ້ຄົນຮັກຖອຍຫ່າງຈາກກັນນັ້ນງ່າຍເຫຼືອເກີນເພາະຄືຊິໜີບໍ່ພົ້ນ"ໃຈບໍ່ໝັ້ນຄົງ" ມັກນອກກາຍນອກໃຈຄົນຮັກເພາະຖ້າຫາກວ່ານອກໃຈຕະຫຼອດຫຼືຖືກຈັບໄດ້ຕະຫຼອດ

  ກະຄືຈະໄດ້ຍ້າຍກັນໄປຄົນລະທາງ ແຕ່ກໍບໍ່ແມ່ນວ່າອາການນອກໃຈຈະເປັນສາເຫດດຽວສະເໝີໄປ ,ມີຫຼາຍເທື່ອທີ່ຄົນສອງຄົນລົມກັນບໍ່ຮູ້ເລື່ອງເວົາກັນຄົນລະພາສາ

  ເຖິງວ່າກອ່ນໜ້ານີ້ຈະໃຊ້ພາສາລົມກັນເປັນພາສາດອກໄມ້ນຳກັນກໍຕາມ

    ຖ້າຫາກວ່າເປັນຄູ່ຮັກທີ່ແຕ່ງງານກັນແລ້ວກໍຈະເລີ່ມມີປັດໃຈຄອບຄົວມາກ່ຽວຂອ້ງຈົນເຮັດໃຫ້ເລີກກັນມາຫຼາຍຄູ່ແລ້ວບໍ່ວ່າຈະແມ່ນເລື່ອງເງິນໆທອງໆທີ່ບາງເທື່ອກໍຈັດສັນບໍ່ລົງໂຕຈົນເກີດບັນຫາ

ນຳຮັກໄປສູ່ທາງຕັນຫຼືວ່າທາງໃຜທາງມັນ

      ບາງຄູ່ທີ່ຮັກກັນຢູ່ດີໆກໍອາດຈະມີມືທີ່ສາມ ສີ່ ຫ້າມາເຮັດໃຫ້ຄວາມຮັກສັ່ນຄອນບາງຄັງກໍພັງບໍ່ເຫຼືອຫຍັງ

ຄືວ່າແຫຼະເນາະຕ່າງຄົນກໍອາດມີເຫດແຫ່ງການເລີກລາແຕກຕ່າງກັນໄປ ແລ້ວພີ່ນອ້ງພັນລາວເດລະ ເລີກກັບຄົນເຄີຍ(ຮັກ)ເພາະສາເຫດຫຍັງມາຮວ່ມໃຫ້ຄຳເຫັນປະສົບການນຳກັນເຖາະ.........^___^

ຂຽນເມື່ອ ຂຽນເມື່ອ: ມ.ນ.. 12, 2009 | ມີ 16 ຄຳເຫັນ ແລະ 0 trackback(s)

ຢາກໄຫ້ກໍໄຫ້ອອກໄປໂລດ: ແລ້ວປັບໂຕປັບໃຈມາເປັນຄົນໃໝ່...ພະຍາຍາມຕັ້ງໃຈຮຽນຫລືເຮັດວຽກເອົາເວລາເອົາສະຫມອງໄປຄິດສິ່ງທີ່ມີປະໂຫຍດດີກວ່າ

ຢ່າຄິດທຳຮ້າຍໂຕເອງ:ພໍ່ແມ່ລ້ຽງເຮົາມາເກຶອບຕາຍແຕ່ເປັນຫຍັງກັບຜູ້ຊາຍຫວ່ຍແຕກຜູ້ດຽວເປັນໃຜແລ້ວເຮົາຍັງບໍ່ຮູ້ເຂົາມີຄ່າພໍທີ່ຈະໃຫ້ເຮົາອຸທິດຊີວິດໃຫ້ເລີຍຫວາກັບໄປຫາພໍ່ແມ່ທີ່ຮັກເຮົາຫລາຍທີ່ສຸດ

ຢ່າປອ່ຍເນື້ອປອ່ຍໂຕ:ໃຫ້ເບິ່ງແລ້ວບໍ່ມີຄ່າ ບາງຄົນກໍໃຈຮ້າຍແລ້ວມີແຕ່ກິນກັບກິນບາງຄົນກໍໂຊມ ບາງຄົນກໍປະຊົດຊີວິດ ເຂົາເຈົ້າແຫ່ງຊິສົມນ້ຳຫນ້າເຮົາ ເຮົາຕອ້ງເຮັດໂຕເອງໃຫ້ດູດີຂຶ້ນໃຫ້ເຂົາເຈົ້າຮູ້ສຶກເສຍດາຍເຮົາດີກວ່າ

ຢ່າຢູ່ຜູ້ດຽວ:ຄວນທີ່ຈະຫາຫມູ່ມາລົມນຳ ຫລືຫາຫຍັງເຮັດຈື່ງຈະບໍ່ຄິດຫລາຍ

ຫ້າມເອົາຮູບຫລືຂອງເກົ່ງໆມາເບິ່ງ:ຢ່າເອົາຂອງຫລືສິ່ງທີ່ເປັນຄວາມຫລັງຂຶ້ນມາເບິ່ງ ເບິ່ງໄປກໍບໍ່ມີຫຍັງດີຂື້ນ

ຢ່າຄິດວ່າຊີວິດນີ້ຂາດເຂົາຜູ້ນັ້ນບໍ່ໄດ້=:ຖ້າບໍ່ມີເຂົາຜູ້ນັ້ນແລ້ວເຮົາຈະຕາຍເພາະຕອນນັ້ນເຮົາບໍ່ມີເຂົາເຮົາກໍຍັງຢູ່ໄດ້ ດີແລ້ວທີ່ເຂົາເລີກເຮົາໄປ ຈື່ງຈະທີໂອກາດເຈິຄົນທີ່ດີກວ່ານິ ຕອ້ງມີກຳລັງໃຈຢ່າທໍ້ແທ້ ຊີວິດເຮົາຕອ້ງກ້າວໄປຂ້າງຫນ້າ ຫາໃນສິ່ງທີ່ດີກວ່າ

ຢ່າໂທລະສັບໄປງໍ້ເຂົາເດັດຂາດ:ເສຍທ່າຫມົດ ເຂົາອາດຈະອີ່ຕົນແລ້ວມາດີກັບເຮົາຄືນ ແຕ່ມັນກໍຄືຂິບໍ່ຄືເກົ່າແລ້ວ ຊິເຮັດໄປເຮັດຫຍັງ ມາແຕ່ໂຕຫົວໃຈກໍບໍ່ໄດ້ມານຳ................alt

ແຕ່ຈັ່ງໃດກະສູ້ໆເດີ້ສຳຫລັບຄົນທີ່ອົກຫັກalt....................................

LiZa.............MaYb Am BaD GriL.......

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 12, 2009 | ມີ 27 ຄຳເຫັນ ແລະ 0 trackback(s)

1.ມັກຜູ້ຊາຍທີ່ໃຫ້ກຽດເຮົາທັງຕໍ່ໜ້າແລະລັບຫັລງຜູ້ອື່ນ

(ອັນເວົ້າເກັ່ງໆຫັ້ນກໍລົດລົງແດ່ບໍ່ມີໃຜເວົ້າໃຫ້ວ່າຢ້ານເມຍດ໋ອກ)

2.ມັກຜູ້ຊາຍເວົ້າຈາມວ່ນແຕ່ບໍ່ຕອ້ງເຢາະແຢະຫລາຍແຝງຄວາມເຂັ້ມແຂງໃນນຳ້ສຽງ

(***************ຫັ້ນເອົາໄວ້ເວົ້າກັບໝູ່ກັບແຟນຫັ້ນກໍ່ຄວນເວົ້າຄຳໃນຄວນເວົ້າ)

3.ມັກຜູ້ຊາຍທີ່ຍິ້ມງ່າຍແລະຕະຫລົກ

(ຊິຂີ້ມາດໄປຮອດໃສ.........ບໍ່ໄດ້ຫລໍ່ຂື້ນມາດ໋ອກ)

4.ມັກຜູ້ຊາຍທີ່ຊ່າງເອົາໃຈ ຈື່ມື້ສຳຄັນຕ່າງໆໄດ້ແດ່

(ບໍ່ຕອ້ງໝົດກະໄດ້ ໃຫ້ໄດ້ແດ່ກໍພໍແລ້ວ)

5.ມັກຜູ້ຊາຍທີ່ເບິ່ງແລ້ວອົບອຸ່ນເພິ່ງພາໄດ້

(ຈິ່ງຈະຮູ້ວ່າເວລາມີໂຕແມງສາບຫຼືໂຕໜູແລ່ນມາຈື່ງຈະບໍ່ໄດ້ໂດດຂຶ້ນມາຍາດຕັ່ງແລ້ວຮອ້ງແຂ່ງກັບເຮົາ)

6.ມັກຜູ້ຊາຍທີ່ເກັ່ງແລະມີຄວາມເປັນຜູ້ນຳແຕ່ບໍ່ຕອ້ງສຳຄັນໂຕເອງຫລືດູຖູກຄົນອື່ນ

(ຮູ້ແລ້ວວ່າເຈົ້າເກັ່ງແລ້ວເຈົ້າເກັ່ງຮູ້ແລ້ວບໍ່ວ່າເຮົາທຳທ່າເຮັດໂງ່ຊື່ໆນະ)

7.ມັກຜູ້ຊສຍທີ່ຮູ້ຈັກງໍ້ແດ່ໂດຍສະເພາະເວລາທີ່ໂຕເອງຜິດ

(ຂໍໂທດໆນະເວົ້າເປັນບໍ່)

8.ມັກຜູ້ຊສຍທີ່ແຕ່ງໂຕດີເບິ່ງລະສະອາດ

(ເວລາເອົາໄປໃສນຳຈື່ງຈະບໍ່ອາຍຄົນອື່ນ)

9.ມັກຜູ້ຊາຍທີ່ສະເຫມີຕົ້ນສະເຫມີປາຍສະແດງອອກວ່າຮັກຢ່າງສະຫມ່ຳສະເຫມີ

(ເຮົາເປັນຄົນຫວັ່ນໄຫວຕອ້ງຍ້ຳຕະຫລອດຮູ້ບໍ່ວ່າຢ້ານລືມ)

10.ມັກຜູ້ຊາຍທີ່ເວລາຊິໄປໃສມາໃສກໍບອກກັນແດ່

(ເຈົ້າບໍ່ໄດ້ຢູ່ຜູ້ດຽວແລ້ວເດີ້)

ຂຽນເມື່ອ ຂຽນເມື່ອ: ມ.ນ.. 12, 2009 | ມີ 15 ຄຳເຫັນ ແລະ 0 trackback(s)

1.ນັ່ງຕະລຶງ.ຕາຄ້າງ.ຫາຍໃຈແວ໊ບ.ໂລກໝຸນຕິ້ວໆຫລັງຈາກຮັບຮູ້ຂ່າວຮ້າຍ

2.ເຮັດຄວາມເຂົ້າໃຈກັບເຫດການ

3.ຍອມຮັບວ່າມັນເກີດຂຶ້ນແລ້ວ

4.ພະຍາຍາມແກ້ໄຂເຫດການໃຫ້ມັນດີຂຶ້ນ

5.ຖ້າແກ້ໄຂບໍ່ໄດ້ກໍ່ຕອ້ງຍອມຮັບວ່າມັນເປັນຄວາມຈິງ

6.ທຳໃຈ.....ເປັນຂັ້ນຕອນທີ່ເຮັດບໍ່ຍາກຖ້າຜ່ານ5ຂໍ້ມາໄດ້ແລ້ວ

7.ຂອບໃຈສຳລັບຄວາມສຸກໃນຊວ່ງເວລາທີ່ຜ່ານມາ

8.ລືມມັນຊະ

9.ເປັນຄົນໃໝ່

10.ຫາຄວາມຮັກຕໍ່ໄປalt

ສູ້ໆສຳຫລັບຄົນທີ່ອົກຫັກ.......ລີຊ້າເຜັນກຳລັງໃຈໃຫ້ສະເຫມີເນີ້.....alt

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 11, 2009 | ມີ 13 ຄຳເຫັນ ແລະ 0 trackback(s)

1.ເວລາຊວນໄປໃສມາໃສ ໄປວຽກເປັນໝູ່ຫຼືວ່າໄປເບິ່ງໜັງຫຼືໄປຟັງເພງຈະມີຄຳເວົ້າວ່າບໍ່ວ່າງ.ຄາເຮັດວຽກແລະອື່ນໆຫຼາຍຂຶ້ນ

2.ເຫັນໜ້າກັນຍາມໃດເລີ່ມມີການສະແດງທ່າທີ່ເສີຍຊາຂື້ນເລື້ອຍໆຫຼືບໍ່ຊັ້ນກະຫງຸດຫງິດໄປໝົດທຸກເລື່ອງໂດຍສະເພາະເລື່ອງກຽ່ວກັບເຮົາ

3.ໂທໄປຍາມໃດກະປິດເຄື່ອງອ້າງແຕ່ວ່າແບ໋ດໝົດຕະຫຼອດ.ຫຼືບໍ່ຊັ້ນກະຊົ່ວຊິຮັບກະບັກດົນໆແລະຄຳຖາມທຳອິດທີ່ຖາມຕອນຮັບສາຍແມ່ນໂທມາເຮັດຫຍັງມີວຽກຫຍັງບໍ່

4.ບໍ່ໄດ້ໄປໃສນຳກັນດົນເກີນກວ່າ2ອາທິດໂດຍທີ່ບໍ່ໄດ້ສະບາຍຫຼືຕິດວຽກທີ່ສຳຄັນຢ່າງໃດເລີຍ

5.ເລີ່ມເວົ້າບໍ່ມ່ວນ.ບໍ່ໃຫ້ກຽດກັນ.ຫຼືເວົ້າສິ່ງທີ່ບໍ່ດີໄປຫາຄອບຄົວ

6.ຢູ່ຊື່ໆກະຢາກປຽ່ນແປງຕົນເອງເລີ່ມເຮັດງາມເຮັດຫຼໍ່ເກີນປົກກະຕິທັ້ງໆທີ່ຕອນຄົບກັບເຮົາບໍ່ເຄີຍປຽ່ນແປງຫຍັງເລີຍ

7.ໃນຍາມທີ່ເຮົາຢາກໄດ້ກຳລັງໃຈຫຼືມີຂໍ້ຜິດພາດເລັກໆນອ້ຍໆເກີດຂື້ນແທນທີ່ຈະມີຄຳປອບໃຈຫຼືໃຫ້ກຳລັງໃຈຫຼືເປັນທີ່ປຶກສາກັບມີແຕ່ຄຳເວົ້າທີ່ຊຳ້ເຕີມ

8.ຜິດສັນຍາຕະຫລອດ

9.ເບິ່ງຄືວ່າອີກຝ່າຍຈະລືມໄປແລ້ວວ່າຄຳຂໍໂທດ..............ສະກົດແນວໃດ

10.ເມື່ອເຈົ້າຫຼືເຂົາມີຄຳເວົ້າວ່າ....................ດີເກີນໄປ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 1, 2009 | ມີ 20 ຄຳເຫັນ ແລະ 0 trackback(s)

*3ສິ່ງໃນຊີວິດທີ່ບໍ່ສາມາດເອີ້ນກັບມາຄືນໄດ້....

-ຄຳເວົ້າ

-ເວລາ

-ໂອກາດ

*3ສິ່ງທີ່ຄວນມີໃນຊີວິດເຮົາຄື.....

-ຄວາມສະຫງົບ

-ຄວາມຊື່ສັດ

-ຄວາມຫວັງ

*3ສິ່ງທີ່ມີຄ່າໃນຊີວິດຄື.....

-ຄວາມຮັກ

-ເຄົາລົບໂຕເອງ

-ແລະຫມູ່ແທ້

*ຄວາມບໍ່ແນ່ນອນໃນຊີວິດ3ຢ່າງຄື....

-ຄວາມຝັນ

-ຄສາມສຳເລັດ

-ໂຊກຊະຕາ