ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 12, 2008 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

1.ເວລາບໍ່ມີເງິນຄົນທໍາອິດທີ່ຄຶດຮອດເເມ່ນພໍ່ເເລະເເມ່ເເຕ່ມີເງິນເເລ້ວທີ່ຄິດຮອດເເຟນກັບຫມູ່.

2.ຢາກໃດ້ລົດຄົນທໍາອິດທີ່ຄືດຮອດເເມ່ນພໍ່ເເລະເເມ່ ເເຕ່ພໍມີລົດທີ່ໄປຮັບໄປສົ່ງກັບເເມ່ນຫມູ່ເເລະເເຟນ.

3.ຮ້ານອາຫານດີດີບັນຍາກາດດີດີມີໃວ້ສໍາຫລັບເເຟນກັບຫມູ່ ສໍາຫລັບໂຕະອາຫານທີ່ບ້ານມີໃວ້ສໍາຫລັບພໍ່ເເລະເເມ່.

4.ໂຮງຫນັງຫ້າງສັບພະສິນຄ້າມີໃວ້ສໍາລັບເເຟນເເລະຫມູ່ ທີວີເເລະສວນຫນ້າບ້ານເເມ່ນສໍາລັບພໍ່ເເມ່.

5.ພໍ່ເເມ່ຄິດໄລ່ບັນຊີລາຍຈ່າຍກ່ອນນອນເພື່ອຄວາມຢູ່ລອດ ລູກນອນລົມມືຖືຫລີ້ນອິນເຕີເນັດກ່ອນນອນເພື່ອໃຫ້ຫລັບຝັນດີ.

6.ເວລາມີຄວາມສຸກມັກຈະເຫັນເເຕ່ເເຟນກັບຫມູ່ ເວລາມີຄວາມທຸກຄົນທີ່ກັງວົນເເລະເສົ້າໃຈເເມ່ນພໍ່ກັບເເມ່.

7. ເວລາປະສົບຜົນສໍາເລັດເຮົາມັກໄປຫາເເຟນເເລະຫມູ່ເພື່ອສະຫລອງເເລະສັງສັນ ເເຕ່ຄົນທີ່ດີໃຈທີ່ສຸດຄືພໍ່ເເມ່ເເຕ່ພໍ່ເເລະເເມ່ກັບກາຍເປັນຄົນທີ່ເຮາເບີ່ງຂ້າມໄປ.

8.ພໍ່ເເມ່ຕໍານິຕັກເຕືອນບາງຄັ້ງເຕັມໄປດ້ວຍອາລົມຫ່ວງໃຍເພື່ອໃຫ້ລູກໃດ້ດີ ເເຕ່ລູກຄິດວ່າສີ່ງທີ່ພໍ່ເເມ່ເວົ້າເປັນເເຕ່ເລື່ອງໄຮ້ສາລະ.

9.ພໍ່ເເມ່ຟ່າຟັນບັນຫາຮ້ອຍພັນປະການເພື່ອລູກ ເເຕ່ພໍລູກມີບັນຫາມັກຄືດໃດ້ເເຕ່ ທໍ້ຖອຍຫົດຫູ່ເເລ້ວຢາກຕາຍ.

10.ຄໍາວ່າພໍ່ເເລະເເມ່ເປັນຄໍາທີ່ເຮາເວົ້າໃດ້ຕັ້ງເເຕ່ເກີດ ເເລ້ວເຮົາກຽມຫຍັງເພື່ອພໍ່ເເມ່ເເລ້ວຫລືຍັງ.