ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 12, 2009 | ມີ 36 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ
  1. ຖ້າທຸກປະເທດເປັນໜີ້ກັນໝົດ ແລ້ວປະເທດໃດຊິເປັນເຈົ້າໜີ້
  2. ອາຫານໝາທີ່ໄດ້ຮັບການພັດທະນາ ທີ່ເຂົາບອກວ່າດີ ແລະ ແຊບ.. ແມ່ນໃຜລອງຊີມ
  3. ກ່ອງດຳ ທີ່ໃຊ້ເກັບຂໍ້ມູນຢູ່ເທິງຍົນ ມັນຈະບໍ່ຖືກທຳລາຍເວລາເກີດອຸບັດຕິເຫດ ແລ້ວເປັນຫຍັງບໍ່ສ້າງຍົນ ໂດຍໃຊ້ວັດຖຸຄືກັນກ່ອງດຳ
  4. ຮ້ອງໄຫ້ຢູ່ໃນນ້ຳໄດ້ບໍ່
  5. ປາເຄີຍຫິວນ້ຳບໍ່
  6. ເປັນຫຍັງນົກບໍ່ຕົກຕົ້ນໄມ້ເວລານອນຫລັບ (ຂະໜາດຄົນຍັງຕົກຕຽງ)
  7. ເປົ່າປູມເປົ້າໃນນ້ຳໄດ້ບໍ່
  8. ເປັນຫຍັງຕືກພາສາອັງກິດຈື່ງເອີ້ນວ່າ building ( building=ຕືກ=ກຳລັງສ້າງ) ກະດຽວວ່າມັນຈົນສ້າງແລ້ວໆ
  9. ຖ້າໃຜເປັນເຈົ້າຂອງດິນຕອນໜຶ່ງ ເຂົາຈະເປັນເຈົ້າຂອງເລິກລົງໄປຮອດແກນໂລກບໍ່
  10. ເປັນຫຍັງເຂັມຄວາມໄວຂອງລົດມີຮອດ 180 ທັ້ງໆທີ່ລະດັບນີ້ຕຳຫລວດຈັບແລ້ວ

 ຕອບ
ຂໍ້1 ຖ້າທຸກປະເທດເປັນໜີ້ໝົດ ສ່ວນເຈົ້າໜີ້ນັ້ນບໍ່ແມ່ນປະເທດໃດປະເທດໜຶ່ງດອກ ແຕ່ແມ່ນ ກອງທຶນການເງິນລະຫວ່າງປະເທດ ຫລື IMF ນັ້ນເອງ
ຂໍ້ 2 ກະເຈົ້າໜ້າທີ່ສະເພາະຫະແຫລະເນາະ ຢ່າວ່າບໍ່ມີເດີ ຂະໜາດພວກນ້ຳຫອມແບບສະເປ ຍັງມີຜູ້ຊ່ຽວຊານມາດົມກວດເບິ່ງກິ່ນຢູ່ ກ້ອງແຂນຫລັງຈາກທີ່ໄດ້ອອກກຳລັງ ຫລື ຜ່ານວຽກອື່ນໆ ມັນມີໝົດຫະແຫລະ ພຽງແຕ່ເຮົາບໍ່ຮູ້ຊື່ໆ
ຂໍ້ 3 ອັນນີ້ບໍ່ເຄີຍຮູ້ມາກ່ອນ ແຕ່ຂ້ອຍຄິດວ່າມັນໜ້າຈະເປັນວັດສະດຸທີ່ແພງຫລາຍ ເຊິ່ງຖ້າເອົາມາເຮັດຍົນໝົດທັງລຳ ຄົນຕາດຳໆທົ່ວໄປອາດຈະບໍ່ສາມາດຂຶ້ນຂີ່ຍົນໄດ້ ຍ້ອນມັນແພງໂຄດດດດດ

ຫລື.... ເຖິງວ່າຈະສ້າງຍົນດ້ວຍວັດສະດຸຊະນິດດຽວກັບກ່ອງດຳກໍ່ຕາມ ແຕ່ລອງຄິດສະພາບເບິ່ງວ່າ ເວລາຍົນຕົກ ເຖິງຍົນຈະບໍ່ເປັນຫຍັງເລີຍ ແຕ່ຄົນທີ່ຢູ່ຂ້າງໃນ ກໍ່ບໍ່ລອດຄືເກົ່າ

ຂໍ້ 4 ໄຫ້ໄດ້ ຖ້າຢູ່ບໍ່ເລິກປານໃດ ຖ້າຢູ່ເລິກຫລາຍແລ້ວຈະຖືກຄວາມດັນຂອງນ້ຳຊຸກດັນໄວ້ ເຮັດໃຫ້ໄຫ້ບໍ່ອອກ

ຂໍ້ 5 ຫິວຫະແຫລະເນາະ ຄິດວ່າທີ່ມັນກືນນ້ຳເຂົ້າໄປນັ້ນແມ່ນເພື່ອເອົາອົກຊີເທົ່ານັ້ນແລ້ວມັນກໍ່ຄາຍນ້ຳອອກມາຄືນທາງເຫງືອກຄືນ

ຂໍ້ 6 ເຄີຍຫະແຫລະເນາະ ພຽງແຕ່ເຮົາບໍ່ເຫັນເທົ່ານັ້ນ

ຂໍ້ 7 ທິດສະດີດຽວກັນຂໍ້ 4 ຖ້າລົງບໍ່ເລິກກໍ່ອາດໃຊ້ແຮງເຮົາເອົາຊະນະແຮງດັນນ້ຳແລ້ວເປົ່າໄດ້ ຫລືອາດຈະມີເຄື່ອງສູບໂຄດດດດດເທບ ທີ່ມີແຮງຫລາຍກວ່າແຮງດັນນ້ຳ

ຂໍ້ 8 ຄຳວ່າ bulding ບໍ່ແມ່ນຄຳກຳມະບອກເວລາຢ່າງດຽວເທົ່ານັ້ນ ຖ້າມັນຢູ່ໂຕດຽວ ມັນຈະເຮັດໜ້າທີ່ເປັນຄຳນາມ

ຂໍ້ 9 ເປັນໄດ້ ຖ້າເຈົ້າມີປັນຍາຂຸດລົງໄປຮອດແກນໂລກໄດ້

ຂໍ້ 10 ສິ່ງຂອງເຂົາຈະສ້າງມາເພື່ອການໃຊ້ກຳລັງເກີນມາດຕະຖານໝົດຫະແຫລະ ເພື່ອຄວາມຄົງທົນ ແຕ່ມັນກໍ່ມີບາງຄົນທີ່ຢຽບເຖິງບໍ່ແມ່ນບໍ່

 

ໝາຍເຫດ ໄດຯນີ້ ແມ່ນຫລັງຈາກທີ່ອ່ານຂອງຄົນໃຈດີແລ້ວ ກໍ່ເລີຍມີຄວາມຄິດກວນໆ ຈຶ່ງສ້າງຂຶ້ນມາ ແລະ ທັງໝົດນີ້ແມ່ນຄວາມຄິດຂອງຜູ້ຂຽນເອງ

ບໍ່ໄດ້ມີຫຍັງມາອ້າງອີງເລີຍ -_-"  ອ່ານໄປແລ້ວແຫລະກະແລ້ວເດີ ຂຳໆໆ ບໍ່ຕ້ອງເຊື່ອດອກ ຮະຮະຮະ

 

ລືມໆໆໆ ຮູ້ສຶກວ່າ ມີຂໍ້ທີ 11 ນຳ ຈາກທ່ານໄຮ້ຮັກເບາະ

ເພິ່ນຖາມໄວ້ວ່າ

ຖ້າຄວາມຮັກແມ່ນການໃຫ້ ແລ້ວໃຜເປັນຜູ່ຮັບວ່າຊັ້ນ

ຄຳຕອບ ກະນັກຮັບຫະເດະ ເຖິງວ່າກໍລະນີດ່ຽວໆກັບກອງໜ້າຈະບໍ່ຄ່ອຍຮັບໄດ້ກໍ່ຕາມ ແຕ່ກະຂຶ້ນຊື່ວ່າເປັນນັກຮັບ ຮະຮະຮະຮະ

ແຕ່ຖ້າທ່ານບໍ່ພໍໃຈຄຳຕອບນີ້ ຜູ່ຂຽນມີອີກຄຳຕອບໜຶ່ງ

ຖ້າຄວາມຮັກແມ່ນການໃຫ້ ແລ້ວໃຜແມ່ນຜູ່ຮັບ   ຄຳຕອບແມ່ນ ຜູ່ຖືກຮັກ .......

Delicious Digg Fark Twitter