ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 5, 2009 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຮັກແທ້ນັ້ນຫຼືຄືການໃຫ້          ຮັກແທ້ນັ້ນຫຼືຄືຫວ່ງໄຍ
ຮັກແທ້ນັ້ນຫຼືຄືຈິງໃຈ             ຮັກແທ້ນັ້ນຫຼືຄືອະໄພ
ຮັກແທ້ນັ້ນຫຼືຄືກຳລັງໃຈ        ຮັກແທ້ນັ້ນຫຼືຕະຫຼອດໄປ
ຮັກຈິງແທ້ທີ່ຫາມາໄດ້           ຄືຮັກແທ້ແລະຈິງໃຈຈາກແມ່ເຮົາ

 

ຄຳວ່າ: ຮັກ ເລີ່ມຈາກ ຮ ເປັນໂຕແລກ
ແລ້ວກໍ່ແຍກຈາກ ຮ ເປັນ ກ ໄກ່
ໄມ້ກັນ ຂັ້ນກາງລະຫວ່າງ ໃຈ
ກໍ່ຈະໄດ້ຄຳວ່າ: ຮັກ ສະລັກຊວງ                           

ທີ່ມາຂອງກອນ : ຈາກທ່ານລູກນ້ຳຂອງແລະທ່ານເດັກດີແຫ່ງເວບບອດ ມະຫາສານ

 

ທີ່ມາຂອງຄຳວ່າຮັກ ທ່ານຜູ້ອ່ານໄດ້ເຄີຍສັງເກດບໍ່ວ່າ ເປັນຫຍັງຈຶ່ງຂຽນດ້ວຍ ” ຮ,ັ,ກ ”

ກ ແມ່ນອັກສອນທີ່ຂຶ້ນຕົ້ນ ແລະ ຮ ແມ່ນອັກສອນທີ່ລົງທ້າຍ

ຜູ້ສ້າງພາສາຄືຊິໝາຍຄວາມວ່າ ຮັກ ໝາຍເຖິງທຸກສິ່ງທຸກຢ່າງທີ່ສາມາດອະທິບາຍອອກມາເປັນຄຳເວົ້າໄດ້  ບໍ່ວ່າຈະສຸກ ຫລື ເສົ້າ

ເມື່ອອ່ານມາຮອດນີ້ ທ່ານຜູ້ອ່ານບາງຄົນອາດຈະຄິດເຖິງຄຳອີກຄຳໜຶ່ງທີ່ມີຕົວ ກ ກັບ ຮ ຢູ່ ນັ້ນຄື ຮົກ   555

ເປັນຫຍັງຄຳວ່າ ຮົກ ນີ້ຄືມາກ່ຽວກັບ ຄຳຄວາມໝາຍດີໆ ກັບ ຄຳວ່າ ຮັກ ໄດ້

ແຕ່ຖ້າມາຄິດເບິ່ງດີໆ ຜູ້ທີ່ໃຫ້ຄວາມໝາຍຄຳວ່າຮົກ ນີ້ກະຖືກໃດ ເພາະວ່າ ຮົກ ນັ້ນ ກໍ່ໝາຍເຖິງ ມີສິ່ງຂອງຕ່າງໆຫລາຍແນວກອງເຕັມໄປໝົດ ຫລື ເວົ້າອີກຢ່າງໜຶ່ງວ່າ ສິ່ງຂອງນາໆຊະນິດຕັ້ງແຕ່ ກ ຮອດ ຮ

ແຕ່ 2 ຄຳນີ້ມັນກໍ່ມີບ່ອນທີ່່ຕ່າງກັນຢ່າງກົງກັນຂ້າມເລີຍ ກໍ່ຄື ໄມ້ ັ ແລະ ໄມ້ ົ  ແລະ 2 ໄມ້ນີ້ມັນມີຄວາມໝາຍແນວໃດ

ເມື່ອເບິ່ງດີໆແລ້ວ ມັນກໍ່ຄ້າຍໆກັບ Emoticon ທີ່ພວກເຮົາມັກໃຊ້ກັນນີ້ເອງ ນັ້ນກໍ່ຄື alt  ກັບ alt 

ໄມ້ ັ ມັນງໍຂຶ້ນ ຄື ກັບຮູບຄົນຍິ້ມ ປະມານວ່າ ມີຮັກແລະມີຄວາມສຸກ ຕິເບາະ ອິອິ ບໍ່ໝັ້ນໃຈ

ກົງກັນຂ້າມ ໄມ້ ົ ນັ້ນ ກົ່ງລົງ ຄືກັບຄົນໜ້າບູດ ...


ແລະ ຈາກນີ້ຕໍ່ໄປຄຳເວົ້າໃນໜັງຈີນ ທີ່ເຮົາໄດ້ຍິນເລື້ອຍໆ ທີ່ວ່າ ບ່ອນໃດມີຮັກ ບ່ອນນັ້ນມີທຸກ   ກະຄືສິໄດ້ປ່ຽນເປັນ  ບ່ອນໃດມີຮົກ ບ່ອນນັ້ນມີທຸກ 555

ທ່ານວ່າແມ່ນບໍ່

ໝາຍເຫດ : ເປີດເລື່ອງຕອນຕົ້ນກະອົດສາມີສາລະກັບເຂົາເຈົ້າແລ້ວ ແຕ່ລົງທ້າຍກະມາເປັນແບບເກົ່າ 5555 alt