ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 26, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ


 

ກ່ອນ​ຊິ​ປາກ​ກ່າວ​ຕ້ານ     ​     ໃຈ​ທ່ຽງ​ພຽນ​ພິນິດ[1]

ຄິດ​ໄຄ່​ຄວນ​ລະວັງ​ຄັກ          ວາດ​ວາທີ​[2]ຖ້ອຍ

ສັນ​ຫາ​ຄຳ​ຄວນ​ເວົ້າ              ນວນ​ຫູ​ຟັງ​ມ່ວນ

​ທັງ​ສຳນວນວາດ​ຂໍ້               ຈິງ​ແທ້​ບໍ່​ລ່າຍ​ລວງ.

 

​ໃຜ​ຜູ້​ຈາ​ກ່າວ​ແຈ້ງ                ສະ​ແດງ​ເລື່ອງ​ຄວາມ​ຈິງ

​ເວົ້າ​ສິ່ງ​ຄຳ​ຄວນ​ໄຂ     ​         ເຊື່ອງສິ່ງ​ຄວນ​ອຳ​ໄວ້

ຜູກ​ໄມຕີ​ດ້ວຍ​ຄຳ​ເວົ້າ   ​       ເປັນ​ສະ​ພານສັນຕິພາບ

ຄົນ​​​ໄດ້ດີ​ແລະ​ຕ່ຳ​າຕ້ອຍ      ຍ້ອນ​ນຄຳ​ຖ້ອຍ​ກ່າວ​​ຖະແຫຼງ.

 

                                       3/25/2012 6:03 pm

....................................................................................................

[1] ພິນິດ: ຄິດ​ໃຫ້​ຖີ່​ຖ້ວນ

[2] ວາທີ : ຄື​ກັນ​ກັບ ວາ​ຈີ, ວະຈີ ​ແປ​ວ່າ ຄຳ​ເວົ້າ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 16, 2012 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຮັກປຽບເໝືອນດັ່ງແມ່ນ້ຳ        ເວີນໃຫຍ່ວັງໃຈ
ຫຼາຍຄົນ​ມີຄວາມຮັກ          ຊື່ນໃຈຈຳໝັ້ນ
ຫຼາຍຄົນມົວຝັນຄ້າງ          ແຄງໃຈຍ້ອນຮັກຫ່ຽວ
ຮັກຄຳດຽວເທົ່ານັ້ນ                      ຢາກຝັນຮູ້ໄຝ່ປອງ

ມີຮັກ ຄືມີຄຳຄ່າລົ້ນ        ເຂົ້າເຄື່ອງຂອງແພງ
ສິ້ນຮັກ ເໝືອນສິ້ນສູນມູນມັງ    ຊັບສິນຂອງໃຊ້
ສັນນັ້ນ ຄົນສະແຫວງໄດ້       ສາຍໄຍຮັກຮ່ວມ
ຮັກສະໝານຜູກໝັ້ນ          ບໍ່ຜັນປິ້ນປ່ຽນແປງ


ບາງຄົນວ່າ:

ຮັກເຮັດໃຫ້ຄົນບໍ່ຮູ້ແຈ້ງ            ມືດມ່ານມົວໝອງ
ຮັກເຮັດໃຫ້ຄົນບຸກບືນ                  ສູ້ຊົນບໍ່ຫຍຸດຢັ້ງ
ຮັກເຮັດໃຫ້ຄົນທຳສ້າງ        ການງານບໍ່ຢຸດຢ່ອນ
ຮັກເຮັດໃຫ້ເຈົ້າ ແລະ ຂ້ອຍ     ຮຽນກ້າວເກັ່ງວິຊາ.

ຫາກໄຮ້ຮັກ ເຮົາກໍ່ຄົງບໍ່ຢູ່ລ້າ  ແຕ່ສິ້ນຄ່າລົມຫາຍໃຈ
ຫາກມີຮັກ ເຮັດແນວໃດກໍ່ຈິງຈັງ  ຈາກໃຈຈິງແທ້
ຫາກມີຮັກ ກິນອັນໃດຫວານຊຶ້ງ  ພໍໃຈບໍ່ຕິແຕ່ງ
ຫາກມີຮັກ ຊີວິດຄົງບໍ່ແຫ້ງແລ້ງ   ແລງເຊົ້າຊື່ນບໍ່ເຫງົາ ວ່ານາ!!!


ຂຽນເມື່ອ ຂຽນເມື່ອ: ກ.ຍ.. 4, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຟັງໃຫ້ດີທີ່ຖ້ວນ                       ຢ່າຟ້າວດ່ວນວາງໃຈ
ຢ່າເຊື່ອຄຳຄົນຈາ                     ເລົ່າລືລວງລໍ້
ລາງເທື່ອຍໍຄຳເວົ້າ                   ເຂົາຮໍເປັນຫວານອ່ອຍ
ອອຍໃຫ້ຄົນເຊື່ອໝັ້ນ              ພາຍທ້າຍທຸກລະທົມ  ຫັ້ນແລ້ວ.

ຄວນທີ່ຄິດໄຄ່ຮູ້                      ຫວນເຫດຫາຜົນ  ກ່ອນເນີ
ເຫັນຂອດຄວາມເໝາະສົມ       ໄຕ່ຕອງຕາມເລື້ອງ
ປັນຍາເຍືອງແຍງຮູ້                  ຫຼິງດູຫຼາຍຕ່າວ
ເຫັນຄວາມຈິງແຈ່ມແຈ້ງ           ຈິ່ງວາງໄວ້ເຊື່ອໃຈ  ແທ້ນາ.

......................

ແຕ່ງເມື່ອເດືອນພະຈິກ ປີ 2009

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 3, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຈັກກະວານເວີ້ງວ້າງ...........................ອັນຍິ່ງໃຫຍ່ໄພສານ
ຫຼຽວຈົນສຸດສາຍຕາ..........................ບໍ່ອາດຄຳນວນໄດ້
ເກີດຈາກໃສຍັງງົງປູ້...........................ປັນຍາຄົນຄິດບໍ່ອອກ
ອາວະສານຈອດຈໍ້..............................ສູນສ້ຽງກໍບໍ່ເຫັນ.

ເຫັນແຕ່ໂລກໃຫຍ່ກ້ວາງ.....................ງາມຍິ່ງອັດສະຈັນ
ຈັກກະວານເດືອນດາວ.......................ອາທິດຈອນໃສແຈ້ງ
ມວນໝູ່ເມຄາກ້ຳ...............................ແມ່ນໃຜເດປັ້ນແຕ່ງ
ມະຫາສະໝຸດຍ່ານກ້ວາງ...................ທະເລພ້ອມພ່ຳກັນ.

ສິ່ງໝູ່ນັ້ນ ໃຜຜູ້ແຕ່ງປຸນແປງ..............  ກໍຕາມທ້ອນ
ລ້ວນເປັນຂອງອະນິດຈັງ.................... ເກີດດັບສລາຍສິ້ນ
ມີແລ້ວສູນເສັຍສ້ຽງ.......................... ກັບບໍ່ມີເປັນຕ່າງ
ສຸນຍະຕາເປົ່າຮ້າງ.............................ມີແລ້ວເສື່ອມສູນ.

ສູນແລ້ວກັບເກີດຂື້ນ........................ມີໃໝ່ຈະເລີນມາ
ເກີດມາແລ້ວຄົງສະຖຽນ...................ຈິ່ງປ່ຽນແປໄປຕາມເລື້ອງ
ສຸດທ້າຍກາຍກັບປິ້ນ........................ດັບສລາຍດັ່ງເຄົ້າ
ຈັກກະວານແຕ່ກ່ອນກີ້......................ຄາວນີ້ກໍດັ່ງດຽວ.


ສິ່ງນີ້ ຄືຄຳສອນໂລກະນາດເຈົ້າ.........   ຈອມເອກສັບພັນຍູ
ຜູ້ຍິ່ງຍານຍວງເຫັນ...........................ໝື່ນໂລກະທັມກ້ວາງ
ເຫັນມາດົນນານໄດ້...........................ສອງພັນປີປາຍເປັນເຂດ
ວິທະຍາສາດຈິ່ງກ່າວອ້າງ.................. ວິໄຈແຈ້ງເມື່ອລຸນ ນີ້ນາ.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 3, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເມື່ອມັງມີ            ມາກມາຍ       ມິດໝາຍມອງ
ເມື່ອມົວໝອງ      ມິດມອງ         ເໝືອນໝູ່ໝາ
ເມື່ອມອດມ້ວຍ    ໝົດມິດ          ມຸ້ງມອງມາ
ເມື່ອບໍ່ມີ             ແມ້ໝູ່ໝາ        ມິມາມອງ.

 

ຈື່ຂອງເຂົາມາ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 13, 2010 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຄວາມຕາຍໃຜບໍ່ອາດຫຼີກມົ້ມ                          ຫຼົບແລ່ນໜີໄກ
ມັນຫາກມີມາຕາມ                                       ຄູ່ມາແຕ່ເຮົາເກີດ
ໃຜບໍ່ຄົງເຫຼືອຄ້າງ                                        ປະຖະພີຜືນໂລກ
ບໍ່ອາດຢູ່ຄ້ຳຟ້າ                                           ຍືນໝັ້ນຊົ່ວນິຣັນ ດອກນາ.

ແມ່ນຊິມຸດຢູ່ພື້ນ                                          ຜືນແຜ່ນພະສຸທາ  ກໍຕາມທ້ອນ
ຫຼືໄປເນົາໃນເຫວ                                        ຮ່ອມພູຜາກ້ວາງ
ຄວາມຕາຍຍັງທວງເອີ້ນ                                 ເຊີນຊວນກັບບ້ານເກົ່າ
ພໍ່ແມ່ຍາດພີ່ນ້ອງ                                         ບໍ່ມີໄດ້ໄຖ່ ເອົາ.


ຍາມເຖິງຄາວ  ໃຜບໍ່ອາດຢູ່ຢັ້ງ                          ຄົງທີ່ຖາວອນ
ມີແຕ່ພຽງຄວາມດີ                                       ເປັນແວ່ນແຍງແສງໄຕ້
ໃຜຫວນເຫັນໄດ້                                         ໃນຄຳທີ່ກ່າວມານີ້:
ຢ່າໄດ້ຄິດຜະໝາດແທ້                                    ຢ່າໄດ້ແວແວ່ເວີ້ງ ທາງລ້ຽວສິ່ງບໍ່ດີ ນັ້ນທ້ອນ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 10, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

golden Buddha image at Wat Thatkhao

 ຮູບພຣະພຸດທະຮູບຄຳທີ່ວັດທາດຂາດ, ໄປຖ່າຍມາມື້ນີ້

 

ວຽງຈັນຄາວກ່ອນກີ້          ຂື້ນຊື່ລືຊາ
ມີມະຫາກະສັດປົກຄອງ        ນັ່ງປອງເປັນເຈົ້າ
ພະອົງມີສັດທາສ້າງ           ອຸປະຖຳພຸດທະສາສນ໌
ສ້າງພຣະທາດໃຫຍ່ນ້ອຍ       ເໜືອໃຕ້ໃຫ້ທົ່ວເຖິງ.

ນອກຈາກນັ້ນ, ໄດ້ຫຼໍ່ປັ້ນ      ພຸດທະຮູບສັກສິດ
ມີທັງພຣະທອງສຳຣິດ         ສະຫງ່າງາມຍາມໄຫວ້
ມີທັງເງິນຄຳແກ້ວ            ອົງງາມດູອາດ
ຍາມເມື່ອໄດ້ຂາບໄຫວ້         ໃຈສະທ້ານອ່ອນໄຫວ ແທ້ແລ້ວ.

ແຕ່ວ່າ ຕົກເມື່ອວຽງຈັນເສົ້າ      ໄຟສົງຄາມມາບັງບຽດ
ຝູງໝູ່ເມກໝອກເຝື້ອ          ປົກຄຸ້ມທົ່ວແດນ
ລາວຈິ່ງຕ້ານຕໍ່ສູ້             ຕົບຕ່ອຍຕີ່ສັດຕູ
ຝູງໝູ່ມານມາບຸກ            ຮຸກຮານເມືອງບ້ານ.

ໄດ້ພາກັນຕີຕ້ານ            ສຸດກຳລັງຄວາມຮັກຊາດ
ແຕ່ບໍ່ອາດສູ້ໄດ້             ຍ້ອນລາວດ້ອຍອ່ອນກຳລັງ
ຈິ່ງໄດ້ຫຼົບຫຼີກລີ້             ໜີຜ່າຍມວນສັດຕູ
ໄປຢູ່ພູຜາສູງ               ຖ້ຳຄູຫາກ້ວາງ.

ຂົນເອົາຂອງສິນສ້າງ          ມູນມັງອັນລ້ຳຄ່າ
ເອົາໄປຊຸກເຊື່ອງຊ້ອນ         ໃນຖ້ຳກໍຫາກມີ
ສ່ວນເອົາໄປບໍ່ໄດ້            ໄດ້ຝັງໃສ່ໃນດິນ
ມີເພັດນິນຈິນດາ            ຄ່າແພງຫລາຍຕື້.

ສ່ວນວ່າຂອງຄູນຄໍ້າ         ອັນສຳຄັນຂອງຊາດ
ມີພຸດທະຮູບໃຫຍ່ນ້ອຍ       ກໍຝັງມ້ວນໃສ່ດິນ
ນອກຈາກນັ້ນ            ໄດ້ຖືກລັກຂະໂມຍໜີ
ຈາກຝູງມານອັບປີ          ຜູ້ຈູດເຜົາເມືອງບ້ານ.

 

ບັດນີ້ ອາລຸນບານເບີຍຟ້າ    ນະພາໃໝ່ໃສສີ  ມາແລ້ວ
ວຽງຈັນມີຄວາມຫວັງ       ຊິຮຸ່ງເຮືອງເມືອໜ້າ
ພັກນຳພາເສີມສ້າງ         ຫຼາຍອັນໄດ້ພົ້ນເດັ່ນ
ມີທະໜົນຫົນທາງ         ອາຮາມເຮືອງຮຸ່ງເຫຼື້ອມ ຫຼາຍດ້ານລື່ນຫຼັງ.

ມີທັງສ້າງຮູບປັ້ນ          ຫຼອມຫຼໍ່ກະສັດລາວ
ໃຫ້ໝູ່ຊາວປະຊາຊົນ        ໄດ້ຂາບຍໍມືໄຫວ້
ຈາລຶກຄວາມດີໄຫວ້         ບັນພະຊົນຂອງຊາດ
ຜູ້ສະຫຼະເລືອດເນື້ອ         ພີຊີບເພື່ອແຜ່ນດິນ ເຮົານີ້.

ເຈົ້າຟ້າງຸ່ມຜູ້ຍິ່ງດ້ວຍ        ຍຸດທະສາດຂຸນເສິກ
ຜູ້ທ້ອນໂຮມແດນລາວ       ແຕ່ເໜືອສຸດໃຕ້
ຫຼາຍອານາແດນດ້າວ       ມາຍິນຍອມບໍ່ບັງບາດ
ທ້ອນໂຮມຊາດໃຫຍ່ກ້ວາງ    ເປັນແດນລາວລ້ານຊ້າງ  ຄາວນັ້ນສືບມາ.

ເຈົ້າອະນຸຜູ້ເກັ່ງກ້າ         ນາມໜໍ່ວີຣະກະສັດ
ກູ້ກຽດລາວໃຫ້ສູງສັກ       ບໍ່ອ່ອນຍອມຍິນແພ້
ຕີສະຫຍາມຫຼາຍຄັ້ງ        ເພື່ອທວງຄືນສັນຕິພາບ
ເອກະລາດກ່ອນກີ້         ທີ່ເຂົາມ້າງມຸ່ນທະລາຍ.

ບັດນີ້ ເຖິງຄາວລາວຈາລຶກໄວ້  ນ້ຳໃຈຍອດເສັຍສະຫຼະ
ຂອງອົງວີຣະກະສັດລາວ     ໃຫ້ຄູ່ລາວຍືນໝັ້ນ
ຈິ່ງປະດິດສະຖານສ້າງ       ອົງປະຕິມາແທນຮູບ
ໃຫ້ຊົນລາວຂາບໄຫວ້       ໃຈນ້ອມລະນຶກຄຸນ ຊອບແລ້ວ.

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 7, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເຈັດຕຸລາເລີດລ້ຳ                   ວັນປະເສີດຄຸນຄູ
ເປັນວັນຫວນຈາລຶກ               ຄ່າຄຸນຄູໄວ້
ຄູເໝືອນແສງທຽນໄຕ້            ເຍືອງທາງໃຫ້ສິດທ່ອງ
ດັບຄວາມມືດບອດໃບ້           ອະວິດຊາເປົ່າປູ້ ໃຫ້ສິດຮູ້ຮ່ອມວິຊາ.

ຄຸນຄູຄູນຄ່າເລີດ                  ປະເສີດສົ່ງສູງສັກ
ປຽບຂຸນເຂົາພະນາດອນ     ແມ່ນະທີສະມຸດກ້ວາງ
ກັບທັງດວງດາວເຫຼື້ອມ        ແວວວາວໃສສ່ອງ
ປຽບດວງຈັນ ອາທິດພ້ອມ   ຜູ້ພີແສງສ່ອງສິ້ງ ເຍືອງທາງຄົນໃຫ້ຮຸ່ງແຈ້ງ ແປງທາງຄົນໃຫ້ໄຕ່ເຕົ້າ ເຖິງຫ້ອງປ່ອງວິຊາ.

ຄູປຽບເໝືອນຜູ້ສ້າງ           ວິຊາຊີບເມືອງມະນຸດ ເຮົານີ້
ຄົນເປັນໝໍ ເປັນທະຫານ    ຕຳຫຼວດ ຫຼືນາຍບ້ານ
ທັງຜູ້ນຳແນວໜ້າ               ໃນສັງຄົມໃນປະເທດ
ລ້ວນແຕ່ເຄີຍຜ່ານຫ້ອງ      ຮຽນຮູ້ຈາກຄູ ຫັ້ນແລ້ວ.

ສະນັ້ນ, ພໍເມື່ອເຖິງຂວບຂັ້ນ  ວັນປະເສີດຂອງຄູ
ສິດຂໍຍໍມືນົບ                       ຫວ່າງສຽນສະເໝີຄິ້ວ
ເອັງຊູລີວັນທາໄຫວ້             ຄຸນຄູຜູ້ສອນສັ່ງ
ໃຫ້ສິດຕາສະວ່າງແຈ້ງ        ຮຽນຮູ້ສາດຕະສິນ.

ຂໍໃຫ້ຄູລື່ນລົ້ນ                    ລາບຍົດສັນລະເສີນ
ອາຍຸຍືນຍາວນານ             ຂວບວັດສາເຖິງຮ້ອຍ
ເປັນແວ່ນແຍງໃຫ້ສິດຮູ້       ເຍືອງທາງຕາມໄຕ່
ເປັນຮົ່ມໂພຮົ່ມໄຮ               ສ້າງສິດດີໃຫ້ເດັ່ນກ້າວ ພັດທະນາລາວໃຫ້ເດັ່ນໄດ້ ຈະເລີນແທ້ລື່ນຫລັງ ຊອບແລ້ວ.

 

......................

ທຸກວິຊາຊີບເຮົາເຮັດຢູ່ໃນສັງຄົມ ລ້ວນແຕ່ໄດ້ມາຈາກການສຶກສາທີ່ມີຄູເປັນຜູ້ປູທາງ ເລີ່ມແຕ່ເຮົາຮຽນ ກ ໄກ່, ປ ປາ ຈົນເຮົາມີປັນຍາຊານສະຫຼາດໃນສັງຄົມ. ບາງຄົນອາດຈະບໍ່ມີໂອກາດໄດ້ຮັບການສຶກສາທີ່ສູງສົ່ງ ບໍ່ມີໂອກາດໄດ້ເຂົ້າຮຽນວິຊາຊີບ ຫຼືແມ່ນແຕ່ເຂົ້າຮຽນຫ້ອງປະຖົມ ແຕ່ເຂົາເຫຼົ່ານັ້ນ ກໍມີຄູເຊັ່ນກັນ ຄືຜູ້ສອນໃຫ້ເຂົາເວົ້າຄຳວ່າ ພໍ່- ແມ່ ທຳອິດນັ້ນເອງ ຄູສອງຄົນທີ່ທັງລ້ຽງ ທັງສັ່ງສອນເຮົາມານັ້ນແຫຼະ ເອີ້ນວ່າ ບໍຣົມຄູ ທີ່ເຮົາຄວນເທີດທູນບູຊາຄຸນວ່າເປັນຄູຜູ້ທຳອິດຂອງເຮົາ. ສຳລັບໃນພຣະພຸດທະສາສະໜາ, ພຣະພຸດທະເຈົ້າ ຖືໄດ້ວ່າເປັນບໍຣົມມະຄູຜູ້ມີ ມະຫາກະຣຸນາທິຄຸນສູງສົ່ງ ຫາບຸກຄົນໃດຈະປຽບປານໄດ້.​ ເມື່ອສະຫຼອງວັນຄູ ລູກສິດທຸກຄົນຄວນຄິດເຖິງພວກເພິ່ນ ແລ້ວສັງຄວາມດີເພື່ອມອບແດ່ຄູຂອງເຮົາ ແລະສິ່ງສຳຄັນ ເຮົາຄວນສຳນຶກເຖິງຄຸນຂອງຄູທຸກລົມຫາຍໃຈ ບໍ່ສະເພາະແຕ່ໃນມື້ວັນຄູທໍ່ນັ້ນ.