ຂຽນເມື່ອ: ມ.ສ.. 17, 2009
| ມີ
23 ຄຳເຫັນ
ແລະ
0 trackback(s)
ບໍ່ມີຫຍັງຫລາຍປ້ຳເງິນຫລິ້ນ5555+ ທີ່ມາ : dek-d.com
1.ຢ່າຂັບລົດໄວເກີນກວ່າເທວະດາປະຈຳຕົວຂອງທ່ານບິນທັນຢ່າງເດັດຂາດ
2.ການແກ້ແຄ້ນບໍ່ໄດ້ເຮັດໃຫ້ເຮົາຮູ້ສຶກດີຂຶ້ນຄືກັບທີ່ເຈົ້າດື່ມນ້ຳທະເລເວລາຫິວນ້ຳຫັ້ນແຫລະ
3.ຄວາມໝາຍຂອງຄວາມສຸກຂຶ້ນຢູ່ກັບສິ່ງທີ່ເຈົ້າຢາກໃຫ້ມັນເປັນ
4.“ຢ່າໄປຢ້ານຄວາມໃຝ່ຝັນຂອງເຈົ້າ ມັນງ່າຍກວ່າທີ່ຄິດ”
5.ນັກວິທະຍາສາດກ່າວວ່າທຸກໆ4ຄົນຈະມີຄົນຕິງຕ໋ອງຢູ່ຄົນ1 ລອງສັງເກດໝູ່ເຈົ້າອີກ3ຄົນວ່າມີອາການ
ຂ້າງຕົ້ນທີ່ກ່າວມາຫລືບໍ່ ຖ້າໝູ່ເຈົ້າປົກກະຕິດີທຸກຄົນກໍ່ແມ່ນເຈົ້າຫັ້ນແຫລະ
6.ນ້ຳຕາຈະໃຫ້ເຈົ້າພຽງແຕ່ຄວາມເຫັນໃຈ ແຕ່ເຫື່ອຈະໃຫ້ຄວາມສຳເລັດກັບເຈົ້າ
7.ສິ່ງທີ່ດີທີ່ສຸດໃນຊີວິດບໍ່ແມ່ນວັດຖຸ
8.ການອອກກຳລັງກາຍທີ່ດີທີ່ສຸດສຳລັບຈິດໃຈແມ່ນ ການກົ້ມລົງແລ້ວຊ່ວຍໃຫ້ຄົນອື່ນລຸກຂຶ້ນ
9.ຄົນໆໜຶ່ງອາດຈະເຮັດເລື່ອງຜິດພາດມາຫລາຍເລື່ອງ ແຕ່ມັນຈະກາຍເປັນຄວາມປະລາໄຊໄປຖ້າຄົນໆນັ້ນເລີ່ມໂຍນຄວາມຜິດໃຫ້ຄົນອື່ນ
10.ມີແຕ່ປາຕາຍເທົ່ານັ້ນທີ່ລອຍຕາມນ້ຳ
11.ຄຸນຄ່າຂອງຄົນໆໜຶ່ງບອກໄດ້ຈາກວິທີທີ່ເຂົາປະຕິບັດຕໍ່ຄົນທີ່ເຂົາບໍ່ຕ້ອງການ
12.ປິ່ນໜ້າໄປທາງທີ່ມີແສງຕາເວັນ ແລ້ວເຈົ້າຈະບໍ່ໄດ້ພົບກັບເງົາມືດ
13.ຄົນອ່ອນແອເທົ່ານັ້ນທີ່ໃຫ້ອະໄພບໍ່ເປັນ ການໃຫ້ອະໄພເປັນຄຸນສົມບັດຂອງຜູ້ເຂັ້ມແຂງ
14.ໃນໂລກນີ້ບໍ່ມີຄົນແປກໜ້າສຳລັບເຮົາ ມີແຕ່ໝູ່ທີ່ເຮົາຍັງບໍ່ທັນໄດ້ຮູ້ຈັກ
15.ເມື່ອເຈົ້າເວົ້າຄວາມຈິງ ເຈົ້າກໍ່ບໍ່ຈຳເປັນຕ້ອງໄປຈື່ເລື່ອງຫຍັງໝົດ
16.ຄຳວ່າ listen(ຟັງ) ມີອັກສອນຊຸດດຽວກັບຄຳວ່າ silent(ງຽບ)