ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 3, 2009 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

             ສາຍລົມ                  ພັດມາ                   ການເວລາຜ່ານໄປ

            ຄວາມໜາວເຢັນ      ເກັບເປັນສັນຍານ             ພັດຜ່ານມາ

            ຄວາມເຢັນຊາ          ຂອງສາຍລົມ               ບົ່ມຊວງໃນ

            ກາບກອນນີ້           ແຕ່ງແຕ້ມດ້ວຍຫົວໃຈ       ໄວ້ຄຳຄົມ

           ປະສົມ                    ປະສານ            ການຈາກໄປກັບສາຍລົມ

          ຂຽນຄຳຄົມ           ຝາກໄວ້                ໃຫ້ກ່ອນລາ

         ໄປຄັ້ງນີ້               ໄປແລ້ວໄປໃຫ້ໄກ         ກັບສາຍຕາ

        ຂໍຈາກລາ              ສາລາກອນ              ໄປກ່ອນເຍີ່

        ບາຍບາຍ              ໂບຍໂບກ       ນັບວ່າເປັນໂຊກທີ່ໄດ້ພົບ

        ແຕ່ຂໍ ຈົບພຽງກອນນີ້        ກ່ອນຈາກໄປ        ຂໍອະໄພໄປໄດ້ແລ້ວບໍ່ເຂົ້າມາ

             ຂໍອຳລາໃນພັນລາວແລ້ວເດີ່ເຮົາ   ບາຍບາຍ 

    

 

 

       

             

                   

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 2, 2009 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ວັນວານ     ການເວລາ         ຜັນຜ່ານ

ດວງຈັນ     ດວງໃຈ           ລາລັບ

ນັບວັນ      ນັບຄືນ            ເຫີນຫ່າງ

ສາຍທາງ   ສາຍນ້ຳ            ທີ່ຍາວໄກ

ຜ່ານມາ     ຜ່ານໄປ          ເລືອນລອຍ

ທຸກໆຢ່າງ   ຈາງຫາຍ        ເໝືອນສາຍລົມ

ພົບແລ້ວ   ຕ້ອງຈາກ                     ທໍລະມານ

ເໝືອນຝັນ  ກັ່ນແກ້ງ         ແກ່ສອງເຮົາ

ວັນນີ້       ວັນໜ້າ        ສຸດຂອບຟ້ານິລັນ

ຄຳວ່າຮັກກັນ  ນັ້ນ        ມັນເປັນພຽງສາຍລົມ