ຂຽນເມື່ອ: ສ.ຫ.. 18, 2010
| ມີ
5 ຄຳເຫັນ
ແລະ
0 trackback(s)
ໝາກມ່ວງອັດສະຈັນ
ກິຣະ ດັ່ງໄດ້ຍິນມາ
ພຣະຣາຊາພຣະອົງໜຶ່ງ ຊົງປົກຄອງບ້ານເມືອງດ້ວຍທົດສະພິດຣາຊະທັມ ຊົງດູແລສຸກທຸກຂອງໄພ່ຟ້າປະຊາຊົນຢ່າງໃກ້ຊິດ. ພຣະອົງໄດ້ສະເດັດປອມໂຕໄປຕາມຖະໜົນຫົນທາງ ແລະຕາມຊົນນະບົດ ເພື່ອຢາກຮູ້ຄວາມເປັນຢູ່ຂອງຊາວບ້ານດ້ວຍພຣະອົງເອງສະໝ່ຳສະເໝີ.
ຄັ້ງໜຶ່ງໄດ້ສະເດັດພ້ອມດ້ວຍເສນາອຳມາດ 2-3 ຄົນ ພໍໄປເຖິງໝູ່ບ້ານແຫ່ງໜຶ່ງ ກໍໄດ້ທອດພະເນດເຫັນຊາຍຊະຣາຄົນໜຶ່ງກຳລັງຂຸດດິນຢູ່ຂ້າງຮົ້ວເຮືອນຂອງຕົນ ທ່າມກາງແສງແດດຍາມບ່າຍທີ່ກຳລັງແຜດເຜົາ ຈິ່ງສະເດັດເຂົ້າໄປຖາມ.
“ ຂຸດຫຼຸມເຮັດຫຍັງນໍລຸງ? “
ພໍເມື່ອພໍ່ເຖົ້າຄົນນັ້ນໄດ້ຍິນສຽງຮ້ອງຖາມ ກໍເງີຍໜ້າຂື້ນມາເບິ່ງໜ້ອຍໜຶ່ງ ກ່ອນຕອບວ່າ
“ ຂຸດຫຼຸມປູກຕົ້ນໝາກມ່ວງຈັກຕົ້ນສອງຕົ້ນນີ້ແຫຼະຫຼານເອີຍ!“
“ ແດດກຳລັງທ່ຽງຟ້າຢູ່ແນວນີ້ ຊິຟ້າວຮີບຮ້ອນປູກເຮັດຫຍັງ ແລງໆໄປຈິ່ງຄ່ອຍປູກກໍໄດ້ຕີ“ ພຣະຣາຊາລອງຖາມຢັ່ງເບິ່ງ.
“ ບໍ່ໄດ້ຫຼອກຫຼານເອີຍ ລຸງເຖົ້າແລ້ວ ຄົນເຖົ້າເໝືອນໄມ້ໃກ້ຝັ່ງ ຈະຕາຍມື້ນີ້ມື້ອື່ນນີ້ກໍຍັງບໍ່ຮູ້ ມີຫຍັງພໍຈະຈັບຈະເຮັດໄດ້ ກໍຕ້ອງຮີບເຮັດຮີບສ້າງກ່ອນທີ່ຈະບໍ່ໄດ້ເຮັດ ມື້ນີ້ພໍມີເວລາວ່າງ ກໍຕ້ອງຮີບເຮັດໃຫ້ສຳເລັດ ມື້ອື່ນຫາກຍັງມີລົມຫາຍໃຈຢູ່ ກໍຈະໄດ້ໄປເຮັດວຽກອື່ນທີ່ຕ້ອງເຮັດຕໍ່ໄປ“
ພໍ່ເຖົ້າຄົນນັ້ນຕອບຢ່າງຍືດຍາວ ໂດຍບໍ່ຮູ້ຕົວເລີຍວ່າກຳລັງເວົ້າກັບໃຜຢູ່.
“ລຸງອາຍຸເທົ່າໃດແລ້ວ“ ພຣະຣາຊາຕັດຖາມ
“ 80 ປີແລ້ວຫຼານເອີຍ ແຕ່ຍັງພໍມີແຮງຢູ່ກໍເຮັດໄປ“
“ໝາກມ່ວງທີ່ກຳລັງປູກຢູ່ນີ້ ຈັກປີຈິ່ງຊິໄດ້ກິນໝາກ? “
“ກໍປະມານ 5-6 ປີພຸ້ນແຫຼະຫຼານ“
“ລຸງຈະມີອາຍຸໄດ້ກິນມັນບໍ ຫຼື ກວ່າຈະໄດ້ກິນລຸງກໍອາຍຸ 85 ປີແລ້ວ“ ພຣະຣາຊາລອງຖາມຢັ່ງເບິ່ງອີກ
“ບໍ່ເປັນຫຍັງຫຼານ ຖ້າຢູ່ເຖິງກໍໄດ້ກິນ ຖ້າຢູ່ບໍ່ເຖິງບໍ່ໄດ້ກິນກໍບໍ່ເປັນຫຍັງ“
ພໍ່ເຖົ້າຄົນນັ້ນຕອບຢ່າງໜ້າຕາເສີຍ ພ້ອມທັງຂຸດຫຼຸມໄປເລື້ອຍໆ
“ຄັນຊັ້ນ ຊິປູກໃຫ້ເມື່ອຍເຮັດຫຍັງລະ? “ ພຣະຣາຊາຢັ່ງເບິ່ງເພື່ອຟັງຄວາມໃນໃຈ.
“ຫຼານເອີຍ ລຸງບໍ່ໄດ້ຄິດວ່າຕົວເອງຈະໄດ້ກິນ ຫຼືບໍ່ໄດ້ກິນ ແຕ່ລຸງຄິດວ່າ ການປູກຕົ້ນໄມ້ທຸກຢ່າງ ຈະເປັນຕົ້ນໄມ້ກິນໝາກ ຫຼືຕົ້ນໄມ້ໃຫ້ຮົ່ມເງົາ ລ້ວນແຕ່ເປັນປະໂຫຍດທັງມວນ ບໍ່ເປັນປະໂຫຍດແກ່ຕົວເອງ ກໍເປັນປະໂຫຍດແກ່ລູກຫຼານ ຕົ້ນໝາກມ່ວງນີ້ ເຖິງແມ່ນວ່າລຸງຈະບໍ່ໄດ້ກິນມັນ ແຕ່ລູກຫຼານຂອງລຸງຕ້ອງໄດ້ກິນແນ່ນອນ ຕົ້ນໝາກຂາມຕົ້ນນັ້ນກໍດີ ຕົ້ນໝາກມ່ວງຕົ້ນນີ້ກໍດີ ບ້ານທີ່ລຸງຢູ່ກໍດີ ທີ່ລຸງໄດ້ກິນໄດ້ອາໄສຢູ່ທຸກວັນນີ້ ກໍຍ້ອນປູ່ແລະພໍ່ຂອງລຸງປູກສ້າງໄວ້ໃຫ້ ຖ້າປູ່ແລະພໍ່ຂອງລຸງບໍ່ເຮັດໄວ້ໃຫ້ ລຸງກໍຄືຊິລຳບາກກວ່ານີ້ ດັ່ງນັ້ນ ການທີ່ລຸງປູກຕົ້ນໄມ້ ຫຼື ເຮັດແນວໃດໄວ້ໃຫ້ລູກໃຫ້ຫຼານນັ້ນ ຈຶ່ງເທົ່າກັບວ່າ ເຮົາໄດ້ລ້ຽງເຂົາຕໍ່ໄປ ແມ່ນວ່າຊີວິດເຮົາຈະສິ້ນສະຫຼາຍໄປແລ້ວ ລຸງຄິດວ່າແນວນີ້“
ພໍ່ເຖົ້າຕອບຢ່າງຍືດຍາວ ພຣະຣາຊາກໍຊົງສະດັບຢ່າງຕັ້ງພຣະທັຍ ແລະຊົງເຫຼື້ອມໃສໃນຄວາມຄິດຂອງລຸງຄົນນີ້ຫຼາຍ ຈິ່ງຮັບສັ່ງໃຫ້ເສນາອຳມາດນຳຖົງເງິນອອກມາໜຶ່ງຖົງ ແລ້ວພຣະຣາຊະທານໃຫ້ລາວ ເມື່ອພໍ່ເຖົ້າຮັບຖົງມາແລ້ວກໍເປີດເບິ່ງ ພໍເມື່ອເຫັນເງິນໃນຖົງເທົ່ານັ້ນ ກໍຮູ້ທັນທີວ່າ ຊາຍຜູ້ນັ້ນແມ່ນພຣະຣາຊາ ລາວເກີດປິຕິດີໃຈຢ່າງສູງ ດ້ວຍຄາດບໍ່ເຖິງ ຈິ່ງກົ້ມລົງຂາບທີ່ພຣະບາທພ້ອມທັງກ່າວຂໍພຣະຣາຊະທານອະໄພໂທດ ທີ່ບໍ່ໄດ້ສະເດືອກໃຈ ກ່າວແນວໃດລົງໄປໂດຍບໍ່ລະມັດລະວັງ ເຊິ່ງພຣະຣາຊາກໍຊົງປອບໃຈໃຫ້ລາວສະບາຍໃຈ ຈິ່ງກ້າຂາບທູນອີກວ່າ
“ທຳມະດາ ໝາກມ່ວງນັ້ນ ກວ່າຈະໄດ້ກິນໝາກ ກໍຕັ້ງຫ້າປີຫົກປີ ແຕ່ໝາກມ່ວງຂອງຂ້ານ້ອຍນີ້ ກາຍເປັນໝາກມ່ວງອັດສະຈັນ ພຽງແຕ່ຂຸດຫຼຸມກໍໄດ້ໝາກຜົນແລ້ວ“
ພຣະຣາຊາພໍພຣະທັຍໃນຄາລົມຂອງລາວ ຈິ່ງຮັບສັ່ງໃຫ້ພຣະຣາຊະທານເງິນອີກຖົງໜຶ່ງ ພໍ່ເຖົ້ານັ້ນຮັບແລ້ວກໍໄດ້ຂາບທູນດ້ວຍຄາລົມອີກວ່າ
“ທຳມະດາ ໝາກມ່ວງຍ່ອມໃຫ້ໝາກປີລະຄັ້ງ ແຕ່ໝາກມ່ວງອັດສະຈັນຕົ້ນນີ້ ຍັງບໍ່ທັນປູກເລີຍກໍໃຫ້ໝາກສອງຄັ້ງແລ້ວ ດ້ວຍພຣະມະຫາກະຣຸນາທິຄຸນແທ້ໆ“
ພຣະຣາຊາຊົງພໍພຣະທັຍໃນຄາລົມຂອງພໍ່ເຖົ້ານັ້ນ ໄດ້ພຣະຣາຊະທານເງິນໃຫ້ອີກຖົງໜຶ່ງ ແລ້ວຮີບສະເດັດອອກໄປຈາກທີ່ນັ້ນທັນທີ ດ້ວຍຊົງຢ້ານວ່າ ຖ້າຢູ່ອີກຕໍ່ໄປ ຜູ້ເຖົ້າຄົນນີ້ຄົງຈະສະແດງວາທະຄວັກເງິນໃນຖົງໄປຈົນໝົດແນ່ແທ້.
ເລື່ອງນີ້ສື່ຄວາມໝາຍໄວ້ວ່າ…
ຄົນທີ່ມີຈິຕໃຈສູງ
ມີວິໄສທັດກ້ວາງໄກ ແລະມຸ້ງພ່ຳເພັງປະໂຫຍດແກ່ຜູ້ອື່ນນັ້ນ
ຍ່ອມຈະເຮັດສິ່ງໃດລົງໄປ ໂດຍບໍ່ໄດ້ຫວັງວ່າຕົວເອງຈະຕ້ອງໄດ້ຮັບຜົນເທົ່ານັ້ນຈິ່ງຈະເຮັດ
ຄິດແຕ່ວ່າຕົນຈະເຮັດອັນໃດໃຫ້ແກ່ຄົນອື່ນໄດ້ແນ່.
ຜິດແຜກແຕກຕ່າງຈາກຄົນເຫັນແກ່ຕົວ ເຫັນແກ່ຜົນປະໂຫຍດສ່ວນຕົວ ໂດຍບໍ່ຄຳນຶງເຖິງຄົນອື່ນ ຄິດແຕ່ວ່າ ຕົນຈະໄດ້ຫຍັງຈາກຄົນອື່ນທ່າດຽວ ແລະມັກຄິດຫຼາຍເມື່ອຈະຕ້ອງເຮັດແນວໃດທີ່ເປັນປະໂຫຍດແກ່ຜູ້ອື່ນ ວຽກງານ ຫຼືໂຄງການອັນໃດ ທີ່ຕ້ອງໃຊ້ເວລາເຮັດຫຼາຍ ເມື່ອເຮັດແລ້ວ ຕົນເອງບໍ່ໄດ້ເຫັນຜົນງານ ຫຼືບໍ່ໄດ້ຮັບປະໂຫຍດ ກໍຈະບໍ່ເຮັດບໍ່ອະນຸມັດ ຖ້າເປັນແນວນີ້ ເອີ້ນໄດ້ວ່າ ເປັນຄົນເຫັນແກ່ຕົວ.
ອັນທີ່ຈິງແລ້ວ ໃນເຮືອນທີ່ມີທີ່ຢູ່ອາໄສ ມີຕົ້ນໄມ້ຮົ່ມເຢັນ ມີສວນໝາກໄມ້ ແລະມີສິ່ງທີ່ລູກຫຼານໄດ້ກິນໄດ້ໃຊ້ສົມບູນ ສະດວກສະບາຍ ຫຼືໃນເມືອງທີ່ມີສິ່ງສວຍງາມເກົ່າແກ່ ມີສີລະປະເກົ່າໆ ເຊັ່ນ ຕຶກ, ອາຄານຮ້ານຄ້າ, ປູຊະນີຍະສະຖານ, ສະຖາປັດຕະຍະກັມ ທີ່ຜູ້ຄົນໃນສັງຄົມພາກພູມໃຈຮ່ວມກັນ ສາມາດເປັນທີ່ເອກອ້າງທະນົງໃຈ ແກ່ຄົນຕ່າງຖິ່ນໄດ້ນັ້ນ ລ້ວນແຕ່ເປັນສິ່ງທີ່ບັນພະບຸລຸດໄດ້ສ້າງໄວ້ ແລະຮັກສາໄວ້ໃນບ້ານໃນເມືອງໃຫ້ລູກຫຼານທັງສິ້ນ ເພາະວ່າທ່ານເຫຼົ່ານັ້ນແນມເຫັນການໄກ ເຫັນເຖິງປະໂຫຍດສຳລັບລູກຫຼານ ຄືສ້າງແລະຮັກສາໄວ້ເພື່ອລ້ຽງລູກຫຼານໃນອະນາຄົດ ຈິ່ງໄດ້ເສັຍສະຫຼະສ້າງສັນໄວ້ໃຫ້
ຫາກທ່ານເຫຼົ່ານັ້ນ ມີວິໄສທັດທີ່ຄັບແຄບ
ແລະເຫັນແກ່ຄວາມສຸກສ່ວນຕົວສະເພາະໜ້າ
ຄັນຊັ້ນ ໃນບ້ານໃນເມືອງເຮົາ…
ຄົງຈະບໍ່ມີສິ່ງທີ່ລູກຫຼານກິນໃຊ້ບໍ່ມີວັນໝົດເຊັ່ນທຸກວັນນີ້.
........................................
ຖອດຄວາມຈາກ : ກິຣະ ດັ່ງໄດ້ສະດັບມາ (ນິທານທັມຈາກພຣະໄຕປິດົກ)
ໂດຍ: ພຣະທັມກິຕຕິວົງສ໌(ທອງດີ ສຸຣະເຕໂຊ)