/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;}
ການເວລາຜ່ານໄປນານແສນນານວັນໜື່ງໆຜ່ານໄປວັນໃໝ່ຂື້ນມາແທນ.ເຖີງແມ່ນວ່າຊີວິດ
ຂອງຄົນຕ້ອງເດີນທາງໄປຂ້າງໜ້າຢ່າງບໍ່ຢຸດຢັ້ງແຕ່ເຮົາຍັງຖີ້ມໄວ້ຂ້າງຫຼັງຄືອະດີດທີ່ເປັນ
ຄວາມຈິງທີ່ຜ່ານມາຂອງເຮົາຄືວ່າ : ເລື່ອງລາວຕ່າງໆນັ້ນມັນຍັງເປັນຄວາມຊົງຈຳຂອງ
ຂ້ອຍຕະຫຼອດເວລາ,ບໍ່ເຄີຍລືມເລີຍນະທີ່ແຫ່ງນັ້ນ...ມັນເປັນຄັ້ງທຳອິດແລະຄັ້ງສຸດທ້າຍມາ
ລວມໆກັນ.ເພາະວ່າມັນບໍ່ອາດຫວນຄືນມາອີກຄັ້ງນະຈຸດໆນັ້ນອີກແລ້ວເຖີງວ່າເຫດການ
ນັ້ນມັນເປັນພຽງອາດີດໄປແລ້ວແຕ່ຂ້າພະເຈົ້າບໍ່ສາມາດລືມມັນ ຈາກຄວາມຊົງຈຳນັ້ນໄປ
ໄດ້ເລຍ,ໃນໝູ້ບ້ານນ້ອຍໆແຫ່ງໜື່ງ ເຖີງວ່າເປັນເຂດບ້ານນອກບ້ານນ້ອຍທີ່ຫ່າງໄກຈາກຕົວ
ເມືອງ ມັນບໍ່ມີໄຟແສງສີສຽງບັນເລງເພງເປັນໃຫ້ທ່ານຝັນຫວານ ວ່າແຕ່ເທົ່ານັ້ນລະໄຟຟ້າ
ກະຮອດບໍ່ມີໃນສະໄໝນັ້ນ ເພາະວ່າມັນເປັນບ້ານທີ່ຫ່າງໄກມີແຕ່ພົງພະນາປ່າໄມ້
ຍູງຍາງລຽນສ່າຍລ້າຍ., ຕັ້ງແຕ່ວັນນັ້ນມາເຖີງວັນນີ້ມັນກໍ່ເປັນເວລານານພໍສົມຄວນແລ້ວ
ຕອນນັ້ນຂ້ອຍຍັງເປັນເດັກນ້ອຍໄຮ້ດຽງສາອາຍຸປະມານ 6-7 ຂວບນີ້ລະ ຂ້ອຍໄດ້ເລີ່ມ
ເຂົ້າຮຽນນະທີ່ໂຮງຮຽນປະຖົມແຫ່ງໜື່ງ,ໃນໂຮງຮຽນແຫ່ງນັ້ນເອງລະທີ່ເຮັດໃຫ້
ຂ້າພະເຈົ້າໄດ້ຮູ້ຈັກເພື່ອນທີ່ດີຫຼາຍໆຄົນ,ຂ້ອຍມີເພື່ອນຮຽນຢູ່ຮ່ວມຫ້ອງປະມານ 9 ຄົນຍີງ 5 ຄົນ
ດ້ວຍກັນ ຄື ບຸນແຍ້ມ,ບຸນມີ ແລະເອ ສີ່ຄົນລວມທັງຂ້ອຍ. ພວກເຮົາແມ່ນຕິດກັນຂະໜາດໄປໃສມາ
ໃສບໍ່ເຄີຍປະກັນຈັກຄັ້ງເລີຍ,ໃນໝູ່ເຮົາສີ່ຄົນນັ້ນ ບຸນມີແມ່ນຜູ້ໜື່ງທີ່ຂີ້ອາຍສຸດໆແລະກະປືກກວ່າໝູ່ຕົນ
ຕົວມອມແມມຂີ້ເຫງົາເບີ່ງແລ້ວຄ້າຍເດັກມີບັນຫານີ້ລະ ເວລາໝູ່ຊວນໄປໃສກະໄປນຳໝົດບໍ່ເຄີຍ
ວ່າຈະປະຕິເສດຫຼອກ
ແຕ່ມານິດ ໃສເສຍຢ່າງໜື່ງບໍ່ຄ່ອຍຈະລົງໃຜຈັກເທົ່າໃດໃຜເວົ້າໃຫ້ໝໍຫັ້ນລະວັງໂລດວ່າເຈັບ
ໂຕແນ່ນອນ. ຖ້າເວົ້າແບບຕູ່ໆແດ່ບໍ່ເປັນຄວາມຈິງ, ຕໍ່ມາບຸນແຍ້ມແລະເອສອງຄົນນີ້ແມ່ນເຂົ້າກັນຮ້າຍກວ່າ
ປີ່ກັບຂຸ່ຍ,ຖ້າເພີ່ນມາພໍ່ກັນແລ້ວຈັກເວົ້າອີຫຍັງບຸບໍ່ຮູ້ນຳ,ເວົ້າກັນຢູ່ຫັ້ນລະໃນເວລາຮຽນກະຍັງຍັງລົມກັນຫັ້ນ
ແລ້ວຈົນນາຍຄູຮ້າຍຈື່ງຢ່າລົມກັນ ຂ້ອຍກະຜູ້ໜື່ງມີນິດໃສແປກໝູ່ເກາະຕິດກັບປື້ມນິທານຂາດໆ
1 ຫົວ ໄປໃສມາໃສກະເອົາໄປນຳຢ້ານມັນເສຍເບີ່ງຄືວ່າ:ສົມບັດອັນນັ້ນແມ່ນລາຄາພັນລ້ານນີ້ລະ,
ມີຄັ້ງໜື່ງຂ້ອຍໄດ້ເອົາປື້ມນິທານໄປສູ່ເອແລະແຍ້ມອ່ານແລ້ວກະຮ່ວມສົນທະນາກັນກ່ຽວກັບນິທານ
ຫັ້ນລະ,ຂ້ອຍວ່າມັນແມ່ນເລື່ອງຈິງແທ້ໆນິທານນະ,ແຕ່ໝໍແຍ້ມເປັນຄົນອ່າວຫົວດີເວົ້າບັກແຮງວ່າ
ຊິແມ່ນຜຽງສັດມາແຕ່ໃສປາກໄດ້ເນາະແມ່ຂ້ອຍເວົ້າວ່ານະສັດປາກບໍ່ເປັນໄດ້,
ຕອນນັ້ນກຳລັງຮຽນຢູ່ໂອ່ຍຈັ່ງແມ່ນວ່າໂຊກຮ້າຍຂອງພວກເຮົາເວົ້າແຮງເກີນໄປ
ຖືກນາຍຄູລົງໂທດຊ້ຳໂທດຖານທີ່ລົມກັນເວລາຮຽນ ຖືກໄດ້ໄປເສຍຫຍ້າອ້ອມ
ຫຼັກທຸງທັງຮ້ອນທັງເມື່ອຍກະເມື່ອຍປານນັ້ນຍັງພາກັນຮ້ອງເພງເສີຍນາຍຄູຈົນຮ້ອງມາໃສ່ວ່າ:
”ເສຍໄວໆແດ່ຫຍ້ານະໃຫ້ມັນແລ້ວໄວ້ຊັ້ນລະບໍ່ໄດ້ກັບບ້ານເດີ່ພວກເຈົ້າ ”
ອຸ້ຍຈັ່ງແມ່ນເພີ່ນງຽບຄັກ ເນາະ
ຂ້ອຍກະວ່າຂຽ້ວເສຍແຮງຫິວເຂົ້າເວົ້າແລ້ວກະຫົວຫັ້ນແລະແຕ່ກະຄິດວ່ານາຍຄູຊິເຮັດ
ແທ້ໄດ້ຂ້ອຍຢ້ານແທ້ຢ້ານວ່າແຕ່ພໍຮອດໂມງເລີກຮຽນເພີ່ນກະໃຫ້ພວກຂ້ອຍກັບບ້ານ
ຫຼັງຈາກວັນນັ້ນມາພວກເຮົາກະບໍ່ໄດ້ລົມກັນເວລາຮຽນຈັກເທື່ອເພາະວ່າຢ້ານຖືກນາຍຄູລົງໂທດ
ດວ້ຍເຫດນັ້ນແລະມັນກໍ່ເປັນແຮງຈູງໃຈໃຫ້ຂ້າພະເຈົ້າຂຽນໄດອາຣີສະບັບນີ້ຫວນຄືນເຖີງ
ອາດິດຕະການທີ່ຜ່ານມາຕອນນັ້ນ ພວກເປັນນັກຮຽນຫ້ອງດຽວກັນແລະນິດໃສກໍ່ຕ່າງກັນ
ແຕ່ພວກຂ້ອຍບໍ່ເຄີຍຜິດຖຽງກັນຈັກເທື່ອຖ້າກັບເພື່ອນຜູ້ຍີງໃນຫ້ອງແລ້ວກັດກັນຕະຫຼອດ
ຈົນມີການຮ້າຍດ່າກັນຍ້ອນຫັ້ນລະ ແຕ່ບາງຍາມກໍ່ຖືກກັນດີຢູ່ ໃນລະຫວ່າງເດືອນກຸມພາຫາ
ເດືອນເມສາ,ມັນເປັນຊ່ວງລະດູໜາວກ້າວສູ່ລະດູໃບໄມ້ຫຼົ່ນ(ລະດູແລ້ງນັ້ນເອງ)ຫຼຽວເບີ່ງທ້ອງຟ້າ
ອາກາດປອດໂປ່ງດີ ຕົ້ນໄມ້ໃບຫຍ້າເລີ່ມຈະລາກີ່ງກ້ານເໝືອນວ່າມັນໃຫ້ສັນຍານວ່າລະດູການ
ນັ້ນກຳລັງປ່ຽນແປງໄປ,ແຕ່ຄວາມໜາວເຢັນນັ້ນຍັງບໍ່ທັນໄດ້ຫ່າງຫາຍໄປກັບການສົ່ງທ້າຍລະດູການ
ໃນທ້າຍເດືອນມີນານັ້ນເອງມັນເປັນວັນໃຫ້ສັນຍານການຈາກໄປຂອງລະດູໜາວກ້າວເຂົ້າ
ລະດູແລ້ງຢ່າງສົມບູນ.ເຖີງວ່າລະດູການນັ້ນປ່ຽນໄປຄວາມຮັກຂອງເພື່ອນນັ້ນບໍ່ເຄີຍປ່ຽນໄປ
ຂ້ອຍຍັງບໍ່ລືມວ່າຂ້ອຍແລະເພື່ອນທີ່ແສນຊົນຂອງຂ້ອຍໃນອາດີດສະໄໝຮຽນນັ້ນ
ເປັນຈັ່ງໃດຈົນວ່າບັນທືກໄວ້ໃນໄດອາຣີນີ້ຕະຫຼອດການ ….ນັ້ນຄືສັນຍານການຈາກ
ໄປໃນທ້າຍລະດູການ.