ການຫາຍໄປຂອງຈຸດຕ່າງໆໃນຂອງດວງອາທິດ ໄດ້ເຮັດໃຫ້ ນັກວິທະຍາສາດ ສົງໄສວ່າ ພວກເຂົາກຳລັງສັງເກດເຫັນຄວາມງຽບສະຫງົບ ກ່ອນພາຍຸພະລັງ ງານຈະເກີດຂື້ນ.
໑. ຈຸດຕ່າງໆໃນດວງອາທິດປະກົດຂື້ນແລະຫາຍໄປເປັນປົກກະຕິ, ແຕ່ວ່າຊ່ວງ ນີ້ມັນເກືອບ ວ່າຈະໝົດໄປ. ຫລາຍສະຕະວັດຜ່ານມາ, ນັກດາຣາສາດໄດ້ບັນທຶກເອົາໄວ້ເມື່ອໃດຈຸດມືດດຳ ເຫລົ່ານີ້ປະກົດຂື້ນຢູ່ພື້ນຜິວຂອງດວງອາທິດ ແລະມັນຈະມະຫັບມະຫາຍໄປພາຍໃນສອງ ສາມວັນ ຫລືບໍ່ກໍເປັນຫລາຍໆອາທິດ ຫລາຍເດືອນ. ຂອບໃຈໃນຄວາມພະຍາຍາມຂອງ ພວກເຂົາ(ນັກວິທະຍາສາດ), ພວກເຮົາຮູ້ວ່າ ຈຸດຕ່າງໆໃນດວງອາທິດປ່ຽນແປງໄປມາ ແລະແກ່ຍາວກວ່າປະມານໃນຮອບ 11 ປີ.
໒. ແຕ່ວ່າ ພາຍໃນ 2 ປີຜ່ານມາ, ຈຸດຕ່າງໆເທິງດວງອາທິດສ່ວນໃຫຍ່ຈະຫາຍໄປ. ຕໍ່ການຫາຍໄປຂອງຈຸດຕ່າງໆນັ້ນ ມັນເປັນເວລາທີ່ຍາວນານທີ່ສຸດພາຍໃນ 100 ປີ ຈົນວ່າເຮັດໃຫ້ຜູ້ມັກສັງເກດເບິ່ງດວງອາທິດຕາມລະດູການມີຄວາມປະຫລາດໃຈ. ເດວິດ ຮາດທາເວຢ໌, ນັກຟິຊິກສາດ ປະຈຳ ອົງການນາຊາ ສູນຄວບຄຸມຍານອາວະກາດໃນຮັນສະວີວ ເອແອລເອ ກ່າວວ່າ “ພວກເຮົາເກືອບວ່າຈະບໍ່ເຄີຍເຫັນປະກົດການຂອງສຸຣິຍະຈັກກະວານໃນຄວາມຊົງຈຳ ແບບນີ້ມາກ່ອນເລີຍ.”
໓. ຜ່ານມາ ການສຳຫລວດວິໄຈກ່ຽວກັບດວງອາທິດບໍ່ເຄີຍມີ, ຕ້ອງຂໍຂອບໃຈການສ່ອງກ້ອງທາງໄກຂອງຖານທັບຍານອາວະກາດ. ຜົນຂອງການສ່ອງແສງລັດສະໝີກັບມາ ສະແດງໃຫ້ເຫັນເຖິງດາວທີ່ຢູ່ໃກ້ພວກເຮົາທີ່ສຸດ ແລະມີຜົນກະທົບຕໍ່ໂລກຂອງເຮົາ ໃນແສງສະຫວ່າງອັນໃໝ່. ຈຸດຕ່າງໆໃນດວງອາທິດ ແລະຮ່ອງຮອຍຕ່າງໆໄດ້ຊີ້ໃຫ້ເຫັນວ່າ ກິດຈະກຳສະໜາມແມ່ເລັກໃນດວງອາທິດໄດ້ຄ່ອຍຫລຸດໜ້ອຍລົງ ແລະບາງຄັ້ງດວງອາທິດອາດຈະຫົດຕົວເຂົ້າກໍເປັນໄດ້. ພ້ອມດຽວກັນນີ້, ຜົນສຳຫລວດໄດ້ໄຂເງື່ອນປິດສະໜາໃຫ້ຮູ້ວ່າ ບາງສິ່ງທີ່ສຳຄັນອາດເກີດຂື້ນໃນດວງອາທິດ. ຄຳຖາມສຳຄັນທີ່ຕາມມານັ້ນຄື : ມັນແມ່ນຫຍັງກັນແທ້?
໔. ກຸ່ມຈຸດຕ່າງໆຂອງດວງອາທິດ ໄດ້ເຕືອນລ່ວງໜ້າ ກ່ຽວກັບພາຍຸຍັກຂອງລະບົບສຸຣິຍະຈະເກີດຂື້ນ ເຊິ່ງສາມາດປ່ອຍພະລັງອອກຫລາຍຕື້ເທື່ອແຮງກວ່າລະເມີດປະລາມະນູ. ຢ້ານວ່າ ການລະເມີດຄັ້ງຍິ່ງໃຫຍ່ນີ້ ອາດກໍ່ໃຫ້ເກີດຄວາມຫາຍະນະຢ່າງໃຫຍ່ຫລວງແກ່ໂລກມະນຸດ ແລະ ບັນຫາການໂຕ້ແຍ້ງກັນກ່ຽວກັບບົດບາດຂອງດວງອາທິດຕໍ່ການປ່ຽນແປງຂອງອາກາດ ກໍເປັນການຮີບດ່ວນທີ່ເພີ່ມເຂົ້າມາໃນການສຶກສາວິໄຈເຫລົ່ານີ້. ເມື່ອອົງການນາຊາ ແລະສູນຄວບຄຸມຍານອາວະກາດຂອງຍູໂຣບ(European Space Agency) ໄດ້ຕິດຕັ້ງຫໍດູດວງອາທິດ (the Solar and Heliospheric Observatory) ເປັນເວລາເກືອບ 15 ປີຜ່ານມາແລ້ວ, “ ຄວາມເຂົ້າໃຈກ່ຽວກັບ ວົງຈອນຂອງດວງອາທິດ ກໍຍັງບໍ່ທັນແມ່ນໜຶ່ງໃນວັດຖຸປະສົງ ທາງວິທະຍາສາດ.” ເບີນຮາດ ເຟລກ ກ່າວ, ນັກໂຄງການຂອງສູນປະຕິບັດການ ວິທະຍາສາດ. “ ຕອນນີ້ ມັນໄດ້ກາຍເປັນໜຶ່ງຂອງບັນຫາທີ່ສຳຄັນ”.
໕. ຈຸດຕ່າງໆໃນດວງອາທິດ ແມ່ນປະຕູສູ່ວິນຍານຂອງແມ່ເຫລັກຂອງມັນ. ມັນໄດ້ສ້າງຂື້ນ ບ່ອນທີ່ເປັນຫ່ອມຫລຸບຂອງສະໜາມແມ່ເຫລັກ, ກໍ່ໃຫ້ເກີດຄວາມ ເລິກເຂົ້າໄປໃດດວງອາທິດ, ເປັນບໍ່ຂື້ນມາແລ້ວກໍລະເບີດພື້ນຜິວຂອງມັນ, ນຳໄປສູ່ການຫລຸດລົງເປັນຈຸດໆຂອງອຸນຫະພູມ ທີ່ເຮົາສາມາດແນມເຫັນເປັນຈຸດບອດດຳ. ການປ່ຽນແປງໃດໆ ໃນຈຳນວນຈຸດ ຕ່າງໆຂອງ ດວງອາທິດ ສະທ້ອນໃຫ້ເຫັນເຖິງການປ່ຽນແປງພາຍໃນດວງອາທິດ. ຮາທາເວຢ໌ ກ່າວວ່າ “ ໃນລະຫວ່າງການປ່ຽນແປງນີ້, ດວງອາທິດໄດ້ໃຫ້ເຮົາສັງເກດເຫັນພາຍໃນຂອງມັນ”
໖. ເມື່ອຈຳນວນຈຸດຕ່າງໆຂອງດວງອາທິດຫລຸດລົງໃນທຸກໆສຸດທ້າຍຂອງຮອບ 11 ປີ, ພາຍຸຂອງດວງອາທິດສິ້ນສຸດລົງ ແລະທຸກຢ່າງກໍງຽບສະຫງົບຫລາຍຂື້ນ. ປະກົດການຫລຸດລົງຕ່ຳແບບນີ້ບໍ່ຄ່ອຍແກ່ຍາວເວລາ. ພຽງພາຍໃນໜຶ່ງປີ, ຈຸດຕ່າງໆແລະພາຍຸກໍຈະເລີ່ມກໍ່ຕົວຂື້ນສູ່ຄວາມອຶກກະທຶກຂື້ນອີກເທື່ອໃໝ່, ເປັນຂັ້ນຕອນທີ່ປະກົດການຂອງດວງອາທິດເພີ່ມຫລາຍຂື້ນ(maximum).
໗. ສິ່ງທີ່ພິເສດກ່ຽວກັບປະກົດການຫລຸດລົງຫລ້າສຸດນີ້ ແມ່ນວ່າ ດວງອາທິດກຳລັງມີບັນຫາຕໍ່ວົງຈອນຂັ້ນຕໍ່ໄປ. ດວງອາທິດໄດ້ເລີ່ມງຽບສະຫງົບລົງໃນທ້າຍປີ 2007, ແລະບໍ່ມີໃຜຄາດຄະເນວ່າຈະມີຈຸດຕ່າງໆຫລາຍຂື້ນໃນປີ 2008. ແຕ່ວ່າ ເຄື່ອງຄອມພິວເຕີ ສາມາດພະຍາກອນໄດ້ວ່າ ເມື່ອຈຸດຕ່າງໆກັບຄືນມາ ມັນອາດຈະເປັນຜົນກະທົບ. ຮາທາເວຢ໌ ໄດ້ລາຍງານວ່າ ຄິດກ່ຽວກັບວົງຈອນຂອງດວງອາທິດໃນຕໍ່ໜ້າ ຈະພິເສດຂື້ນອີກ: ຈະມີຈຸດຕ່າງໆຂອງດວງອາທິດຫລາຍຂື້ນ, ພາຍຸດວງອາທິດຈະຫລາຍຂື້ນ ແລະພະລັງງານຈະລະເບີດສູ່ອາວະກາດ. ແລະ ການພະຍາກອນອື່ນໆອີກວ່າ ມັນຈະເປັນການປະຕິກິລິຍາຄັ້ງຍິ່ງໃຫຍ່ຂອງດວງອາທິດເປັນປະຫວັດການ.
໘. ບັນຫາກໍມີຢູ່ວ່າ, ບໍ່ມີໃຜບອກດວງອາທິດ.
ສິ່ງທີ່ເປັນນິມິດໝາຍໃຫ້ຮູ້ຄັ້ງທຳອິດນັ້ນກໍຄືວ່າ ການພະຍາກອນຜິດພາດໃນປີ 2008 ເມື່ອຜົນອອກມາແມ່ນມັນສະຫງົບປົກກະຕິເກີນຄາດໝາຍ. ໃນປີນັ້ນ, ບໍ່ມີຈຸດຕ່າງໆໃນດວງອາທິດ 73 ສ່ວນຮ້ອຍຂອງເວລາ, ຍິ່ງມີການຫລຸດໜ້ອຍລົງຂອງຈຸດຕ່າງໆໃນດວງອາທິດຊ້ຳ. ພຽງແຕ່ຈຸດໜ້ອຍສຸດໃນປີ 1913 ທີ່ໄດ້ປາກົດເຫັນຫລາຍກວ່າ, 85 ສ່ວນຮ້ອຍຂອງປີນັ້ນແຈ່ມແຈ້ງດີ.
(ບໍ່ຮູ້ເລື່ອງດາຣາສາດປານໃດ ຖ້າແປຜິດຂໍອະໄພນຳທ່ານຜູ້ຮູ້)
ເພື່ອອ່ານພາສາອັງກິດ ໃຫ້ເບິ່ງ ທີ່ມາຂອງຂ່າວ :
http://www.washingtonpost.com/wp-dyn/content/article/2010/06/21/AR2010062104114.html?wprss=rss_technology