![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ກ.ລ.. 23, 2012
| ມີ
8 ຄຳເຫັນ
ແລະ
0 trackback(s)
ມີຄະນະນັກຮຽນແພດກຸ່ມຫນື່ງ ກຳລັງຈະເລີ້ມຮຽນການຊັນນະສູດສົບ ເປັນຄັ້ງທຳອິດ ເມື່ອນັກສຶກສາແພດຊັນນະສູດສົບ ມາພ້ອມຫນ້າກັນເປັນທີ່ຮຽບຮ້ອຍແລ້ວ ອາຈານໄດ້ໃຊ້ນິ້ວຊີ້ແຍ່ເຂົ້າໄປໃນກົ້ນສົບ ແລ້ວເອົາມາອົມໃສ່ປາກ ນັກຮຽນແພດ ພາກັນຕະລຶງກັບເຫດການດັ່ງກ່າວ ແລ້ວອາຈານກໍ່ເວົ້າວ່າ: ການທີ່ຈະເປັນແພດສັນນະສູດສົບໄດ້ຕ້ອງເຮັດແບບນີ້ໄດ້ ແລ້ວນັກຮຽນກໍ່ພາກັນເຮັດຫນ້າເຫມືອນຈະຮາກ ແຕ່ກໍ່ຈຳໃຈ ຕ້ອງ ພາກັນເອົານິ້ວມືໄປແຍ່ກົ້ນຄົນຕາຍ ແລ້ວເອົາມາອົມ ເທື່ອລະຄົນຈົນຄົບ ແລ້ວອາຈານກໍ່ເວົ້າວ່າ : ການທີ່ຈະເປັນ ນັັກຮຽນແພດທີ່ດີນັ້ນຕ້ອງຊ່າງສັງເກດ ແລະ ຕາໄວນຳອີກ ເພາະຫາກທຸກຄົນສາຍຕາໄວ ຈະເຫັນໄດ້ວ່າ ອາຈານເອົານິ້ວ ຊີ້ແຍ່ ກົ້ນສົບ ແຕ່ອາຈານອົມນິ້ວກາງ. (ເວນກຳສຳລັບນັກຮຽນ)
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ກ.ລ.. 23, 2012
| ມີ
3 ຄຳເຫັນ
ແລະ
0 trackback(s)
![](./images/icons/category.gif) ໜວດໝູ່:
ທັມມະ
ບຸນ (puñña: merit, meritorious, is a popular term for karmically wholesome (kusala) action. Opposite terms: apuñña, “ demerit”; pāpa, “ bad”, evil.) (ປຸນຍະ) ແປວ່າ ສິ່ງທີ່ຊຳຮະຈິຕສັນດານໃຫ້ໝົດຈົດ. ບຸນຄື ຄວາມດີ, ຄວາມຖືກຕ້ອງ, ຄວາມສະອາດ, ກັມດີ, ກັມງາມ, ເມື່ອກະທຳແລ້ວ ເປັນເຫດໃຫ້ຜູ້ກະທຳມີຈິຕໃຈສະບາຍ ມີຄວາມສຸກ ຄວາມຈະເລີນກ້າວໜ້າ ມີຄວາມບໍລິສຸດຜ່ອງໃສ ຈົນເປັນເຫດໃຫ້ເຖິງສຸຄະຕິພູມ(ເກີດໃນພົບພູມດີ) ແລະເຖິງຄວາມສິ້ນໄປແຫ່ງກິເລສໄດ້ ມີຄວາມໝາຍກົງກັນຂ້າມກັບບາບ. ການກະທຳທີ່ຈັດເປັນບຸນໄດ້ແກ່ ການທຳກຸສົລຄື ກັມດີ ເຊັ່ນ: ການໃຫ້ທານ, ຮັກສາສີລ, ການຈະເລີນພາວະນາ ແລະຄວາມດີອື່ນໆ ຖ້າເວົ້າໂດຍຫຍໍ້ມີ ໓ ຖ້າເວົ້າໂດຍພິດສະດານມີ ໑໐ ປະການ ເອີ້ນວ່າ ບຸນກິຣິຍາວັດຖຸ. ບຸນກິຣິຍາວັດຖຸ ໝາຍເຖິງ ເຫດອັນເປັນທີ່ຕັ້ງແຫ່ງການເຮັດບຸນ, ເຫດເກີດບຸນ, ວິທີການເຮັດບຸນ, ວິທີທີ່ເມື່ອເຮັດລົງໄປແລ້ວໄດ້ຊື່ວ່າເຮັດບຸນ ແລະຈະໄດ້ຜົນເປັນຄວາມສຸກ ມີດັ່ງນີ້: ວ່າໂດຍຫຍໍ້ມີ ໓ ປະການຄື: ໑. ທານະມັຍ : ການໃຫ້ທານ ໒. ສີລະມັຍ: ການຮັກສາສີລ ໓. ພາວະນາມັຍ: ການອົບຮົມຈິຕໃຈ ວ່າໂດຍພິດສະດານ ມີ ໑໐ ປະການຄື:
໑-໓. ຄືກັນກັບຂ້າງຕົ້ນ ໔. ອະປະຈາຍະນະມັຍ: ການອ່ອນນ້ອມຖ່ອມຕົນ ໕. ເວຍຍາວັຈມັຍ(ອ່ານວ່າ ເວີຍຍາວັດຈະມັຍ): ການຊ່ວຍເຫຼືອຜູ້ອື່ນ ໖. ປັຕຕິທານາມັຍ: ການແຜ່ສ່ວນບຸນ ໗. ປັຕຕານຸໂມທະນາມັຍ: ການອະນຸໂມທະນາບຸນ ໘. ທັມມັດສະວະນະມັຍ: ການຟັງທັມ ໙. ທັມມະເທສນາມັຍ: ການສະແດງທັມ ໑໐. ທິຕຖຸຊຸກັມ: ການທຳຄວາມເຫັນໃຫ້ກົງ(ໃຫ້ຖືກຕ້ອງ) ບຸນຈະເກີດຂື້ນໄດ້ ຍ້ອນມີທີ່ມາດັ່ງທີ່ກ່າວມາຂ້າງເທິງນີ້. ກຸສົລ(kusala: karmically “wholesome” or “profitable”, salutary, morally good,(skillful) (ກຸສະລະ) ອ່ານວ່າ ກຸສົນ ໝາຍເຖິງຄວາມສະຫຼາດ, ສິ່ງທີ່ຕັດຄວາມຊົ່ວ. ກຸສົລ ວ່າໂດຍທົ່ວໄປແລ້ວໝາຍເຖິງຄວາມດີ, ຄວາມງາມ, ສິ່ງທີ່ດີ ນິຍົມໃຊ້ກັບຄຳວ່າ ບຸນ ເປັນ ບຸນກຸສົລ ແລະຄູ່ກັບຄຳວ່າ ກັມ ເປັນ ກຸສົລກັມ ເຊິ່ງມີຄວາມໝາຍວ່າບຸນ, ຄວາມດີ, ກັມດີເໝືອນກັນ. ເກີດເປັນຄົນ ຄວນສ້າງກຸສົລໃຫ້ຫຼາຍໆເອົາໄວ້ນັ້ນລະດີ . ສ້າງກຸສົລໃຫ້ຫຼາຍໃນທີ່ນີ້ ກໍຄື ເຮັດບຸນໄວ້ໃຫ້ຫຼາຍນັ້ນເອງ. ກຸສົລຫຼືບຸນ ທີ່ຄວນທຳຄື: ທານ, ສີລ, ພາວະນາ ຫຼື ກຸສົລກັມມະບົດ ໑໐ ປະການເປັນຕົ້ນ.
ສະຫຼຸບແລ້ວ ຄຳວ່າ ບຸນ ແລະກຸສົລ ເປັນຄຳທີ່ເປັນໄວພົດກັນ ຄ້າຍຄືກັນ ເມື່ອທ່ານສ້າງບຸນ ກໍຈະໄດ້ກຸສົລ ເມື່ອທ່ານສ້າງກຸສົລກໍຈະໄດ້ບຸນເຊັ່ນດຽວກັນ. ຫົນທາງສ້າງບຸນສ້າງກຸສົລທີ່ສູງສຸດນັ້ນ ຄືການເຮັດໃຫ້ໃຈປະກອບດ້ວຍ ມະຫາກຸສົລຈິຕ ຢູ່ສະເໝີ ດ້ວຍການຝຶກສະຕິ ຫຼືການຈະເລີນພາວະນາ ຢ່າງບໍ່ປະໝາດ.
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ກ.ລ.. 23, 2012
| ມີ
3 ຄຳເຫັນ
ແລະ
0 trackback(s)
![](./images/icons/category.gif) ໜວດໝູ່:
ທັມມະ
ການທີ່ເຮົາເບິ່ງໂລກດ້ວຍຈິດໃຈທີ່ໃສສະອາດ…ໂລກທັງໂລກມັນກໍໃສສະອາດ…ແມ່ນບໍ່ ? ມັນຂຶ້ນຢູ່ກັບໃຈເຮົາທີ່ເລືອກສິເບິ່ງໂລກໃນແງ່ມຸມໃດ..ມັນບໍ່ໄດ້ຂຶ້ນຢູ່ກັບໂລກ…ໂລກມັນເປັນແນວໃດ..ມັນກໍເປັນຂອງມັນແນວນັ້ນແລະ ບໍ່ປ່ຽນແປງຫຍັງ..ມັນຂຶ້ນກັບໃຈເຮົາຕ່າງຫາກທີ່ສິເລືອກເບິ່ງໂລກໃນມຸມໃດ… ເຮົາມັກເຫັນສື່ຕ່າງໆດັ່ງປະເທດພື່ອນບ້ານອອກມາໃຫ້ເຫັນບໍ່ເວັ້ນແຕ່ລະວັນ ແລະເວົ້າວ່າ: ‘’ ພຣະທີ່ວັດບໍ່ດີ…ຄູອາຈານມັກດ່າ…ຜູ້ພິພາກສາມັກກິນສິນບົນ…ຫມໍມັກຂູດຮີດຄ່າຮັກສາປິ່ນປົວ…‘’ ແມ່ຕູ້ເຕືອນເຮົາໄວ້ວ່າ: ບໍ່ມີພຣະບໍ່ດີດອກລູກ...ເພາະຄົນທີ່ບໍ່ດີບໍ່ແມ່ນພຣະ ບໍ່ມີຄູອາຈານທີ່ມັກດ່າ…ເພາະຄົນທີ່ມັກດ່າບໍ່ແມ່ນຄູ ບໍ່ມີຜູ້ພິສາທີ່ມັກກິນສິນບົນ…ເພາະຄົນທີ່ກິນສິນບົນບໍ່ແມ່ນຜູ້ພິພາກສາ ບໍ່ມີຫມໍທີ່ຂູດຮີດຄ່າປິ່ນປົວດອກ…ເພາະຄົນທີ່ຂູດຮີດຄ່າປິ່ນປົວບໍ່ແມ່ນຫມໍ ບໍ່ມີໃຜຜິດໃຜຖືກດອກລູກ ທຸກຄົນຕ່າງເປັນໄປຕາມຄັນລອງຂອງຕົນ
ຖ້າເຈົ້າພະຍາຍາມທີ່ຈະຄົ້ນຫາຄວາມຊົ່ວຂອງຄົນອຶ່ນ ຄວາມຊົ່ວທັງຫມົດສິມາໂຮມຢູ່ຫົວເຈົ້າ ປາກມີຫນ້າທີ່ເວົ້າ…ເຈົ້າສາມາດທີ່ຈະເລືອກໄດ້ລະຫວ່າງເວົ້າດີກັບເວົ້າຊົ່ວ ໃຈມີຫນ້າທີ່ຄິດ...ເຈົ້າສາມາດທີ່ຈະເລືອກໄດ້ລະຫວ່າງຄິດດີກັບຄິດຊົ່ວ ຢ່າເວົ້າຊົ່ວສິເປັນລາງປາກ…ຢ່າຄິດຊົ່ວສິເປັນລາງໃຈ ສິເຮັດຫຍັງທຳຫຍັງກໍຕາມ…ຂໍໃຫ້ຄິດໃນສິ່ງທີ່ດີ…ເວົ້າໃນສິ່ງທີ່ດີ…ເຮັດໃນສິ່ງທີ່ດີ.. ຊີວິດຂອງເຮົາກໍຈັກໄປດ້ວຍດີ …ແມ່ນບໍ? (ກ໋ອບປີ້ມາຈາກກຸ່ມທຳມະພາສາອັງກິດ)
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ກ.ລ.. 20, 2012
| ມີ
3 ຄຳເຫັນ
ແລະ
0 trackback(s)
ປັດໄຈທີ່ສົ່ງຜົນກະທົບຕໍ່ຄວາມສຸກມີຫລາຍປະການ, ມະຫາວິທະຍາໄລຮາວາດ (Harvard University) ປະກາດຜົນການວິໄຈວ່າ: ຄວາມເອື້ອເຟື້ອເຜື່ອແຜ່ແລະການຊ່ວຍເຫລືອຄົນອື່ນ, ຈະເຮັດໃຫ້ເກີດຄວາມສະບາຍໃຈຊື່ນໃຈແລະພາກພູມໃຈຂຶ້ນ, ແຕ່ໃນສັງຄົມປະຈຸບັນຜູ້ທີ່ຮູ້ຈັກຄວາມເອື້ອເຟື້ອເຜື່ອແຜ່ຫລຸດ ນ້ອຍລົງເລື່ອຍໆ. ຜູ້ທີ່ຄຳນວນວ່າ "ຕົວເອງຈະໄດ້ເທົ່າໃດ ເຮັດເຊັ່ນນີ້ຈະຄຸ້ມບໍ" ກັບເພີ່ມຫລາຍຂຶ້ນ, ເຮົາມັກໄດ້ຍິນຄຳວ່າ "ເມື່ອຍ" ບໍ່ວ່າເຮັດຫຍັງກໍຮູ້ສຶກເມື່ອຍໃຈ, ໜັກໃຈ, ລຳບາກໃຈ ກໍອາດເປັນເພາະເຮົາຄິດຫລາຍໄປແລະທຽບຄວາມເສຍປຽບໄດ້ປຽບຫລາຍເກີນ ໄປ, ຢາກໄດ້ຫລາຍແຕ່ບໍ່ຍອມເສຍແລະຫວັງໃຫ້ຄົນອື່ນເປັນຄົນບໍ່ເຫັນແກ່ ຕົວຍອມເສຍສະລະພາສາຈີນມີຄຳວ່າ "ເສີ່ເຕີ໋" ແປຕາມໂຕກໍຄື "ເສຍ-ໄດ້" ຕົວ "ເສີ່" ຢູ່ຂ້າງໜ້າ ສ່ວນຕົວ "ເຕີ໋" ໄວ້ຂ້າງຫລັງ ສະແດງວ່າ ຕັ້ງແຕ່ສະໄໝບູຮານ ຊາວຈີນກໍຮູ້ຈັກຄວາມສຳພັນລະຫວ່າງ "ໄດ້" ກັບ "ເສຍ" ແລ້ວ ນັ້ນກໍຄື ບໍ່ວ່າຈະໄດ້ຫຍັງ ຕ້ອງຍອມເສຍກ່ອນ ບໍ່ມີຫຍັງໄດ້ມາແບບລ້າໆ.
ອີກປະການໜຶ່ງທີ່ເຮັດໃຫ້ບໍ່ມີຄວາມສຸກຄື "ການບໍ່ຮູ້ຈັກພໍພຽງ" ພາສາຈີນມີຄຳພັງເພີຍວ່າ "ຈືຈູ໋ເຈີ່ສາງເລີ່" ແປວ່າ ຜູ້ທີ່ຮູ້ຈັກພໍພຽງຈະມີຄວາມສຸກຕະຫລອດເວລາ. ແຕ່ປະຈຸບັນພົບໄດ້ຍາກ ຜູ້ທີ່ຮູ້ຈັກຄວາມພໍພຽງລຸດນ້ອຍລົງເລື່ອຍໆ ຊື້ເຮືອນແລ້ວກໍຢາກໄດ້ຫລັງໃໝ່ທີ່ກວ້າງໃຫຍ່ຍິ່ງຂຶ້ນ, ມີວຽກເຮັດແລ້ວຍັງຢາກໄດ້ວຽກທີ່ມີລາຍໄດ້ຫລາຍກວ່າເກົ່າ, ມີເງີນແລ້ວຢາກມີເງີນຫລາຍຍິ່ງຂຶ້ນ,ຈົນກະທັ່ງບາງຄົນແຕ່ງງານແລ້ວ ຍັງຢາກຫາຄວາມຮັກນອກຄອບຄົວ ແລະຄິດວ່າຄວາມຄິດເຫລົ່ານີ້ເປັນເລື່ອງທຳມະດາ, ແຕ່ພວກພວກເຂົາບໍ່ໄດ້ຖາມຕົວເອງວ່າ ເມື່ອໄດ້ເຮືອນໃຫຍ່ ວຽກດີ ລາຍໄດ້ຫລາຍຂຶ້ນແລະມີເມຍນ້ອຍແລ້ວ ກໍຈະມີຄວາມສຸກແທ້ຫລືບໍ່ ແລະຄວາມມີໜ້າມີຕາບໍ່ໄດ້ໝາຍເຖິງການມີຄວາມສຸກເທົ່າກັນ
ການແຂ່ງຂັນແລະການປຽບທຽບເຮັດໃຫ້ຄົນເຮົາຂາດຄວາມເຊື່ອຖືລະຫວ່າງ ກັນຫລາຍຍິ່ງຂຶ້ ເຖິງວ່າການສື່ສານຈະພັດທະນາຫລາຍ ບໍ່ວ່າຈົດໝາຍອີເລັກໂທນິກ(ອີເມວ8, ໂທລະສັບມືຖື, ໄມໂຄບອ້ກ ....ເຮັດໃຫ້ການຕິດຕໍ່ລະຫວ່າງກັນເປັນເລື່ອງງ່າຍຫລາຍ, ແຕ່ຊາວໂລກມີຄວາມຮູ້ສຶກແບບດຽວກັນຄື: ໃຈຫ່າງໄກກັນຍິ່ງຂຶ້ນລູກຫລານບໍ່ມີເວລາກັບເຮືອນຢ້ຽມພໍ່ແມ່ຜູ້ ປົກຄອງ, ພໍ່ແມ່ບໍ່ມີເວລາພາລູກອອກໄປທ່ຽວ, ຜົວເມຍແຕ່ງງານແລ້ວຍຸ່ງກັບການເຮັດວຽກງານທັງມື້ຈົນບໍ່ມີເວລາກັບ ເຮືອນກິນເຂົ້ານຳກັນ. ໜຸ່ມສາວຫາແຟນຈາກອິນເຕີເນັດແລະລົມກັນກັນທາງເນັດໝໝົດຄືນແຕ່ບໍ່ ຍອມພົບກັນກັນ ແນ່ນອນວ່າຍ່ອມບໍ່ມີແຜນຈະແຕ່ງງານແລະສ້າງຄອບຄົວນຳກັນເຊື່ອວ່າ ກຸ່ມຄົນເຫລົ່ານີ້ຈະບໍ່ມີຄວາມສຸກ ເພາະເກືອບຈະສູນເສຍຄວາມສາມາດໃນການສະແວງຫາຄວາມສຸກທັງໝົດ ແລ້ວຄົົນທີ່ຢູ່ໃນເມືອງໃຫຍ່ໆ ຈະຕ້ອງກັງວົນເລື່ອງການຊື້ເຮືອນ ການລ້ຽງລູກ ການເບິ່ງແຍງພໍ່ແມ່ ການຂະຫຍັນເຮັດວຽກເພື່ອເລື່ອນຕຳແໜ່ງ ແລະການສ້າງມະນຸດສຳພັນກັບຄົນອື່ນ, ຈຶ່ງມີແຮງກົດດັນຫລາຍຈົນເກືອບບໍ່ມີເວລາຫາຄວາມສຸກໃຫ້ຕົນເອງ.
ຊີວິດທີ່ບໍ່ມີຄວາມສຸກຈະເຮັດໃຫ້ເກີດໂລກໄພໄຂເຈັບ ແລະອາຍຸສັ້ນລົງ, ແຕ່ຖ້າມີຄວາມສຸກຄວາມພໍໃຈຕໍ່ຊີວິດ ກໍຈະຫລຸດຄວາມສ່ຽງການເປັນພະຍາດຫລອດເລືອດ, ຫົວໃຈແລະອາການພູມແພ້ຕ່າງ ໆ ແລະເຮັດໃຫ້ອາຍຸຍືນຍາວຂຶ້ນ 7.5 ປີດ້ວຍ, ດັ່ງນັ້ນ ເຮົາຕ້ອງພະຍາຍາມຫາຄວາມສຸກຂອງຕົນໃຫ້ໄດ້ຄວາມສຸກສຳລັບຄົນສ່ວນ ໃຫຍ່ອາດໝາຍເຖິງວຽກດີ, ລາຍໄດ້ດີ, ຄອບຄົວດີ, ມີໝູ່ເພື່ອນດີ, ແຕ່ຖ້າສັງເກດດີ ໆ ຈະພົບວ່າ ບາງຄົນມີຄົບທຸກຢ່າງແລ້ວ ແຕ່ກໍບໍ່ມີຄວາມສຸກ ເພາະວ່າ ຄວາມສຸກຂອງກຸ່ມຄົົນທີ່ຕ່າງກັນມີຄວາມຫມາຍບໍ່ຄືກັນ ບາງຄົນເຫັນວ່າຄວາມສຸກຄືຄວາມລ່າເລີງແຈ່ມໃສ, ບາງຄົນເຫັນວ່າຄວາມສຸກຄືຈິດໃຈສະຫງົບ, ບາງຄົນເຫັນວ່າຄວາມສຸກຄືຢູ່ກັບຄູ່ຮັກຕະຫລອດຊີວິດ ແລະຢູ່ພ້ອມໜ້າທັງຄອບຄົວບາງຄົນເຂົ້າໃຈວ່າຄວາມດີໃຈຊື່ນໃຈຄື ຄວາມສຸກ, ແຕ່ຄວາມຈິງ ຄວາມສຸກຈະມີຄວາມຫມາຍເລິກກວ່ານັ້ນອີກ, ຢເຊັ່ນການເບິ່ງຮູບເງົາ ເບິ່ງລາຍການໂທລະພາບ, ຮັບປະທານອາຫານແຊບໆ, ກະທັ່ງການສູບຢາ, ອາດຈະເຮັດໃຫ້ບາງຄົນຮູ້ສຶກສຸກໃຈແລະສະບາຍໃຈ ແຕ່ຄົງບໍ່ສາມາດສ້າງຄວາມສຸກຖາວອນໄດ້.
ຄວາມສຸກຈະຂຶ້ນຢູ່ກັບຄວາມພໍໃຈຂອງຕົນມີຫລາຍນ້ອຍພຽງໃດ ຖ້າສາມາດຫລຸດຄວາມຢາກໄດ້ໃຫ້ນ້ອຍລົງ ແລະຮູ້ຈັກຄວາມພໍພຽງຫລາຍຂຶ້ນ ກໍຈະມີຄວາມສຸກຫລາຍຂຶ້ນ, ດັ່ງນັ້ນ ຜູ້ຊ່ຽວຊານດ້ານຈິດວິທະຍາສະເໜີໃຫ້ຄົນສະໄໝໃໝ່ຕ້ອງຮູ້ຈັກຄວາມພໍ ພຽງ ບໍ່ຕ້ອງທຸ້ມເທກຳລັງທັງໝົດໄປກັບການເຮັດວຽກງານ ເພາະບໍ່ມີວັນທີ່ຈະມີເງີນຫລາຍພໍພະຍາຍາມຈັດຫາເວລາໃຫ້ຕົວເອງນຳ, ໄປເຮັດຫຍັງທີ່ຕົນເອງມັກແລະຢາກເຮັດອາດຈະໄດ້ຄວາມສຸກຫລາຍຂຶ້ນ
ເມື່ອໄວ ໆ ນີ້ ສື່ມວນຊົນແຫ່ງໜຶ່ງຂອງຈີນປະກາດຜົນການສຳລວດວ່າ ປະຈຸບັນ ຄົນຈີນທີ່ຢູ່ໃນເມືອງໃຫຍ່ມີເວລາຜ່ອນຄາຍບໍ່ເຖິງ 3 ຊົ່ວໂມງຕໍ່ມື້ ກິດຈະກຳຜ່ອນຄາຍປະການທຳອິດຄືການເບິ່ງໂທລະພາບ, ປະການທີ່ 2 ຄືການຫຼີ້ນອິນເຕີເນັດ, ປະການທີ່ 3 ຄືການນອນ, ປະການທີ່ 4 ຄືຊ້ອບປິງ. ເພາະບໍ່ຄ່ອຍອອກກຳລັງກາຍ, ບໍ່ຍ່າງຫລິ້ນ ບໍ່ອ່ານຫນັງສື ບໍ່ຄ່ອຍນັດໝູ່ເພື່ອນອອກໄປທ່ຽວ ຈົນເຮັດໃຫ້ນ້ຳໜັກເພີ່ມຂຶ້ນເລື່ອຍໆ ມີໝູ່ເພື່ອນຫລຸດນ້ອຍລົງ.
ມະຫາວິທະຍາໄລວາວິກ (The University of Warwick) ປະກາດຜົນການວິໄຈໃນຄົນອາເມລິກາແລະອັງກິດຈຳນວນ 10, 000 ຄົນ ປາກົດວ່າ ເມື່ອທຽບກັບຄົນໜຸ່ມສາວແລ້ວ ຜູ້ທີ່ມີອາຍຸຫລາຍກວ່າ 50 ປີຂຶ້ນໄປຈະມີຄວາມສຸກຫລາຍກວ່າ, ເພາະມີແຮງກົດດັນແລະຄວາມຢາກໄດ້ຫລຸດນ້ອຍລົງ ມັກບໍ່ຕັ້ງເປົ້າໝາຍສູງ ໆ ສະແດງວ່າ ຍິ່ງຮູ້ຈັກຄວາມພໍພຽງຈະຍິ່ງມີຄວາມສຸກສູນວິໄຈເລກາທຸມ(Legatum Institute) ຂອງອັງກິດໄດ້ຄັດເລືອກປະເທດທີ່ມີຄວາມສຸກຫລາຍທີ່ສຸດ 5 ປະເທດໃນໂລກໂດຍ ອັນດັບທຳອິດຄື ນອກແວ ຊຶ່ງມີຊັບພະຍາກອນນ້ຳມັນແລະແກສ໌ທຳມະຊາດອຸດົມສົມບູນ ມີຈີດີພີເລ່ຍຕໍ່ຄົນສູງສຸດໃນໂລກ ຄື 53, 000 ດອນລາຕໍ່ປີ ຊາວນອກແວມີຄວາມເຊື່ອຖືຕໍ່ຄົນອື່ນ 94% ດີໃຈແລະພໍໃຈກັບສິ່ງແວດລ້ອມທີ່ສະອາດແລະສວຍງາມ 93% ເຫັນວ່າການຂະຫຍັນເຮັດວຽກຈະເຮັດໃຫ້ຊີວິດມີຄຸນນະພາບດີຍິ່ງຂຶ້ນ.
ອັນ ດັບທີ່ 2 ຄື ເດນມາກ ຊຶ່ງເປັນປະເທດທີ່ປະຊາຊົນທົ່ວໄປໄດ້ຮັບການສຶກສາລະດັບສູງ, ຊາວເດນມາກມີເສລີພາບຢ່າງເຕັມທີ່ ມີຄວາມຫມັ້ນໃຈຫລາຍຕໍ່ລັດຖະບານ ມີຄວາມເຊື່ອຖືຕໍ່ຄົນອື່ນ ເປັນປະເທດທີ່ຊີວິດຄວາມເປັນຢູ່ລະດັບສູງສຸດໃນໂລກ
ປະເທດ ອັນດັບທີ່ 3 ຄື ຟິນແລນ ປະຊາຊົນໄດ້ຮັບການສຶກສາລະດັບສູງ ແລະມີປະກັນການຮັກສາພະຍາບານທີ່ດີ ມີເສລີພາບຢ່າງເຕັມທີ່ ມີຄວາມຫມັ້ນໃຈໃນລັດຖະບານ ສັງຄົມມີຄວາມສະຫງົບຮຽບຮ້ອຍ
ອັນ ດັບທີ່ 4 ຄືອົດສະຕາລີ ປະຊາຊົນສາມາດໄດ້ຮັບການສຶກສາທີ່ດີຫລາຍ ມີເສລີພາບຢ່າງເຕັມທີ່ ມີຄວາມຫມັ້ນໃຈໃນລັດຖະບານ ມີຊັບພະຍາກອນອຸດົມສົມບູນແລະເສດ ຖະກິດພັດທະນາຢ່າງວ່ອງໄວ
ປະເທດ ທີ່ 5 ຄືນິວຊີແລນ ປະຊາຊົນສາມາດໄດ້ຮັບການສຶກສາຊັ້ນໜຶ່ງໃນໂລກ ຊາວນິວຊີແລນມີຄວາມໄວ້ວາງໃຈຕໍ່ກັນ ແລະຍິນດີໃຫ້ຄວາມຊ່ວຍເຫລືອແກ່ກັນ 94% ຮູ້ສຶກວ່າຮ່າງກາຍກັບສິ່ງແວດລ້ອມສອດຄ້ອງກັນຢ່າງດີ
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ກ.ລ.. 20, 2012
| ມີ
4 ຄຳເຫັນ
ແລະ
0 trackback(s)
![](./images/icons/category.gif) ໜວດໝູ່:
ອື່ນ ໆ
ຄົນຢູ່ໃນ ສັງຄົມນັ້ນຍ່ອມມີການຄົບຄ້າສະມາຄົມກັບຫຼາຍໆຄົນ, ບໍ່ມີຄົນໃດໃນໂລກນີ້ທີ່ຈະດໍາລົງຊີວິດຢູ່ຄົນດຽວໂດຍປາດສະຈາກ ເພື່ອນມິດສະຫາຍ. ນອກຈາກນັ້ນເມືອ່ມີເພື່ອນແລ້ວ ຄວນມີຄວາມຮັກແພງຊ່ວຍເຫຼືອຊຶ່ງກັນແລະກັນນໍາອີກໄດ໋!, ເວົ້າງ່າຍໆເວລາຍາມມີອັນໃດຂັດສົນກໍຊ່ວຍກັນແກ້ໄຂບັນຫາຊ່ວຍ ກັນ, ພ້ອມກັນເຮັດ-ພ້ອມກັນທຳມາຫາກິນຢູ່ໃນສັງຄົມ, ມີຄຳສຸພາສິດ-ຄຳຄົມບູຮານຂອງລາວຫຼາຍອັນທີ່ເວົ້າເຖິງຄວາມສາມັກຄີ ຮັກແພງກັນຂອງຄົນໃນສັງຄົມ, ຂໍຍົກຕົວຢ່າງອັນໜຶ່ງກໍຄື: " ຮົ້ວຫຼາຍຫຼັກຈຶ່ງໜັ້ນ ພີ່ນ້ອງຫຼາຍຊັ້ນຈຶ່ງດີ ".
ແຕ່ບໍ່ວ່າຢູ່ ໃນສັງຄົມຂອງປະເທດໃດກໍ່ຕາມຈະເປັນສັງຄົມທີ່ມີແຕ່ຄົນດີ ທັງໝົດນັ້ນເປັນໄປໄດ້ຍາກ, ເພາະມີບາງຄົນຕົກເປັນທາດຂອງກິເລດ, ຕົກເປັນທາດແຫ່ງສິ່ງຊົ່ວຮ້າຍຕ່າງໆ ເລີຍກາຍເປັນຄົນບໍ່ດີ. ການພົບປະຄົບຄ້າສະມາຄົນເຊິ່ງກັນແລະກັນເຮົາເອງຄວນເປັນຜູ້ ຮູ້ຈັກເລືອກເຝັ້ນສິ່ງທີ່ດີແລະສິ່ງທີ່ບໍ່ດີ, ຮູ້ຈັກມິດແລະສັດຕູ, ຖ້າຮູ້ແຍກສິ່ງເຫຼົ່ານີ້ໄດ້ກໍຈະມີໝູ່ເພື່ອນຄົນຮັກແພງທີ່ດີ ແລ້ວຊີວິດກໍຈະດີນໍາອີກໄດ໋!.
ກົງກັນຂ້າມຖ້າໄປພົວພັນກັບຄົນບໍ່ດີແລ້ວກໍມີແຕ່ຈະເຮັດໃຫ້ຊີວິດ ຂອງຕົນເອງນັບມື້ນັບໝົ່ນໝອງຄືດັ່ງສຸພາສິດບູຮານລາວເວົ້າວ່າ: " ຄົບຄົນດີມີສີແກ່ຕົວ ຄົບຄົນຊົ່ວພາຄົວໝົ່ນມອງ ".
ໝູ່ຄູ່ຫຼືວ່າໝູ່ເພື່ອນກໍ່ສໍາຄັນເຊັ່ນດຽວກັນ ຄວນເລືອກໃຫ້ມັກຄັກແນວໃດຈຶ່ງຖືວ່າເປັນເພື່ອນທີ່ດີ? ໃນປື້ມເຄັດລັບສູ່ຄວາມສຳເລັດທີ່ ທ່ານ ສີສະເຫີວຍ ຈັນທະວີສັກ ໄດ້ຂຽນໄວ້ວ່າ: ເພື່ອນທີ່ດີຄວນປົກປ້ອງເພື່ອນຜູ້ພາດພັ້ງໄປແລ້ວ, ປົກປ້ອງຊັບສົມບັດຂອງເພື່ອນຜູ້ພາດພັ້ງໄປແລ້ວ, ເມື່ອມີໄພກໍເປັນທີ່ອາໃສໄດ້, ເມື່ອເພື່ອນມີທຸລະກໍຊ່ວຍຊັບເກີນກວ່າທີ່ອອກປາກໄວ້, ໄຂຄວາມລັບຂອງຕົນເອງຕໍ່ເພື່ອນ, ປົກປິດຄວາມລັບຂອງເພື່ອນໄວ້ບໍ່ໃຫ້ແຜ່ຜ່າຍ, ບໍ່ຖອດຖີ້ມເພື່ອນໃນຍາມຫຍຸ້ງຍາກຂັດສົນ, ສະຫຼະຊີວິດແທນເພື່ອນໄດ້, ເກືອດຫ້າມບໍ່ໃຫ້ເພື່ອນທຳຄວາມຊົ່ວແນະນຳໃຫ້ເພື່ອນທຳແຕ່ຄວາມດີ, ເມື່ອເພື່ອນມີຄວາມສຸກກໍສຸກນຳມີຄວາມທຸກກໍທຸກນຳ, ໂຕ້ຖຽງຄົນທີ່ຕຳນິເພື່ອນເຫັນດີກັບຄົນທີສັນລະເສີນເພື່ອນ.
ຖ້າຜູ້ໃດທີ່ກໍລັງຕິດໝູ່ຕິດຄູ່ຫຼາຍກວ່າພໍ່-ແມ່ຫຼືວ່າຄົນທີ່ ຮັກແລະເປັນຫ່ວງຄວນເບີ່ງຄືນວ່າສິ່ງທີ່ເຮົາກໍາລັງເຮັດຫຼືວ່າ ປະຕິບັດ ກໍາລັງກະທໍາຢູ່ນີ້ມັນຖືກຕ້ອງແລ້ວບໍ່? ຫຼືວ່າໝູ່ເພື່ອນຂອງເຮົາມີຄຸນສົມບັດຄືທີ່ເວົ້າມາຫຼືບໍ່? ແຕ່ວ່າຖ້າຜູ້ໃດມີເພື່ອລັກຊະນະນີ້ແມ່ນໂຊກດີທີ່ສຸດລະ! ບັນດາລັກສະນະເລົ່ານີ້ຈະແມ່ນຄວາມຈິງຫຼືບໍ່ມັນຂື້ນຢູ່ກັບຄວາມ ເປັນຈິງ, ອ່ານແລ້ວໃຫ້ໃຊ້ພິຈາລະນາຍານແດ່ເດີ.
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ກ.ລ.. 20, 2012
| ມີ
3 ຄຳເຫັນ
ແລະ
0 trackback(s)
ອັນດັບທີ 10 ພະຍາດອາຫານເປັນພິດຈາກເຫັດພິດ ໃນໄລຍະລະດູຝົນທຸກປີຈະເປັນໄລຍະທີ່ມີເຫັດພິດເກີດຂຶ້ນເອງຕາມ ທຳມະຊາດເປັນຈຳນວນຫລາຍ ຊຶ່ງຫາກໃຜໄປຮັບປະທານເຫັດພິດເຫລົ່ານີ້ ໂດຍຮູ້ເທົ່າບໍ່ເຖິງການ ອາດບໍ່ສະບາຍໄດ້ ດ້ວຍພະຍາດອາຫານເປັນພິດໄດ້ ແລະອາດຮຸນແຮງເຖິງຂັ້ນເສຍຊີວິດໄດ້.
ອັນດັບທີ 9 ອັນຕະລາຍຈາກສັດມີພິດ ໃນໄລຍະນ້ຳຖ້ວມອາດມີສັດມີພິດເຊັ່ນ ງູ ຂີ້ເຂັບ ແມງງອດ ແມງເງົາໜີນ້ຳທ່ວມເຂົ້າມາອາໄສຢູ່ໃນບ້ານ ໃນເຮືອນຊຶ່ງຫາກບໍ່ລະວັງກໍອາດຖືກສັດເຫລົ່ານີ້ກັດ ຫລືຕອດໄດ້ ຄວນດູແລຮັກສາຄວາມສະອາດໃນເຮືອນ ຂອງທ່ານຫຼືຈັດໃຫ້ເປັນລະບຽບຮຽບຮ້ອຍ ເພື່ອບໍ່ໃຫ້ສັດມີພິດມາຢູ່ອາໄສຢູ່ ຫລືເປັນແຫລ່ງເພາະພັນແມງວັນໄດ້.
ອັນດັບທີ 8 ພະຍາດເຍື່ອຕາອັກເສບ ຫລື ພະຍາດຕາແດງ ເປັນອີກໜຶ່ງ ພະຍາດທີ່ພົບເລື້ອຍໃນໄລຍະລະດູຮ້ອນ ຊຶ່ງເກີດຈາກເຊື້ອໄວລັດ ແລະ ຕິດຕໍ່ກັນງ່າຍພຽງການສຳຜັດ ຫລື ໃຊ້ຂອງສ່ວນຕົວຮ່ວມກັນລວມທັງການໃຊ້ນ້ຳທີ່ບໍ່ສະອາດລ້າງໜ້າ ອາບນ້ຳ ນ້ຳເປືອນກະເດັນເຂົ້າຕາ ກໍເຮັດໃຫ້ເຍື່ອຕາອັກເສບ ແລະ ຕາແດງໄດ້ ຄວນລະວັງຢ່າໃຫ້ນ້ຳເປື້ອນກະເດັນເຂົ້າຕາ ຫາກມີນ້ຳນໍ້າເປືອນກະເດັນເຂົ້າຕາແລ້ວ ໃຫ້ຮີບລ້າງຕາດ້ວຍນ້ຳສະອາດທຸກເທື່ອທັນທີ. ຢ່າໃຊ້ມື ແຂນ ຫລື ຜ້າທີ່ເປືອນສີຕາ ຫລື ເຊັດຕາ. ຢ່າໃຊ້ສິ່ງຂອງຮ່ວມກັບຜູ້ທີ່ເປັນພະຍາດຕາແດງ ຫລືເຍື່ອຕາອັກເສບ.
ອັນດັບທີ 7 ພະຍາດໄຂ້ສະຫມອງອັກເສບເກີດຈາກເຊື້ອໄວຣັດໂດຍມີ " ຍຸງລາຍ " ຊຶ່ງແພ່ພັນຕາມແຫລ່ງນ້ຳໃນທົ່ງນາເປັນພາຫະນຳພະຍາດ ໂດຍຍຸງລາຍໄດ້ຮັບເຊື້ອມາຈາກ " ໝູ " ແລະເມື່ອມາກັດຄົນກໍຈະປ່ອຍເຊື້ອເຂົ້າສູ່ຮ່າງກາຍຄົນໄປດ້ວຍ ຫາກຄົນໄດ້ຮັບເຊື້ອແລ້ວມັກຈະບໍ່ມີອາການສະແດງໃຫ້ເຫັນ ແຕ່ໃນບາງຄົນອາດມີອາການໄຂ້ສູງ ເຈັບຫົວຫລາຍ ປວດຮາກ ແລະ ອ່ອນເພຍ ບາງຄົນທີ່ມີອາການຮຸນແຮງອາດບໍ່ຮູ້ສຶກຕົວ ແລະ ເສຍຊີວິດໄດ້. ພະຍາຍາມຢ່າໃຫ້ຖືກຍຸງກັດ ຄວນກຳຈັດແຫລ່ງເພາະພັນຂອງຍຸງເປັນປະຈຳ ທັງໃນໂທດອກໄມ້ ກະໂປະ ກະປ໋ອງ ຈານຮອງຕົ້ນໄມ້.
ອັນດັບທີ 6 ພະຍາດມາລາເລຍ ເກີດຈາກເຊື້ອໂປໂຕຊົວທີ່ມາກັບ " ຍຸງກົ້ນປ່ອງ " ຊຶ່ງມັກອາໄສຢູ່ໃນປ່າ ຜູ້ທີ່ເປັນພະຍາດຊະນິດນີ້ ຈະມີອາການໄຂ້ສູງ ໜາວສັ່ນເປັນໄລຍະ ແຕ່ຫາກໄປພົບແພດທັນກໍສາມາດປິ່ນປົວໃຫ້ເຊົາໄດ້ ແຕ່ຫາກໄປພົບແພດຊ້າ ອາດເກີດພາວະແຊກຊ້ອນ ເຊັ່ນ ພາວະມາລາເລຍຂຶ້ນສະຫມອງ ພາວະປອດບວມນ້ຳ ພາວະຫມາກໄຂ່ອັກເສບ ຊຶ່ງເຮັດໃຫ້ເສຍຊີວິດໄດ້ ວິທີປ້ອງກັນທີ່ດີທີ່ສຸດຄື ຢ່າໃຫ້ຕົວເອງຖືກຍຸງກັດ ເຊັ່ນ ອາດທາຢາກັນຍຸງ ຫລືນອນໃນມຸ້ງ.
ອັນດັບທີ 5 ພະຍາດໄຂ້ເລືອດອອກ ພາຫະນຳພະຍາດໄຂ້ ເລືອດອອກກໍຄື "ຍຸງລາຍ" ຊຶ່ງຫາກໄດ້ຮັບເຊື້ອປະມານ 5-8 ມື້ ຜູ້ປ່ວຍຈະມີອາການໄຂ້ສູງ ຕິດຕໍ່ກັນ 2-7 ມື້ ໜ້າແດງ ປວດຫົວ ປວດກ້າມເນື້ອ ປວດກະດູກ ບາງລາຍເບື່ອອາຫານ ເຈັບທ້ອງ ຮາກ ຈາກນັ້ນຈະມີຈຸດແດງນ້ອຍ ໆ ຂຶ້ນຕາມລຳຕົວ ຂໍ້ຄວນລະວັງຄື ຜູ້ປ່ວຍພະຍາດໄຂ້ເລືອດອອກ ຫ້າມກິນຢາແອດໄພລິນເດັດຂາດ ເພາະຈະເຮັດໃຫ້ເລືອດອອກໄດ້ງ່າຍຂຶ້ນ.
ອັນດັບທີ 4 ພະຍາດນ້ຳກັດຕີນກຸ່ມສ່ຽງຕໍ່ພະຍາດນີ້ຄືຄົົນທີ່ຕ້ອງຍ່າງໃນແຫລ່ງ ນ້ຳ ຄົົນທີ່ພັກອາໄສຢູ່ໃນພື້ນທີ່ນ້ຳຖ້ວມຂັງ ຫລື ຕ້ອງລຸຍນ້ຳຂັງໃນໄລຍະຝົນຕົກ ແຕ່ຫາກຈຳເປັນຕ້ອງຍ່າງລຸຍນ້ຳ ຄວນຮີບເຊັດຕີນໃຫ້ແຫ້ງທຸກເທື່ອ ຫາກຜິວໜັງເລີ່ມເປື່ອຍເກີດຕຸ່ມຄັນ ນ້ຳກັດຕີນຫລືມີບາດແຜໃຫ້ຮີບໄປພົບແພດ ເພື່ອປິ່ນປົວອາການດັ່ງກ່າວ.
ອັນດັບທີ 3 ພະຍາດເລບໂຕດໄປໂລຊິດ ຫລື ໄຂ້ຍ່ຽວໜູຫລາຍຄົນເຂົ້າໃຈ ຜິດວ່າ ພະຍາດຍ່ຍວໜູມີພາຫະຄື " ໜູ " ເທົ່ານັ້ນແຕ່ແທ້ໆແລ້ວພາຫະຂອງພະຍາດຍ່ຽວໜູມີໄດ້ທັງສັດລ້ຽງເຊັ່ນ ໝາ ໝູ ງົວ ຄາວຍ ລວມທັງສັດປ່າ ແລະ ສິ່ງແວດລ້ອມໃນທີ່ທີ່ມີນ້ຳຖ້ວມຂັງຫາກໃຜສຳຜັດຖືກ ເຊື້ອຈະເຂົ້າສູ່ຮ່າງກາຍຜ່ານທາງບາດແຜ ເຍື່ອບຸດັງ ເຍື່ອບຸຕາ ເຍື່ອບຸໃນຊ່ອງປາກໄດ້ງ່າຍ ໆ ອາການເດັ່ນ ໆ ຂອງພະຍາດນີ້ຄື ຫລັງໄດ້ຮັບເຊື້ອປະມານ 1-2 ອາທິດ ຈະມີໄຂ້ສູງຮຸນແຣງ ປວດຫົວມັກປວດກ້າມເນື້ອບໍລິເວນນ່ອງ ແລະໂຄນຂາຢ່າງຮຸນແຮງ ແລະຕາແດງ ຄໍແຂງ ສະຫລັບກັບໄຂ້ລຸດ ຫາກເປັນຫລາຍອາດມີຈຸດເລືອດອອກທີ່ເພດານປາກ ຫລື ຕາມຜິວໜັງ ສຳລັບຄົົນທີ່ມີໄຂ້ ແຕ່ໄຂ້ບໍ່ສູງຫລາຍ ຄວນເຊັດຕົວລຸດໄຂ້ເປັນລະຍະ ແລະ ຮັບປະທານຢາລົດໄຂ້ ເຊັ່ນ ພາລາເຊຕາມອນ ແຕ່ຫ້າມໃຊ້ແອດໄພລິນເດັດຂາດ. ຫາກຢ່າງນໍານໍ້າຖ້ວມ ຄວນລ້າງຕີນໃຫ້ສະອາດທຸກເທື່ອໃຊ້ຜ້າສະອາດເຊັດຕີນໃຫ້ແຫ້ງ ຢ່າປ່ອຍໃຫ້ຕີນປຽກ ນອກຈາກນີ້ ຫາກຈຳເປັນຕ້ອງຢູ່ໃນພື້ນທີ່ນ້ຳທ່ວມ ຕ້ອງສວມໃສ່ຮອງຕີນບູດໃຫ້ຮຽບຮ້ອຍ.
ອັນດັບທີ 2 ກຸ່ມພະຍາດຕິດເຊື້ອທາງເດີນຫາຍໃຈເມື່ອອາກາດປ່ຽນແປງເລື້ອຍ ທັງຮ້ອນຫຼາຍ ຝົນຕົກ ກໍເຮັດໃຫ້ຄົນເປັນພະຍາດລະບົບທາງເດີນຫາຍໃຈໄດ້ງ່າຍ ໂດຍສະເພາະພະຍາດຫວັດ ໄຂ້ຫວັດໃຫຍ່ ຊຶ່ງເກີດຈາກເຊື້ອໄວລັດແລະແບກທີເລຍໃນອາກາດ ແຖມຍັງຕິດຕໍ່ກັນໄດ້ງ່າຍພຽງແຕ່ການໄອ ຈາມ ຫລື ມືທີ່ເປື້ອນນ້ຳມູກ ນ້ຳລາຍ ເສມຫະ ເພື່ອບໍ່ໃຫ້ເຊື້ອພະຍາດແພ່ກະຈາຍສູ່ຜູ້ອື່ນ ຄວນໃຊ້ຜ້າປິດປາກແລະດັງເມື່ອເວລາໄອ ຈາມ ຫລືຈະສວມໜ້າກາກອະນາໄມກໍເປັນວິທີປ້ອງກັນທີ່ດີ ທີ່ສຳຄັນ ຢ່າລືມໝັ່ນລ້າງມືເລື້ອຍ ໆ ເພື່ອຂ້າເຊື້ອພະຍາດທີ່ເຮົາອາດຈະໄປສຳຜັດມາ ຫລືປ້ອງກັນບໍ່ໃຫ້ເຮົາແພ່ເຊື້ອພະຍາດໄປສູ່ຄົນອື່ນ ແລະນອກຈາກພະຍາດຫວັດ ໄຂ້ຫວັດໃຫຍ່ແລ້ວ ຍັງມີພະຍາດຄໍອັກເສບ ຫລອດລົມອັກເສບ ແລະ ພະຍາດປອດບວມ . ອັນດັບທີ 1 ກຸ່ມພະຍາດຕິດຕໍ່ທາງນ້ຳແລະອາຫານ ທີ່ພົບເລື້ອຍຄື ພະຍາດຖອກທ້ອງ ທ້ອງບິດ ອາຫານເປັນພິດ ຕັບອັກເສບ ຊຶ່ງສາເຫດເກີດຈາກຮັບປະທານອາຫານ ຫລື ດື່ມນ້ຳທີ່ມີເຊື້ອພະຍາດປົນເປື້ອນ ລວມທັງການຮັບປະທານອາຫານສຸກ ໆ ດິບ ໆ ຫລືໃຊ້ນ້ຳທີ່ບໍ່ສະອາດມາປະກອບອາຫານ ແລະ ຍັງລວມເຖິງການຮັບປະທານອາຫານທີ່ປຸງໄວ້ດົນຂ້າມມື້ ຫລື ເກີນ 6 ຊົ່ວໂມງ ເຊັ່ນ ອາຫານກ່ອງທີ່ເຮັດໄວ້ສຳລັບຄົນຈຳນວນຫລາຍ ທີ່ອາດຈະບູດເສຍໄດ້ງ່າຍ ໆ.
ຄວນຮັບປະທານອາຫານທີ່ປຸງສຸກໃໝ່ ໆ ບໍ່ມີແມງວັນຕອມ ບໍ່ຄວນຮັບປະທານອາຫານຄ້າງຄືນ ຫລື ປຸງສຳເລັດຮູບມາດົນຫລາຍຊົ່ວໂມງແລ້ວ ເພາະອາຫານອາດບູດເນົ່າ.
ດື່ມນ້ຳສະອາດນ້ຳທີ່ຕົ້ມແລ້ວ ຫລື ນ້ຳບັນທີ່ຮັບຮອງຄຸນນະພາບ, ກ່ອນຮັບປະທານອາຫານທຸກເທື່ອ ຄວນລ້າງມືໃຫ້ສະອາດເປັນນິໄສ. ຖ່າຍໜັກລົງໃນສ້ວມ ແລະ ລ້າງມືທຸກເທື່ອຫລັງ.
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ກ.ລ.. 18, 2012
| ມີ
8 ຄຳເຫັນ
ແລະ
0 trackback(s)
10 ພຶດຕິກຳຫລັງຕື່ນນອນທີ່ເຮັດໃຫ້ອາລົມດີໝົດມື້(GMT+08:00) 2012-07-10 10:14:03 cri ເມື່ອບໍ່ດົນມານີ້ ນີ້ ສະມາຄົມການນອນຂອງອັງກິດໄດ້ດຳເນີນການສຳຫຼວດປະຊາຊົນກວ່າພັນຄົນ ຊຶ່ງສະແດງໃຫ້ເຫັນວ່າ ຄົນຈຳນວນບໍ່ໜ້ອຍມັກຈະມີອາລົມບໍ່ດີຫລັງຕື່ນນອນ ບໍ່ຢາກຕື່ນ ເຮັດໃຫ້ຕື່ນມາແລ້ວອາລົມບໍ່ດີ ຮູ້ສຶກຫງຸຸດງິດ ຫລັງຕື່ນນອນຂຶ້ນ, ທ່ານເດເຄີຍມີຄວາມຮູ້ສຶກດັ່ງກ່າວນີ້ຫລືບໍ່ ຖ້າມີຕໍ່ໄປນີ້ຄືພຶດຕິກຳ 10 ຢ່າງທີ່ເມື່ອເຮັດນຳແລ້ວ ຈະເປັນເຫດເຮັດໃຫ້ມີອາລົມດີຂຶ້ນໝົດມື້
1. ຫາສຽງໂມງປຸກທີ່ເປັນສຽງທຳມະຊາດ ໃນສະໄໝບູຮານບໍ່ມີໂມງປຸກ ແຕ່ເມື່ອໄດ້ຍິນສຽງໄກ່ຂັນຫລືນົກຮ້ອງຈະຮູ້ວ່າເຖິງເວລາຕື່ນ ນອນແລ້ວ ຄົນດ໋ຽວນີ້ຢ້ານວ່າຕົວເອງບໍ່ຕື່ນ ຈຶ່ງຕັ້ງສຽງໂມງປຸກເປັນເພງຮິບຮອບ, ເມື່ອຕື່ນຈາກສຽງລົບກວນຫູແບບນີ້ມັກຈະເຮັດໃຫ້ຮູ້ສຶກບໍ່ດີ, ນັກຈິດວິທະຍາເມືອງຊູໂຈວຂອງຈີນລະບຸວ່າ ເພງທີ່ດີຈະຜ່ອນຄາຍອາລົມໄດ້ ຢ່າງແມ່ນ: ສຽງນ້ຳໄຫລ ສຽງນົກຮ້ອງ ຊຶ່ງຕ່າງກໍສາມາດຜ່ອນຄາຍອາລົມທີ່ຕຶງຄຽດໄດ້ ສະນັ້ນ ການຕັ້ງໂມງປູກເປັນສຽງທຳມະຊາດຈະເຮັດໃຫ້ຕື່ນນອນຢ່າງຜ່ອນ ຄາຍແລະຮູ້ສຶກສະບາຍສົດຊື່ນ.
2. ຕື່ນແລ້ວນວດໜ້າກ່ອນ ບໍ່ຄວນຮີບລຸກຂຶ້ນເມື່ອຕື່ນແລ້ວ ຄວນນວດໜ້າກ່ອນ ສາດສະດາຈານຈາກໂຮງໝໍຊີຫຍວນ, ຊຶ່ງເປັນໂຮງໝໍແພດຢ່າພື້ນເມືອງຂອງຈີນທີ່ມີຊື່ສຽງແນະນຳວ່າ ການນວດໜ້າສາມາດເພີ່ມການໝຸນວຽນຂອງເລືອດເຮັດໃຫ້ອາລົມດີ.
3. ຂັບຖ່າຍໃຫ້ຖືກຕາມເວລາ ແພດຈາກໂຮງໝໍໄຕ້ຫວັນຂອງຈີນລະບຸວ່າ ການຂັບຖ່າຍໃຫ້ເປັນປົກກະຕິເປັນຄວາມເຄີຍຊິນທີ່ດີຕໍ່ຮ່າງກາຍ ຫລັງຕື່ນນອນຫລືຫລັງອາຫານເຊົ້າຈະເປັນເວລາທີ່ດີທີ່ສຸດສຳລັບ ຮ່າງກາຍ ຝຶກເຂົ້າຫ້ອງນ້ຳເປັນປະຈຳໃນເວລານີ້ ຈະເຮັດໃຫ້ຮ່າງກາຍມີຄວາມເຄີຍຊິນກັບການຂັບຖ່າຍ ຄ່ອຍ ໆ ກາຍເປັນຄວາມເຄີຍຊິນທີ່ຖາວອນ
4. ແຍ່ງແວນ ທຸກເຊົ້າຄວນໃຊ້ເວລາປະມານ 10 ນາທີແຍງແວ່ນ ນັກຈິດວິທະຍາຊາວອາເມລິກັນກ່າວວ່າ ການແຍ່ງແວນຈະເຮັດໃຫ້ເກີດຄວາມຫມັ້ນໃຈແລະມີອາລົມດີ ການແຍ່ງແວນຄວນຍືນຊື່ຢູ່ໜ້າແວນ ຍິ້ມໃຫ້ຕົວເອງ ແລ້ວຫາຍໃຈເຂົ້າເລິກໆ 3-4 ເທື່ອ ຄິດເຖິງເລື່ອງທີ່ດີ ໆ ຈະເຮັດໃຫ້ໝັ່ນໃຈຂຶ້ນ.
5. ດື່ມນ້ຳ 1 ຈອກ ການດື່ມນ້ຳຈອກທຳອິດໃນຕອນເຊົ້າ ສາມາດປ້ອງກັນການເຈັບທ້ອງໄດ້ ເຮັດໃຫ້ສະຫມອງປອດໂປ່ງ ມີບົດບາດຕໍ່ການປິ່ນປົວສຸຂະພາບ ເວັບໄຊຕ໌ ວິກິພີເດຍລະບຸວ່າ ນ້ຳຊະນິດຕ່າງໆ ມີປະສິດທິຜົນຕ່າງກັນ ນ້ຳທໍາມະດາສາມາດເຮັດໃຫ້ເລືອດຈາງ ສົ່ງເສີມການໝຸນວຽນເລືອດ ແລະສົ່ງເສີມໃຫ້ປອດໂປ່ງໂດຍໄວ ນ້ຳເຜີ້ງເໝາະກັບແມ່ຍິງໄວກາງຄົນ ສາມາດປ້ອງກັນກະດູກຜ່ອຍ ປັບສະພາວະອ່ອນເພຍ ນ້ຳເກືອຈະດີຕໍ່ຄົນທ້ອງອຶດ.
6. ອາຫານເຊົ້າຕ້ອງມີໂພຊະນາການພຽງພໍ ສາດສະດາຈານຄະນະໂພຊະນາການມະຫາວິທະຍາໄລຈົ່ງຊານກ່າວວ່າ ອາຫານເຊົ້າທີ່ມີໂພຊະນາການພຽງພໍຕ້ອງລວມອາຫານທັງ 4 ປະເພດ ຄື ປະເພດທັນຍະພືດ ເຊັ່ນ ເຈົ້າຈີ່ ເຂົ້າໂພດ ປະເພດຊີ້ໄກ່ ປະເພດນົມ ປະເພດຜັກແລະຫມາກໄມ້ ຫາກຮັບປະທານອາຫານເຫລົ່ານີ້ໄດ້ທຸກເຊົ້າ ຈະມີໂພຊະນາການພຽງພໍ ນອກຈາກນີ້ ຄວນນັ່ງກິນອາຫານເຊົ້າທຸກມື້ໂດຍໃຊ້ເວລາ 15-20 ນາທີ ບໍ່ຄວນຍ່າງໄປກິນໄປ.
7. ອ່ານຫນັງສືພິມຫລືເບິ່ງໂທລະພາບ ໃນເວລາຫວ່າງຫລັງອາຫານເຊົ້າຫລືດື່ມນ້ຳ ຄວນອ່ານຫນັງສືພິມຫລືເບິ່ງໂທລະພາບ ໄດ້ຮັບຂ່າວລ່າສຸດ ໄດ້ອ່ານເນື້ອຫາທີ່ຕົວເອງມັກຊຶ່ງຈະເຮັດໃຫ້ອາລົມດີ.
8. ຕື່ນນອນໃຫ້ເຊົ້າໜ້ອຍເພື່ອເຮັດວຽກເຮືອນ ການເຮັດວຽກງານເຮືອນຕັ້ງແຕ່ເຊົ້າອາດຈະຟັງແລ້ວຮູ້ສຶກແປກ ແຕ່ນັກວິໄຈຂອງມະຫາວິທະຍາໄລລອນດອນອະທິບາຍວ່າ ຜົນວິໄຈສະແດງໃຫ້ເຫັນວ່າ ຜູ້ທີ່ຕື່ນຕອນ 7 ໂມງເຊົ້າ ແລ້ວອອກກຳລັງກາຍແລະເຮັດວຽກເຮືອນ ຈະມີຜົນການເຮັດວຽກງານດີເມື່ອທຽບກັບຜູ້ທີ່ຕື່ນສວາຍ ຄົົນທີ່ຕື່ນນອນເຊົ້າກວ່າ ຈະມີສຸກຂະພາບແຂງແຮງກວ່າແລະມີຄວາມສຸກຫລາຍກວ່າ.
9. ລະຫວ່າງທາງໄປເຮັດວຽກຄວນເບິ່ງດອກໄມ້ຕົ້ນໄມ້ໃບຫຍ້າສີຂຽວ ຜົນງານວິໄຈທາງວິທະຍາສາດທີ່ຕີພິມໃນ "ນິຕິສານກ່ຽວກັບຈິດວິທະຍາສິ່ງແວດລ້ອມ" ຂອງສະຫະລັດ ລະບຸວ່າ ທິວທັດທຳມະຊາດສາມາດຊ່ວຍຄາຍອາລົມ, ແຕ່ຖ້າເປັນພາບຫລືງານສິລະປະກຳ ກໍຈະບໍ່ມີບົດບາດໃນການຜ່ອນຄາຍອາລົມປານໃດ, ສາດສະດາຈານດ້ານຈິດວິ ທະຍາມະຫາວິທະຍາໄລວໍຊິງຕັນແນະນຳວ່າ ເມື່ອອອກຈາກເຮືອນຕອນເຊົ້າ ບໍ່ຄວນເບິ່ງຂ້າມຕົ້ນໄມ້ໃບຫຍ້າແຄມທາງ, ທຳມະຊາດເຫລົ່ານີ້ຈະເຮັດໃຫ້ເຮົາອາລົມດີ
10. ເມື່ອເຖິງບ່ອນເຮັດວຽກໃນຕອນເຊົ້າ ຄວນໃຊ້ເວລາເວົ້າລົມທັກທາຍກັບເພື່ອນຮ່ວມງານ, ການລົມກັບໝູ່ເພື່ອນ ຈະມີສ່ວນຊ່ວຍໃຫ້ເຮົາໄດ້ຜ່ອນຄາຍຄວາມຄຽດທີ່ຈະຕ້ອງຜະເຊີນຈາກ ການເຮັດວຽກງານ ທັງໝົດເຫລົ່ານີ້ກໍຄື10 ພຶດຕິກຳທີ່ເຮັດຫລັງຕື່ນນອນແລ້ວ ຈະມີສ່ວນຊ່ວຍເຮັດໃຫ້ມີອາລົມດີໝົດມື້ ຫາກເຈົ້າສົນໃຈກໍລອງເຮັດເບິ່ງເດີ, ຖ້າໄດ້ຜົນແນວໃດເລົ່າສູ່ກັນຟັງໄດ້ທີ່ ອີເມວ Laos@cri.cn
|
|
|