
ຂຽນເມື່ອ: ພ.ພ.. 24, 2010
| ມີ
12 ຄຳເຫັນ
ແລະ
0 trackback(s)
ຄຳວ່າເຈັບ ເສຍໃຈ ມີໃຫ້ພົບ
ຄຳວ່າຈົບ ເລີກລາ ມີໃຫ້ເຫັນ
ຄຳວ່າຈາກ ພາກກັນ ກໍ່ຕ້ອງເປັນ
ເມືອທົນ ເຫັນ ສິ່ງທີ່ມີ ນັ້ນບໍ່ໄຫວ
ຫາກຄວາມຮັກ ທີ່ໃຫ້ກັນ ໝົດສິ້ນໄປ
ຫາກຄົນໃໝ່ ທີ່ເຂົາເຫັນ ດີກ່ວາເຮົາ
ຫາກເລີກກັນ ເຮັດທຸກຢ່າງ ດີກ່ວາເກົ່າ
ປ່ອຍໃຫ້ເຂົາ ມີຄົນໃໝ່ ຢ່າໄປຂວາງ
ມີນ້ຳຕາ ລິນໄຫຼ ເພາະເຈັບຊ້ຳ
ມີຖ້ອຍຄຳ ບາດໃຈ ໃຫ້ຫ່ວງຫາ
ມີຄວາມເຈັບ ແທນຄຳ ທີ່ບອກລາ
ມີເວລາ ທົນທຸກ ຕ້ອງສູ້ໄປ