ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 24, 2008 | ມີ 24 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

1.ລອງໄປເບິ່ງຕາເວັນຕົກດິນຢ່າງຕັ້ງໃຈຢ່າງນ້ອຍປີລະຫນື່ງຄັ້ງ.

2.ຢ່າດູຖູກຄົນອື່ນ.

3.ເວົ້າຄຳວ່າ*ຂອບໃຈ*ໃຫ້ຫລາຍໆ.

4.ຊີວິດຢູ່ພາຍໃຕ້ຈຸດມຸ່ງຫມາຍຂອງຕົນເອງ.

5.ປະຕິບັດນຳຄົນອື່ນຄືກັບຄົນອື່ນປະຕິບັດນຳຕົນເອງ.

6.ບໍລິຈາກເລືອດ.

7.ຄົບຫາເພື່ອນໃຫມ່ເເລະລຳລຶກເຖິງເພື່ອນເກົ່າສະເຫມີ.

8.ຮູ້ຈັກເກັບຄວາມລັບ.

9.ຍອມຮັບຄວາມຜິດພາດຂອງຕົນ.

10.ຈົງສະເເດງຄວາມກ້າຫານເຖິງວ່າຈະບໍ່ໃດ້ເປັນຄົນກ້າຫານ.

11.ຢ່າເປັນຄົນຂີ້ລັກ.

12.ອ່ານຫນັງສືທຳມະຢ່າງຈິງຈັງຢ່າງນ້ອຍປີລະຫນື່ງຄັ້ງ.

13.ຮຽນຮູ້ທີ່ຈະຟັງ.

14.ຢ່າຫມົດຄວາມຫວັງກັບຊີວິດ.

15.ຢ່າສວດມົນເພື່ອຂໍສິ່ງໃດ.

16.ຮູ້ຈັກເກັບອາລົມເມື່ອໂມໂຫ.

17.ມີບຸກຄະລິກທີ່ດີເມື່ອຢ່າງເຂົ້າຫ້ອງເຮັດວຽກ.

18.ຍອມເສຍສິ່ງນ້ອຍໆເພື່ອຫວັງໃນສິ່ງທີ່ດີກ່ວາ.

19.ຢ່າຄົບຫາກັບບຸກຄົນທີ່ບໍ່ເຄີຍສູນເສຍໃດໆເລີຍ.

20.ຢ່ານິນທາຫລັບຫລັງ.

21.ເມື່ອຜະເຊີນຫນ້າກັບງານຫນັກ ຈົ່ງປະຕິບັດກັບມັນຄືກັບວ່າເປັນໄປບໍ່ໃດ້ທີ່ມັນຈະຫລົ້ມເຫລວ.

22.ຢ່າຄຶດວ່າຊີວິດນີ້ຈະຍຸດຕິທຳສະເຫມີໄປ.

23.ຢ່າປະເມີນອຳນາດຂອງການໃຫ້ອະໄພຕໍ່າເກີນໄປ.

24.ເລື່ອງຂອງມື້ນີ້ກໍ່ຕ້ອງເຮັດໃຫ້ເເລ້ວໃນມື້ນີ້.

25.ບໍ່ຕ້ອງຍ້ານທີ່ຈະກ່ວາຄຳວ່າ*ຂໍໂທດ*.

26.ບໍ່ຕ້ອງຍ້ານທີ່ຈະກ່ວາຄໍາວ່າເຮາ*ບໍ່ຮູ້*.

27.ຂຽນເລື່ອງທີ່ເຮົາຢາກຮູ້ກ່ອນຕາຍ 25 ຂໍ້ ເເລະນຳມັນຕິດຕົວໄປຕະຫລອດ.

28.ໂທລະສັບຫາ ພໍ່ເເມ່ ເເດ່ ບໍ່ເເມ່ນໂທຫາເເຕ່ຜູ້ສາວ....55555+++

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 1, 2008 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເມື່ອເຮົາເວົ້າເຖິງຄວາມຮັກເຮົາມັກຄືດເຖີງເເຕ່ຄວາມຮັກທີ່ມອບໃຫ້ເເຕ່ຄົນອື່ນ ເກືອບວ່າບໍ່ມີໃຜທີ່ຈະເວົ້າເຖິງຄວາມຮັກທີ່ມີໃຫ້ກັບຕົວເອງເລີຍ

ໃນສາຍຕາຂອງຄົນຈໍານວນຫລາຍເຫັນການມອບຄວາມຮັກໃຫ້ກັບຕົວເອງມັນເບີ່ງຄືການເຫັນເເກ່ຕົວ

ເເລ້ວເເມ່ນເເທ້ບໍ

ເເຕ່ທີ່ເເທ້ເເລ້ວການຮັກຕົວເອງກັບການເຫັນເເກ່ຕົວບໍ່ຄືກັນ

ການຮັກຕົວເອງເປັນສັນຊາດຕະຍານຫນື່ງທີ່ທຳມະຊາດສ້າງຂື້ນເພື່ອໃຫ້ຄົນເຮົາຢູ່ລອດເມື່ອສັງຄົມໃດ້ມີການທະວີຄວາມຊັບຊ້ອນຂື້ນ ການຮັກຕົວເອງກໍ່ລົດລະດັບໄປເປັນການເຫັນເເກ່ຕົວຊື່ງເປັນທີ່ບໍ່ມັກຂອງທຸກຄົນໄປ.

ການຮັກຕົວເອງຄືການຮັກກາຍະພາບຂອງຕົນ.ບໍ່ວ່າເກີດມາຫລໍ່ຫລືບໍ່.ສູງຫລືເຕ້ຍ ເຮົາກໍ່ສາມາດຍອມຮັບມັນມາໃດ້ເເຕ່ທໍາອິດທີ່ເກີດມາ.

ການຮັກຕົວເອງຄືການບໍ່ທໍາຮ້າຍຕົວເອງທາງຮ່າງກາຍເເລະຈິດໃຈ.ບໍ່ໃສ່ສານພິດເຂົ້າໄປໃນຮ່າງກາຍໂດຍບໍ່ຈຳເປັນ.ບໍ່ດື່ມເຫລົ້າ ສູບຢາຈົນເກີນຈຸດທີ່ຮ່າງກາຍຈະຮັບໃດ້.ບໍ່ກິນອາຫານຢ່າງໂລເລຈົນກະເພາະອາຫານຮັບບໍ່ໃດ້ໃ

ການຮັກຕົວເອງເເມ່ນການບໍ່ຕື່ມເເນວທີ່ເຮັດໃຫ້ເຮົາເຈັບຫົວໃຫ້ຕົວເອງ ບໍ່ລະບາຍອອກເມື່ອໃຈຮ້າຍເຊີ່ງຈະພິດຈະລາມມາເຖິງຮ່າງກາຍ

ເເລະຫລາຍຫລາຍຄົນບໍ່ເຂົ້າໃຈການຮັກຕົວເອງເເມ່ນການໃຫ້ອະໄພຕົວເອງ.

ຄົນທຸກຄົນລ້ວນເຄີຍເຮັດເລື່ອງບໍ່ດີ1ເລື່ອງຫລືອບໍ່ກໍ່2ເລື່ອງໃນຊີວິດ .

ບາງຄົນເຮັດເລື່ອງບໍ່ດີເເຕ່ຍັງນ້ອຍກໍ່ເລື່ອງທີ່ຕົວອງພິດພາດໄປເເລ້ວເເລະຈົດຈຳຝັງໃຈຈົນອາຍຸເຖົ້າຈົນຈະຕາຍຢູ່ເເລ້ວກໍ່ຍັງບໍ່ໃຫ້ອະໄພຕົວເອງ.

ໂຈນຮ້າຍທີ່ຂ້າຄົນມາຫລາຍຄົນເມື່ອກັບໃຈຍັງໃດ້ຮັບການໃຫ້ອະໄພຈາກຄົນຈຳນວນຫນື່ງ.

ເຮົາຈະຮັກຄົນອື່ນເເນວໃດໃດ້ຖ້າຍັງບໍ່ສາມາດຮັກຕົວເອງ.

ຖ້າຮັກຕົວເອງເເທ້ກໍ່ຕ້ອງຍອມໃຫ້ອໄພຕົວເອງເເລ້ວເດີນຫນ້າສູ້ກັບຊີວິດທີ່ເຫລືອ.

ມີເເຕ່ເຮົາເທົ່ານັ້ນທີ່ສາມາດຕັດສິນໃຈປ່ຽນເເປງຊີວິດຂອງເຮົາເອງໃດ້ເພາະວ່າເຮົາຕ້ອງລົງມືດ້ວຍຕົວເຮົາເອງ

ເຂົ້າໃຈ ຮຽນຮູ້ ປ່ຽນເເປງ ເເລ້ວກ້າວໄປຂ້າງຫ້ນາ

 

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 14, 2008 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

************************************************************************

 

ປ່ອຍໃຫ້ຕົວເອງອ່ອນເເອເເດ່

ບໍ່ຈໍາເປັນຕ້ອງເຂັ້ມເເຂງຕະຫລອດເວລາ

ບາງທີເຮົາເກັບຄວາມເຂັ້ມເເຂງເອົາໃວ້

ຄວາມອອ່ນເເອມັນຈະມີກໍາລັງເຂັ້ມເເຂງ

ເເລະທໍາຮ້າຍເຮົາໃດ້ງ່າຍຂື້ນ.

ໃນວັນທີ່ເຮົາອ່ອນເເອກໍ່ຍອມຮັບເຖີດວ່າເຮົາອອ່ນເເອ

ບໍ່ຕ້ອງດັນທຸລັງບອກຕົວເອງຍັງໄຫວຢູ່

ໃນວັນທີ່ເຮົາຮູ້ສືກພ່າຍເເພ້ກະຍອມຮັບເຖີດວ່າເຮົາບໍ່ຊະນະ

ບໍ່ຕ້ອງຫລອກຕົວເອງເພື່ອຈະໃດ້ເປັນຄົນເຂັ້ມເເຂງ

ຄວາມອ່ອນເເອບໍ່ໃດ້ເປັນຕົວລັງກຽດເເຕ່ຢ່າງໃດ

ຖ້າເຮົາເຮັດດີທີ່ສຸດເເລ້ວກໍ່ຫມາຍຄວາມວ່າເຮົາໃດ້ໃຊ້ຊີວິດຄຸ້ມຄ່າເເລ້ວ

ຖ້າເຮົາເຮັດດີທີ່ສຸດເເລ້ວກໍ່ບໍ່ເຫັນທີ່ຈະຕ້ອງເສຍດາຍເວລາເລີຍ

ຖ້າເຮົາເຮັດດີທີ່ສຸດເເລ້ວຈະພ່າຍເເພ້ຫລືຊະນະກໍ່ບໍ່ເເມ່ນເລື່ອງໃຫ່ຍ

......ເຮົາເຄີຍຍອມຮັບເເລ້ວຫລືຍັງວ່າເຮົາອອ່ນເເອ......

********************************************************************

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 12, 2008 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

1.ໃຜໃຜກໍ່ສາມາດຫາເລືອກຫມາຫນ້າຮັກຫນ້າຮັກມາລ້ຽງໃດ້.

2.ຫມາບໍ່ເວົ້າຫລາຍ.

3.ຫມາບໍ່ຍອມໃຫ້ບົດຄວາມໃນໂທລະພາບມາສອນວິທີການດໍາລົງຊີວິດຂອງມັນ.

4.ຫມາບໍ່ມັກໄປຊອກຊື້ເຄື່ອງ.

5.ຫມາບໍ່ເຄີຍເວົ້າເລື່ອງຢາກມີສີ່ງຂອງທີ່ຫມາບ້ານອື່ນມີໃຫ້ເຮົາຟັງ.

6.ຫມາບໍ່ຢາກໃດ້ຂອງຂວັນໃນວັນເທດສະການຕ່າງຕ່າງ.

7.ຫມາຍົກໂທດໃຫ້ເຮົາເວລາເຮົາໄປຫລີ້ນກັບຫມາຕົວອື່ນສະເຫມີ.

8.ນໍ້າຫນັກຂອງຫມາບໍ່ເພີ່ມຂື້ນເມື່ອອາຍຸຂອງມັນຫລາຍຂື້ນ.

9.ເຮົາບໍ່ຕ້ອງເສຍເວລາກັບຫມາ ເພາະວ່າມັນພ້ອມທີ່ຈະເຮັດທຸກຢ່າງພ້ອມກັບເຮົາຢູ່ເເລ້ວ.

10.ຫມາບໍ່ຮຽກຮ້ອງຫຍັງຫລາຍໃນການກິນອາຫານຂອງມັນ.