ຂຽນເມື່ອ: ກ.ຍ.. 28, 2011
| ມີ
6 ຄຳເຫັນ
ແລະ
0 trackback(s)
ແດ່ຜູ້ທີ່ຕິດເຊື້ອໂຣກເອດ
ຮຽມໄດ້ຮັບຂ່າວຂໍ້................ທີ່ໂຍມສົ່ງສານເຖິງ
ໄດ້ໄຖ່ຖາມມາຫາ.................ບອກຈາຄວາມຕ້ານ
ຂໍໃຫ້ໄຂຄວາມເວົ້າ................ສອນທັມອັນປະເສີດ
ແກ່ພວກໝູ່ຂ້ານ້ອຍ...............ຜູ້ຕິດໄພພະຍາດຮ້າຍພໍໄດ້ເພິ່ງພາແດ່ທ້ອນ.
ພະຍາດທີ່ວ່ານັ້ນ................ຄືໂລກເອຈໄອວີ
ເປັນທີ່ເວທະນາອຸກ...............ອັ່ງມະໂນສຸດແຄ້ນ
ຄອຍແຕ່ຄອງວັນມື້...............ລໍເວລາມັດຈຸລາດ (ຕາຍ)
ມັນຈະມາຢ່ວງຢື້.................ໃຫ້ຊີວັງມອດມ້ວຍກັບບ້ານບໍ່ຕ່າວຄືນ.
ອາຕະມາຂໍເປັນຜູ້ໃຫ້.............ບິແບ່ງກຳລັງໃຈ
ຂໍໃຫ້ໂຍມແຂງແຮງ...............ແກ່ນກຳລັງໃຈກ້າ
ເຖິງແມ່ນໂຣຄາຮ້າຍ...............ມາທຳລາຍບັງບຽດ
ຝຶກຈິດໃຈຕໍ່ສູ້...................ຢ່າພອຍທໍ້ອ່ອນແອ.
ຊີວິດເຫລືອມື້ນີ້.................ໃຫ້ສ້າງສິ່ງແຕ່ແນວດີ
ໂອກາດເຮົາຍັງມີເຫລືອ............ເພື່ອສ້າງສົມກຸສົນໄວ້
ຢູ່ໄດ້ຫລາຍວັນມື້................ຫລາຍປີບໍ່ໄປງ່າຍ
ຍັງດີກວ່າໂລກໄຕວາຍ.............ໂລກມະເຮັງອີກຊ້ຳໃຫ້ຈຳໄວ້ໃສ່ໃຈ.
ສິ່ງທີ່ເຮົາຍັງເຮັດໄດ້..............ໃຫ້ຮີບເຮັ່ງຂົນຂວາຍ
ຄືທານສີນພາວະນາ..............ແລະຊ່ວຍເຫລືອຊາວບ້ານ
ງານອາສາສະໝັກເນັ້ນ............ພ່ຳເພັງຕົນຊົດຊ່ວຍ
ຜົນບຸນນີ້ສົ່ງອຳນວຍ..............ແມ່ນຊິຕາຍກໍບໍ່ຢ້ານໃຫ້ເຮົາພ້ອມຢູ່ສູ່ຍາມ.
ຢ່າໄດ້ຄິດຕ່ຳຕ້ອຍ..............ຄ້ອຍຫງ່ຽງໃນຄວາມດີ
ໃຜຊິນິນທາຂວັນ...............ຫຍຽບຫຍາມຊາມຮ້າຍ
ເຂົາຜູ້ນິນທານັ້ນ...............ບໍ່ນານວັນກໍຈອນຈາກ
ອາຍຸບໍ່ຮອດຮ້ອຍ...............ຊິຕາຍຈ້ອຍດັ່ງດຽວແທ້ນາ.
ສຳຄັນເຈົ້າຢ່າໄດ້................ຜາຍແຜ່ໂຣຄາ
ຢ່າຮັບມາມີເສີມ................ເພີ່ມພິດແຮງຮຸນຮ້າຍ
ມີແຕ່ຫວນຫາສ້າງ...............ຄວາມດີປຸນແຕ່ງ
ແຮງບຸນເຮົາຊິສົ່ງໃຫ້..............ອະທິດຖານໃຈທ່ຽງໝັ້ນ
..........................ເກີດໄປພາຍພາກໜ້າ
..........................ຊື່ວ່າໂຣຄາພະຍາດຮ້າຍໃຫ້ໃກ້ເວັ້ນຢ່າແວ່ວຽນ ເຈົ້າທ້ອນ.
ຜູ້ຕິດເຊື້ອ HIV/AIDs ນັບວ່າເປັນຜູ້ເຄາະຮ້າຍໃນສັງຄົມ ຖ້າຫາກວ່າ ຕັ້ງສະຕິບໍ່ຢູ່ ກໍອາດເຖິງກັບວ່າຕ້ອງທຳຮ້າຍຕົນເອງ. ແຕ່ຖ້າມີສະຕິດີກໍຈະມີໂອກາດພິຈາລະນາເຫັນຄຸນຄ່າຂອງຊີວິດທີ່ເຫລືອຢູ່ ແລ້ວທຸ່ມເທທັງກາຍແລະໃຈເພື່ອເຮັດວຽກໃຫ້ສັງຄົມສືບຕໍ່ໄປ. ສຳຄັນແມ່ນໃຫ້ໝັ່ນອອກກຳລັງກາຍ ພັກຜ່ອນໃຫ້ພຽງພໍກິນອາຫານດີໆ ໝັ່ນເຂົ້າວັດຟັງທັມ ສ້າງບຸນກຸສົນໃຫ້ຫລາຍຂື້ນຖ້າເປັນໄປໄດ້ໃຫ້ຮຽນຮູ້ການຝຶກອົບຮົມສະມາທິ ແລ້ວນຳເອົາໄປປະຕິບັດ ຮັບຮອງວ່າຈະຢູ່ອີກນານແລະບໍ່ຢ້ານຢ່ອນຕໍ່ຄວາມຕາຍ.
ຈົ່ງພິຈາລະນາວ່າໂຣຄາພະຍາດທີ່ຮ້າຍແຮງກວ່າໂຣຄເອສນັ້ນຍັງມີຫລາຍ ທີ່ຈະພາກຊີວິດເຮົາ ເຊັ່ນ ມະເຮັງ, ໂຣຄຕັບ... ເຖິງແມ່ນວ່າໂຣຄາພະຍາດໃດກໍຕາມ ບໍ່ມີໃຜຈະປາດຖະໜາໃຫ້ເກີດມີແກ່ຕົນ.ແຕ່ຄົນເຮົາເກີດມາຫາຍາກທີ່ຈະຫລີກລຽງໄດ້ ເພາະທຸກໆຊີວິດຈະຕ້ອງປະເຊີນໜ້າກັບສິ່ງທີ່ເປັນອະນິດຈັງ ຄືຄວາມບໍ່ທ່ຽງ ແທ້ແນ່ນອນ ນັ້ນຄື ຄວາມເກີດຄວາມເຖົ້າແກ່ຊະຣາ ຄວາມເຈັບ ແລະຄວາມຕາຍ ຕ່າງແຕ່ວ່າໃຜຈະໄປກ່ອນໄປລຸນເທົ່ານັ້ນ.
ຖ້າເອົາຫລັກທັມ ທີ່ເປັນມໍຣະນານຸສສະຕິຄືການລະນຶກເຖິງຄວາມຕາຍມາເປັນອາລົມ ຈົນເກີດຄວາມສັງເວດ ເຫັນຄວາມເປັນຈິງແຫ່ງຊີວິດບາງທີອາດຈະເຮັດໃຫ້ເຮົາປົດປົງແລະປ່ອຍວາງ ນຳພາຈິດໃຈໃຫ້ເຂົ້າເຖິງຄວາມສະຫງົບກໍເປັນໄດ້ນີ້ຄື ວິທີປະຕິບັດກັມມະຖານອີກແບບໜຶ່ງດ້ວຍການພິຈາລະເຫັນຄວາມຕາຍເປັນອາລົມ.
ໃນອະດີດຕະການເມື່ອພຣະພຸດທະອົງຍັງຊົງພະຊົນຢູ່ ມີພຣະສົງຫລາຍອົງໄດ້ບັນລຸທັມຕອນທີ່ໃກ້ຈະສີ້ນລົມໂດຍສະເພາະເລື່ອງທີ່ເສືອກຳລັງກັດພຣະສົງທີ່ກຳລັງນັ່ງສະມາທິ ເປັນຕົ້ນເພິ່ນໄດ້ພິຈາລະນາທັມຕອນທີ່ເສືອຂົບແຫ້ນກິນຢູ່ນັ້ນຈົນໄດ້ເປັນພຣະອະຣະຫັນກ່ອນສິ້ນລົມຫາຍໃຈ.
ເຮົາກໍເຊັ່ນດຽວກັນຍັງໂຊກດີທີ່ຍັງມີໂອກາດໄດ້ຫາຍໃຈຢູ່ອີກຫລາຍມື້ ແລະມີເວລາສ້າງຄວາມດີອີກຕໍ່ໄປແລະເມື່ອຄວາມດີພ້ອມແລ້ວ ເຖິງຈະຕາຍເມື່ອໃດ ກໍຢ່າໄດ້ເສຍດາຍຊີວິດເພາະມີບຸນກຸສົນເປັນທີ່ຮອງຮັບການເກີດໄປໃນພົບພູມຂ້າງໜ້າແລ້ວ.
ຈົ່ງຢູ່ດ້ວຍຄວາມບໍ່ປະໝາດຜູ້ພຽບພ້ອມດ້ວຍຄວາມບໍ່ປະໝາດເປັນຜູ້ບໍ່ຕາຍ
ຜູ້ທີ່ປະໝາດຢູ່ເຖິງຮ່າງກາຍຍັງຍ່າງໄປມາໄດ້ ກໍຊື່ວ່າຕາຍ ຄືຕາຍຈາກຄຸນຄວາມດີ.
ຊີວິດທີ່ຍັງເຫລືອຍັງມີຄ່າມະຫາສານ ເພື່ອຈະສ້າງຄວາມດີໄດ້ອີກ.
ທ່ານທັງຫຼາຍທີ່ມີຄວາມສ່ຽງຕໍ່ສັງຄົມບໍ່ຄວນໄປສ່ຽງ ຄວນມີສະຕິລະວັງຕົວຢູ່ສະເໝີ ຄວນປ້ອງກັນໄວ້ກ່ອນ ແລະບໍ່ຄວນປະມາດກັບມັນຢ່າງເດັດຂາດ ຖ້າຫາກທ່ານຕິດແລ້ວທ່ານເສຍໃຈໄປຕະຫຼອດຊີ ວິດ.
ດ້ວນຄວາມ ປາຖະໜາດີ.