
ຂຽນເມື່ອ: ທ.ວ.. 6, 2011
| ມີ
4 ຄຳເຫັນ
ແລະ
0 trackback(s)
ຮອດຍາມແລງແສງແດດຄ້ອຍ ໝູ່ນົກນ້ອຍກັບຄືນຮັງ
ປະຊາຊົງຕ່າງໄຫຼຫຼັ່ງ ກັບຈາກຮົ້ວສວນໄຮ່ນາ
ບາງຄົນມີຫາບນ້ອຍ ພ້ອມທັງ ຄຸ ແລະ ແຫ ມອງ
ບາງຄົນກໍ່ຂັບຮ້ອງ ຕາມທຳນອງຊາວໄຮ່ນາ
ບັນຍາກາດຍາມແດດລັບ ພ້ອມກັບສຽງສົນທະນາໝູ່
ທັງສຽງຫົວ ທັງຍິ້ມແຍ້ມ ເຫັນແລ້ວແສນສະອອນ
ພ້ອມກັນຍ່າງເປັນກ້ອນກູ່ມ ຈູງງົວ ຄວາຍມາເຂົ້ານອນ
ຕາມທຳມະຊາດທີ່ອອນຊອນ ຂອງພວກເຮົາຊາວບ້ານນາ