ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2009 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄວາມຮັກນັ້ນມາມັນມີຫຼາຍໆຮູບແບບແຕກຕ່າງກັນໄປມັນຂື້ນກັບວ່າການຕັດສິນໃຈຂອງຄົນເຮົາວ່າຈະສ້າງສັນ

ສິ່ງທີ່ເຮົາຮັກນັ້ນໃຫ້ມັນເປັນຮູບແບບໃດການເວລາມັນເປັນເຄື່ອງພິສູດເອງວ່າຄວາມຮັກນັ້ນມັນຈະເປັນຈັ່ງໃດ

ເພາະວ່າຈິດໃຈນັ້ນມັນບັງຄັບກັນບໍ່ໄດ້ກ່ຽວກັບເລື່ອງຂອງຄວາມຮັກບໍ່ວ່າການທີ່ຈະຢູ່ຫຼືຈາກໄປຂອງຄົນຮັກ

ນັ້ນມັນກໍ່ອາດເປັນໄປໄດ້ສະເໝີເມື່ອໃດທີ່ເຂົາໝົດຮັກເຮົາແລ້ວ ແມ່ນບໍ່ພີ່ນ້ອງ ຈັກແມ່ນວ່າໂຊກດີຫຼືໂຊກຮ້າຍ

ຂອງຂ້ອຍບຸເກີດມາຊາດນີ້ນະເຄີຍມີຮັກແຕ່ມັນເປັນຮັກທີ່ວ່າບໍ່ຄ່ອຍສົມຫວັງຈັກເທົ່າໃດ

ຄົບກັນນານແສນນານໄດ້ບັກຫຼາຍໆປີ ແຕ່ຮຽນປີໜື່ງຈົນຮອດປີສີ່ ຕັ້ງຄວາມຫວັງກັນໄວ້ຫຼາຍໆຢ່າງ

ແຕ່ຄວາມຫວັງເຫຼົ່ານັ້ນໄດ້ກາຍມາເປັນພຽງຄວາມຝັນຂອງຂ້ອຍຄົນດຽວເມື່ອຮູ້ວ່າເຂົາຄົນນັ້ນມີແຟນໃໝ່ສາແລ້ວ

ອາດີດເຄີຍບອກຮັກຄຳຫວານໆ ໃຕ້ເງົາແສງຈັນນັ້ນແລະສັນຍາກັນແສ່ງສອດສ່ອງຂອງດວງຈັນໃນວັນເພັນຂອງລະດູໜາວ

ເດືອນ ສິບສອງມັນບໍ່ມີຄວາມໝາຍຫຍັງເລີຍສຳຫຼັບລາວ

ຂ້ອຍຄິດວ່າການຢູ່ຫ່າງກັນພຽງແຕ່ 4 ປີນັ້ນມັນເຮັດໃຫ້ຫຼາຍໆຢ່າງລະຫວ່າງເຮົານັ້ນມັນປ່ຽນແປງໄປ

ທັງໆທີ່ສັນຍາກັນໄວ້ວ່າຈະຮັກດຽວໃຈດຽວນີ້ລະນໍ່ເຂົາວ່າຮັກແທ້ແພ້ໃກ້ສິດ ຕັ້ງແຕ່ນີ້ຕໍ່ໄປຂ້ອຍອາດຈະ

ບໍ່ສາມາດຮັກໃຜໄດ້ ແລະກໍ່ບໍ່ຢາກມີຊີວິດຢູ່ອີກຕໍ່ໄປ ໃນຕອນນັ້ນຂ້ອຍຄິດຈັ່ງຊັ້ນ , ແຕ່ໃນຕອນນີ້ນັ້ນມັນ

ອາດເປັນແຕ່ພຽງຝັນ ເພາະວ່າຂ້າພະເຈົ້າເຂົ້າໃຈແລ້ວວ່າຄວາມຮັກນັ້ນບໍ່ຈຳເປັນວ່າຈະໄດ້ມາເປັນຄູ່ຄອງສະ

ເໝີໄປ ຂໍໃຫ້ຄົນໆນັ້ນມີຄວາມສຸກເຮົາກໍ່ມີຄວາມສຸກໄປນຳນັ້ນກໍ່ແມ່ນຄວາມຮັກທີ່ແທ້ຈິງ ເຊັ່ນກັນ

ຊີວິດເຮົາຕອ້ງກ້າວເດີນໄປຂ້າງໜ້າການຜີິດຫວັງເສຍໃຈມັນເປັນເລື່ອງທຳມະດາຂອງມະນຸດຍັງມີຫຼາຍໆ

ສີ່ງຫຼາຍໆຢ່າງກຳລັງລໍຄອຍເຮົາຢູ່ຂ້າງໜ້າຂ້ອຍຄິດວ່າການມີຮັກຄັ້ງທຳອິດນັ້ນມັນເປັນພຽງປະສົບການ

ລະຫວ່າງຄວາມຈິງກັບຄວາມຝັນມັນອາດໂຄຈອນມາພໍ້ກັນເພາະວ່າມັນບໍ່ເປັນດັ່ງຄວາມຕັ້ງໝັ້ນ

ມັນເປັນພຽງສາຍລົມທີພັດມາແລ້ວຜ່ານໄປເຫຼືອໄວ້ພຽງຄວາມໜາວເຢັນເປັນລະດູການ

ອຶອຶອຶ ຊື້ງໆໆໆນຳກັນແດ່