ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 5, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

  ເວລາເຈັບຫົວປຸບ ເຮົາກໍ່ເອົາມືທັງສອງເບື້ອງບີ້ໆຖູໆ ໄປທີ່ຫູພ້ອມໆກັບຫາຍໃຈອອກແຮງໆ ຫຼາຍໆເທື່ອວິທີນີ້ຄ້າຍຄື ກັບວິທີການ ກົດຈຸດກົດເສັ້ນ ເປັນການບຳບັດໂລກດ້ວຍຕົນເອງເບື້ອງຕົ້ນ

 

ລອງເອົາໄປເຮັດເບິ່ງເດີວ່າຊິໄດ້ຜົນບໍ ເອົາຈາກ kapook.com ລະຢ່າລືມສົ່ງມາບອກກັນແດ່ ເພາະ ສົ່ງຕອນເອົາລົງຍັງບໍ່ປວດ ເລີຍບໍ່ທັນ ໄດ້ລອງ ພໍດີເຫັນກ່ອນ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 5, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

    ອາການຂົນລຸກເກີດຂຶ້ນຈາກການຍົກໂຕຂຶ້ນອຂງຜິວໜັງ ເຊິ່ງເປັນຜົນມາຈາກການຫົດຕົວຂອງກ້າມຊິ້ນນ້ອຍໆ ທີ່ຕິດກັບ ຂົນແຕ່ລະເສັ້ນ ການຫົດຕົວຂອງກ້າມເນື້ອນີ້ຈະເຮັດໃຫ້ເກີດຂຸມເທິງຜິວຫນັງເຮັດໃຫ້ພື້ນທີ່ນັ້ນມັນນູນຂຶ້ນມາ ແລະ ສາເຫດທີ່ອາການຂົນລຸກໍເນື່ອງມາຈາກອາກາດທີ່ມີອຸນຫະພູມທີ່ຕ່ຳກວ່າອຸນຫະພູມໃນຮ່າງກາຍຫລາຍ ຈຶ່ງເກີດການປັບຄວາມສົມດຸນອຂງຮ່າງກາຍໂດຍລະບາຍຄວາມຮ້ອນອອກຈາກຮ່າງກາຍຢ່າງໄວວາ ແລະສະໝອງ ຈະສົ່ງສັນຍານໄປ ທີ່ຫລອດ ເລືອດທີ່ຜິວໜັງ ເຮັດໃຫ້ເກີດການຫົດຕົວ ຈຶ່ງເຮັດໃຫ້ຜິວໜັງຂອງເຮົາຕັ້ງຂຶ້ນມາ.

ຈາກວາລະສານ ມະຫາຊົນ ສະບັບທີ 141

ຂຽນເມື່ອ ຂຽນເມື່ອ: ກ.ລ.. 5, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

     ແມງໄມ້ຈຳພວກນີ້ ມັນຈະຫາກິນຕອງກາງຄືນ ມັກມີພຶດຕິກຳແປກໆ ມັກບິນເຂົ້າຫາແສງໄຟ ທີ່ເປັນແບບນີ້ ເພາະປົກກະຕິແລ້ວ ຖ້າແສງໄຟມັນສ່ອງມາຈາກທັງສອງຂ້າງຂອງມັນ ຈະຮັບແສງດ້ວຍຄວາມແຈ້ງ ຂອງແສງ ມັນກໍຈະກະພັບປີກຂອງໃຫ້ໄວ້ຂຶ້ນພໍໆກັບແສງໄຟ ແຕ່ຖ້າແສງໄຟສ່ອງມາຈາກບ່ອນໃກ້ໆເຊັ່ນ: ຈາກດອກໄຟທາງເທິງເພດານຕາຂ້າງໜຶ່ງຈະຮັບແສງໄດ້ຫລາຍກວ່າຂ້າງນຶ່ງ ແມງໄມ້ຈຶ່ງກະ ພັບປີກຂ້າງນຶ່ງໄວກ່ອນ ນີ້ຈຶ່ງເປັນອີກສາເຫດທີ່ເຮັດໃຫ້ມັນບິນອ້ອມແສງໄຟ ເພາະມັນໄປໃສບໍ່ໄດ້

     ສະຫລຸບວ່າ : ຖ້າວ່າແມງໄມ້ເຫັນດອກໄຟຢູ່ໄກໆ ປີກມັນທັງສອງຂ້າງຈະບິນໄດ້ໄວເທົ່າກັນ ມັນຈຶ່ງບິນເປັນເສັ້ນຊື່ໄດ້, ສ່ວນຖ້າເຫັນໄຟສ່ອງໃກ້ໆ ປີກມັນຈະບິນໄວຂຶ້ນຂ້າງໜຶ່ງ ສ່ວນຂ້າງນຶ່ງຈະຊ້າ ເພາະຕາຂ້າງນຶ່ງຈະບໍ່ເທົ່າກັນ ເວົ້າງ່າຍໆ ມັນຈະບິນກັບໄປກັບມາ ຄືເວລາທີ່ເຮົາເຫັນມັນຈະບິນອ້ອມດອກໄຟ.

ຈາກ ວາລະສາ ມະຫາຊົນ ສະບັບທີ 141

ຂຽນເມື່ອ ຂຽນເມື່ອ: ກ.ລ.. 5, 2012 | ມີ 3 ຄຳເຫັນ ແລະ 0 trackback(s)

     ເຫດທີ່ໝາມັກຫອນຕອງກາງຄືນນັ້ນ ເັນເພາະວ່າກາງຄືເປັນເວລາທີໝາຢູ່ໂຕດຍວ ມີອິດສະຫຼະໃນການເຮັດຫຍັງຕາມໃຈໂຕເອງ ໝາກໍເລີຍຫອນເພື່ອສື່ສາກັນໃນຕອນນັ້ນ,​ສະຫລຸບແລ້ວເປັນເລື່ອງຂອງສັນຊາດຕະຍານ ແລະທຳມະຊາດຂອງໝາເດີ ແຕ່ບໍ່ແນ່ບາງ ເທື່ອໝາເອກງກໍເຫັນຜິແທ້ ແຕ່ມັນກໍເປັນເລື່ອງຂອງທຳມະຊາດທີ່ໝາມັນຈະເຫັນບໍ່ກ່ຽວກັບຄົນ.

     ເມື່ອໄດ້້ຍິນສຽງໝາຫອນເທື່ອໃດ ຄົນເຮົາມັກເວົ້າໃຫ້ຟັງວ່າ ໝາມັນຢູ່ຂອງມັນດີໆ ໝາມັນບໍ່ເຫົ່າບໍ່ຫອນດອກ ເຫດທີ່ເຮັດໃຫ້ໝາເຫົ່າຫອນໃນຕອນກາງຄ່ຳກາງຄືນກໍເພາະວ່າ ມັນເຫັນໃຜຄົນໜຶ່ງທີ່ມະນຸດເບິ່ງບໍ່ເຫັນ ຄືຜີ ນັ້ນ ເອງ ກໍ ເລີຍຂົນລຸກເພາະໄດ້ຍິນສຽງໝາຫຫອນກັນມາຫລາຍຊົ່ວອາຍຸຄົນເພາະຢ້ານຜີ.

   ຄວາມເປັນຈິງແລ້ວ ການຫອນຂອງໝາອະທິບາຍໄດ້ດ້ວຍຄວາມຮູ້ທາງວິທະຍາສາດເດີ ໝາເປັນສັດທີ່ມີຫູໄວເປັນພິເສດ ສາມາດຮັບຟັງ ສຽງທີ່ມີຄວາມຖີ່ຕ່າງໆກັນ ຄືທີ່ມະນຸດເຮັດບໍ່ໄດ້ ສຽງບາງສຽງຈຶ່ງມາລົບກວນລະບົບປະສາດຂອງໝາ ໝາຈຶ່ງມີປະຕິກິລິຍາດ້ວຍອາການຫອນ.

    ໃຜມີເຮືອນຢູ່ໃກ້ວັດ ຈະສັງເກດໄດ້ວ່າເມື່ອໄດ້ຍິນພະຕີລະຄັງ ໝາກໍຈະຫອນເ ພາະວ່າສຽງລະຄັງເຂົ້າໄປລົບກວນປະສາດຂອງໝາ ການຫອນຈິ່ງເປັນການສື່ສານໃນໝູ່ໝາເພື່ອນໃຫ້ໝາໂຕອື່ນໆ ຮູ້ວ່າເກີດຫຍັງຂຶ້ນ ມີອີກກໍລະນີໜຶ່ງທີ່ເຫັນມາຫຼາຍ ຄືໝາທີ່ຖືກເອົາມາຝາກໄວ້ໃນຮ້ານ ປົວສັດ ຕົກກາງຄືກໍຈະຫອນເພາະມັນຄິດຮອດເຈົ້າຂອງ ຈຶ່ງຮຽກຮ້ອງຄວາມສົນໃຈ.

ຈາກວາລະສານ ມະຫາຊົນ ສະບັບທີ 141

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 27, 2012 | ມີ 13 ຄຳເຫັນ ແລະ 0 trackback(s)

     ລາສີມັງກອນ  : ເຈົ້າບໍ່ເໝາະກັບມືຖືນ້ອຍໆ ເພາະເຮັດຫຼົ່ນຫຼາຍ ຂໍເປັນຟັງຊັ່ນທີ່ໃຊ້ງ່າຍບໍ່ຊັບຊ້ອນຈະເວີກຫຼາຍ.

     ລາສີກຸມ :  ສາວລາສີນີ້ເໝາະກັບມືຖືທີ່ໄຮເທັກຫຼາຍ ຢ່າງມີປາລ໌ມໃນຕົວ ຫຼືມີບູທູດນຳແຫ່ງດີ.

     ລາສີມິນ : ມືຖືລູກຫຼິ້ນຫຼາຍໆ ເນັ້ນທີ່ໂທລະສັບອອກໄດ້ບ່ອຍໆ ສົ່ງ sms ໄດ້ບໍ່ຈຳກັດ ແລະມີເກມໃຫ້ຫຼິ້ນຫຼາຍໆ.

     ລາສີເມກ : ສາວປຽວສຽວແບບເຈົ້າເໝາະກັບມືຖືທີ່ເບິ່ງຫຼູຫຣາແດ່ ເພາະເປັນຄົນບໍ່ມັກປ່ຽວມືຖືຫຼາຍ ຈິ່ງຕ້ອງໃຫ້ ອະລັງການເຂົ້າໄວ້ຊະນິດທີ່ ຮ້ອງວ່າຄັ້ງດຽວເອົາຢູ່.

     ລາສີພືກສົກ : ສາວລາສີນີ້ເໝາະກັບມືຖືຈໍສີ ຕິດຫຼູໜ້ອຍນຶ່ງ ຫຼິ້ນເກມໄດ້ຫຼາຍໆ ຫຼື ບໍ່ຂໍເປັນມືຖືລຸ່ນແປກໆ ໄວ້ກ່ອນ.

     ລາສີມິຖຸນ : ຄົນຂີ້ເບື່ອ ຄວນເລືອກມືຖືທີ່ປ່ຽວໜ້າກາກໄດ້ ມີອຸປະກອນເສີມ ແລະ ອາດໃຊ້ຫຼາຍກວ່າ 1 ເຄື່ອງ ເຜື່ອງ ເຊັງໆຈະໄດ້ປ່ຽນໃຊ້ໄດ້ທັນໃຈ.

     ລາສີກໍລະກົດ : ຄົນລາສີນີ້ມັກສວຍມັກງາມ ເໝາະກັບມືຖືທີ່ມີສີສັນສົດໃສ ເປັນຈໍສີ ແລະ ມີລູກຫຼິ້ນໄວ້ແກ້ເບື່ອ ນິດໆ.

     ລາສີສິງ : ມັກມືຖືໃໝ່ກິກ ເບິ່ງຫຼູຫຣາສຸດໆ ແລະ ຈະເລືອກລຸ່ນທີ່ດີທີ່ສຸດເທົ່ທີ່ຈະຫາຊື້ໄດ້.

     ລາສີກັນ : ເຈົ້າເປັນປື້ມກັບມືຖືທີ່ຕໍ່ຄອມພິວເຕີໄດ້ ມີບໍລິການອອນໄລນຳ ເຄື່ອງບໍ່ຕ້ອງໃຫຍ່ຫຼາຍຂະໜາດກະທັດ ຫັດເໝາະມື.

    ລາສີຕຸນ : ມັກມືຖືທີ່ມີຟັງຊັ່ນຖ່າຍຮູບໄດ້ ເພາະຈະເກັບຮູບໄວ້ເບິ່ງຫຼິ້ນ ຍິ່ເງປັນລຸ່ນທີ່ແຕ່ງເພັງໄດ້ແຮງດີ.

    ລາສີພິຈິກ : ມືຖືຂອງຄົນລາສີນີ້ຈະອອກແນວສະປອດແດ່ ທົນທານຟັງຊັ່ນບໍ່ຫຍຸ້ງຍາກ ແລະ ໃຊ້ງານໄດ້ງ່າຍ.

    ລາສີທະນູ : ຄົນລາສີນີ້ຈະສົນໃຈມືຖືທີ່ໄຮເທັກຫຼາຍໆ ເນັ້ນມືຖືທີ່ໃຊ້ແລ້ວຄຸ້ມຄ່າ ແຕ່ລາຄາບໍ່ແພງເກີນເຫດ.

ຈາກ teenee.com

  

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 27, 2012 | ມີ 14 ຄຳເຫັນ ແລະ 0 trackback(s)

     ສີແດງ :  ຄົນທີ່ມັກສີແດງແລງລິດນີ້ ເປັນຄົນທີ່ງ່າຍຕໍ່ການປຸກເລົ້າຫຼາຍ ແຖມຍັງມ່ວນກັບການມີເຊ໌ກ ໄດ້ແບບ ບໍ່ຮູ້ຈົບ ຖ້າເປັນໄຟກາຄົງຈະດັບຍາກຫຼາຍ.

     ສີເຫຼືອງ : ຈາກການວິໃຈແລ້ວ ພົບວ່າຜູ້ທີ່ນິຍົມສີນີ້ ສ່ວນໃຫຍ່ມີແນວໂນ້ມຈະນິຍົມໄມ້ປ່າດຽວກັນເປັນທີ່ສຸດ (ຍ້ຳວ່າ ສ່ວນໃຫຍ່ ບໍ່ແມ່ນທັ້ງໝົດເດີ) ນອກຈາກນັ້ນຄົນທີ່ມັກສີນີ້ຍັງມັກທີ່ຈະເປັນຝ່າຍຮັບອີກນຳ ແຖມຍັງບໍ່ຖະນັດກັບການປະຕິເສດຂໍ້ສະເໜີຂອງໃຜອີກຕ່າງຫາກ.

     ສີບົວ : ເປັນພວກທີ່ລັງເລໃນການທີ່ຈະມີເຊ໌ກເປັນຢ່າງຫຼາຍ ຖ້າໃຫ້ຍົ່ວຍວນນະພໍໄດ້ ແຕ່ຢ່າຫວັງວ່າຈະເອົາຈິ່ງ ຖ້າເປັນຜູ້ຍິງກໍ່ຈະບໍລິຫານສະເໜ່ໄປເລື່ອຍໆ ປ່ຽນຊາຍຄວງແຂນບໍ່ຊ້ຳໜ້າ ເພາະວ່າກັນວ່າໃນສ່ວນລຶກແລ້ວຄົນທີ່ມັກ ສີນີ້ ຈະເກັບຄວາມກຽດຜູ້ຊາຍໄວ້ໃນໃຈງຽບໆ ແຕ່ຖ້າເປັນຊາຍກໍ່ເປັນພວກຄາດສະໂນວາ ກັບສາວໆໄປເລື່ອຍໆເຊັ່ນກັນ.

     ສີມ່ວງ : ຄົນມັກສີນີ້ຈະມີເຊ໌ກໃນຮູບແບບທີ່ເໝືອນກຳລັງຊຸມເຮັດທຸລະກິດຢູ່ ຄືຄຳນິງເຖິງຜົນປະໂຫຍດຂອງຕົວເອງ ເປັນຫຼັກ ໃຜຈະບໍ່ໄດ້ໄປຮອດຝັ່ງຝັນບໍ່ເປັນຫຍັງ ແຕ່ເຮົາຕ້ອງໄປໃຫ້ເຖິງເທົ່ານັ້ນເປັນພໍ.

     ສີດຳ : ຄ່ອນຂ້າງມັກເຊ໌ກແບບດ້ານມືດໄປໜ່ອຍ ເປັນໄປໄດ້ວ່າມັກຄວາມຮຸນແຮງ ຫຼື ທີ່ຮ້ອງວ່າຊາດິດ ນອກຈາກຂໍ້ມູນລ່າ ສຸດກໍ່ເປີດເຜີຍອອກມາອີກດ້ວຍວ່າ ພວກທີ່ເປັນ ອາດຊະຍາກອນກາມັກສີນີ້ຈັບໃຈຄືກັນ.

     ສີຂຽວ : ອິນໂນເຊັນທີ່ສຸດໃນເລື່ອງເຊ໌ກ ຜູ້ຍິງບາງຄົນອາດຄົງຄວາມບໍ່ຮູ້ເລື່ອງຮູ້ລາວ ແບບນີ້ໄປຈົບຕະຫຼອດຊີວິດ ສ່ວນຜູ້ຊາຍທີ່ມັກທີ່ສີນີ້ເປັນຄົນທີ່ງຸ່ມງ່າມ ເງີະງະຢູ່ເປັນອາຈິນ ແຕ່ຄະນະດຽວກັນບຸກຄະລິກທ່າທາງກໍ່ກັບ ເບິ່ງສຸຂະພາບຈົນນ່າຫຼົງໄຫຼ (ບໍ່ເໝາະຈະມີເຊ໌ກແຕ່ເໝາະ ຈະຈ້າງມາເປັນຄູສອນບຸກຄະລິກພາບ) ເອົາເປັນວ່າຖ້າໃຫ້ເຂົາມາ ເປັນໝູ່ແລ້ວຈ່າວຈະເວີກກ່ອນ.

     ສີສົ້ມ : ເປັນພວກທີ່ມັກໃຫ້ການມີເຊ໌ກເໝືອນກັບທີ່ຕົວເອງຈິນຕະນາການໄວ້ ດັງນັ້ນເລື່ອງເລົ້າໂລມນີ້ກໍ່ຈະຖະນັດ ຫຼາຍ ເພາະເຂົາເບິ່ງວ່າເປັນການສະແດງ (ຕາມຈິນຕະນາການ) ທີ່ຕ້ອງທຸ່ມເທ ທີ່ແປກຄືບໍ່ຊີລຽດ ວ່າຕົວເອງຈະຕ້ອງໄປເຖິງສະ ຫວັນຊັ້ນຟ້າຫຼືບໍ ຖ້າລີລາລະຫວ່າງປະກອບກິດຈະກຳດີ ກໍ່ຖືວ່າສອບຜ່ານ.

     ສີນ້ຳຕານ : ໃຜໄດ້ຄົນທີ່ມັກສີນີ້ມາເປັນຄູ່ຮັກວາງໃຈໄດ້ວ່າ ເຂົາຈະເຮັດໃຫ້ເຈົ້າຫຼົງໄຫຼໄດ້ບໍ່ຍາກ ເພາະເຂົາຈະອົບ ອຸ່ນ ສຸຂຸມ ລຸ່ມລຶກ ແຕ່ມັກເລື່ອງເຊ໌ກເປັນທີ່ໜຶ່ງ ບໍ່ວ່າເຈົ້າຈະກະດິກໂຕເຮັດຫຍັງເຂົາກໍ່ຈະເຫັນວ່າເລົ້າອາລົມ ສະເໜີ.

     ສີເທົາ : ເສື່ອຍເນື່ອຍ ຄືຮໍໂມນດ້ານເຊ໌ກຈະໝົດໃນມື້ນີ້ ມື້ອື່ອນ ຜູ້ຊາຍທີ່ມັກສີນີ້ຈະເຫັນເຊ໌ເປັນແຄ່ການລະ ບາຍອາລົມເທົ່ານັ້ນ (ຊ່ິງດົນໆ ຈະມີສັກເທື່ອ) ຖ້າເປັນຍິງທີ່ມັກສີນີ້ ພຶດຕິກຳທາງເພດກໍ່ອາດຈະຮຽກໄດ້ວ່າ "ມີເຊ໌ກ" ເທົ່ານັ້ນ ບໍ່ແມ່ນການ "ເມດເລີບ" ອັນນ່າຕື່ນໃຈ.

     ສີນ້ຳເງິນ ສີຟ້າອ່ອນ : ຫາກໃຜມີແຟນທີ່ມັກສີນີ້ ຖືວ່າ ວັນເດີຟູຫຼາຍ  ເພາະຈະເຂົ້າອົກເຂົ້າໃຈຄວາມຕ້ອງການຂອງອີກ ຝ່າຍເສຍເຫຼືອເກີນ ຜູ້ຊາຍທີ່ມັກສີນີ້ຈະທຣີດ ຜູ້ຍິງເວລາມີເຊ໌ກໄດ້ຢ່າງນຸ່ມນວນ ຖະນຸຖະໜອມ ສ່ວນຜູ້ຍິງນີ້ຈັດ ວ່າເປັນຄົນທີ່ເອັນຈອຍກັບເຊ໌ກຫຼາຍ.

      ສີຂາວ : ບໍລິສຸດໄລ້ດຽງສາ ຍິ່ງກວ່າຄົນທີ່ມັກສີຂຽວ ຂ້າງເທິງເສຍອີກ ເພາະຄົນທີ່ມັກສີຂາວຈະເຫັນວ່າ ການມີເຊ໌ກ ເປັນເລື່ອງໜ້າອາຍ ຈູບແບບດູດດື່ມກາເຮັດບໍ່ໄດ້ ເພາະບໍ່ເໝາະສົມ ຍິ່ງການມີອີຫຍັງຕອນກາງເວັນ ຍິ່ງໜ້າອາຍໄປໃຫຍ່ ຜູ້ຍິງທີ່ມັກສີນີ້ຈະເປືອຍກາຍກໍ່ຕໍ່ເມື່ອມີຜ້າມາຄຸມເທົ່ານັ້ນ ສ່ວນຜູ້ຊາຍກໍ່ອົບນ້ຳເປັືອງຫຼາຍເວາລາມີເຊ໌ກ ເພາະຢ້ານບໍ່ສະອາດ

ຈາກ teenee.com

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 20, 2012 | ມີ 1 ຄຳເຫັນ ແລະ 0 trackback(s)

     1. ກະເປົາເງິນ : ຄືສິ່ງທຸກຄົນຕ້ອງໄດ້ມີ ຕິດໂຕຢູ່ຕະຫຼອດເວລາ ເຊິ່ງເທົ່າທີ່ເຫັນນີ້ຫຼາຍໆຄົນກໍມັກຈະເອົາກະເປົາເງິນຢັດໃສ່ຖົງ ສົ້ງທາງຫຼັງຕະຫຼອດເວລາ ແຕ່ຮູ້ບໍ່ວ່າເວລາທີ່ທ່ານນັ່ງນັ້ນ ກະເປົາກະຈະຖືກທັບຈົນແປລີບ ແລ້ວກໍເສຍຮູບຊົງ ແລະ ບາງເທື່ອອາດຈະ ເຮັດໃຫ້ເກີດເປັນຮອຍຂີດໄດ້ ທາງທີ່ດີຄວນເອົາໄວ້ໃນກະເປົາຖົງພາຍ ຫຼືຖົງເສື້ອຈະດີກ່ອນ.

     2. ນ້ຳຫອມ : ໂດຍປົກກະຕິແລ້ວ ເຮົາຈະສີດນ້ຳຫອມກ່ອນແຕ່ງໂຕອອກຈາກບ້ານ ເພື່ອໃຫ້ກິ່ນກາຍທີ່ຫອມຫວນ  ເຊິ່ງນອກຈາກຈະສີດໃສ່ ບໍລິເວນຂໍ້ພັບ, ຂໍ້ມື , ຄໍ ແລະໜ້າເອີກແລ້ວ ບາງຄົນຍັງສີດໃສ່ເສື້ອຜ້າ ທີ່ທຸກຄົນຕ້ອງບໍ່ລືມຄື ທົດສອບນ້ຳຫອມໃສ່ເນື້ອຜ້າ ບໍລິເວນທີ່ເບິ່ງບໍ່ເຫັນ ຫຼືຈຸດນ້ອຍໆກ່ອນ ເພື່ອເບິ່ງວ່າ ເຮົາສີນ້ຳຫອມລົງໄປແລ້ວມັນຈະບໍ່ເກີດເປັນຄາບເປື້ອນ.

     3. ເກີບຂັດມັນ : ເກີບແບບນີ້ຖ້າຈະໃຫ້ງາມຢູ່ຕະຫຼອດເວລາ ທ່ານຄວນຈະອານາໄມໂດຍການເຊັດເປັນປະຈຳ ທີ່ສຳຄັນຄື ຕ້ອງບໍ່ລືມຖູເກີບໃຫ້ ເງົາຊາມ ນອກຈາກນີ້ທ່ານຄວນມີເກີບໜັງໄວ້ອີກຄູ່ ເພື່ອໄວ້ສຳລອງ ແລ້ວກໍບໍ່ຄວນໃສ່ເກີບໜັງ 2-3 ມື້ຕິດຕໍ່ກັນ ເພາະເຫື່ອທີ່ອອກມາ ນັ້ນແລະອາດມີກິ່ນເໜັ່ນຕາມມາ ດ່ັງນັ້ນ ຄວນປ່ຽນໄປໃສ່ອີກຄູ່ໃໝ່ ແລ້ວເອົາຄູ່ທີ່ໃສ່ແລ້ວໄປຕາກແດດໄວ້.

     4. ຖົງຕີນ : ກ່ອນຈະຊັກຖົງຕີນທຸກໆເທື່ອ ຄວນແຍກອອກຊັກຈາກຜ້າຂາວ ເພື່ອບໍ່ໃຫ້ຖົງຕີນທີ່ເປັນສີຂາວມາເປັນສີຂີ້ຕົມ ເພື່ອຖະໜອມສີຜ້າ ແລະຄວນປີ້ນທາງໃນອອກມາເພື່ອປ້ອງກັນເນື້ອຜ້າບໍ່ໃຫ້ຂາດ ຫຼືຫຼຸ່ຍອອກມາ ອັນເກີດມາຈາກແຮງຖູໃນຂະທີ່ກຳລັງຊັກ

ຈາກວາລະສານ ມະຫາຊົນ ສະບັບທີ່ 140

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 20, 2012 | ມີ 0 ຄຳເຫັນ ແລະ 0 trackback(s)

     ເຮົາມີທັງໝົດ 5 ຂັ້ນຕອນ

          1. ການປັບປຸງອຸ່ນຫະພູມຜີວຫຼງຈາກຖືກແດດເຜົາໄໝ້ນັ້ນ ສຳຄັນເປັນອັບດັບຕົ້ນໆ ໃຫ້ເອົາຜ້າຂົນໜູທີ່ແຊ່ເຢັນ ຫຼືຊຸບນ້ຳທີ່ ເຢັນ ມາປົກບໍລິເວນທີ່ຖືກແດດເຜົາ ເນັ້ນເປັນຈຸດໆທົ່ວໃບໜ້າ ໂດຍສະເພາະໃນຈຸດທີ່ເປັນພື້ນທີ່ຖືກແສງແດດທຳຮ້າຍຫຼາຍທີ່ສຸດ ການທີ່ເຮັດແນວນີ້ເພື່ອໃຫ້ອຸ່ນຫະພູມຂອງຜີວໜັງກັບມາເປັນປົກກະຕິ ຄ່ອຍໆເຮັດຫຼາຍເທື່ອ ຈົນຮູ້ສຶກວ່າຜີວເຊົາຮ້ອນແລ້ວ.

          2. ຫຼີກລ້ຽງການລ້າງໜ້າດ້ວຍສະບູ່ ຖ້າຜີວບໍລິເວນໃບໜ້າຖືກແດດເຜົາ ຄວນຈະໃຊ້ພຽງແຕ່ນ້ຳສະອາດແທນກໍພໍແລ້ວ.

          3. ຈົນກວ່າຮອຍໄໝ້ຈາກແດດຈະດີຂຶ້ນ ຫຼຸດການໃຊ້ເຄື່ອງສຳອາງຕ່າງໆໄວ້ກ່ອນ.

          4. ເມື່ອຮອຍໄໝ້ຈາກແດດຈະດີຂຶ້ນ ຄວນກິນນ້ຳຫຼາຍໆ ຫຼັງຈາກຖືກແດດເຜົາ ປະລິມານນ້ຳໃນຜີວຈະລົດຫຼົງຫຼາຍພໍສົມຄວນ ຮອຍໄໝ້ຈະເລີ່ມດີຂຶ້ນ ໃນລະດັບໜຶ່ງ ກໍຮອດເວລາຈະຕ້ອງເລັ່ງນ້ຳໃຫ້ແກ່ຜີວຢ່າງໄວວາ ລົງໂທນເນີ ແລະ ມອຍເຈີໄຣເຊີ ບຳລຸງຜີວໃຫ້ ຫຼາຍກວ່າປົກກະຕິເປັນ 2 ເທົ່າ.

          5. ໃນຄະນະທີຜີວເລີ່ມກັບມາສູ່ສະພາບເກົ່າແລ້ວໃຫ້ບຳລຸງຜີວເພີ່ມ ດ້ວຍໂລຊັ່ນ ທີ່ມີຄວາມສາມາດໃນການປົກປ້ອງຄວາມຊຸມຊື່ນ ໃນຜີວສູງ ໂດຍສະເພາະສານບຳລຸງທີ່ມີສານໃນການຊ່ວຍຢຸດຢັ້ງການຂະຫຍາຍຕົວຂອງເມັດສີ ເມລານິນ.

 

        ຈາກວາລະສານ ມະຫາຊົນ ສະບັບທີ 140

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 20, 2012 | ມີ 0 ຄຳເຫັນ ແລະ 0 trackback(s)

     ຂັ້ນຕອນທີ່ 1 : ນຳເອົາສ່ວນປະສົມ ມີ ນ້ຳໝາກນາວ, ນ້ຳເຜີ້ງ ແລະ ນ້ຳຕານ ຄົນໃຫ້ເຂົ້າກັນຈົນເປັນເນື້ອດຽວກັນ ແລ້ວອຸ່ນດ້ວຍໄຟ ປານກາງໃນໄວໂຄເວບໃຫ້ຮ້ອນຂຶ້ນເລັກນ້ອຍ (ລະວັງຢ່າໃຫ້ຮ້ອນຈົນເກີນໄປ ເພາະອາດເຮັດໃຫ້ຜີວໄໝ້ໄດ້)

     ຂັ້ນຕອນທີ່ 2 : ທາແປ້ງສາລີໃນບໍລິເວນທີ່ຈະແວັກຂົນ ທາງບາງໆ ແລ້ວໃຊ້ໄມ້ທາສ່ວນຜະສົມນັ້ນລົງໄປບາງໆ

     ຂັ້ນຕອນທີ່ 3 : ໃຊ້ແຖບຜ້າຝ້າຍປິດທັບຢ່າງໄວວາ ກົດຄ່ອຍໆໃຫ້ຕິດໄປກັບຜີວ ໃຊ້ມືຂ້າງໜຶ່ງດຶງຜີວໃຫ້ຕຶງເລັກນ້ອຍ ແລະ ໃຊ້ມືອີກ ຂ້າງລອກແຖບຜ້າອອກໄວໆ ເທົ່ານີ້ຂົນກໍຖືກກຳຈັດອອກໄປແລ້ວ ນີ້ກໍເປັນອີກວິທີໜຶ່ງທີ່ເຮົາຈະປະຫຍັດເງິນໃນກະເປົ່າເຮົາໄດ້


ລອງເຮັດເບິ່ງເດີວ່າໄດ້ຜົນບໍ ຈາກວາລະສານ ມະຫາຊົນ ສະບັບທີ 140 ຂໍໂທດເດີ ພາສາລາວມັນແຕກ ພະຍາຍາມອ່ານໃຫ້ໄດ້ໃຈຄວາມເດີ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 12, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

     ວິທີປ້ອງກັນແມງວັນ : ດ້ວຍການໃຊ້ນ້ຳຕາມຕົ້ມ ຫຼືນ້ຳຫວານທີ່ເຂັ້ມຂຸ້ນ 3 ສ່ວນເອົາມາປົນກັບພິກໄທບົດລະອຽດ 1 ສ່ວນ ຫຼັງຈາກນັ້ນເອົາໄປວາງໄວ້ບ່ອນທາງບິນຂອງແມງວັນ ຖ້າວ່າແມງວັນເຂົ້າມາຕອມກິນນ້ຳຕາມ ຫຼືນ້ຳຫວານ ທີ່ທ່ານເອົາໄປຕັ້ງໄວ້ ມັນກໍ່ຈະຕາຍໃນເວລາບໍ່ດົນ.

     ວິທີປ້ອງກັນຍຸງ : ພຽງແຕ່ເຮົານຳເປືອກໝາກກ້ຽງສີຂຽວຫວານໄປຕາກໄວ້ຈົນແຫ້ງ ແລ້ວເອົາມາເຜົາໄຟໃຫ້ເປັນຄວັນ ມັນຈະຊ່ວຍໃນການໄລ່ຍຸງໄດ້ດີ ເພາະເປືອກໝາກກ້ຽງຈະມີກິ່ນ ຫອມສົດຊື່ນ ແລະ ບໍ່ເປັນອັນຕະລາຍຕໍ່ຄົນເຮົານຳ ຫຼື ເຮົາອາດຈະໃຊ້ໝາກຂີ້ຫູດກໍ່ ພຽງແຕ່ເອົາມາຊອຍເປັນປ່ຽງບາງໆ ແລ້ວທາຕາມຮ່າງກາຍພຽງເທົ່ານີ້ຍຸງບໍ່ກ້າເຂົ້າໃກ້ຕົວເຮົາແລ້ວ ແຖວຜີວຂອງເຮົາຍັງນຸ່ມນວນຂຶ້ນອີກ ຫຼື ທ່ານຈະຫໍ່ຢາມ່ອງແລ້ວເອົາວາງຕາມມຸມຫ້ອງ ຍ້ອນກິ່ງຂອງຢາມ່ອງມັນ ຈະຊ່ວຍໃຫ້ຍຸງອອກຈາກບ່ອນທີ່ເຮົາຢູ່ນັ້ນເອງ.

     ວິທີ່ປ້ອງກັນມົດ : ນຳເອົາເສດຜ້າມາຕັດເປັນຕ້ອນນ້ອຍໆ ໂດຍໃຫ້ມີຄວາມຍາມພໍປະມານເອົາມາຈຸມລົງນ້ຳມັນເຄື່ອງທີ່ບໍ່ໃຊ້ແລ້ວ ເອົາມາພັນໃສ່ຂາຕູ້ ແລະ ຂາໂຕະ ຫຼືອີກວິທີໜຶ່ງໃຊ້ປູນຂາວ ເທໃສ່ຖ້ວຍຕັ້ງຕູ້ ແຕ່ຖ້າວ່າມົດໄຕ່ຂຶ້ນມາຕາມຮອຍແຕກ ຂອງຝາຄອນກີດ ທ່ານກໍ່ໃຊ້ນ້ຳມັນກ໊າດມາເທໃສ່ຮອຍແຕກພຽງເທົ່ານີ້ມົດກໍບໍ່ຂຶ້ນມາແລ້ວ.

     ວິທີປ້ອງກັນແມງສາບ : ໃຫ້ເອົາຈອກນ້ຳທີ່ມີປາກກວ້າງມາໃສ່ນ້ຳແກງຈືດ ຫຼືໃສ່ນ້ຳຕົ້ມຍຳເອົາຖອກໃສ່ໃຫ້ໄດ້ເຄ່ິງຈອກ ເອົາມາວາງໄວ້ ຕາມຫ້ອງ ຫຼືບ່ອນທີ່ເຮົາຄິດວ່າແມງສາບຈະອອກມາ ໂດຍວາງໃຫ້ຕິດກັບຝາເພື່ອເປັນການເອີ້ນແມງສາບທີ່ຍາງຕາມຝາມາກິນນ້ຳແກງ ເພື່ອຊ່ວຍຂ້າແມງສາບຢ່າງປວດໄພ ແລະ ບໍ່ມີສານເຄມີ ເຮັດໃຫ້ບໍ່ເປັນອັນຕະລາຍຕໍ່ຄົນໃນຄອບຄົວຂອງເອງ.

 

ລອງນຳວິທີນີ້ໄປເຮັດເບິ່ງ ເພາະຜູ້ຂຽນນີ້ກາຍັງບໍ່ທັນໄດ້ລອງເທື່ອ ຈາກວາລະສານ ສ້າງສັນ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 12, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

     ເຂົາມັກກິນກະແລມຣົດທຳມະດາໆ ເຊັ່ນ ສະຕຣໍເບີຣີ, ວານິລາ, ຊ໋ອກໂກແລັດ : ຖ້າເຂົາມັກກິນກະແລມແບບນີ້ຮູ້ເລີຍວ່າເຂົາເປັນຄົນທີ່ໃຊ້ຊີວິດມີແບບແຜນ ແລະເປັນລະບຽບຮຽບຮ້ອຍ ມີຫຼັກການ ຫຼືອາດເປັນໄປໄດ້ວ່າເຂົາບໍ່ເຕັມໃຈທີ່ຈະກິນກະແລມກັບເຈົ້າ ເລີຍສັ່ງໄປຊື້ຕາມຣົດກະແລມທີ່ລາວຄິດອອກໃນຕອນນັ້ນ.

     ເຂົາພັດວ່າມັກກິນກະແລມສະຕໍເບີຣີ : ບໍ່ໄດ້ໝາຍຄວາມວ່າເຂົາເປັນແຕ໋ວ ຫຼືຜູ້ຊາຍແອບແມນແຕ່ຢ່າງໃດເລີຍ ຜູ້ຊາຍທີ່ມັກກິນກະແລມຣົດສະຕໍເບີຣີ ເປັນຄົນທີ່ຊື່ສັດຕໍ່ຄວາມຮູ້ສຶກຂອງຕົນເອງ ມີຄວາມເປັນເດັກນ້ອຍ ແລະ ມີຄວາມໂຣແມນຕິກ ແບບຝັນຫວານເກັບໄວ້ ທາງໃນນຳອີກເດີ.

     ເຂົາສັ່ງກະແລມຊະນິດດຽວ ແຕ່ຫຼາຍໆຣົດມາກິນໃນຈອກດຽວ : ເຊັ່ນ ຖ້າສັ່ງຊ໋ອກໂກແລັດລ້າໆ ສະຕິກກີ້ຊູວີ່ ໄປຮອດຊ໋ອກໂກແລັດຊີບ ໝາຍເຖິງເຂົາມັກລອງຂອງໃໝ່ໆເລື່ອຍໆ ເລືອກເກັ່ງ ມັກຊອກຫາຄວາມແປກໃໝ່ຢູ່ຕະຫຼອດເວລາ ຖ້າເຈົ້າໄດ້ຜູ້ຊາຍ ທີ່ມັກກິກະແລມຫຼາຍຣົດແບບນີ້ຄວນລະວັງ ເຈົ້າອາດຈະເປັນກະແລມໜ່ຶງໃນສາມຣົດຂອງເຂົາກໍເປັນໄປໄດ້.

     ເຂົາມັກສັ່ງແຕ່ກະແລມຣົດຊາດແປກໆມາກິດ ແລະ ບໍ່ມັກກິນກະແລມຊ້ຳກັນ : ເຂົາເປັນຄົນມັກລອງໂປຼໂມຊັນໃໝ່ ຂອງຮ້ານໄປຕະຫຼອດ ເຈົ້າອາດຈະເບິ່ງວ່າເຂົາເລືອກຫຼາຍ ແຕ່ແທ້ຈິງແລ້ວ ມັນກາຍມາເປັນເຂົາບໍ່ເປັນຄົນຍຶດຕິດ ມັກລອງ ແລະ ສຳຫຼອດ ຊອກຫາ ເປັນຄົນປັປຕົວເຂົ້າກັບຄົນໄດ້ງ່າຍ ແລະ ພ້ອມທີ່ຈະຮັບກັບສິ່ງປ່ຽນແປງທີ່ຈະເຂົ້າມາ.

     ເຂົາມັກກະແລມເຊີຣເບັດ : ເຂົາເປັນຄົນອ່ອນໄຫວງ່າຍ ມີຄວາມອ່ອນຫວານຄືຜູ້ຍິງ ເກັບໄວ້ພາຍໃນຕົວລະດັບໜຶ່ງ ເຮັດຫຍັງມັກຈະຮຽບຮ້ອຍໜ່ອຍໜຶ່ງ ບາງເທື່ອລາວອາດເປັນຄົນມັກ ແຕ່ງຕົວ ຫຼືມີຄວາມສຸກເມຶື່ອໄດ້ແຕ່ງຕົວງາມ ເຂົາມັກກິນກະແລມໂຄນຫຼາຍກວ່າໄປນັ່ງກິນຢູ່ຮ້ານຕ່າງໆ ໝາຍຄວ່າວ່າເຂົາເປັນຄົນມັກຢອກ ມັກມ່ວນແຕ່ບໍ່ຈິງໃຈ ບໍ່ມັກຢູ່ກັບຫຍັງດົນໆ ແລະ ເປັນຄົນເບື່ອງ່າຍ.

     ເຂົາມັກກິນກະແລມບໍ່ແຕ່ງໜ້າ : ຖ້າດ້ວາເຫດຜົນບໍ່ເສຍດາຍເງິນ ກໍໝາຍເຖິງເຂົາເປັນຄົນຕົງໄປຕົງມາ ມີຄວາມແນ່ນອນເດັດຂາດ ແບບຕ້ອງການຄຳຕອບທີ່ແມ່ນ ກໍ ແມ່ນ ບໍ່ແມ່ນ ກໍ ບໍ່ແມ່ນ ດັງໆໄປເລີຍ.

     ເຂົາມັກກິນຄຣີມຢູ່ເທິງກະແລມກ່ອນ : ແປວ່າເຂົາເປັນຄົນມີນິໃສທີ່ລະວັງຕົວດີ ຈະບໍ່ຕັດສິນໃຈເຮັດຫຍັງຖ້າບໍ່ແນ່ໃນແທ້ໆ ປະມານຕ້ອງຮູ້ກ່ອນທີ່ຈະຕັດສິນໃຈ ລົງມືຈັດການ.

     ເຂົາກິນໝາກເຊີລີກ່ອນ : ອາດຈະບອກວ່າ ເຂົາເປັນຄົນທີ່ສົນໃຈສິ່ງທີ່ຈະໄດ້ຮັບນຳເຈົ້າກ່ອນ ຫຼື ເປັນຄົນມັກເບິ່ງຜົນລັບທີ່ອອກມາກ່ອນທີ່ຈະເບິ່ງ ຫາວິທີເຮັດຕາມ.

     ເຂົາມັກກິນກະແລມຣົດບານນານາສະປິດລ໌ : ນອກຈາກເຂົາຈະມັກກິນກ້ວຍແລ້ວ ເຂົາຍັງອາດເປັນຄົນທີ່ບໍມັກຢູ່ຄົນດຽວ (ເພາະວ່າກະແລມຊະນິດນີ້ຕ້ອງການ ຄົນກິນຫຼາຍກວ່າໜຶ່ງຄົນ) ແລະ ຖ້າເຈົ໊າບັງເອີນໄປເຫັນຄົນກິນກະແລມຣົດບານານາສະຫິດລ໌ ນັ່ງຢູ່ຄົນດຽວນັ້ນ ໝາຍຄວາມວ່າ ເຂົາກຳລັງເຫງົາ....ແລະ ກຳລັງຊອກຄົນມານັ່ງກິນນຳເຂົາຢູ່ກໍໄດ້.

 

ຈາກວາລະສານ ສ້າງສັນ ໜ້າທີ 22-23

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 18, 2012 | ມີ 3 ຄຳເຫັນ ແລະ 0 trackback(s)

1.     ຫາໝາກກ້ຽງມາ 1-2 ໜ່ວຍແລ້ວລ້າງໃຫ້ສະອາດ.

2.     ປອກເປືອກໝາກກ້ຽງແລ້ວແກະເມັດອອກໃຫ້ໝົດ ເຮົາກໍ່ຈະໄດ້ໝາກກ້ຽວເປັນກີບໆ.

3.      ນຳເອົາກີບໝາກກ້ຽງມາແປະເທິ່ງໃບໜ້າ ຢ່າລືມລ້າງໜ້າໃຫ້ສະອາດກ່ອນ ຜີວຈະໄດ້ດູດຊືມໄດ້ດີໆ.

4.     ແປະໄວ້ປະມານ 15 ນາທີ ເປັນອັນຮຽບຮ້ອຍ.

5.     ເຮັດແລ້ວກໍ່ໃຊ້ນ້ຳສະອາດລ້າງໜ້າ ຄວນເຮັດເປັນປະຈຳອາທິດລະ 1-2 ເທື່ອກໍ່ໄດ້ ເທົ່ານີ້ທຸກທ່ານກໍ່ຈະມີ ຜີວໜ້າໃສໄດ້ແລ້ວ ເພາະໃນໝາກກ້ຽງຈະມີ ວິຕາມິນຊີ ຢູ່ຫຼາຍຊຶ່ງຕົວ ວິຕາມິນຊີ ນີ້ຈະຊ່ວຍໃຫ້ຜີວໜ້າເຮົາກະຈ່າງໃສ ໄດ້ເຄັດລັບດີໆແລ້ວຢ່າລືມໄປລອງເຮັດເບິ່ງເດີ.

       ຈາກວາລະສານ ສ້າງສັນ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 13, 2012 | ມີ 13 ຄຳເຫັນ ແລະ 0 trackback(s)

ປາກເໝັນ

     ອັນເນື່ອງມາຈາກຄວາມຄຽດ ແບດທິເລຍຈະເຮັດວຽກຢ່າງມີປະສິດທິພາບ ໃນພາວະທີ່ທ່ານຄຽດ ແລະ ມີອາຫານເຄື່ອງດື່ມຈຳພວກ ກາເຟ, ແອວກໍຮໍລວມທັງການໂອ້ລົມ ເວົ້າຈາໜ້ອຍກ່ວຍປົກກະຕິ ກໍຈະເຮັດໃຫ້ນ້ຳລາຍບູດ ເພາະເມື່ອງທ່ານບໍ່ໄດ້ເວົ້າ ນ້ຳລາຍຈະບໍ່ຖືກບີບ ອອກມາ ດັ່ງນັ້ນ ປາກຈຶ່ງແຫ້ງ ແລະ ແບັດທິເລຍຈຶ່ງອອກມາຍ່ອຍນ້ຳລາຍຫຼາຍກວ່າປົກກະຕິ ຫຼັງຈາກນັ້ນ ມັນກໍຈະປ່ອຍແກສອອກມາ  ອາການແຂ້ວເປັນແມງ ກໍເປັນສາເຫດໜຶ່ງທີ່ເຮັດໃຫ້ປາກເໝັນໄດ້.

 

ອາການປວດກ້ານຄໍ

     ສ່ວນຫຼາຍເກີດຈາກອາການນັ່ງເຮັດວຽກຜິດທ່າທາງ, ນັ່ງຕັ່ງທີ່ບໍ່ຮັບຮອງຕໍ່ການເຮັດວຽກເຖິງວ່າທ່ານນັ່ງຖຶກທ່າແລ້ວ ແຕ່ຫາກວ່ານັ່ງເປັນເວລາດົນນານກໍເຮັດໃຫ້ເມື່ອຍ ແລະ ປວດຕາມຄໍ ແລະ ບ່າໄຫຼ່ໄດ້.

 

ລິດສີດດວງ

     ເກີດຈາກການນັ່ງດົນເກີນໄປ ເຮັດໃຫ້ບັ້ນທ້າຍຖຶກການກົດທົບ ແລະ ເສັ້ນເລືອດດຳ ບໍລິເວນລຳໄສ້ກໍ່ເກີດອາການ, ເລືອດຂ້ອນ, ບວມ ແລະ ຖ້າມີນ້ຳນັກຫຼາຍອາການກໍເປັນໄວ້ຂຶ້ນ ຄວນລຸກຍ່າງແດ່.

 

                        ຈາກວາລະສານ 108 ອາຊີບ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 13, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

ອາການປວດຫົວ

     ສາເຫດເກີດຈາກຄວາຄຽດ ແຕ່ສາເຫດອີກປະການໜຶ່ງທີ່ໜ້າສົນໃຈຄື ການດື່ມເຄື່ອງດື່ມທີ່ມີສານແອວກໍຮໍ ແລະ  ຄາເຟອິນ (ກາເຟ, ນ້ຳອັດລົມ, ຢາຊູກຳລັງ), ອາຫານໄຂມັນສູງ, ອາຫານປະເພດເນື້ອສັດ 90 %, ອີກສາເຫດໜຶ່ງຄື ການຂາດການອອກກຳລັງກາຍ, ໂດຍປົກກະຕິຄົນເຮົາຕ້ອງອອກກຳລັງກາຍປະມານ 10 ຊົ່ວໂມງຕໍ່ອາທິດເປັນຢ່າງໜ້ອຍ.

 

ໂລກກະເພາະ

     ທ້ອງອຶດ ມີກົດໃນກະເພາະອາຫານຄືຕົວການຫຼັກ ແຕ່ການນອນບໍ່ພໍ ກໍມີສ່ວນເຮັດໃຫ້ເກີດອາການເຫຼົ່ານີ້ຄືກັນ ແລະ ການກິນ ອາຫານຮີບດ່ວນ ເຮັດໃຫ້ກະເພາະ ແລະ ລະບົບຂັບຖ່າຍເຮັດວຽກໄດ້ຢ່າງບໍ່ມີປະສິດທິພາບ.

 

ອາການປວດຕາ

     ອາການປວດຕາ, ນ້ຳຕາແຫ້ງ ນອກຈາກຄວາມຄຽດແລ້ວສາເຫດໃຫຍ່ໆ ກໍແມ່ນການນັ່ງຢູ່ໜ້າຈໍດົນເກີນ ມື້ລະ 6 ຊົ່ວໂມງ ການຂາດວິຕາມິນ A ແລະ B-complex

              ຈາກວາລະສານ 108 ອາຊີບ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 29, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

     ການຕຳ່ແຜ່ນແພ ແມ່ນສິ່ງທີ່ສະທ້ອງເຖິງວັດທະນະທຳລາວໄດ້ດີທີ່ສຸດ ແລະ ສິ່ງເປັນທີນິຍົມກັນຫຼາຍ ແມ່ນຜະລິດຕະພັນຕຳ່ດ້ວຍມືທີ່ໜ້າອັດສະຈັນ ຊຶ່ງເຮັດມາຈາກຝ້າຍ ແລະ ໄໝ ພື້ນບ້ານ.

     ເຄື່ອງນຸ່ງຫົ່ມແຜ່ນແພຂອງແມ່ຍິງລາວ ໂດຍທົ່ວໄປແລ້ວແມ່ນຈະຖືກອອກແບບລວດລາຍທີ່ມີຄວາມກ່ຽວພັນກັບເທດສະການທາງສາດສະໜາຕ່າງໆ, ນັບທັງຮູບແບບທີ່ຕິດພັນກັບການດຳລົງຊີວິດແບບ ດັ່ງເດີມ ແລະ ແບບປະສານກັບຍຸກສະໄໝ, ລວດລາຍຢູ່ໃນແຜ່ນແພຂອງຄົນຜະລິດແມ່ນເປັນສັນຍາລັກຂອງສິ່ງທີ່ເກົ່າແກ່ ແລະ ມີອາຍຸເປັນພັນໆປີມາແລ້ວເຊັ່ນ: ລາຍເພດສີ່ລ່ຽມ ທີ່ໝາຍເຖິງ ການປົກປ້ອງ ຈາກສິ່ງຊົ່ວຮ້າຍຕ່າງໆ, ນອກຈາກນັ້ນຍັງມີ ລາຍຮູບບັນດາສັດ ແລະ ຄົນເຊັ່ນ: ຄຸດ, ນາກ, ມັງກອນສອງຫົວ ຊຶ່ງແຕ່ລະສັດຕ່າງໆເຫຼົ່ານີ້ ເພາະມັນໝາຍວ່າເປັນສິ່ງຈະປົກປ້ອງຄຸ້ມຄອງນັ້ນເອງ.

     ແມ່ນວ່າໃນຫຼາຍໆຕຳນານກ່ຽວກັບຜ້າແພລາວ ຈະບໍ່ຄ່ອຍເຫັນຖືກເລົ່າຂານສືບມາເປັນວົງກວ້າງກໍຕາມ, ແຕ່ຍັງມີນັກຄົ້ນຄວ້າ, ນັກຊ່ຽວຊານຜ້າໄໝລາວໄດ້ບັນຍາຍ ແລະ ຈົດບັນທຶກໄວ້ໃນປື້ມຜົນງານ ການຄົ້ນຄວ້າເຊັ່ນ: "ປື້ມຜ້າແພນີ້ມີຕຳນານ" ຂຽນໂດຍ: ທ່ານນາງ ດວງເດືອນ ບຸນຍາວົງ ນັກຄົ້ນຄວ້າຜ້າແພລາວບູຮານ ແລະ ພວກເຮົາຍັງສາມາດຫາຟັງໄດ້ຈາກການບອກເລົ່າຂອງປູ່ຍ່າຕາຍາຍໃນບາງ ທ້ອງຖິ່ນ, ໃນຂະນະທີ່ແມ່ຍິງລາວກຳລັງຕຳ່ສິ້ນ ແຜ່ນແພຢູ່ທຸກວັນ ດ້ວຍເສັ້ນໄໝ ແລະ ວິທີການທີ່ສະຫຼັບສັບຊ້ອນຂອງສິ້ນໄໝ ແລະ ຜ້າບ່ຽງ, ສິ່ງໜຶ່ງທີ່ເປັນໜ້າພາກພູມໃຈຂອງຄົນລາວ ກໍຄືແມ່ຍິງລາວທີ່ມີ ເອກະລັການນຸ່ງຖືສະເພາະທີ່ແຕກຕ່າງຈາກປະເທດອື່ນ, ໃນຂົງເຂດປະເທດລຸ່ມແມ່ນຳ້ຂອງເອງກໍມີຫຼາຍຊາດທີ່ແມ່ຍິງນຸ່ງສິ້ນບ່ຽງແພເຊັ່ນກັນ: ແຕ່ສັງເກດເບິ່ງຄັກໆແລ້ວ ສິ້ນ ແລະ ແພໄໝລາວແມ່ນມີຄວາມ ໂດດເດັ່ນ ແລະ ມີເອກະລັກສະເພາະເຊັ່ນ: ສິ້ນມີຫົວ, ມີຕີນ, ຕ່ຳດ້ວຍມື, ລວດລາຍກໍສື່ບອກຄວາມໝາຍ, ສິ້ນຂອງແມ່ຍິງແຕ່ລະເຜົ່າແຕ່ລະທ້ອງຖິ່ນກໍມີຈຸພິເສດແຕກຕ່າງກັນ, ແພບ່ຽງກໍມີຫຼາຍແບບ ແລະ ລວດລາຍ, ການບ່ຽງແພພັບເປັນສອງສາມຮອບເຂົ້າກັນ ເພື່ອນເຊື່ອງຂອບປາຍດ້າຍ ແລ້ວກໍນຳມາພາດບ່ຽງບ່າ ໂດຍປາຍສອງສົ້ນຂອງຜ້າບ່ຽງພາດທາງໜ້າ ແລະ ທາງຫຼັງ.

     ຄວາມໝາຍທີ່ເຊື່ອງຊ້ອນໃນຜືນແພຕ່າງໆ ທັງໃນອະດີດ ແລະ ປັດຈຸບັນ ແມ່ນໄດ້ຖືກຖ່າຍທອດ (ສະແດງອອກໂດຍແມ່ຍິງລາວ) ຜູ້ທີ່ເປັນຕົວແທນຂອງການອະນຸລັກ ແລະ ສະແດງອອກທາງດ້ານ ວັດທະນະທຳລາວ.

   ດັ່ງນັ້ນຄົງບໍ່ເປັນການແປກເມື່ອເອີ່ຍເຖິງສິ້ນແມ່ນຕ້ອງຢູ່ຄຽງຄູ່ກັບແມ່ຍິງລາວ, ນອກຈາກນີ້ຍັງສາມາດນຳໃຊ້ແພໄໝຕັດ, ຕົບແຕ່ງໄປຕາມແຟຊັນຂອງສະໄໝໃໝ່ ທີ່ເບິ່ງແລ້ວໂດດເດັ່ນ ແລະ ສວຍງາມທີ່ ສຸດເຊັ່ນ: ກະໂປ່ງ, ເສື້ອເຊີດ (ສຳລັບທ່ານຊາຍ), ກາລະວັດ ແລະ ອື່ນໆ ທີ່ເຫັນວ່າເໝາະສົມ.

       ຈາກວາລະສານ ສາວລາວ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 3, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

         ຜັກສະນາລີ ປູກງ່າຍ ແລະ ຫາຊື້ບໍ່ຍາກ ມີຂາຍຕາມທ້ອງຕະຫຼາດ, ນອກຈາກໃຊ້ເປັນຫອມປຸງແຕ່ງອາຫານແລ້ວ ຍັງເປັນຢາພື້ນເມືອງ ຊ່ວຍແກ້ປວດຫົວເນື່ອງຈາກຄວາມດັນເລືອດສູງ, ປົວໜິ້ວ, ຂັບລົມ ແລະ ແກ້ປວດຂໍ້.

ວິທີໃຊ້:

1. ປວດຫົວຍ້ອນຄວາມດັນເລືອດສູງ ໃຫ້ເອົາຜັກສະນາລີສົດ (ບໍ່ເອົາຮາກ) ຕຳຄັ້ນເອົານຳ້ໃຫ້ໄດ້ເຄິ່ງຈອກກາເຟ ເອົາເກືອໃສ່ໜ້ອຍໜ່ຶງດື່ມ, ຖ້າເອົາຕົ້ນສົດໆ 1 ກຳມືໃສ່ນຳ້ພໍປະມານຕົ້ມດື່ມຕາງນຳ້ ເປັນຢາປົວໜິ້ວ.

2. ທ້ອງອືດມີລົມ ໃຫ້ເອົາຕົ້ນ ແລະ ແກ່ນຜັນສະນາລີຕົ້ມດື່ມ.

3. ເຈັບປວດຂໍ້ ໃຫ້ເອົາຮາກພັກສະນາລີສົດ 1 ກຳມືຕົ້ມດືມ.

ລອງເຮັດເບິ່ງເດື ແລ້ວຂຽນບອກແດ່ ເພາະເຈົ້າຂອງນິຍັງບໍ່ທັນໄດ້ລອງເທື່ອ ເພາະຍັງບໍ່ໄດ້ທັນໄດ້ເປັນວ່າຊັນ

ຈາກວາລະສານ ສາວລາວ

 

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 21, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

     ປາຂ່າ Orcaella brevirostris ເປັນສັດນຳ້ຊະນິດໜຶ່ງ ທີ່ລ້ຽງລູກດ້ວຍນຳ້ນົມ ມີຢູ່ໃນພາກໃຕ້ຂອງປະເທດລາວ ໃນແມ່ນຳ້ຂອງ, ນຳ້ເຊກອງ ແລະ ສາຂາຂອງມັນເຊັ່ນ: ເຊປຽນ, ເຊຄຳພໍ, ເຊກະໝາມ ແລະ ຫ້ວຍກະຫຼ່ຽງ.

   ສ່ວນໃນແມ່ນຳ້ທີ່ ປະເທດລາວ ມີສະເພາະຕາມຊາຍແດນລາວ ກຳປູເຈຍ ປາຂ່າທ ເປັນສັດນຳ້ທີ່ຫາຍໃຈດ້ວຍປອດ, ປາຂ່າມີຄວາມຍາວສູງສຸດປະມານ 2.5 ແມັດ ປາຂ່າອາຍຸຍືນສູງສຸດປະມານ 40 ປີ, ມັນກິນປາພື້ນເມືອງຫຼາຍຊະນິດເປັນອາຫານ, ປາຂ່າ ອອກລູກເທື່ອລະໂຕ ບໍ່ອອກເປັນໄຂ່ຄືປາພື້ນເມືອງທຳມະດາ, ປາຂ່າຖືພາປະມານ 11 ເດືອນ ຈິ່ງເກີດລູກ ໂຕແມ່ອອກລູກ 2 ປີ ຕໍ່ໜ່ຶງເທື່ອ ເນຶ່ງຈາວ່າ ປາຂ່າ ເປັນສັດນຳ້າທີ່ແຜ່ພັນຊ້າ ມັນກໍເລີຍມີໜ້ອຍ ແລະ ປາຂ່າສາມາດສູນພັນໄດ້ງ່າຍ.

ຈາກວາລະສານ ວັນນະສິນ ເມສາ 2000

ຂຽນເມື່ອ ຂຽນເມື່ອ: ກ.ພ.. 17, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

                ລີເມີຣ໌ແຄຣະຫາງອ້ວນ

     ມັນເປັນສັດທ້ອງຖິ່ນຂອງເກາະມາດາກັສ ການຊິ່ງຈະເຂົ້າສູ່ພາວະຫຍຸດນິ່ງໃນທຸກໆລະດູໜາວ ເປັນເວລາດົນ 7 ເດືອນ ມັນຈະມ້ວນໂຕຢູ່ໃນຮູຂອງຕົ້ນໄມ້ ມີຊີວິດຢູ່ລອດໄດ້ດ້ວຍໄຂມັນທີ່ສະສົມໄວ້ໃນ ຮ່າງກາຍ ແລະ ຫາງຂອງມັນ ໂຕລີເມີຣ໌ ປຣະຫຍັດການໃຊ້ພະລັງງານໃນຮ່າງກາຍ ດ້ວຍການເຮັດໃຫ້ອຸນຫະພູມໃນຮ່າງກາຍຂອງຕົນເອງ ເທົ່າກັບອຸນຫະພູມສະພາບແວດລ້ອມ ພາຍນອກຮ່າງກາຍຄືກັບ ສັດເລື້ອຍຄານ ຖ້າໂຕລີເມີຣ໌ຢູ່ໃນຮູຕົ້ນໄມ້ທີ່ປ້ອງກັນຄວາມຮ້ອນບໍ່ດີ ອຸນຫະພູມຮ່າງການຂອງມັນກໍ່ຈະແປປວນໄປຕາມສະພາບອາກາດ ແຕ່ຖ້າໂຕມັນຢູ່ໃນຮູຕົ້ນໄມ້ທີ່ປ້ອງກັນຄວາມຮ້ອນໄດ້ດີ ອຸນຫະພູມ ຮ່າງກາຍຂອງມັນກໍ່ຈະຄົງທີ ສຳພັນກັບອຸນຫະພູມຂອງຮູຕົ້ນໄມ້  ໄລຍະເວລາທີ່ອົດອາຫານໄດ້: 7 ເດືອນ

                    ກົບຣູອອສເຕຣເລີຍ

     ກົບຣູອອສເຕຣເລີຍຝັງໂຕເອງຢູ່ໃນໃຕ້ດິນເພື່ອການມີຊີວິດຕະຫຼອດໃນຊ່ວງເວລາຂອງຄວາມແຫ້ງແລ້ງ ແລະ ມັນມີຊີວິດຢູ່ໃຕ້ດິນໄດ້ເປັນເວລາດົນ 5 ປີ ໂດຍອາໃສໄຂມັນສຳຮອງທີ່ຢູ່ໃນໂຕຂອງມັນ ນອກ ຈາກນີ້້ ໂຕຂອງມັນຈະໄດ້ຮັບການຫໍ່ຫຸ້ມປ້ອງກັນດ້ວຍຊັ້ນຂອງຜີວໜັງທີລອກອອກມາໄດ້ ເມື່ອຝົນຕົກລົງມາອີກ ກົບເຫຼົ່ານີ້ກໍ່ຈະຂຶ້ນມາສູ່ຜີວດິນຢ່າງໄວວາເພື່ອສຶບພັນ ແລະ ກິນອາຫານອີກຄັ້ງ ພວກມັນກິນອາຫານຫຼາຍຢ່າງບ້າຄັ່ງ ມັນກິນຫຼາຍຈົນກະທັງຖືງເຄິ່ງໜຶ່ງຂອງຂະໜາດໂຕມັນ. ໄລຍະເວລາທີ່ອົດອາຫານໄດ້: 5 ປີ

    ຈາກ ວາລະສານ UPDATE (ວາລະສານໄທ)

ຂຽນເມື່ອ ຂຽນເມື່ອ: ມ.ກ.. 21, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

   ຫຼາຍໆຄົນທີ່ຫຼັັງຈາກເປັນສິວຫາຍແລ້ວ ມັກຈະຖີ້ມຮ່ອງຮອຍເອົາໄວ້ໃນໃບໜ້າມີຈຸດດ່າງດຳ, ຜີວບໍ່ສະໝ່ຳສະເໜີກວ່າຈະຈາງລົງກໍຕ້ອງເປັນເດືອນໆ ແລະ ເຮັດໃຫ້ເຮົາຂາດຄວາມໝັ່ນໃຈ ແຕ່ຢ່າ ລືມວ່າທຸກບັນຫາມີທາງແກ້, ສຳລັບຮອຍສິວທີ່ວ່າຍາກກໍສາມາດຈັດການໄດ້, ພຽງແຕ່ມີ.

     ນຳແອັບເປີ້ນຂຽວເຄິ່ງໜ່ວຍມາບົດປະສົມເຂົ້າກັບນຳ້ເຜີ້ງແທ້ 1 ບ່ວງແກງ ໂດຍບົດໃຫ້ລະອຽດ ແລ້ວປະສົມໃຫ້ເຂົ້າເປັນເນື້ອດຽວກັນ, ຈາກນັ້ນນຳມາທາໃບໜ້າທີ່ລ້າງສະອາດແລ້ວ, ບໍລິເວນທີ່ ເປັນຮອຍສິວຄວນທາເປັນພິເສດ ແລ້ວຖີ້ມປະໄວ້ 20 ນາທີແລ້ວລ້າງອອກ, ສູດນີ້ສາມາດເຣັດໄດ້ທຸກມື້ ນອກຈາກຈະຊ່ວຍປິ່ນປົວຮອຍສິວໃຫ້ຫາຍໄວຂຶ້ນ ຍັງຊ່ວຍບໍ່ໃຫ້ສິວກັບມາສ້າງຄວາມກັງວົນ ໃຈໃຫ້ເຈົ້າອີກຕໍ່ໄປ.

          ຈາກວາລະສານ ມະຫາຊົນ ສະບັບທີ 105

ລອງເຮັດເບິ່ງເດີ ວ່າຊິໄດ້ຜົນບໍ ?

ລະສົ່ງບອກກັນແດ່ເດີ

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 14, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

     ນົກໂຕນ້ອຍໆ ມັກກິນໝາກໄມ້ຫຼາຍທີ່ສຸດ ບາງຄັ້ງຄາວມັນກໍກືນເຂົ້າໄປໝົດໜ່ວຍ ສ່ວນນວນອ່ອນຂອງໝາກໄມ້ ຈະຖືກຍ່ອຍໃຫ້ສະຫຼາຍຕົວຢູກະເພາະອາຫານ ສຳລັບເປືອກ ແລະ ແກ່ນທີ່ ແຂງ ກໍຈະຖ່າຍອອກມາ ພ້ອມກັບຂີ້ຂອງມັນ.

   ແກ່ນໝາກໄມ້ ທີ່ນົກຖ່າຍອອກມາ ເມື່ອຕົກລົງດິນ ກໍຈະງອກຂຶ້ນມາເປັນເບ້ຍອ່ອນ ໂດຍອາໄສຂີ້ນົກເປັນຝຸ່ນ,

   ດັ່ງນັ້ນ ໃນບ່ອນທີ່ນົກອາໄສຢູ່ຫຼາຍຈຶ່ງມັກຈະມີຕົ້ນໄມ້ນາໆຊະນິດຂຶ້ນງອກງາມ.

ຈາກ ວາລະສານ ວັນນະສິນ ເດືອນ ເມສາ ປີ 1992

ຂຽນເມື່ອ ຂຽນເມື່ອ: ມ.ກ.. 8, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

     ໃນໂລກສະໄໝບູຮານ ວັນແຮກຂອງສັບປະດາ ຄືວັນອາທິດ, ຊາວໂຣມັນຕັ້ງຊື່ຕາມພະອາທິດ, ພະຈັນ, ແລະ ດາວເຄາະຕ່າງໆ ແລ້ວເອົາມາຮຽງກັນຕາມລຳດັບ ທີ່ພວກເຮົາເຊື່ອວ່າ ຫ່າງຈາກ ໂລກຄືພະອາທິດ, ພະຈັນ, ດາວອັງຄານ, ດາວພຸດ, ດາວພະຫັນ, ດາວສຸກ ແລະ ດາວເສົາ.

     ຫຼັງຈາກທີ່ຖືກຊາວໂຣມັນຕັ້ງຊື່ໄວ້ແລ້ວ ຊາວບຣິຕັນ ກໍຮັບເອົາການຕັ້ງຊື່ວັນແບບນີ້ ສືບຕໍ່ມາ, ບາງຄັ້ງພວກເຂົາກໍຍັງໃຊ້ຊື່ໂຣມັນ ບາງຄັ້ງກໍໃຊ້ຊື່ເທບພະເຈົ້າຂອງຕົນ.

     ໃນຍຸກແອງໂກລ ແຊກຊອນ ໄດ້ມີການຮຽກວັນຕ່າງໆ ດັ່ງຕໍ່ໄປນີ້:

          ວັນອາທິດ: (Sunday) ກໍເປັນ ຊັນແນນເດກ (Sunnendaeg) ໝາຍເຖິງວັນຂອງພະອາທິດ.

          ວັນຈັນ: (Manday) ກໍເປັນ ມັນແນນເດກ (Monnandaeg) ໝາຍເຖິງວັນຂອງພະຈັນ.

          ວັນອັງຄານ: (Tuesday) ເປັນ ທີເດດ (Tyrdaey) ໝາຍເຖິງ ວັນຂອງທີ (Tyr) ຫຼື Tiu ລູກຂອງໂອດິນ (Odin) ແລະ ອ້າຍນ້ອງຂອງທໍ (Thor).

          ວັນພຸດ: (Wendnesd) ເປັນ ໂອເດນສະເດກ (Wodensdaeg) ໝາຍເຖິງວັນຂອງ ໂອເດນ (Wode) ຫຼື ໂອດິນ ເທບພະເຈົ້າ ແຫ່ງປັນຍາ, ກະວີ, ສົງຄາມ ແລະ ກະເສດ.

          ວັນພະຫັດ: (Thursday) ໄດ້ຊື່ວ່າ ທໍເດດ (Thordaeg) ຕາມຊື່ທໍ (Thor) ເທບພະເຈົ້າແຫ່ງສາຍຟ້າ.

          ວັນສຸກ: (Friday) ໄດ້ຊື່ວ່າ (Frigedaeg)ວັນຂອງ Frigg ຫຼື Freyje ເທພີແຫ່ງ ຄວາມຮັກ ຜູ້ເປັນ ເມຍ ຂອງ Odin.

          ວັນເສົາ: (Saturday) ເປັນແຊເທີເດກ (Sacterdaeg) ໝາຍເຖິງວັນຂອງແຊເທິນ (Satur) ເທບພະເຈົ້າໂຣມັນ ແຫ່ງການປູກຝັງ ແລະ ການເກັບກ່ຽວ.

ເອົາມາຈາກ ວາລະສານວັນນະສິນ ເດືອນ ພຶດສະພາ ປີ 1997

ຖ້ານແລ້ວເປັນແນວໃດ ຂຽນຄຳເຫັນໃຫ້ແດ່ເດີ ແລ້ວຈະມີເລື່ອງໃໝ່ມາຂຽນໃຫ້ອ່ານ