ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 18, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 ມຸງຄຸນທີ່  7 ຄວາມເປັນພະຫູສູຕ

ການສົນໃຈ ໄຄວ່ຄວ້າ ຊອກຫາຄວາມຮູ້

ໃຫ້ເປັນຜູ່ ແກ່ຮຽນ ພຽນສຶກສາ

ມີສິລທັມ ສະຕິໝັ້ນ  ມີປັນຍາ

ຍ່ອມນຳພາ ຕົວເຮົາ ກ້າວໜ້າເອີຽ
..............................................

ມຸງຄຸນທີ່  8  ການຮອບຮູ້ໃນສິລປະ
ສິລປະ ຫຼາຽຢ່າງ ທາງອາຊີພ

ຄວນເລ່ງຮີບ ຮຽນຮູ້ ຊູສັກສີ

ມີບາງຄົນ ອັປຈົນ ກັບມັ່ງມີ

ສຼາດດີ ມີສິລປະ ຫາກິນໄດ້.
...............................................

ມຸງຄຸນທີ່  9 ມີວິນັຍດີ
ວິນັຍ ເປັນລະບຽບ ຄວາມຮຽບຮ້ຽ

ຄົນໃຫ່ຽນ້ຽ ປຶ້ມປິຕິ ດີໜັກໜາ

ວິນັຍສ້າງ ຄວາມດີເຂົ້າ ເຂົາສັທາ

ເພາະຮັກສາ ກະຕິກາ ພາຮ່ວມມື

ບໍ່ເວົ້າຕົວະ ເວົ້າສຽດສີ ຢຽດຫຽາມກັນ

ຫັນລໍາບາກ ສ້າງຄວາມດີ ສາມະຄີ

ເປັນຄົນດີ ບໍ່ຖາງຖາກ ຈົ່ງຢຶດຖື

ມີຊື່ສັຈ ມີວິນັຍ ໃຫ້ຄົນຊົມ ແດ່ເດີ.

................................................

ມຸງຄຸນທີ່  10 ກ່າວວາຈາຕາມສຸພາສິດ
ເປັ່ງວາຈີ ສັຈະ ສຽງນຸ່ມນວນ

ເວົ້າເກັ້ຽກ່ອມ ດອມຫູ ກາຣເໝາະສົມ

ເຈືອປໂຫຽດ ພ້ອມເມຕາ ພານິຍົມ

ຊື່ນອາລົມ ຜູ່ໄດ້ຟັງ ດັ່ງສຽງທອງ.

.................................................

ມຸງຄຸນທີ່  11 ການເບິ່ງແຍງພໍ່ແມ່
ໃຫ້ທ່ານຫາ ທີ່ໃດ ຫາບໍ່ໄດ້

ເພາະວ່າໃນ ໂລກນີ້ ມີພຽງສອງ

ຄືພໍ່ແມ່ ເກີດເກົ້າ ເຫຼົ່າລູກຕ້ອງ

ຕອບສນອງ ພຣະຄຸນ ພໍ່ແມ່ເອີ່ຽ.
.................................................

ມຸງຄຸນທີ່  12 ການເບິ່ງແຍງລູກ

ເປັນບິດາ ມາດາ ເຮັດໜ້າທີ່

ໃຫ້ບຸຕມີ ບ່ອນປັກ ເປັນຫຼັກແຫຼ່ງ

ສົ່ງເສີມບຸຕ ທິດາຕົນ ກຸສົນແຮງ

ຍ່ອມສ່ອງແສງ ເພີ່ມພູນ ຕະກູລສົ່ງ.

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 18, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 ສົມບັດມີໝື່ນລ້ານ                  ໄດ້ມາໂດຽເຊື່ອງອໍາ

ແມ່ນຊິແບ່ງທໍາບຸນ                  ກະບໍ່ມີຜົລໄດ້

ໃສ່ບາທມື້ລະລ້ານ                      ກໍ່ໂລພຄົນຢູ່ຄືເກົ່າ

ແທນທີ່ບຸນຊິເຂົ້າ                       ກະເລີຽຈ້ຽບໍ່ມີ  ແທ້ໃດ

ຖ້າວ່າທານັງຕັ້ງ                          ອີກຈາຄັງບໍລິຈາກ

ຫາກສົມບັດມາໂດຽທັມ              ມີຜົລບຸນອັນຍິ່ງໃຫ່ຽ

ຮີດສິບສອງຄອງໃຫ້ສ້າງ            ທາງດີຢ່າປະປ່ຽ

ເຮັດເທື່ອເລັກເທື່ອໜ້ຽ              ບຸນຊິໄດ້ຕື່ມກັນ

ຍ້ອນວ່າ ບຸນທໍ່ນັ້ນ                      ເຮັດໃຫ້ເກີດເມືອງແມນ

ເຖິງສຸຂາວະດີແດນ                    ເທພພຣະທັຍຊົງເທີ້ງ

ບໍ່ຫ່ອນທຽວທາງເວີງ                  ເຖິງພຣະພົມໄດ້ມົ້ມບ່ອນ

ຊິບໍ່ພໍ້ໝໍ້ນໍ້າຮ້ອນ                       ໜາມງິ້ວບໍ່ຕິ່ວຕໍາ

ແສນປະເສີດເລີດລໍ້າ                 ໃຫ້ເຮັດແຕ່ກອງກຸສົລ

ຜົລອເນຄນານັບ                        ບາດເທື່ອຫຼັງຊິຍັງຍູ້

ສຸຂີນັງຍັງຄູນຄໍ້າ                        ທໍາໄປໄວ້ມີແຕ່ບຸນ

ເພິ່ນວ່າພາຽພາກພຸ້ນ                ໄປໜ້າຊິຮຸ່ງເຮືອງ

ເປັນຄໍາສອນແຕ່ເບື້ອງ             ພຸທໂຄດພຣະໂຄດົມ

ອົງມຸນີນາຍົກ                              ຜູ່ເປີດທາງແຕ່ປາງນັ້ນ

ອະນິຈັງບໍ່ໝັ້ນ                           ອະນັນຕັງມັນບໍ່ທ່ຽງ ພີ່ນ້ອງເອີຽ

ອະນິຈັງນີ້ແຫຼະເຈົ້າ                     ມັນແປປີ້ນປ່ຽນບໍ່ຖຽ

ສັງຂາລຣານັບມື້ຄ້ຽ                   ຊິຕ້ຽຕໍ່າຕາມຈຸດ

ສັຕຫຼືຄົນກາຽໝຸດ                   ບໍ່ຢູ່ຍືນຂືນໄດ້

ຈາຣະນັຍພຽງນີ້                       ໃຫ້ລໍຟັງຍັງຊິວ່າ   ໃດເນີ

ຝູງສັທາຍາຕພີ່ນ້ອງ                 ໃຫ້ຕອງຖ້ວນທົ່ວເຖິງ ຫັ້ນແລ້ວ.

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 18, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 ເພິ່ນວ່າ: ເຖົ້າແກ່ແລ້ວ            ຫຼົງໂລພເມັຽສາວ

                ເຖົ້າຫົວຂາວ              ມັກເຝືອນຫາຊູູ້

                ເຖົ້າຊູູ້ລູ້                      ນອນສ້ວມນໍາເມັຽ

               ເຖົ້າຊໍາເຊັຽ                  ແລ່ນນໍາສາວນ້ຽ

               ເຖົ້້າມັກປ້ຽ                  ເອີ້ນຫ່າເອີ້ນຫູງ

               ເຖົ້າຫົວສູງ                   ສິລທານບໍ່ສ້າງ

               ເຖົ້າຮ້າງບ້ານ               ໂກງຮັ່ງໂກງມີ

               ເຖົ້າອັບປີ                    ຂ້າສັຈະກິນເຫຼົ້າ

              ເຖົ້າໜ້ຽເວົ້າ                 ຕຶກສ້ອນຕຶກແຫ

              ເຖົ້າວຽກແຂະ               ວາງຫຼານບໍ່ໄດ້

              ເຖົ້າຄົນໄບ້                    ຊັງເພິ່່ນຮັກໂຕ

              ເຖົ້າໂມໂຫ                      ຄວາມຕາຽບໍ່ຮູ້

              ເຖົ້າອຸດອູ້                      ຫາສ້າງແຕ່ເວລ

               ເຖົ້າທຳເຂັນ                 ສອນແຕ່ຜູ່ອື່ນ

               ເຖົ້າຢ້ານລື່່ນ                ເຮັດໄຮ່ການສວນ

               ເຖົ້າຊັກຊວນ               ລູກຫຼານໄປຄ້າ

               ເຖົ້າເກັ່ງກ້າ                 ສິລຫ້າບໍ່ມີ

               ເຖົ້າບໍ່ດີ                       ວັນສິລເຂົ້າປ່າ

               ເຖົ້າໃຈບ້າ                    ເຊີງຮອດລູກຫຼານ

               ເຖົ້າໃຈມານ                  ບຸນໝູ່ບໍ່ເວົ້າ

                ເຖົ້າເຄົ້າເມົ້າ                ນັ່ງເຝົ້າແຕ່ເຮືອນ

                ເຖົ້າບິດເບືອນ             ຟັງໝູ່ບໍ່ໄດ້

                ເຖົ້າເຫັນໃກ້                 ໄປໜ້າບໍ່ຫຼຽວ

               ເຖົ້າຄັນສຽວ                 ສາມຊາວວ່າໜຸ່ມ.