ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 14, 2008 | ມີ 12 ຄຳເຫັນ ແລະ 0 trackback(s)

ບໍ່ສໍາຄັນທີ່ວ່າ...ເຈົ້າຂັບລົດຢີ່ຫໍ້ຫຍັງ

ເເຕ່ສໍາຄັນຢູ່ບ່ອນວ່າ...ເຈົ້າເຄີຍໃຫ້ຄົນບໍ່ມີລົດນັ່ງມານໍາຈັກເທື່ອ

ບໍ່ສໍາຄັນທີ່ວ່າ...ເຈົ້າເຮັດວຽກເລີຍເວລາຂະຫນາດໃດ

ເເຕ່ສໍາຄັນຢູ່ບ່ອນວ່າ...ເຈົ້າໃຫ້ເວລາກັບຄອບຄົວເເລະຄົນທີ່ເຈົ້າຮັກຫລາຍຊໍ່າໃດ

ບໍ່ສໍາຄັນທີ່ວ່າ...ເຈົ້າມີເຄື່ອງນຸ່ງດີດີຫລາຍປານໃດ

ເເຕ່ສໍາຄັນຢູ່ບ່ອນວ່າ...ເເລ້ວເຈົ້າເຄີຍໃຫ້ເຄື່ອງນຸ່ງເເກ່ຄົນທີ່ບໍ່ມີຫລືຂາດເເຄນເຄື່ອງນຸ່ງເເລ້ວຈັກຊຸດ

ບໍ່ສໍາຄັນທີ່ວ່າ...ເຈົ້າມີຖານະອີ່ຫຍັງໃນສັງຄົມ

ເເຕ່ສໍາຄັນຢູ່ບ່ອນວ່າ...ເຈົ້າວາງຕົວເຈົ້າເອງຢູ່ໃນລະດັບໃດ

ບໍ່ສໍາຄັນທີ່ວ່າ...ເຈົ້າຈະມີສັບສິນຫລາຍພຽງໃດ

ເເຕ່ສໍາຄັນຢູ່ບ່ອນວ່າ...ສິ່ງທີ່ເຈົ້າມີມັນມີອໍານາດຊີ້ຂາດຊີວິດເຈົ້າຊໍ່າໃດ

ບໍ່ສໍາຄັນທີ່ວ່າ...ເງິນເດືອນເຈົ້າຈະສູງເທົ່າໃດ

ເເຕ່ສໍາຄັນຢູ່ບ່ອນວ່າ...ເຈົ້າຕ້ອງໃດ້ເສຍອຸດົມການເພື່ອໃຫ້ໃດ້ມັນມາຫລືບໍ່ເທົ່ານັ້ນ

ບໍ່ສໍາຄັນທີ່ວ່າ...ເຈົ້າໃດ້ເລື່ອນຕໍ່າເເຫນ່ງຈັກຂັ້ນເເລ້ວ

ເເຕ່ສໍາຄັນຢູ່ບ່ອນວ່າ...ເຈົ້າເຄີຍສະຫນັບສະຫນູນໃຫ້ໃຜໃດ້ເລື່ອນຂັ້ນເເລ້ວຫລືຍັງ

ບໍ່ສໍາຄັນທີ່ວ່າ...ເຈົ້າມີຕໍ່າເເຫນ່ງການງານເເນວໃດ

ເເຕ່ສໍາຄັນຢູ່ບ່ອນວ່າ...ເຈົ້າເຮັດວຽກສຸດຄວາມສາມາດເເລ້ວຫລືຍັງ

ບໍ່ສໍາຄັນທີ່ວ່າ...ເຈົ້າຈະມີຫມູ່ຈັກຄົນ

ເເຕ່ສໍາຄັນຢູ່ບ່ອນວ່າ...ເຈົ້າໃດ້ເປັນເພື່ອນເເທ້ກັບໃຜເເລ້ວຫລືບໍ່

ບໍ່ສໍາຄັນທີ່ວ່າ...ເຈົ້າຮຽກຮ້ອງເເລ້ວປົກປ້ອງສິດຂອງຕົວເອງເເນວໃດ

ເເຕ່ສໍາຄັນຢູ່ບ່ອນວ່າ...ເຈົ້າໃດ້ຊ່ອຍເເລະປົກປ້ອງສິດຂອງຂອງຄົນອື່ນເເລ້ວຫລືຍັງ

ບໍ່ສໍາຄັນທີ່ວ່າ...ສີ່ງທີ່ເຈົ້າເຮັດສອດຄ່ອງກັບສີ່ງທີ່ເຈົ້າເວົ້າຈັກເທື່ອ

ເເຕ່ສໍາຄັນຢູ່ບ່ອນວ່າ...ມີບໍ່ຈັກເທື່ອທີ່ຄໍາເວົ້າຂອງເຈົ້າບໍ່ສອດຄ່ອງກັບການກະທໍາ

ບໍ່ສໍາຄັນທີ່ວ່າ...ໃຜຮັກໃຜຫລາຍກ່ວາ

ເເຕ່ສໍາຄັນຢູ່ບ່ອນວ່າ...ເຮົາເຂົ້າໃຈກັນຫລືຍັງ

ບໍ່ສໍາຄັນທີ່ວ່າ...ໃຜຄືດຮອດໃຜຫລາຍກ່ວາກັນ

ເເຕ່ສໍາຄັນຢູ່ບ່ອນວ່າ...ເມື່ອຕ້ອງໃດ້ຫ່າງກັນຈະຍັງຄືດຮອດເເລະຫ່ວງໃຍກັນບໍ່