ຂຽນເມື່ອ: ພ.ພ.. 16, 2010
| ມີ
6 ຄຳເຫັນ
ແລະ
0 trackback(s)
ກາລະຄັ້ງໜຶ່ງນານມາແລ້ວ, ຍັງມີດອນແຫ່ງໜຶ່ງ ບ່ອນທີ່ມີຄວາມຮູ້ສຶກຫລາຍຢ່າງອາໄສຢູ່ ເປັນຕົ້ນວ່າ ຄວາມຮູ້ສຶກມີຄວາມສຸກ, ຄວາມເສົ້າ, ຄວາມຮູ້, ແລະອື່ນໆ ລວມທັງຄວາມຮັກດ້ວຍ. ຢູ່ມາມື້ໜຶ່ງ ໄດ້ມີການປະກາດຕໍ່ບັນດາຄວາມຮູ້ສຶກທັງຫລາຍວ່າ ດອນແຫ່ງນັ້ນຈະຈົມລົງນ້ຳ ເມື່ອເປັນແນວນັ້ນ ຄວາມຮູ້ສຶກທັງຫລາຍຈິ່ງພາກັນສ້າງເຮືອຂື້ນມາ ແລ້ວກໍພາກັນຈາກໄປ ຍົກເວັ້ນຄວາມຮັກ.
ເຫລືອແຕ່ຄວາມຮັກເທົ່ານັ້ນ ທີ່ບໍ່ຈາກໄປໃສ. ຄວາມຮັກຕ້ອງການຈະຢູ່ທີ່ນັ້ນ ຈົນກວ່າວິນາທີສຸດທ້າຍ.
ເມື່ອດອນນັ້ນ ໃກ້ຈະຈົມໝົດແລ້ວ, ຄວາມຮັກກໍໄດ້ຕັດສິນໃຈຮ້ອງຂໍຄວາມຊ່ວຍເຫລືອ.
ໃນຕອນນັ້ນ ຄວາມຮັ່ງມີ ໄດ້ຂີ່ເຮືອໃຫຍ່ລຳໜຶ່ງຜ່ານມາ. ຄວາມຮັກໄດ້ເອີ້ນຂື້ນວ່າ " ຄວາມຮັ່ງມີເອີຍ, ເຈົ້າເອົາຂ້ອຍໄປນຳແດ່ໄດ້ບໍ?"
ຄວາມຮັ່ງມີຕອບຂື້ນວ່າ: " ບໍ່, ບໍ່ໄດ້. ໃນເຮືອຂອງຂ້ອຍ ມີແຕ່ເງິນແຕ່ຄຳ, ບໍ່ມີບ່ອນນັ່ງສຳລັບເຈົ້າດອກ."
ຕໍ່ມາ ຄວາມຮັກໄດ້ຕັດສິນໃຈ ຖາມຄວາມໂອ້ອວດ ຜູ້ທີ່ກຳລັງຂີ່ເຮືອໃຫຍ່ຄັນງາມໆຜ່ານມາວ່າ : " ຄວາມໂອ້ອວດເອີຍ! ຊ່ວຍຂ້ອຍແດ່ເທາະ."
"ຂ້ອຍບໍ່ສາມາດຊ່ອຍເຈົ້າໄດ້ດອກ ຄວາມຮັກເອີຍ ເບິ່ງຕົນໂຕເຈົ້າປຽກ ເຈົ້າອາດຈະເຮັດໃຫ້ເຮືອຂອງຂ້ອຍເສັຍຫາຍໄດ້", ຄວາມໂອ້ອວດຕອບ.
ບຶດໜຶ່ງ ຄວາມເສົ້າກໍໄດ້ຜ່ານມາໃກ້ອີກ ດັ່ງນັ້ນ ຄວາມຮັກຈິ່ງໄດ້ຖາມຂື້ນອີກວ່າ: " ຄວາມເສົ້າເອີຍ! ຂໍໃຫ້ຂ້ອຍໄດ້ໄປນຳເຈົ້າແດ່ເທາະ."
"ໂອ ບໍ່ໄດ້ດອກຄວາມຮັກ ຂ້ອຍໂສກເສົ້າຫລາຍ ຈິ່ງຢາກຢູ່ຄົນດຽວ."
ຄວາມສຸກໄດ້ຜ່ານເຂົ້າມາເຊັ່ນກັນ , ແຕ່ລາວມີຄວາມສຸກຫລາຍ ຈົນບໍ່ໄດ້ຍິນຄຳຮຽກເອີ້ນໃຫ້ຊ່ອຍເຫລືອຈາກຄວາມຮັກ.
ທັນໃດນັ້ນ ໄດ້ມີສຽວໜຶ່ງດັງຂື້ນມາວ່າ : " ເຂົ້າມາເລີຍ. ຄວາມຮັກເອີຍ, ຂ້ອຍຈະພາເຈົ້າໄປ." ມັນແມ່ນຄວາມອາວຸໂສ. ດ້ວຍຄວາມໂຊກດີ ແລະດີໃຈເກີນໄປ ຄວາມຮັກຈົນລືມຖາມໄປວ່າ ຄວາມອາວຸໂສກຳລັງຈະພາລາວໄປໃສກັນແທ້. ເມື່ອພວກເຂົາພາກັນໄປຮອດເທິງໂຄກແລ້ວ, ຄວາມອາວຸໂສກໍຈາກໄປຕາມລຳພັງຂອງຕົນ. ເມື່ອຮູ້ວ່າ ຕິດໜີ້ບຸນຄຸນຄວາມຮັກພຽງໃດ, ຄວາມຮັກຈິ່ງໄດ້ຖາມຄວາມຮູ້ ຜູ້ທີ່ເປັນອາວຸໂສອີກຜູ້ໜຶ່ງວ່າ: " ໃຜຊ່ອຍເຫລືອຂ້ອຍກັນແທ້?"
" ມັນແມ່ນການເວລາ," ຄວາມຮູ້ຕອບ.
"ການເວລາຊັ້ນຫວະ?" ຄວາມຮັກຖາມ. " ດ້ວຍເຫດໃດການເວລາຈິ່ງໄດ້ຊ່ອຍຂ້ອຍ?"
ຄວາມຮັກໄດ້ຍິ້ມອອກມາດ້ວຍປັນຍາທີ່່ໜັກແໜ້ນ ແລ້ວຕອບວ່າ: " ເພາະວ່າ ມີພຽງການເວລາເທົ່ານັ້ນທີ່ສາມາດເຂົ້າໃຈວ່າ ຄວາມຮັກມີຄ່າພຽງໃດ."
.........
ແປຈາກ : Inspiring love stories : Love and Time