ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 10, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ສະພາ​ແຫ່ງຊາດ ​ສາທາລະນະ​ລັດ ປະຊາທິປະ​ໄຕ​ປະຊາຊົນ​ລາວ ​ໄດ້​ຮັບ​ເຄື່ອງ​ຊ່ວຍ​ເຫຼືອຈາກ​ທະນາຄານລົງທຶນ ​ແລະພັດທະນາຫວຽ​ດນາມ ມີ​ມູນ​ຄ່າ 56.000 ກ່ວາ​ໂດ​ລາ​ສະຫະລັດ, ຕ່າງໜ້າສະພາ​ແຫ່ງ​ຊາດ ກ່າວ​ຮັບ​ໂດຍ​ທ່ານ ດຣ. ອຸ່ນ​ແກ້ວ ວຸທິລາດ,

ກຳມະການ​ຄະນະ​ປະຈຳ, ຫົວໜ້າຫ້ອງ​ວ່າການ​ສະພາ​ແຫ່ງຊາດ ​ແລະ ມອບ​ໂດຍ​ທ່ານ ຫວງຽນດິງ​ເຟືອງ ຜູ້​ຕ່າງໜ້າທະນາຄານ​ລົງທຶນ ​ແລະ ພັດ​ທະ​ນາຫວຽດນາມ. ​ໂດຍ​ຊ້ອງໜ້າພະນັກງານ​ທີ່​ກ່ຽວຂ້ອງ​​ເຂົ້າ​ຮ່ວ​ມ ​ເປັນ​ສັກ​ຂີພິຍານ ​ເຄື່ອງ​ທີ່​ນຳ​ມາ​ມອບ​ຄັ້ງ​ນີ້ລ້ວມມີ ​ໂທລະພາບ ຈຳນວນ 300 ໜ່ວຍ ​ແລະ ປື້​ມຂຽນຈຳ​ນວນ 50.000 ຫົວ ຊຶ່ງ​ມີ​ມູນ​ຄ່າ 56.000 ກ່ວາ​ໂດ​ລາ​ສະ​ຫະລັດ. ຈຸດປະ​ສົ່ງ​ເພື່ອ​ນຳ​ໄປ​ມອບ​ໃຫ້​ແກ່​ຄອບຄົວ ປະຊາຊົນ​ຜູ້​ທຸກ​ຍາກ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼິກ​ໃນ​ທົ່ວປະ​ເທດ.

ພິທີ​ມ​ອບ-ຮັບ​ຈັດ​ຂື້ນ​ໃນ​ວັນທີ 21 ສິງຫາ 2011 ທີ່​ສະພາ​ແຫ່ງ​ຊາດ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 9, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

Giant crocodile captured alive in Philippines

ຈັບແຂ້ຍັກຕົວເປັນໄດ້ໃນປະເທດຟີລິບປິນ

MANILA, Philippines (AP) — Villagers and veteran hunters have captured a one-ton saltwater crocodile which they plan to make the star of a planned ecotourism park in a southern Philippine town, an official said Monday.

ຊາວບ້ານແລະນາຍພານຈັບໄດ້ແຂ້ນ້ຳເຄັ້ມໄດ້ຕົວໜຶ່ງ ໜັກໜຶ່ງໂຕນ ຊຶ່ງມີແຜນທີ່ຈະເກັບແຂ້ຕົວນີ້ໄວ້ ໃນສວນອະນຸລັກສັດປ່າ ໃນເມືອງພາກໃຕ້ຂອງປະເທດຟີລິບປິນ ເພື່ອໃຫ້ນັກທ່ອງທ່ຽວທັງພາຍໃນແລະ ຕ່າງປະເທດໄດ້ທ່ຽວຊົມ, ຕາມລາຍງານມື້ວານນີ້

Mayor Edwin Cox Elorde said dozens of villagers and experts ensnared the 21-foot (6.4-meter) male crocodile along a creek in Bunawan Township in Agusan del Sur province after a three-week hunt. It could be one of the largest crocodiles to be captured alive in recent years, he said, quoting local crocodile experts.

ທ່ານມາເຈີ ເອດວິນຄອສ ອີລອຣດກ່າວວ່າ ມີຊາວບ້ານແລະຜູ້ຊຽວຊານຫລາຍຄົນໄດ້ວ່າງກັບດັກແຂ້ ຕາມຫ້ວຍໜອງຄອງບຶງ ໃນເມືອງບູນາວັນ ແຂວງອັງກູນສັນເດລເຊີ ຫລັງຈາກສາມອາທິດຂອງການລ່າ ຊຶ່ງພື້ນທີ່ນີ້ຄົງເປັນເຂດໜຶ່ງທີ່ຈະໄດ້ຈັບແຂ້ຫລາຍທີ່ສຸດໃນປີນີ້

Elorde said the crocodile killed a water buffalo in an attack witnessed by villagers last month and was also suspected of having attacked a fisherman who went missing in July.

ທ່ານອີລອຣດກ່າວອີກວ່າ ຊາວບ້ານຫລາຍຄົນເຫັນແຂ້ຂ້າຄວາຍໃນບ່ອນມີການຕໍ່ສູ້ໃນເດືອນທີ່ຜ່ານມາ ນີ້ແລະຍັງຄາດວ່າມີການໂຈນຕີຊາວປະມົງຜູ້ໄປຫາປາແ​​ລ້ວຫາຍສາບສູນໃນເດືອນກໍລະກົດທີ່ຜ່ານມາ

He said he sought the help of experts at a crocodile farm in western Palawan province.

ລາວບອກວ່າ ລາວຊອກຫາຄວາມຊ່ວຍເຫລື່ອຈາກຜູ້ຊຽວຊານດ້ານການຈັບແຂ້ໃນພາກຕາເວັນຕົກ ຂອງແຂວງພາລາວານ

"We were nervous but it's our duty to deal with a threat to the villagers," Elorde told The Associated Press by telephone. "When I finally stood before it, I couldn't believe my eyes."

ພວກເຮົາກໍ່ຮູ້ສຶກຢ້ານໆໆ ແຕ່ມັນກໍ່ເປັນໜ້າທີ່ຂອງເຮົາທີ່ຈະແກ້ບັນຫາຄວາມຂົມຂູ່ໃຫ້ແກ່ຊາວບ້ານ,” ອີລອຣດລາຍງານໃຫ້ແກ່ສະມາຄົມໜັງສືພິມໂດຍທາງໂທລະສັບ

After initial sightings at a creek, the hunters set four traps, which the crocodile destroyed. They then used sturdier traps using steel cables, one of which finally caught the enormous reptile late Saturday, he said.

ຕອຢູ່ຫ້ວຍທຳອິດ ແຂ້ທຳລາຍກັບດັກທີ່ນັກລ່າໄດ້ວ່າງໄວ້ສີ່ແຫ່ງ ແລ້ວປ່ຽນມາໃສ່ກັບດັກທີ່ແຂງແຮງກວ່າ ຊຶ່ງເປັນເຊືອກໂລຫະແລະໃນທີ່ສຸດກໍ່ຈັບແຂ້ຕົວໃຫຍ່ທີ່ສຸດຈົນໄດ້ໃນຕອນແລ້ງຂອງວັນເສົານີ້

About 100 people had to pull the crocodile, which weighs about 2,370 pounds (1,075 kilograms), from the creek to a clearing where a crane lifted it into a truck, he said.

ມີປະມານ100ກວ່າຄົນດຶງແຂ້ຍັກອອກຈາກຫ້ວຍນ້ຳມາໄວ້ບ່ອນແຈ້ງ ຊຶ່ງມີນ້ຳໜັກປະມານ2,3370 ປອນຫລື1,075 ກິໂລ ແລະຍົກໃສ່ລົດລໍ

The crocodile was placed in a fenced cage in an area where the town plans to build an ecotourism park for species found in a vast marshland in Agusan, an impoverished region about 515 miles (830 kilometers) southeast of Manila, Elorde said.

ວ່າງແຂ້ໄວ້ໃນຕຸ້ມຂັງອັນເປັນສະຖານທີ່ທາງເມືອງຈະສ້າງສ່ວນອະນຸລັກສັດປ່າເພື່ອເກັບສັດນາໆພັນທີ່ ໄດ້ມາຈາກບຶງອະກຸສານໄວ້

"It will be the biggest star of the park," Elorde said, adding that villagers were happy that they would be able to turn the dangerous crocodile "from a threat into an asset."

ແຂ້ຕົວນີ້ອາດຈະເປັນທີ່ນິຍົມແລະໃຫ້ຄວາມສົນໃຈແກ່ນັກທ່ອງທ່ຽວຫລາຍທີ່ສຸດອີເລີກ່າວເພີ່ມອີກວ່າ ຊາວບ້ານຕ່າງກໍ່ດີໃຈທີ່ສາມາດຫັນປ່ຽນຈາກຄວາມອັນຕະລາຍຄວາມຂົ່ມຂູ່ຂອງແຂ້ມາເປັນສິ່ງມີຄ່າໃຫ້ ແກ່ຊຸມຊົນ

Despite the catch, villagers remain wary because several crocodiles still roam the outskirts of the farming town of about 37,000 people.

ຢ່າງໃດກໍ່ຕາມ ຊາວບ້ານຈຳນວນ37000ຄົນ ກໍ່ຍັງມີຄວາມລະມັດລະວັງເພາະວ່າຍັງມີແຂ້ອີກຫລາຍ ຕົວທີ່ຍັງອາໄສຢູ່ຕາມຫ້ວຍຮອງຄອງບຶງຕ່າງໆຕາມທົ່ງນາໃນພື້ນທີ່ນອກຕົວເມືອງ

They have been told to avoid venturing into marshy areas alone at night, Elorde said.

ອີລອຣດກ່າວເຕື່ອນວ່າ ຊາວບ້ານຄວນລະວັງຄວາມອັນຕະລາຍໃນການເດີ່ນທາງຍາມກາງຄືນຄົນດຽວ ໂດຍສະເພາະໃນພື້ນທີ່ຫ້ວຍຮອງຄອງບຶງ

ແຂ້ຍັກ

ທີ່ມາຂອງຂ່າວ (yahoo news)

http://news.yahoo.com/giant-crocodile-captured-alive-philippines-134625838.html

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 14, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

 ແຕ່ກ່ອນມີບຸດເສດຖີຄົນໜຶ່ງອາໄສຢູ່ໃນບ້ານແຫ່ງໜຶ່ງ ລູກເສດຖີຄົນນີ້ເປັນຄົນມັກທ່ຽວສະນຸກໂດຍສະເພາະແມ່ນທ່ຽວຈີບຜູ້ຍິງ ບໍ່ວ່າສາວບ້ານໃດ ກະລີຮ້ານໃດ ໂສເພນີຮ້ານໃດ ແມ່ນຮູ້ຈັກໝົດ ບໍ່ວ່າເລື່ອງຄາລົ່ມແມ່ນເກັງຫລາຍຈົນຜູ້ຍິງຄົນໃດທີ່ຖຶກຫວານຄາລົ່ມແມ່ນຕິດຈົນອອກເກືອບອອກບໍ່ໄດ້ ຈັງຫວະເຕັກນິກການຈີບສາວແມ່ນສຸດຍອດ

 ວັນໆແມ່ນແຕ່ຢູ່ກັບຜູ້ຍິງຈົນທ່າທາງອາການກິລິຍາຢາກໄປທາງຜູ້ຍິງຫລາຍຂື້ນ ການເວົ້າຈາຫວານ ມືກໍ່ອ່ອນ ເອວກໍ່ເລີ່ມອ່ອນ ເພາະຢູ່ກັບຜູ້ຍິງຈະຕ້ອງເອົາໃຈຜູ້ດ້ວຍຄວາມອ່ອນຫວາ ເມື່ອເປັນແບບນີ້ ນິສັຍກໍ່ເລີ່ມປ່ຽນໄປເປັນຜູ້ຍິງຫລາຍກວ່າຜູ້ຊາຍ ເພາະໃຈມັນພູກພັນກັບຜູ້ຍິງຫລາຍເກີນ

 ຫຼັງຈາກລະໂລກນີ້ແລ້ວ (ຕາຍ) ກໍ່ໄປເກີດເປັນຄົນອີກຄັ້ງ ມີຮາງກາຍຜິວພັນ ໜ້າຕາ ພ້ອມທັງທຸກຢ່າງເປັນຂອງຜູ້ຊາຍ ແຕ່ໃຈພັດເປັນຜູ້ຍິງເພາະເປັນນິສັຍເກົ່າທີ່ຕິດມາແຕ່ຊາດກ່ອນ ທີ່ເຄີຍຕິດກັບຜູ້ຍິງ ເລີຍຕິດມາຊາດນີ້ ຮາງກາຍເປັນຜູ້ຊາຍ ທຸກຢ່າງເປັນຂອງຜູ້ຊາຍ ອ່ອນຫວານ ຄຳເວົ້າກໍ່ອ່ອນຫວານ ມືອ່ອນ ເອວກໍອ່ອນ ແລະ ໃຈເປັນຜູ້ຍິງ (ກະເທີຍ)

55555555555

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 14, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

  ຫລັງຈາການຈາກບ້ານເກີດເມືອງນອນໄປສຶກສາຢູ່ຊຽງໃຫມ່ເປັນເວລາຫລາຍປີພໍສົມຄວນ ຄວາມພູກພັນລະຫວ່າງປະເທດເຮົາກໍ່ຍັງຕິດຢູ່ໃນໃຈມາໂດຍຕະຫລອດເປັນອັນຍາກທີ່ຈະລື່ມທຸກສິ່ງທຸກ ຢ່າງໄດ້ ມື້ໜຶ່ງເປັນມື້ສຸດທ້າຍຂອງການເສັງປິດເທີມແລະຄູບາກໍ່ຕັ້ງໃຈຈະກັບໄປຢ້ຽມຢາມບ້ານເກີດເມືອງນອນແລະຄູບາອາຈານທີ່ເຮົາເຄີຍອາໄສຢູ່ໃນເມື່ອກ່ອນ ຄູບາອອກໄປຊື່ປີຍົນສາຍຊຽງໃຫມ່ ຫລວງພະບາງແລະຕື່ນເຊົ້າມາກໍ່ເລີ່ມຂື້ນຍົນໄປຍັງຫລວງພະບາງ ດ້ວຍຄວາມພາກພູມໃຈຫລາຍ

  ເມື່ອຍົນມາເຖິ່ງຫລວງພະບາງ ຄູບາກໍ່ຂື້ນລົດຕູກໆໆໄປຍັງວັດຊຽງເຫລັກອັນເປັນວັດທີ່ເຮົາເຄີຍຢູ່ຕັ້ງແຕ່ຕອນເປັນຈົວນ້ອຍ ເມື່ອໄປຮອດວັດກໍ່ເລາະລຽບໄປເບິ່ງຕາມສຖານທີ່ຕ່າງທີ່ຕົນເຄີຍໄປ ມາຍ່າງແລ່ນຫລິ້ນຕອນເປ້ນຈົວນ້ອຍ ແຕ່ຫລາຍຢ່າງກໍ່ປ່ຽນແປງບໍ່ແມ່ນຫນ້ອຍ ເຂົ້າໄປໃນອາຣາມເພື່ອທຳຄວາມສະອາດປັດກວາດອະນາໄມ ຫຼ່ຽວເຫັນພະພຸດທະຮູບອັນເກົ່າແກ້ກໍ່ຄິດເຖິ່ງ ຕອນເຮົາເຄີຍເອົາ ຜ່າມາຈູ່ມ ນ້ຳມາເສັດອອກ ຮ່ອຍເປື້ອນ ແຕ່ໃນອາຣາມພັດມີກິ່ນຫຍັງບໍ່ຮູ້ ພັດເຂົ້າມາຜ່ານຮູດັງ ຄູບາເລີຍຖາມຈົວນ້ອຍວ່າ "ຈົວນ້ອຍ ເໝັ້ນຫຍັງ" ອ້າຍຈົວນ້ອຍ ຕອບວ່າ "ພະພຸດທະເຈົ້າ ຕົດ" ອ້າຍຈົວນ້ອຍກໍ່ດາຍ ພະພຸດທະເຈົ້າກະຊາງຕົດ

  ຍ່າງໄປທາງນອກຫຼຽບເບິ່ງບ່ອນເຮົາເຄີຍນັ່ງທອງສູດ ບ່ອນເຮົາເຄີຍຟຶກສະມາທິ ບ່ອນເຮົາເຄີຍນັ່ງໄຫວ້ພະ ບ່ອນເຮົາເຄີຍເອົາເຂົ້າບູຊາ ເຮັດໃຫ້ທຸກຢ່າງເໝືອນກັບມາຄືເກົ່າແລະຄາຍໆ ກັບຄວາມຟັນທີ່ລະ ອຽດອ່ອນຫລາຍແລະເກີດ ມີຄວາມສຸກຫລາຍ

  ມື້ໜຶ່ງຫຼັງຈາກສັນຈັງຫັນ(ກິນເຂົ້າເຊົ້າ) ຄູບາກໍ່ມາທຳຄວາມສະອາດຢູ່ຂ້າງອາຣາມຕາມກິດຈະວັດ ປະມານສິບໂມງເຊົ້າ ຫຼຽວເຫັນມີຟລັງຄົນໜຶ່ງມານັ່ງສະອືນຢູ່ຂ້າງອາຣາມ ເຮັດຄືຄົນອົກຮັກປະມານ ນີ້ແຫລະ ເຮັດໜ້າບໍ່ປາກບໍ່ຈາ ບໍ່ສົນໃຈກັບໃຜ ເບິ່ງທ່າທາງຄືຈະຄຽດຫລາຍ ຄູບາເລີຍຍ່າງໄປທາງຫຼັງພ້ອມທັງສັງເກດເຫັນມີນ້ຳຕາບາງເລັກນ້ອຍໄຫຼອອກຈາກຕາ ຄູບາເລີຍມາຖາມວ່າ "ມາທ່ຽວແຕ່ເຊົ້າແທ້ ເບິ່ງພໍ່ອອກຄືຊີມີບັນຫາໃນໃຈຢູ່? ມີຫຍັງກໍ່ມາບອກໃຫ້ຄູບາຟັງບາງທີອາດຈະມີທາງແກ້ໄດ້" ເວົ້າແລ້ວຟລັງກໍ່ ຕອບແບບຄົນໝົດຫວັງແລະສິ້ນຫວັງ ວ່າ "ບັນຫານີ້ບໍ່ກຽ່ວກັບພະມັນເປັນເລື່ອງທາງໂລກ ພະຄົງບໍ່ຮູ້ແລະຄົງບໍ່ມີໃຜແກ້ບັນຫານີ້ໄດ້ດອກ" ຄູບາເລີຍຖາມຕໍ່ວ່າ "ເລື່ອງຫຍັງຈະຮ້າຍແຮງປານນີ້ຈົນບໍ່ມີທາງອອກແລະບໍ່ມີໃຜແກ້ໄດ້" ຟລັງເລື່ອງເລົ່າເລື່ອງສູ່ຟັງວ່າ

  ເຂົ້າເປັນຄົນອາເມລີກັນແຕ່ມາຢູ່ລາວໄດ້ຫ້າປີແລ້ວ ຊີວິດທັງໝົດຂອງເຂົາທຸມເທ່ໃຫ້ກັບສາວລາວຄົນໜຶ່ງເຊິ່ງເປັນຜູ້ທີ່ເຂົ້າຮັກຫລາຍທີ່ສຸດ ແຕ່ໃນທີ່ສຸດລາວບອກວ່າ ລາວໄປມີແຟນໃຫມ່ແລ້ວ ອາວ!!!ເວົ້າແບບນີເຮົາກໍ່ຄິດຍາກແຫລະເພາະເຮົາກໍ່ບໍ່ເຄີຍຮັກໃຜມາກ່ອນແລະອີກຢ່າງຄູບາກໍ່ບໍ່ຮູ້ເລື່ອງຄວາມຮັກແດ່ ຄູບາເລີຍຖາມຕໍ່ໄປວ່າ "ເລື່ອງມັນເປັນມາແນວໃດ? ພໍຈະເລົ່າສູ່ກັນຟັງໄດ້ບໍ່? ລາວເລີຍເລົ່າວ່າ ມີມື້ໜຶ່ງລາວຍ່າງເຂົ້າຫານາງແຕ່ເຫັນນາງໃສ່ແຫວນໃນນິ້ວມືຂອງນາງ ສະແດງວ່ານາງມີແຟນແລ້ວ ຄູບາເລີຍຕອບວ່າ "ອາວ! ຄົນລາວໃສ່ແຫວນມັນເປັນເລື່ອງທຳມະດາ ບໍ່ໄດ້  ໝາຍເຖິ່ງວ່າມີແຟນ ຄົນລາວໃສ່ແຫວນເງິນແຫວນຄຳໃນນິ້ວມື້ເພື່ອເປັນການປະດັບຢ່າງດຽວ ບໍ່ໄດ້ໝາຍເຖິ່ງວ່າມີຄູ່ໝັ້ນ ແຕ່ສ່ວນວັດທະນາທຳຊາວຕະເວັນຕົກ ຄຳຖາມທີ່ຈະຖາມວ່າ "ເຈົ້າມີແຟນ ແລ້ວບໍ່ນີ້ ບໍ່ຈຳເປັນຕ້ອງຖາມ ເພາະເຂົາສັງເກດເບິ່ງແຕ່ມື້ ຖ້າເຫັນແຫວນ ສະແດງວ່າມີແຟນແລ້ວ ສວນຄົນລາວມັນບໍ່ແມ່ນ

  ເມື່ອອະທິບາຍຈົບແລ້ວ ຟລັງຄົນນັ້ນກໍ່ຮີບແລ່ນກັບໄປຫາແຟນດ້ວຍຄວາມດີອົກດີໃຈ ຢຸດຈາກການໄຫ້ ແລ້ວບອກວ່າຂອບໃຈເດີທີ່ບອກເຮົາ ໃນວັນຕໍ່ມາຟລັງຄົນນັ້ນກັບມາອີກພ້ອມມາກ່າວ ຄຳຂອບໃຈຕໍ່ເຮົາຫລາຍໆໆແລະເຮົາທັງສອງກໍ່ໂອລົ່ມກັນໄປດົນເຕີບ ປະມານສອງຊົວໂມງ ຄູບາກໍ່ໄດ້ອະທິບາຍທຳມະໃຫ້ລາວກັບໄປຟຶກປະຕິບັດອີກ

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 12, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

 

ຖ້ານົກຢູ່ຂ້າງຫ້ວຍນ້ຳ

ເດືອນສີ່ເປັນລະດູຮ້ອນແສງແດດສອງ ແສງລົງມາຢ່າງແຮງ ຈົນເຜົ່າເຖິ່ງກະດູກໃບ ໄມ້ໃບຫຍ້າກໍ່ຫຽ້ວແຫ້ງຫລົ້ນຕົກລົງຈາກຕົ້ນ ເຫລືອໄວ້ ແຕ່ກິ້ງທີ່ບໍ່ມີໃບ ຊ່ວງນີ້ເປັນຊ່ວງ ພັກແລງຂອງຂ້ອຍຕາມການທຳມາຫາກິນ ຂອງ ຄົນທ່ອງຖິ່ນແລ້ວເດັກນ້ອຍມີໂອກາດ ໄດ້ຊ່ວຍ ເຫຼືອວຽກພໍ່ແມ່ຫຼືຫາປູຫາປາກໍ່ເມື່ອເວລາພັກຮຽນ ເທົ່ານັ້ນ ສະມາຊິກໃນຄອບຄົວ ທຸກ ຄົນຈະ ບໍ່ມີຄຳວ່າຄັດຂື່ນຄຳ ສັ່ງຂອງ ພໍ ແມ່ໄດ້ ຖ້າຫາກໃຜບໍ່ໄປເຮັດວຽກຢູ່ໄຮ່ຫຼືນາ ກໍ່ຕ້ອງອົດເຂົ້າກິນນີ້ເປັນກົດຂອງບາງຄອບ ຄົວໃນຊົນນະບົດ

ນມື້ໜຶ່ງເຊິ່ງເປັນວັນອາທິດ ອາກາດດີ ມີແສງແດດແສດສອງມາທົ່ວບໍລິເວນໜ້າ ຜາສົ່ງຄວາມອົບອຸ່ນໃຫ້ແກ່ຄົນແລະສັດ ຟູງນົກອອກມາທ່ຽວຫາກິນດ້ວຍຄວາມ ດີໃຈສົງສ່ຽງ ດັ່ງທົ່ວຕາມບໍລິເວນໃກ້ຄຽງບ້ານ ຄົນສວນຫຼາຍກໍ່ເລີ່ມປັ້ນເຂົ້າປັ້ນນ້ຳແລ້ວອອກໄປວຽກໄປ ງານຕາມໜ້າທີຂອງຕົນ

          ອາຍອ້າຍຂອງຂ້ອຍ ຄຳດີກໍ່ນັ່ງຄິດວ່າ ເອ! ມື້ນີ້ເຮົາຈະໄປໃສ່? ຄິດຫາທາງວ່າຕອນ ແລ້ງ ນີ້ເຮົາຈະມີຫຍັງກິນ ຄິດແລ້ວ ອ້າຍກໍ່ຊ່ວນຂ້ອຍວ່າ ເຮົາໄປເຮັດສຸມຖ້ານົກບໍ່? ເວົ້າແລ້ວ ເຮົາທັງສອງກໍ່ຈັບເອົາໜ້າໄມ້ crossbow ມຸ່ງໜ້າສູ່ຫ້ວຍນ້ຳກ້ວຍ ອັນທີ່ມີນົກ ຫຼາກຫຼາຍຊະນິດມັກລົງໄປກິນນ້ຳ

          ຊ່ວງນີ້ເປັນລະດູແລ້ງ ອາກາດຮ້ອນຫຼາຍຈົນເຮັດໃຫ້ທັງຄົນແລະສັດມີຄວາມຕ້ອງ ການນ້ຳເປັນຈຳນວນຫຼາຍ ມີສ່ຽງແມງຈັກຈັນດັ່ງນັນຫູໄປຕາມພູມໄມ້ ທົ່ວບໍລິເວນທາງໃນ ລະຫວ່າງການທາງ ເຮົາຍ່າງຂື້ນພູດ້ວຍຄວາມຍາກລຳບາກ ມີໃບໄມ້ໄພທີ່ຫລົ້ນຕົກລົງຈາກ ກິ້ງເຮັດໃຫ້ມືນແລະຍາກທີ່ຈະຍ່າງຜ່ານໄປ

          ຂ້ອຍປິນຂື້ນໂດຍເອົາຮາກໄມ້ ຕົ້ນໄມ້ຊ່ວຍພະຍຸງຕົນຂື້ນໄປ ແຕ່ຂ້ອຍມາແປກໃຈທີ່ ອ້າຍຂ້ອຍປິນຂື້ນໄດ້ຢ່າງລວດເລວໄວ້ວາ ສ່ວນຂ້ອຍກໍ່ຄ່ອຍໆນຳກົ້ນໄປ ບາງທີກໍ່ເກືອບຕາມ ບໍ່ທັນ ຕົ້ນໄມ້ສ່ວນຫຼາຍໃບກໍ່ຫລົ້ນໄປຫມົດແລ້ວ ບໍ່ມີໄວ້ໃຫ້ເຫຼື່ອຈັກໃບ

          ເມື່ອຍ່າງຜ່ານພູໜ່ວຍໜຶ່ງແລ້ວເດີ່ນລົງໄປສູ່ຫ້ວຍນ້ຳກ້ວຍ ແຕ່ດ້ວຍຄວາມເລິກຂອງ ຂອງຫ້ວຍເຮັດໃຫ້ແດດແສດສ່ອງບໍ່ເຖິ່ງ ຍັງມີເມກປົກຄຸ້ມຫ້ວຍໄປທົ່ວ ບໍລິເວນ ພວກເຮົາຍ່າງລົງໄປດ້ວຍຄວາມເມືອຍລາ ແຕ່ກໍ່ມີສິ່ງສວຍງາມດ້ວຍທຳມະຊາດໄປທົ່ວອ້ອມຂ້າງ ທັງໝາກໄມ້ປ່າແລະຟູງສັດປ່າ ສ່ຽງນົກຮ້ອງຜ່ານເຂົ້າຫູ ເຮັດໃຫ້ມ່ວນແລະນ່າຊື່ນຊົມຍິງໜັກ ເຫັນກະຮອກແລ່ນຢູ່ປ້າຍໄມ້ແລະນົກແຊວບິນເທິ່ງຫົວ

          ແຕ່ແນວໃດກໍ່ຕາມ ໃນປ່າກໍ່ຍັງມີສິ່ງອັນຕະລາຍຮອບຂ້າງທຸກເມື່ອ ອ້າຍຂ້ອຍພານັ່ງ ພັກຜ່ອນຢູ່ຊ່ວງຂະໜະໜຶ່ງ ຂ້ອຍຮູ້ສຶກວ່າມີສິ່ງໃດໜຶ່ງໄຕຂື້ນມາທີ່ຂາ ແລະຮູ້ສຶກເຢັນໆແປກໆ ບໍ່ເຄີຍພົບມາກ່ອນ ຂ້ອຍເລີຍເປີດຂາໂສງ ເຫັນເປັນທາກຕົວໃຫຍ່ຂະໜາດກຳລັງຈະກັດ ແລະດູດກິນເລືອດ ຂ້ອຍຈັບເອົາໄມ້ເຂ່ຍຖິ້ມ

          ແຕ່ສິ່ງຮ້າຍກວ່ານີ້ອີກ ກໍ່ຕາມມາ ເມື່ອເຮົາທັງ ສອງເດີ່ນລົງໄປຫາຫ້ວຍ ຂ້ອຍເປັນ ຄົນເດີ່ນຕາມອ້າຍໃນລະຫວ່າງທາງ ຄົນທີ່ໄປທາງໜ້າເປັນຜູ້ໄປເຄາະ ແຕນທີ່ຕິດຮັງຢູ່ໃບໄມ້ເຮັດໃຫ້ແຕນມາດຽດຂ້ອຍຜູ້ຍ່າງຕາມຫຼັງ ຈາກຄວາມເຈັບປວດຂອງແຕນດຽດເຮັດໃຫ້ ຂ້ອຍແລ່ນໄປທາງໜ້າໂດຍບໍ່ຮູ້ໜ້າຮູ້ຫຼັງເລີຍ

          ເມື່ອລົງໄປຮອດແຄມນ້ຳ ຫູເລີ່ມແດງແລະຮ້ອນດ້ວຍຜິດຂອງແຕນທີ່ຖືດດຽດມາຫຼາຍນັດ ເຮົາພົບຮ້ອຍຂອງນົກທີ່ລົງມາກິນນ້ຳແລະເປັນທີ່ເໝາະ ສົມສຳລັບຕັ້ງສຸມ ອ້າຍ ຂ້ອຍຍ່າງຂື້ນຫົວຫວ້ຍເພື່ອກວດເບິ່ງບາງທີອາດຈະມີບ່ອນເໝາະກັບການຕັ້ງສຸມກວ່ານີ້ແລະແລ້ວພວກເຮົາກໍ່ເລີ່ມຕັດໄມ້ມາກາຍເປັນ ຮາງໆແລະເອົາໃບກ້ວຍປ່າມາປົກໄວ້ເປັນຕູບນ້ອຍເພື່ອອາໄສຫຼີ້ໃນນັ້ນ ນອກຈາກນັ້ນພວກເຮົາຫຍັງເອົາໄມ້ວ່າງໄວ້ບ່ອນນົກຈະລົງ ມາກິນນ້ຳ ເມື່ອເຮັດສຸດແລ້ວ ພວກເຮົາກໍ່ກັບບ້ານ

          ໃນວັນຕໍ່ມາພວກເຮົາອອກໄປຢາມສຸມທີ່ເຮົາເຮັດໄວ້ນັ້ນເພື່ອໃຫ້ໝັ້ນໃຈວ່ານົກໄດ້ມາ ກິນນ້ຳແລະຫຼິ້ນນ້ຳແລ້ວ ເບິ່ງໄມ້ທີ່ເຮົາວ່າງໄວ້ນັ້ນປຽກໄປໝົດແລະ ມີຮອຍ ນົກທົ່ວບໍລິເວນຫວ້ຍ ແລ້ວພວກເຮົາກໍ່ເຂົ້າໄປນັ່ງຢູ່ໃນສຸມ ໃນຕອນຫຼີ້ຢູ່ໃນສຸມພວກເຮົາເຈາະຮູນ້ອຍໆສອດອອກເພື່ອສາມາດມອງທະລຸອອກໄປບ່ອນນົກ ຈັບໄມ້ແລະກິນນ້ຳຫຼືອາບນ້ຳ

          ນັ່ງຖ້າປາມານສີ່ຫຼືຫ້ານາທີ ຂ້ອຍໄດ້ຍິນສ່ຽງຫຍັງບໍ່ຮູ້ແລ່ນເທິ່ງຫົວ ສ່ຽງດັ່ງຫຼາຍເຮັດໃຫ້ຂ້ອຍຕົກໃຈເກືອບລັ່ນອອກມາ ຂ້ອຍຮີບຈັບເອົາໜ້າໄມ້ຂື້ນມາແລະ ເອົາລູກດອກໃສ່ ພ້ອມ ເຫງີຍໜ້າຂື້ນເຫັນແມ່ນກະຮອກຕົວໃຫຍ່ ເອີກແດງ ຢູ່ເທິ່ງຫຼັງຄາສຸມ ຂ້ອຍເລີຍຍິງມັນຖືກ ໜ້າເອິ ພໍດີແລະ ຕົກລົງຂ້າງສຸມ ຂ້ອຍແລ່ນອອກ ມາດ້ວຍຄວາມດີໃຈແລະຈັບມັນເຂົ້າມາ ນັ່ງໃນສຸມອີກຄັ້ງ ມັນເປັນຄັ້ງທຳອິດໃນຊີວິດທີ່ຍິງໄດ້ກະຮອກກັບມື້ເຮົາເອງ ດີໃຈຈົນສັ້ນ ຍິ້ມບໍ່ອອກແລະຈັບກະຮອກຈົນ ຈະຫຼຸດມື້

          ພໍມາຮອດຕອນແລ້ງປະມານສີ່ຫຼືຫ້າໂມງ ນົກເລີ່ມລົງໄປກິນນ້ຳມີທັງນົກໃຫຍ່ແລະນ້ອຍ ແຕ່ນົກນ້ອຍເກີນໄປເຮົາກໍ່ບໍ່ຍິງປະໄວ້ໃຫ້ນົກທີ່ໃຫຍ່ກວ່າເຂົ້າມາ ແລ້ວເລືອກຍິງເອົາ ບັດນີ້ເຮົາທັງສອງໄດ້ນົກຫຼາຍຕົວກັບບ້ານດ້ວຍຄວາມພາກພູມໃຈເພາະຫວັງວ່າຈະມີອາຫານ ກິນໃນຕອນແລ້ງ

          ເມື່ອມາຮອດບ້ານທັງພໍ່ແມ່ແລະອ້າຍເອື້ອຍນ້ອງກໍ່ດີໃຈທີ່ເຮົາໄດ້ນົກມາຫຼາຍຕົວ ເພາະແມ້ແຕ່ນົກຕົວດຽວເຮົາກໍ່ສາມາດແບ່ງກັນກິນທັງຄອບຄົວໄດ້ຄົນທີ່ ເປັນນ້ອງຫຼ້າຫຼືຄົນ ທີ່ພໍ່ແມ່ຮັກຫຼາຍທີ່ສຸດມັກຈະໃຫ້ຫົວນົກເປັນຂອງຂວັນແລະເອົາໃຈ ບາງຄັ້ງຖ້າເປັນອາຫານ ນ້ອຍພໍ່່ແມ່ກໍ່ຈຳກິນແຕ່ນ້ຳເຫຼື່ອຕອນໄວ້ໃຫ້ລູກກິນ ຄວາມຮັກຂອງພໍ່ແມ່ທີ່ມີໃຫ້ລູກຊາດນີ້ອາດ ບໍ່ສາມາດຕອນແທ່ນໄດ້ໝົດ

          ມື້ຕໍ່ມາອ້າຍແລະຂ້ອຍຍາມເພາະໄດ້ນົກຫຼາຍໃນມື້ນັ້ນ ຄິດວ່າມື້ຕໍ່ມາອາດໄດ້ຫຼາຍກວ່າເກົ່າອີກ ເລີຍຕັດສິ້ນໃຈກັບມານັ່ງຖ້ານົກບ່ອນເກົ່າຫັ້ນໃຫມ່ເປັນ ຄັ້ງທີ່ສອງ ແຕ່ຮູ້ສຶກວ່າມື້ນີ້ ເປັນມື້ທີ່ເລວຮ້າຍຫຼາຍທີ່ສຸດ ອາດກາດອົບເອົ້າຮ້ອນແຕ່ບໍ່ຍິນສ່ຽງນົກຮ້ອງຈັກຕົວ ຜິດປົກກະຕິບໍ່ຄືເມື່ອກ່ອນເລີຍ ເຮົານັ່ງໃນສຸມມາ ຫຼາຍຊົວໂມງແລ້ວແຕ່ຍັງບໍ່ເຫັນນົກມາກິນນ້ຳຈັກ ຕົວເລີຍ ຂ້ອຍກໍ່ເລີຍເຫງົານອນຢາກນອນສຸດໆເລີຍ

          ຂ້ອຍບອກກັບອ້າຍວ່າຂ້ອຍຈະນອນກ່ອນເດີ ຖ້ານົກມາຫຼາຍຄ່ອຍປຸກຂ້ອຍເດີ ຂ້ອຍວ່າງໜ້າໄມ້ໄວ້ຂ້າງໆດ້ວຍຄວາມລະມັດລະວັງແລ້ວຄ່ອຍເອ່ນຕົວລົງ ຢ່າງມີສະຕິ ຫຼັບໄປດ້ວຍຄວາມສະຫງົບ ພໍປະມານສິບກວ່ານາທີ ໄດ້ຍິນສ່ຽງອ້າຍປຸກຂື້ນວ່າລຸກໆໆໆ! ຟັງ ມີສ່ຽງຫຍັງມາເທິ່ງຫົວ ສ່ຽງນີ້ຟັງແລ້ວແປກບໍ່ຄືສ່ຽງ ກະຮອກຕອນທີ່ເຮົາຍິງຕອນນັ້ນ ສ່ຽງເຄື່ອນທີແບບຊ້າໆຄືສ່ຽງຫຼາກໄມ້ເທິ່ງຫຼັງຄາສຸມ ຂ້ອຍຄ່ອຍໆເຫງີຍໜ້າຂື້ນໄປ ຈອງເບິ່ງບ່ອນໄດ້ຍິນສ່ຽງອອກມາ ພໍສ່ຽງດັ່ງ ມາໃກ້ໆແລະໂພນຫົວອອກມາເປັນງູສິງຕົວໃຫຍ່ເທົ່າແຂນ ກຳລັງເລືອຢູ່ຫຼັງຄາສຸມແລະແຫງ້ນຫົວ ລົງມາໃນສຸມ ພໍ່ເຫັນງູຂ້ອຍກໍ່ຕົກໃຈ ຮ້ອງຂື້ນວ່າ ງູ ງູ ງູ ສວນງູກໍ່ຕົກໃຈເລືອໜີ້ ໄປທາງມັນ ສວນຂ້ອຍແລະອ້າຍກໍ່ແລ່ນອອກຈາກສຸມດ້ວຍຄວາມຢ້ານຈົນສຸມພັງທະລາຍໝົດ

          ອ້າຍຂ້ອຍເວົ້າວ່າ ມື້ນີ້ເປັນມື້ທີ່ຊວຍຫຼາຍທີ່ສຸດເທົ່າທີ່ມີແລະເຮົານ່າຈະຫາບ່ອນໃຫມ່ ເພື່ອຕັ້ງສຸມອີກຄັ້ງ ມື້ນີ້ເຮົາສອງອ້າຍນ້ອງກັບບ້ານດ້ວຍຄວາມວ່າງ ເປົ່າບໍ່ໄດ້ນົກຈັກຕົວ ຍ່າງກັບບ້ານທັງຈົ່ມທັງປອຍ ສວນຂ້ອຍຍ່າງຕາມຫຼັງກໍ່ມີແຕ່ຟັງຢ່າງດຽວແລະເກັບອາການໄວ້ໃນໃຈ ບໍ່ເວົ້າບໍ່ຈາສັກນ້ອຍ ເມື່ອວັນນີ້ບໍ່ໄດ້ນົກ ເຮົາກໍ່ເກັບພັກຕາມທາງກັບໄປເພື່ອເປັນອາຫານໃນຕອນແລ້ງຂອງ ວັນນັ້ນ

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 4, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ຮູບຈາກ: Songrith Pongeun
ການລັກລອບຕັດໄມ້ ເພື່ອນຳອອກຂາຍຢ່າງຜິດກົດໝາຍ ຢູ່ໃນລາວ

ກຸ່ມປົກປ້ອງສະພາບແວດລ້ອມກຸ່ມນຶ່ງທີ່ມີສຳນັກງານຢູ່ກຸງລອນດອນປະເທດອັງກິດກ່າວຫາ
ກອງທັບຫວຽດນາມວ່າມີບົດບາດສຳຄັນໃນການລັກລອບຄ້າໄມ້ເຖື່ອນລະຫວ່າງຫວຽດນາມ
ກັບລາວ.

ອົງການສືບສວນດ້ານສະພາບແວດລ້ອມ ທີ່ເອີ້ນຫຍໍ້ວ່າ EIA ກ່າວໃນລາຍງານທີ່ນຳອອກ
ເຜີຍແຜ່ໃນວັນພະຫັດມື້ນີ້ວ່າເຈົ້າໜ້າທີ່ຂອງຕົນໄດ້ປອມໂຕເປັນຄົນຊື້ໄມ້ເຖື່ອນໃນລະຫວ່າງ
ການປະຕິບັດງານລັບໃນປີ 2010 ແລະປີ 2011 ນີ້​ແລະ​ໄດ້ຄົ້ນພົບວ່ານຶ່ງ​ໃນບໍລິສັດຕັດໄມ້
ທີ່ໃຫຍ່ທີ່ສຸດໃນລາວ ຄືບໍລິສັດການຮ່ວມມືທາງດ້ານເສດຖະກິດຂອງຫວຽດນາມນັ້ນ​ແ​ມ່ນຢູ່
ພາຍໃຕ້ການຄວບຄຸມຂອງກອງທັບຫວຽດນາມ.

ລາຍງານຂອງກຸ່ມດັ່ງກ່າວຍັງແຈ້ງໃຫ້ຊາບຕື່ມວ່າບໍລິສັດຫວຽດນາມທີ່ວ່ານີ້ໄດ້ພົວພັນນຳການ
ຕັດໄມ້ຢູ່ລາວ ມາໄດ້ 20 ກວ່າປີແລ້ວແລະໄມ້ທີ່ຕັດສ່ວນໃຫຍ່ເປັນໄມ້ທີ່ມາຈາກບໍລິເວນສ້າງ
ເຂື່ອນ.

ສປປ ລາວເປັນປະເທດທີ່ຍັງມີປ່າຝົນຫຼືປ່າໄມ້ເຂດຮ້ອນເຫຼືອຢູ່ຈຳນວນນຶ່ງໃນເຂດແມ່ນໍ້າຂອງ


ແຕ່ອົງການ EIA ເວົ້າວ່າ ການຫ້າມນຳອອກໄມ້ທີ່ຍັງບໍ່ທັນແປຮູບຂອງລາວແມ່ນບໍ່ໄດ້ມີການ


ປະຕິບັດຕາມຢ່າງເຄັ່ງຄັດແລະມີການລະເມີດໃນຂອບເຂດທີ່ກວ້າງຂວາງ.

ຂຽນເມື່ອ ຂຽນເມື່ອ: ມ.ສ.. 8, 2011 | ມີ 22 ຄຳເຫັນ ແລະ 0 trackback(s)

ມະຫາວິທະຍາໄລໄທ ຂໍໂທດລາວ ຕໍ່ກໍລະນີວີດິໂອ ນັກສຶກສາໄທ ດູຖູກຄົນລາວ

ຜູ້ຕາງໜ້າຂອງມະຫາວິທະຍາໄລທໍາມະສາດ ຍື່ນໜັງສືຕໍ່ເອກອັກຄະລັດຖະທູດລາວ ປະຈໍາ ບາງກອກ ເພື່ອຂໍໂທດຕໍ່

ກໍລະນີວີດິໂອຂອງນັກສຶກສາໄທທີ່ມີເນື້ອຫາເປັນການດູໝິ່ນຕໍ່ປະຊາ ຊົນລາວ.

ລາຍງານໂດຍ ຊົງຣິດ ໂພນເງິນ | ບາງກອກ  04-05-2011

ຮູບຈາກ: Songrit Pongern

ຜູ້ຕາງໜ້າຂອງມະຫາວິທະຍາໄລທໍາມະສາດ ຍື່ນໜັງສືຕໍ່ເອກອັກຄະລັດຖະທູດລາວປະຈໍາບາງກອກ ເພື່ອຂໍໂທດ

ຕໍ່ກໍລະນີວີດິໂອຂອງນັກສຶກສາໄທທີ່ມີການດູໝິ່ນຕໍ່ຄົນລາວ.

ດຣ. ປະຣິນຍາ ​ເທວາ​ນະລຶມິດ​ກຸນ ຮອງ​ອະທິການ​ບໍດີ​ຝ່າຍ​ກິດຈະການ​ສຶກສາ ມະຫາວິທະຍາ​ໄລ​ທໍາ​ມະ​ສາດໄດ້
ຍື່ນໜັງສື​ຕໍ່ທ່ານ​ອ້ວນ ພົມມະ​ຈັກ ​ເອກ​ອັກຄະ​ລັດຖະທູດ​ລາວ​ປະ​ຈໍາ​ບາງກອກ ຢ່າງ​ເປັນ​ທາງ​ການ​ເມື່ອທ້າຍ​ເດືອນ​

ມີນາ​ທີ່​ຜ່ານ​ມານີ້ ​ເພື່ອ​ເປັນ​ການສະ​ແດງ​ການ​ຂໍ​ໂທດ​ຕໍ່ ກໍລະນີ​ທີ່​ນັກ​ສຶກສາ ມະຫາວິທະຍາ​ໄລ​ດັ່ງກ່າວ ​ໄດ້​ຈັດ​ທຳ

ລາຍ​ງານ​ການ​ສໍາ​ຫລວດ​ຄວາມ​ຄິດ​ເຫັນ​ຂອງ​ນັກ​ສຶກສາ​ດ້ວຍ​ກັນ​ທີ່ ​ມີ​ຕໍ່ຄໍາ​ວ່າ​ລາວ.

ທັງ​ນີ້ກໍ​ເນື່ອງ​ຈາກ​ວ່າ ລາຍ​ງານ​ດັ່ງກ່າວ​ໄດ້​ຖ່າຍ​ທໍາ​ເປັນ​ວີ​ດິ​ໂອ ​ແລະ​ໄດ້​ມີ​ການ​ເຜີຍ​ແຜ່​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ເນັກ​

ອີກ​ດ້ວຍ​ນັ້ນ ມີ​ເນື້ອຫາ​ສ່ວນ​ໃຫຍ່​ເປັນ​ການ​ດູໝິ່ນ ​ແລະ​ດູ​ຖູ​ກຄົນ​ລາວ ​ແລະ​ກໍ​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ປະຊາຊົນລາວ

​ເກີດ​ຄວາມ​ບໍ່ພໍ​ໃຈ​ຢ່າງ​ ກວ້າງຂວາງ​ອີກ​ດ້ວຍ​ນັ້ນ ຈຶ່ງ​ເຮັດ​ໃຫ້​ຄະນະ​ຜູ້​ບໍລິຫານມະຫາວິທະຍາ​ໄລ​ທຳ​ມະ​ສາດ​ຕ້ອງ​

ໄດ້​ອອກ​ມາສະ​ ແດງ​ການ​ຂໍ​ໂທດ​ໃນ​ຄັ້ງນີ້.

 

Songrit Pongern
ທ່ານ ອ້ວນ ພົມມະຈັກ ເອກອັກຄະລັດຖະທູດລາວ ປະຈໍາປະເທດໄທ

ໜັງສື​ການສະ​ແດງ​ການ​ຂໍ​ໂທດດັ່ງກ່າວ ​ເປັນ​ການ​ລົງ​ນາມ​ໂດຍ​ສາດສະດາຈານ ສົມ​ຄິດ ​ເລີດ
ໄພທູນ, ອະທິການ​ບໍດີ ມະຫາວິທະຍາ​ໄລທຳ​ມະ​ສາດ ຊຶ່ງໄດ້​ລະບຸ​ວ່າ ​ໃນ​ຄວາມ​ເປັນ​ຈິງແລ້ວ ​ເຖິງ​ແມ່ນ​ວ່າ​ນັກ​ສຶກສາ
ກຸ່ມ​ນີ້ຈະ​ມີ​ເຈດ​ຕະນາ​ດີ ກໍ​ຄື​ການ​ຊັກ​ຊວນ​ຫລື ລະດົມ​ໃຫ້ປະຊາຊົນ​ຄົນ​ໄທ​ຢຸດ​​ເຊົາ​ທັດສະນະ​ຄະຕິ​ເປັນ​ການ​ດູໝິ່ນ
ຫລື ດູ​ຖູ​ກຕໍ່ຄົນ​ລາວໃນ​ຖານະ
ເປັນ​ມະນຸດ​ທີ່​ມີ​ສະຖານະ​​ເທົ່າ​ທຽມກັບ​ຄົນ​ໄທ​ກໍ​ຕາມ ຫາກ​ແຕ່​ວ່າ ຍ້ອນ​ການນຳ​ສ​ະ​ເໜີທີ່​ບໍ່​ເໝາະສົມ​ຢ່າງ​ຍິ່ງ​ດັ່ງ​ເນື້ອຫາ​

ຕອນໜຶ່ງ​ໃນ​ວີ​ ດິ​ໂອ ທີ່​ເປັນ​ການສະ​ແດງ​ທັດສະນະ​ຂອງ​ນັກ​ສຶກສາ​ໄທ​ຄົນໜຶ່ງວ່າ:

“ຄໍາ​ວ່າ​ລາວ​ນີ້ຈະ​ໃຊ້​ໃນ​ກໍລະນີ​ທີ່​ບອກ​ວ່າ​ມັນ​​​ເຫີ່​ຍ (​ເຊີຍ) ມາກ ຫລື​ຖ້າ​ເປັນ​ຄໍ​າດ່າ​ກໍ​ແບບ​ປະມານ​ວ່າ ອີ່​ລາວ ຈັ່ງຊີ້

ແຕ່​ດຽວນີ້ບໍ່​ໄດ້​ໃຊ້​ແລ້ວ ​ເພາະ​ມັນຊອຟ​ໄປ​ສໍາລັບ​ຄວາມ​ຮູ້ສຶກ​ຕົວ​ເອງ​ນະ ​ແລະ​ກໍ​ມີ​ຄໍາ​ອື່ນ​ມາ​ດ່າ​ແທນ​ແລ້ວ ຢ່າງ​ອີ​ໂຈ້​ອະໄຣ​

ເປັນຕົ້ນ. ​ແຕ່​ວ່າ​ຄໍາ​ທີ່​ມັນ​​ແຮງ​ກວ່າ​ນີ້ກໍ​ມີ ​ແຕ່​ບໍ່ສາມາດ​ຈະ​ອອກ​ຊື່ໄດ້”

ຊຶ່ງ​ດ້ວຍ​ການນໍາ​ສະ​ເໜີລາຍ​ງານ​ທີ່​ເນື້ອຫາ​​ໃນ​ລັກສະນະ​ດັ່ງກ່າວ​ນັ້ນ ກໍ​ຍັງ​ໄດ້​ເປັນ​ຜົນ​ເຮັດ​ໃຫ້
ເກີດ​ການ​ຕອບ​ໂຕ້ຈາກ​ຄົນ​ລາວ​ອີກດ້ວຍ​ການສະ​ແດງ​ທັດສະນະ​ຄວາມ​ເຫັນ​ທີ່​ມີ​ຕໍ່ຄົນ​ໄທ
ໂດຍຖ່າຍ​ທໍາ​ເປັນ​ວີ​ດິ​ໂອ ​ແລະ​ເຜີຍ​​ແຜ່​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ເຊັ່ນ​ດຽວກັນ ຊຶ່ງ​ມີ​ເນື້ອຫາ
ຕອນ​ນຶ່ງ​ວ່າ:

“ສິ່ງ​ທີ່​ພວກ​ຄົນ​ໄທ​ເວົ້າຫັ້ນນະ ​ເຂົາ​ບໍ່ຄິດ​ໃສ່ເລີຍ​ບໍ່ວ່າສັນດານ ຫລື​ກໍາ​ພືດ​ຂອງ​ພວກ​ເຂົາ​ຫັ້ນນະ ມັນຕໍ່າກວ່າ ຄົນ​ລາວ​ສໍ່າ​ໃດ

ທີ່​ອອກ​ມາ​ເວົ້າຈັ່ງຊັ້ນ ​ແລ້ວ​ຕົວ​ເອງກໍ​ຍັງ​ມີໜ້າມາບ​ອກວ່າ​ເປັນ​ປະ​ເທດ ທີ່​ຈະ​ເລີ​ນກວ່າ ຫລື​ວ່າ​ມີ​ອີ່​ຫຍັງ​ທີ່​ລໍ້າ
ໜ້າກວ່າ​ ແລ້ວຍັງ​ມາ​ເຮັດ​ໂຕ​ຕໍ່າໆ ​ແບບ​ບໍ່ມີ​ການ​ສຶກສາຫັ້ນນະ ບໍ່ໜ້າ​ເລີຍ​ທີ່
ສິມາເຮັດ​ຈັ່ງຊີ້”

ລາຍ​ງານຂອງ​ນັກ​ສຶກສາມະຫາວິທະຍາ​ໄລ​ທຳ​ມະ​ສາດ​ດັ່ງກ່າວ​ນີ້ ​ບໍ່ພຽງ​ແຕ່​ຈະ​ກໍ່​ໃຫ້​ເກີດ​ຄວາມ​ບໍ່ພໍ​ໃຈ ​ໃນ​ກຸ່ມ​ຄົນ​ລາວທີ່​ມີ​ໂອກາດ​

ໄດ້​ຮັບ​ຮູ້​ເນື້ອຫາ​ທີ່​ນໍາ​ສະ​ເໜີດັ່ງກ່າວ​ ເທົ່າ​ນັ້ນ ຫາກ​ແຕ່​ມັນ​ຍັງກໍ່​ໃຫ້​ເກີດ​ການ​ວິພາກ​ວິຈານ​ເຖິງ​ຄວາມ​ບໍ່​ເໝາະສົມ​ ດັ່ງກ່າວ​ໃນ​ສັງຄົມ​ໄທ

ຢ່າງ​ກວ້າງຂວາງ​ອີກ​ດ້ວຍ​ເຊັ່ນ​ກັນ. ດ້ວຍ​ເຫດ​ນີ້ ຈຶ່ງ​ເຮັດ​ໃຫ້​ທາງ​ການມະຫາວິທະຍາ​ໄລ​ທຳ​ມະ​ສາດ​ຕ້ອງ​ໄດ້​ອອກ​ມາສະ​ແດງ​ຄວາມ​

ຮັບຜິດຊອບ​ດ້ວຍ​ການ​ຍື່ນໜັງສື​ຂໍ​ໂທດ​ຕໍ່ ​ເອກ​ອັກຄະ​ລັດຖະທູດ​ລາວ​ປະ​ຈໍາ​ບາງກອກ ດັ່ງກ່າວ.

ພ້ອມ​ກັນນີ້ ທາງມະຫາວິທະຍາ​ໄລ​ທຳ​ມະ​ສາດຍັງ​ໄດ້​ໃຫ້ການ​ຢືນຢັນ​ຕໍ່​ເອກ​ອັກຄະ​ລັດຖະ
ທູດ​ລາວ​ປະ​ຈໍາ​ບາງກອກອີກ​ດ້ວຍ​ວ່າ ຈະບໍ່ຍອມ​ໃຫ້​ມີ​ເຫດການ​ໃນ​ລັກສະນະ​ດຽວກັນນີ້
ເກີດ​ຂຶ້ນອີກ​ຢ່າງ​ເດັດຂາດ. ທັງ​ຍັງ​ຈະສະ​ແດງ​ບົດບາດ​ໃນ​ການ​ສົ່ງ​ເສີມ​ຄວາມ​ສຳພັນ​ອັນ​ດີ​
ລະຫວ່າງ​ລາວ-​ໄທ​ໃຫ້ໝັ້ນ​ແກ່ນ​ຂຶ້ນອີກ​ດ້ວຍ.

ຂຽນເມື່ອ ຂຽນເມື່ອ: ມ.ນ.. 28, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

ໄທກໍາລັງຕົກຢູ່ພາຍໃຕ້ ຄວາມກົດດັນຮອບດ້ານ

ເວລານີ້ ລັດຖະບານໄທແມ່ນກໍາລົງຕົກຢູ່ພາຍໃຕ້ຄວາມກົດດັນຈາກທຸກໆດ້ານ ເປັນຕົ້ນວ່າ ການກໍ່ການກະບົດຢູ່ໃນເຂດພາກໃຕ້ກໍກໍາລັງເພີ່ມຄວາມຮຸນແຮງຂື້ນອີກ ຂະນະດຽວກັນ ໄທ ກໍກໍາລັງຕໍ່ສູ້ກັບກໍາປູເຈຍ ກ່ຽວກັບອານາເຂດອ້ອມແອ້ມວັດເຂົາພະວິຫານ ແລະພ້ອມດຽວ ກັນ ກໍປະເຊີນກັບການປະທ້ວງຕໍ່ຕ້ານລັດຖະບານ ຈາກພວກປະທ້ວງສອງກຸ່ມ ດ້ວຍກັນ. ພວກນັກວິເຄາະດ້ານການເມືອງໃນຂົງເຂດກ່າວວ່າ ລັດທິຊາດນິຍົມກໍາລັງ ເປັນເຊື້ອໄຟເຮັດ ໃຫ້ຂໍ້ຂັດແຍ້ງກັນຕ່າງໆເຫລົ່ານັ້ນ ທະວີຮ້ອນແຮງຂຶ້ນ ຊຶ່ງໃນບາງກໍລະນີນັ້ນ ແມ່ນເພື່ອຊຸກຍູ້ ການສະໜັບສະໜຸນສໍາລັບການເລືອກຕັ້ງ ທີ່ຄາດວ່າຈະມີຂຶ້ນ ໃນກາງປີນັ້ນ.

ລາຍງານໂດຍ Dara Baccam  03-08-2011

ຮູບຈາກ: REUTERS
ເຈົ້າໜ້າທີ່ຮັກສາຄວາມປອດໄພຂອງໄທ ເກັບກໍາເອົາຫລັກຖານ ຂະນະທີ່ທໍາການສືບສວນເຫດການ ໂຈມຕີດ້ວຍລະເບີດທີ່ຈັງຫວັດຢະລາ ທາງພາກໃຕ້ຂອງໄທ, ວັນທີ 21 ກຸມພາ 2011.
ການສູ້ລົບກັນຢູ່ເຂດຊາຍແດນລະຫວ່າງໄທແລະກໍາປູເຈຍ ປາກົດວ່າ ເບົາບາງລົງໄປ ຫລັງຈາກອິນໂດເນເຊຍໄດ້​ໄກ່
ເກ່ຍຂໍ້ຕົກລົງອັນນຶ່ງໃນອາທິດແລ້ວນີ້ ທີ່ຈະສົ່ງພວກນັກສັງເກດການໄປຍັງເຂດທີ່ເກີດຂໍ້ຂັດແຍ້ງກັນນັ້ນ.ແຕ່ກໍາລັງທະຫານຂອງທັງສອງຝ່າຍ ກໍຍັງຢູ່ໃນທ່າລະວັງ ໄພຢ່າງສູງຢູ່.

ການສູ້ລົບກັນດ້ວຍປືນໃຫຍ່ ແລະປືນນ້ອຍຢູ່ຕາມເຂດຊາຍແດນ ເມື່ອເດືອນຜ່ານມານີ້ ຍັງຜົນໃຫ້ມີຜູ້ເສຍຊີວິດໄປ
ຫລາຍຄົນ ແລະທັງສອງຝ່າຍໄດ້ຖິ້ມໂທດໃສ່ກັນແລະກັນ ວ່າເປັນຜູ້ເລີ່ມຍິງກ່ອນ.

ທ່ານ ຄຣີສ ເບກເກີ ນັກຂຽນແລະນັກວິໄຈການເມືອງໄທ ກ່າວວ່າ ຂໍ້ຂັດແຍ້ງກັນດັ່ງກ່າວ ປາກົດວ່າ ມີ​ເປົ້າ​ໝາຍແນ
ໃສ່​ເພື່ອປຸກ​ປັ່ນຄວາມຮູ້ສຶກຊາດນິຍົມ​ຂຶ້ນ​ມາ ລ່ວງ​ໜ້າການ ເລືອກຕັ້ງໃນປີນີ້.

ທ່ານ​ເບ​ກ​ເກີ້ ກ່າວຕໍ່ໄປວ່າ ກອງທັບແລະວົງການທຸລະກິດພາກັນຢ້ານກົວວ່າ ຖ້າ​ບໍ່​ເຮັດ​ເຊ່ນ​
ນັ້ນ​ແລ້ວ ພວກສະໜັບສະໜຸນອະດີດນາຍົກລັດຖະມົນຕີທັກສິນ ຊິນນະວັດ ທີ່ຖືກໂຄ່ນລົ້ມ
ໄປນັ້ນ ກໍອາດຖືກເລືອກຕັ້ງຄືນມາ ກໍາອໍານາດອີກຕໍ່ໄປໄດ້. ທ່ານ​ເບ​ກ​ເກີເວົ້າ​ວ່າ:

"ພວກເຂົາເຈົ້າບໍ່ຕ້ອງການໃຫ້ກໍາລັງທີ່ນິຍົມທ່ານທັກສິນຊະນະການເລືອກຕັ້ງ
ແລ້ວກໍ​ຕ້ອງ​ໄດ້ຈັດການ​ຮັບ​ມື​ກັບ​ຜົນ​ທີ່​ຕິດຕາມມາ​ພາຍຫລັງ ​ເພາະວ່າຖ້າ​ຈະ​ເວົ້າ​
ໄປ​ແລ້ວ ພວກເຂົາເຈົ້າກໍໄດ້ໂຄ່ນລົ້ມລັດຖະບານ​ທີ່ໄດ້ຮັບເລືອກຕັ້ງໄປ​ແລ້ວສອງ
ຊຸດ ແລະການ​ໂຄ່ນ​ລົ້ມ​ລັດຖະບານ​ສາມຊຸດລຽນຕິດ ​ແມ່ນບໍ່​ເປັນ​ການດີ​ແນ່ນອນ.
ດັ່ງນັ້ນ ບາງທີ ພວກເຂົາເຈົ້າຕ້ອງການໃຫ້ເກີດວິກິດການ​ແນວ​ໃດ​ແນວ​ນຶ່ງ.”

ຄວາມເຄັ່ງຕຶງໄດ້ລຸກເປັນໄຟຂື້ນໃນເດືອນທັນວາປີຜ່ານມາ ເວລາພວກເຈົ້າໜ້າທີ່ກໍາປູເຈຍໄດ້
ຈັບກຸມຊາວໄທຫົວຊາດນິຍົມກຸ່ມນຶ່ງ ຫລັງຈາກພວກເຂົາເຈົ້າໄດ້ເຂົ້າໄປໃນອານາເຂດທີ່ເປັນຂໍ້ ຂັດແຍ້ງກັນນັ້ນ.

ພວກ​ຄົນ​ໄທທີ່ຖືກຈັບນັ້ນ ສ່ວນໃຫຍ່ໄດ້ຖືກປ່ອຍຕົວໃນເວລາຕໍ່ມາ ແຕ່ກໍາປູເຈຍໄດ້ຕັດສິນ
ຈໍາຄຸກພວກຜູ້ນໍາກຸ່ມສອງຄົນ ຊຶ່ງ​ໄດ້ສ້າງຄວາມໂກດແຄ້ນ ​ໃຫ້​ແກ່ພວກຊາດນິຍົມໄທ ທີ່ເປັນ
ຝ່າຍກຸ່ມພັນທະມິດປະຊາຊົນ​ເພື່ອ​ປະຊາທິ ປະ​ໄຕ ຫລືທີ່​ເອີ້ນ​ກັນວ່າ ກຸ່ມເສື້ອເຫລືອງນັ້ນ.

ປັດຈຸບັນນີ້ ພວກປະທ້ວງເສື້ອເຫລືອງພາກັນທໍາການປະທ້ວງເປັນປະຈໍາຢູ່ ນອກທໍານຽບ
ລັດຖະບານ ຮຽກຮ້ອງໃຫ້ລັດຖະບານຈີກສັນຍາຊາຍແດນກັບ ກໍາປູເຈຍນັ້ນ ແລະຢຸດໃຫ້
ຄວາມຮ່ວມມືກັບອົງການວັດທະນະທໍາຂອງສະຫະປະຊາຊາດ ກ່ຽວກັບວັດຮິນ​ດູໂບຮານ
ຫລືວັດເຂົາພະວິຫານ ທີ່ຢູ່​ໃກ້ອານາເຂດຂັດແຍ້ງກັນນັ້ນ.

ແຕ່ຝ່າຍລັດຖະບານບໍ່ຍອມຮັບຄໍາຮຽກຮ້ອງດັ່ງກ່າວນັ້ນ ແລະໄດ້ສູນເສຍການສະໜັບສະໜຸນ
ຈາກກຸ່ມພັນທະມິດປະຊາຊົນ​ເພື່ອປະຊາທິປະໄຕ ຫລື PAD ຊຶ່ງຄັ້ງນຶ່ງເຄີຍເປັນພັນທະມິດທີ່ ສໍາຄັນກຸ່ມນຶ່ງ.

ທ່ານ ສຸຣາດ ຫໍຣະໄຊກຸນ ອາຈານສອນວິຊາລັດຖະສາດການເມືອງ ປະຈໍາມະຫາວິທະຍາ
ໄລຈຸລາລົງກອນ ກ່າວວ່າ ຖ້າຫາກການປະ​ເຊີນ​ໜ້າ​ກັນ​ຍັງດໍາເນີນຢູ່ຕໍ່ໄປ ກໍອາດຈະເກີດ
ການປະທ້ວງເພີ່ມຂື້ນໄດ້. ທ່ານສຸຣາດ ກ່າວຕໍ່ໄປວ່າ

“ຖ້າຫາກວ່າ ລັດຖະບານບໍ່ສາມາດທໍາການແກ້ໄຂ ລະຫວ່າງຕົນກັບຝ່າຍເສື້ອ
ເຫລືອງໄດ້ແລ້ວ ກໍແນ່ນອນວ່າ ພວກເສື້ອເຫລືອງກໍຈະອອກ​ມາລະບາຍແບບນີ້​
ແຫລະ ເນຶ່ອງຈາກວ່າ ພວກເຂົາເຈົ້າຈະພະຍາຍາມຮຽກຮ້ອງເອົາ ໃນສິ່ງທີ່ພວກ
ເຂົາເຈົ້າຕ້ອງການ ຖ້າຫາກວ່າລັດຖະບານບໍ່ຍອມຕອບສະໜອງໃດໆແລ້ວ ທ່ານ
ກໍຮູ້ວ່າ ພວກເຂົາເຈົ້າຈະ​ລະດົມພົນເພີ່ມຕື່ມອີກ.”

 

Anti-government demonstrators stage a peaceful protest at Democracy Monument lighting candles and singing songs in honor of comrades killed by security forces in May. Bankok, 10 Oct 2010.
AP
ການປະທ້ວງປະຈໍາເດືອນບັ້ນນຶ່ງຂອງ ພວກເສື້ອແດງ ທີ່ບາງກອກ ເມື່ອວັນທີ 10 ຕຸລາ 2010.

ນອກນີ້ແລ້ວ ກຸ່ມປະທ້ວງອີກກຸ່ມນຶ່ງ ກໍຄືກຸ່ມ
ພວກເສື້ອແດງນັ້ນ ກໍກໍາລັງ​ເພີ່ມ​ທະວີຄວາມ
ກົດດັນຕໍ່ລັດຖະບານຄື​ກັນ ໂດຍຈັດການປະ ທ້ວງປະຈໍາເດືອນຂຶ້ນ.

ເມື່ອປີກາຍນີ້ ພວກເສື້ອແດງໄດ້ຍຶດຄອງຍ່ານການຄ້າໃນໃຈກາງນະຄອນຫລວງບາງກອກ ເປັນເວລາສິບອາທິດ ຮຽກຮ້ອງໃຫ້ມີການເລືອກຕັ້ງໃໝ່ ໂດຍອ້າງວ່າລັດຖະບານຊຸດ
ປັດຈຸບັນນີ້ ແມ່ນຖືກຕັ້ງຂື້ນມາຢ່າງຜິດກົດໝາຍ ຫລັງ​ຈາກ​ທີ່ສານ​ໄດ້ຕັດສິນ​ໃຫ້ຍຸບລັດຖະບານສອງຊຸດກ່ອນທີ່ສະໜັບສະໜຸນໂດຍ ພວກເສື້ອແດງນັ້ນ.

ແຕ່ລັດຖະບານໄດ້ສັ່ງໃຫ້ທະຫານເຂົ້າໄປຂັບໄລ່ພວກປະທ້ວງ​ເສື້ອ​ແດງໃຫ້ສະຫລາຍຕົວຊຶ່ງ​ໄດ້ກໍ່ໃຫ້ເກີດການປະທະກັນ ທີ່ຍັງຜົນໃຫ້ມີຜູ້ເສຍຊີວິດໄປ 90 ຄົນໃນຄັ້ງນັ້ນ.

ພວກເສື້ອແດງຫລາຍໆຄົນແມ່ນໄດ້ລົງຄະແນນສຽງເອົາທ່ານທັກສິນເຂົ້າມາກໍາອໍານາດແລະຮູ້ສຶກວ່າການໂຄ່ນລົ້ມທ່ານທັກສິນໂດຍຝ່າຍທະຫານໃນປີ 2006 ນັ້ນ ແມ່ນ​ໄດ້​ຖືກ​ຈັດ​ແຈງ​
ຂຶ້ນໂດຍພວກຫົວກະທິໃນບາງກອກທັງຫລາຍ ທີ່ໜຸນຫລັງໂດຍພວກເສື້ອເຫລືອງທີ່ຢ້ານອິດທິພົນ ຂອງທ່ານທັກສິນນັ້ນ.

ພວກທີ່ວິຈານທ່ານທັກສິນ ກ່າວວ່າທ່ານປຸກລະດົມ​ຄວາມຮູ້ສຶກຂອງປະຊາຊົນເພື່ອ​ປະ​ໂຫຍ​ດສ່ວນ​ໂຕ ​ໃຊ້ອໍານາດຜະ​ເດັດ​ການ ແລະສໍ້ລາດບັງຫລວງ.

ໃນຂະນະທີ່ການສະແດງທ່າທີທາງການເມືອງ ແລະຄວາມກົດດັນກໍ່​ໂຕຢູ່ໃນນະຄອນຫລວງບາງກອກນັ້ນ ການກໍ່ຄວາມຮຸນແຮງກໍໄດ້ເພີ່ມທະວີຂື້ນຢູ່ໃນເຂດພາກໃຕ້ຂອງໄທ ບ່ອນທີ່
ພວກຊົນເຜົ່າມາເລມຸສລິມຢາກແຍກໂຕອອກເປັນ​ເອກ​ກະລາດ ຈາກການປົກຄອງຂອງໄທ ທີ່ຖືສາສະໜາພຸດນັ້ນ.

ໃນ​ໄລຍະບໍ່ເທົ່າໃດອາທິດຜ່ານມານີ້ ການຍິງກັນແລະການວາງລະເບີດ ທີ່ຖິ້ມໂທດໃສ່ພວກກະບົດນັ້ນ ໄດ້ກາຍມາເປັນ​ເຫດ​ການທີ່ເກີດຂື້ນ ເກືອບແທບທຸກມື້ ແລະການໂຈມຕີຕໍ່ກໍາລັງ
ທະຫານໄທ ທີ່​ປະ​ຈໍາ​ການ​ຢູ່​ທີ່​ນັ້ນ​ເປັນຈໍານວນ​ຫລວງຫລາຍ ກໍ​ໄດ້​ມີ​ຂຶ້ນ​ຢ່າງ​ກ້າຫານ​ຫລາຍ​ຂຶ້ນ.

ສາສດາຈານ Duncan McCargo ສອນວິຊາການເມືອງ​ແຫ່ງຂົງເຂດເອເຊຍຕາເວັນອອກສຽງໃຕ້ ປະຈໍາມະຫາວິທະຍາໄຍ Leeds ໃນປະເທດອັງກິດ  ກ່າວວ່າ ພວກກະບົດ ແລະ
ພວກເສື້ອແດງນັ້ນ ​ເຖິງ​ແມ່ນ​ຈະ​ມີ​ລັກສະນະ​ແຕກ​ຕ່າງ​ກັນ ​ແຕ່ກໍມີຄວາມຈົ່ມທຸກອັນ​ດຽວ​ກັນ ຊຶ່ງ​ທ່ານ​ອະທິບາຍ​ວ່າ:

“ໃນແກນກາງ​ແລ້ວ ກໍ​ແມ່ນບັນຫາອັນດຽວກັນ ກໍ​ຄື​ວ່າອໍານາດ​ປົກ​ຄອງ​ຢູ່​ໃນບາງ
ກອກນັ້ນ ແມ່ນຮູ້ດີທີ່ສຸດ ຮູ້​ດີ​ກ່ວາ​ໝູ່ ​ແລະ​​ແທ້ໆ​ແລ້ວ ກໍບໍ່ໄວ້ໃຈພວກປະຊາຊົນຢູ່
ໃນເຂດຕ່າງໆວ່າ ຈະ​ສາມາດ​ບໍລິຫານກິດຈະການຂອງພວກເຂົາເຈົ້າເອງ​ໄດ້ແລະ
ຮູ້ສຶກວ່າ ພວກເຂົາເຈົ້າຍັງບໍ່ພ້ອມທີ່​ຈະມີລະບອບປະຊາທິປະໄຕ ຄືຍັງບໍ່ພ້ອມທີ່ຈະ
ຮັບເອົງຄວາມຮັບຜິດຊອບ​ໃນການຈັດການ ຫລື​ແກ້​ໄຂບັນຫາຕ່າງໆຂອງຕົນ​ເອງ​ ໄດ້.

ການກໍ່ກະບົດໄດ້ເອົາຊີວິດຜູ້ຄົນໄປຫລາຍກວ່າ 4,000 ຄົນ ນັບຕັ້ງແຕ່ປີ 2004 ​ເປັນ​ຕົ້ນ​ມາ.

ທ່ານແມກຄາໂກກ່າວວ່າ ຖ້າບາງກອກອະນຸຍາດໃຫ້ມີການເລືອກຕັ້ງເອົາຜູ້ວ່າຫລື​ເຈົ້າ​ແຂວງ
ແລະສະພາຂົງເຂດໄດ້ ມັນກໍອາດຈະຊ່ວຍ​ໄດ້​ຫລາຍ ​ໃນ​ການ​ສະໜອງ​ຄວາມຮຽກຮ້ອງຕ້ອງ
ການຂອງ​ປະຊາຊົນ ໃຫ້ມີຜູ້ແທນ ຕາງໜ້​ານັ້ນ.

ແຕ່ພວກນັກວິເຄາະການເມືອງອືນໆ ໂຕ້ແຍ້ງວ່າ ການກະຈາຍອໍານາດອອກ​ໄປ ອາດຈະ​ເຮັດໃຫ້ມີການສໍ້ລາດບັງຫລວງ​ ໃນລະດັບທ້ອງຖິ່ນເພີ່ມຂຶ້ນ

ແລະໃຊ້ອໍານາດໄປໃນທາງທີ່ ບໍ່ຖືກບໍ່ຕ້ອງນັ້ນໄດ້.ນອກຈາກ​ໃນ​ເຂດບາງກອກແລ້ວ ພວກຜູ້ວ່າການຈັງຫວັດຂອງໄທ ແມ່ນຖືກແຕ່ງຕັ້ງໂດຍລັດ ຖະບານ.

ປະເທດໄທຮອດ​ກໍາ​ນົດທີ່​ຈະຕ້ອງຈັດໃຫ້ມີການເລືອກຕັ້ງໃນປີນີ້​ແລ້ວ ແລະນາຍົກລັດ​ຖະມົນຕີ ທ່ານອະພິສິດ ເວດຊາຊີວະ ກໍໄດ້ກ່າວ​ວ່າ ທ່ານຄາດວ່າຈະ

ຈັດການເລືອກຕັ້ງຂຶ້ນໃນຣາວ ເດືອນມິຖຸນາປີນີ້.

http://www.voanews.com/lao/news/Thailand-Pressure-Election-8Mar-2011-117574933.html

ຂຽນເມື່ອ ຂຽນເມື່ອ: ມ.ນ.. 27, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

Sonny Syonesa ພະເອກຮູບເງົາປະເພດ ບູ້ ກັງຟູ ກໍາລັງພາຍໃນ ຊາວລາວອາເມຣິກັນ

ມື້ນີ້ ວັນນະສອນຈະແນະນໍາໃຫ້ທ່ານຮູ້ຈັກກັບ Sonny Syonesa ຄົນລາວອາເມຣິກັນ ທີ່ເປັນນັກ stuntman, ທັງຍັງເປັນພະເອກບູ້, ທັງເປັນຜູ້ກໍາກັບແລະຜູ້ຄວບຄຸມການສ້າງ ຮູບເງົາ ມາສະເໜີທ່ານ. ຂໍເຊີນທ່ານຕິດຕາມຟັງໄດ້ ໃນບົດສໍາພາດ.

ລາຍງານໂດຍ ວັນນະສອນ ແກ້ວດາຣາ | ວໍຊິງຕັນ ດີຊີ  03-03-2011

ຮູບຈາກ: Sonny Syonesa

Sonny Syonesa ໃນວັນເປີດຮອບປະຖົມມະເລີກຂອງຮູບເງົາເລື້ອງ In 3 Dragons.

ລົງພິມໃນໜ້າເວັບຂ້າງລຸ່ມ

ເວລາທີ່ພວກເຮົາກ່າວເຖິງພະເອກຮູບເງົາປະເພດກັງຟູ
ກໍາລັງພາຍໃນ ທີ່ໄທເຮົາເຈົ້າຂ້ອຍຮູ້ຈັກດີ ກໍຄົງຈະແມ່ນ
Bruce Lee ແລະຕໍ່ມາກໍມີ Jackie Chan ແລະ
Joe Wunfa ນັກບູ້ທີ່ດັງກ້ອງໂລກ. ມື້ນີ້ ວັນນະສອນ
ໄດ້ສໍາພາດກັບພະເອກຮູບເງົາບູ້ທີ່ເປັນຊາວລາວ-ອະເມ
ຣິກັນໃນລັດ Minnesota, Sonny Syonesa ທີ່ເກີດ
ຢູ່ປາກເຊແລະໄດ້ເຂົ້າມາຢູ່ສະຫະລັດ ໃນເຂດເໜືອຂອງ
ລັດ New York ຕອນອາຍຸສິບກ່ວາຂວບ. ຂໍເຊີນຮັບ
ຟັງການສໍາພາດແບບໝົດເປືອກໄດ້ດັ່ງຕໍ່ໄປນີ້:

/ການສໍາພາດ/

ນັ້ນກໍຄືການສໍາພາດພາກທີ 1  ກັບນັກສະແດງຮູບເງົາແນວບູ້ທັງເປັນ stuntman
ທີ່ໃຈກ້າ Sonny Syonesa. ວັນນະສອນຈະນໍາເອົາການສໍາພາດພາກທີ 2 ມາ
ສະເໜີທ່ານຜູ້ຟັງອີກໃນອາທິດໜ້າວ່າ ຜູ້ກ່ຽວມີໂຄງການກໍາກັບແລະສະແດງຮູບເງົາ
ອັນໃດແດ່ ແລະ Sonny ຈະໃຫ້ຂໍ້ຄິດຄວາມເຫັນໃນການຢາກມາເອົາດີທາງດ້ານການ
ສະແດງ, ຖ່າຍທໍາແລະກໍາກັບ ແນວໃດແດ່ນັ້ນ ພວກນ້ອງໆແລະທ່ານຜູ້ຟັງທັງຫຼາຍ
ທີ່ຢາກຈະເດີນຕາມຮອຍ Sonny Syonesa ຕອ້ງບໍ່ພາດ ລໍຖ້າຮັບຟັງພາກທີ 2 ໄດ້
ໃນລາຍການຊີວິດໃນຕ່າງແດນຂອງ VOA ໃນອາທິດໜ້າ.

 

http://www.voanews.com/lao/news/Sonny-Syonesa-03Mar11-117310473.html