ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 22, 2009 | ມີ 24 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

            "ຢ່າສັນຍາກັບໃຜຖ້າເຈົ້າເຮັດບໍ່ໄດ້"

   ມີຜູ້ຍິງຕາບອດຄົນໜຶ່ງ ລາວຊັງຕົນເອງທີ່ລາວບໍ່ສາມາດເບິ່ງຫຍັງເຫັນ

                ລາວຊັງທຸກຄົນຍົກເວັ້ນແຟນຂອງລາວ

   ມີມື້ໜຶ່ງລາວບອກກັບແຟນລາວວ່າ ຖ້າລາວເບິ່ງເຫັນລາວຈະແຕ່ງງານກັບແຟນລາວ

   ຢູ່ມາມື້ໜຶ່ງໂຊກຊະຕາກໍເດີນທາງມາຫາລາວ ມີຄົນບໍລິຈາກດວງຕາໃຫ້ຜູ້ຍິງຕາບອດຄົນນັ້ນ

   ລາວຈຶ່ງສາມາດເບິ່ງເຫັນທຸກສິ່ງທຸກຢ່າງລວມກັບແຟນຂອງລາວ

   ແຟນລາວຈຶ່ງຖາມລາວວ່າ "ບາດນິເຈົ້າເບິ່ງເຫັນໝົດທຸກຢ່າງແລ້ວ ເຈົ້າຈະແຕ່ງງານກັບຂອ້ຍບໍ່"

   ຜູ້ຍິງຜູ້ນັ້ນຕົກໃຈຫຼາຍທີ່ເຫັນວ່າແຟນຂອງຕົນຕາບອດalt

   ຜູ້ຍິງຄົນນັ້ນຕອບແຟນລາວວ່າ "ຂໍໂທດເດີ້ ຂອ້ຍແຕ່ງງານກັບເຈົ້າບໍ່ໄດ້ເພາະວ່າເຈົ້າຕາບອດ"

   ແຟນຂອງລາວຍ່າງຈາກໄປພອ້ມກັບນ້ຳຕາທີ່ຍອ້ຍລົງມາalt

   ແຟນຂອງລາວບອກກັບຜູ້ຍິງຄົນນັ້ນວ່າ " ຖ້າເປັນແນວນັ້ນເຈົ້າຊ່ວຍເບິງແຍງດວງຕາຂອງຂອ້ຍໃຫ້ດີແດ່ເດີ້"altaltalt

ຂຽນເມື່ອ ຂຽນເມື່ອ: ມ.ນ.. 17, 2009 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

*ເຈົ້າເຄີຍຜິດຫວັງໃນເລື່ອງຄວາມຮັກຫລືບໍ່?

*ເຈົ້າເຄີຍເສຍໃຈເພາະຄວາມຮັກຫລືບໍ່?

*ເຈົ້າເຄີຍປວດໃຈເພາະຄວາມຮັກຫລືບໍ່?

*ເຈົ້າເຄີຍຮອ້ງໄຫ້ເພາະຄວາມຮັກຫລືບໍ່?

ແລ້ວສິ່ງເຫລົ່ານີ້ເຮັດໃຫ້ເຈົ້າຊັງຄວາມຮັກຫລືບໍ່ຖ້າເຈົ້າຊັງຄວາມຮັກເພາະສິ່ງນີ້ເຈົ້າຄິດຜິດ

ມັນບໍ່ແປກດອ໋ກຖ້າເຈົ້າຫລືໃຜໆຊິໂທດຄວາມຮັກ

ແຕ່ຖ້າຄິດດີໆແລ້ວຈະຮູ້ວ່າມັນບໍ່ແມ່ນຄວາມຜິດຂອງຄວາມຮັກເລີຍ

ຄວາມຮັກເປັນສິ່ງທີ່ດີບໍ່ເຄີຍເຮັດໃຫ້ໃຜເປັນແນວນັ້ນເລີຍ

ແຕ່ທີ່ເຈົ້າຮູ້ສຶກແນວນັ້ນເປັນເພາະໂຕເຈົ້າເອງ

ທີ່ເປັນແນວນັ້ນເພາະເຈົ້າບໍ່ສົມຫວັງໃນຄວາມຮັກ

ເພາະຮັກລາວແລ້ວແຕ່ລາວບໍ່ຮັກຕອບແມ່ນບໍ່............?alt

ຖ້າເປັນຄວາມຮັກທີ່ແທ້ຈິງເຈົ້າຈະບໍ່ເສຍໃຈຖ້າລາວບໍ່ຮັກເຈົ້າalt

ເພາະຄວາມຮັກຄືການໃຫ້ບໍ່ແມ່ນການຄອບຄອງ

ການຮັກໃຜຈັກຄົນບໍ່ຈຳເປັນຕອ້ງເປັນແຟນຫລືເປັນຫຍັງກັນ

ແຄ່ໄດ້ຮັກຫລືເຮັດຫຍັງດີໆໃຫ້ກໍພໍແລ້ວບໍ່ແມ່ນຫວາ...........?

ລອງເອົາໄປຄິດເບິ່ງວ່າທີ່ເຈົ້າອົກຫັກຫລືເສຍໃຈ

ມັນແມ່ນຄວາມຜິດຂອງຄວາມຮັກ

ຫລືຄວາມຜິດຂອງເຈົ້າທີ່ມີແຕ່ນັ່ງເສຍໃຈ

ໃຫ້ກັບຄວາມຮັກແລະມີແຕ່ຖ້າແຕ່ຈະໂທດຄວາມຮັກ.......................................................................alt

 

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 11, 2009 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຫາກຄິດວ່າຈະໃຊ້ຊີວິດກັບໃຜຈັກຄົນຄວນແນ່ໃຈວ່າເຂົາຄົນນັ້ນ.................

1.ຄວນຈະເປັນຄົນທີ່ເຈົ້າຮູ້ສຶກພໍໃຈໃນໂຕເຂົາຫລາຍໆດ້ານ

2.ມີທັດສະນະຄະຕິຄືກັນ

3.ມີຄວາມຮູ້ສຶກຍົກຍອ້ງຊື່ງກັນແລະຫັນ

4.ມີເຫດຜົນ

5.ດຸໝັ່ນ.ຂະຫຍັນ

6.ປາດຖະໜາດີຕໍ່ກັນຫຼືຈິງໃຈຕໍ່ກັນ

7.ອາຍຸກໍມີຄວາມສຳຄັນ

8.ມີສຸຂະພາບກາຍທີ່ດີ

9.ມີສຸຂະພາບຈິດທີ່ດີ

10.ຄວນມີພື້ນຖານທາງຖານະພໍທີ່ຈະເພິ່ງໂຕເອງໄດ້

11.ມີຄວາມຮັກຕໍ່ກັນ

12.ເປັນໝູ່ທີ່ດີຕໍ່ກັນ

13.ມີຄວາມຮູ້ແລະຄວາມຄິດພໍທີ່ຈະຊວ່ຍກັນໄດ້alt

ຂຽນເມື່ອ ຂຽນເມື່ອ: ມ.ນ.. 10, 2009 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ບາງຄັ້ງຄວາມຮັກກໍເຂົ້າມາຫາເຮົາ ເພື່ອໃຫ້ເຮົາຮຽນຮູ້ແຕ່ບໍ່ໃຫ້ເຮົາຄອບຄອງ

ບໍ່ຜິດຖ້າວ່າຈະຮັກຄົນມີເຈົ້າຂອງ ແຕ່ຈະຜິດຖ້າເຂົ້າໄປເຮັດໜ້າທີ່ຊຳ້ຊອ້ນຄົນອີກຄົນ

ໜ້າທີ່ຂອງຄວາມຮັກຄືການຍ່າງໄປມອບຄວາມຮັກ

ແລະຢືນຢູ່ລ້າໆເພື່ອຮັບມັນບໍ່ແມ່ນດິ້ນລົນເພຶ່ອໃຫ້ໄດ້ມັນມາ

ໃນຫວ້ງແຫ່ງຄວາມຮັກ ການທີ່ໄດ້ຖືກຮັກແມ່ນສຸກໃຈ

ການໃຫ້ຄວາມຮັກແມ່ນອີ່ມໃຈ

ແລະເມື່ອໄດ້ຮັບປະຕິເສດມັນທໍລະມານ

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 25, 2009 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ບໍ່ມີອາກາດກໍບໍ່ມີລົມຫາຍໃຈ

ບໍ່ມີຄວາມຮັກກໍຍັງຫາຍໃຈໄດ້ແຕ່ລະມື້

ອາກາດບໍ່ຕອ້ງສະແຫວງຫາ

ແຕ່ຄວາມຮັກກວ່າຈໄດ້ມາຕອ້ງບາກບັ່ນ

ອາກາດໄດ້ມາງາ່ຍໆແລະມີຢູ່ຫລາຍຮອ້ຍພັນ

ສວ່ນຄວາມຮັກໄດ້ແຕ່ຝັນກໍສຸກໃຈແລ້ວ

ອາກາດແທບຈະບໍ່ມີນຳ້ຫນັກ

ສວ່ນຄວາມຮັກໃຜກໍເຫັນວ່າຍິ່ງໃຫຍ່

ອາກາດບໍ່ເຄີຍສ້າງຄວາມເສຍໃຈ

ແຕ່ຄວາມຮັກເຮັດໃຫ້ຕອ້ງຮອ້ງໄຫ້ແລະມີນຳ້ຕາ

ອາກາດເຮັດໃຫ້ຊີວິດດຳເນີນຢູ່

ແລະຄວາມຮັກກໍເຮັດໃຫ້ລົມຫາຍໃຈມີຄຸນຄ່າ

ອາກາດເບິ່ງເຫັນໄດ້ຍາກດວ້ຍສາຍຕາ

ສ່ວນຄວາມຮັກເຫັນດວ້ຍຕາກໍຮູ້ໃຈ

ມີອາກາດໂລກກໍຍັງເປັນຄືເປັນຢູ່

ມີຄວາມຮັກໂລກກໍຈະກາຍເປັນສີບົວຫວານໄຫວ

ສຳຫລັບອາກາດເຂົ້າອອກຕາມລົມຫາຍໃຈ

ແຕ່ຄວາມຮັກຫາກມີໄວ້ກໍບໍ່ຢາກສູນເສຍໄປເລີຍ

ເບິ່ງແຍງຮັກສາອາກາດນັ້ນລຳບາກ

ເບິ່ງແຍງຄວາມຮັກແຮງຫຍຸ້ງຍາກຫາກບໍ່ຮັກກໍບໍ່ເບິ່ງ

ອາກາດຫລາຍເທົ່າໃດແຮງບໍ່ກົມກຽວ

ຄວາມຮັກເຖິງວ່າບາງເບົາແໜ້ນໜຽວແຕ່ກໍຍັງຜູກພັນ

ສວ່ນປະກອບຂອງອາກາດສາມດບັນຍາຍ

ແຕ່ຄວາມຮັກບໍ່ສາມາດອະທິບາຍດວ້ຍຄຳສັ້ນໆ

ອາກາດບາງມື້ກໍດີບາງມື້ກໍບໍ່ດີໄປແຕ່ລະມື້

ສວ່ນຄວາມຮັກນັ້ນກໍຍັງອົບອຸ່ນໃນຫົວໃຈ

ຄວາມຮັກກັບອາກາດ

ຖ້າຖາມຂອ້ຍວ່າເລືອກທີ່ຈະຂາດສິ່ງໃດ

ເຖິງວ່າອາກາດຈະຈຳເປັນຫລາຍເທົ່າໃດ

ໃນໂລກທີ່ບໍ່ມີຄວາມຮັກກໍບໍ່ອາດຢູ່ໄດ້ເຊັ່ນກັນ

 

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 21, 2009 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຢ່າຝືນໃຈຮັກຖ້າມັນບໍ່ແມ່ນ

ມັນບໍ່ມີປະໂຫຍດຍັງເລີຍ

ທີ່ຢາກຈະຄົບໃຜພຽງແຕ່ຢາກຈະຕອ້ງການໃຜສັກຄົນ.........alt