ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 22, 2013 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

                   ຄອຍ​ຄູ່

ວາ​ໂຍພັດ​ຕ່າວ​ຕ້ອງ          ກາຍ​ຜ່ານຮູ​ບນວນ​ນາງ

ສຸດ​ແສນ​ຫນາວ​ເຢັນ          ມະ​ໂນ​ກາຍ​ຮຽມນີ້

ນານຫຼາຍປີທີ່​ເນົາ​ຢັ້ງ         ​ເດີນທາງ​ພອຍ​ໂດດດ່ຽວ

ສຸດ​ປ່ຽວ​ໃຈ​ນາດ​ນ້ອງ         ຄອງຄອຍ​ອ້າຍ​ບໍ່​ຕ່າວ​ມາ  ນີ້​ນາ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 25, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ອັນວ່າຄວາມຮັກນີ້      ມີເກີດແກ່ທຸກຄົນ

ບໍ່ວ່າທຸກຈົນຫຼືຮັ່ງມີ      ກໍສະເໝີດັ່ງດຽວດ້າມ

ຍາມເມື່ອມີຮັກນັ້ນ       ແດນສະຫວັນບໍ່ທຽມເທົ່າ

ສຸກທັງສອງຂ້ອຍ-ເຈົ້າ    ອີ່ມເທົ້າທົ່ວຊີວາ

ຄວາມຮັກຂອງຄົນນີ້     ກໍມີມາກຫຼວງຫຼາຍ

ມີທັງຮັກດ້ວຍໃຈ        ປະສານໃຈກອດກ້ຽວ

ມີທັງຮັກຈິງຫມັ້ນ        ຫວັງຮ່ວມຄຽງໝອນ

ມີທັງຫຼອກຫຼອນປີ້ນ      ໃຫ້ເຈັບຊໍ້າຊວງໃນ

ມີທັງຮັກຄົນຢູ່ໃກ້        ຜູກພັນເກີດເປັນຮັກ

ມີທັງຮັກແບບສົງສານ    ເພາະຄວາມດີມີໄວ້

ມີທັງຮັກແບບໃຫ້       ບໍ່ຫວັງປອງຮຽງຮ່ວມ

ຮັກຂ້າງດຽວວ່າໄວ້      ບໍ່ໄປຍາດຊີງເຂົາ

ອັນຄວາມຮັກຮຽມນີ້      ເກີດຈາກຫົວໃຈຈິງ

ບໍ່ຫວັງຄິດລວງຫຼອກ     ໃຫ້ເພິ່ນໜ່າຍຊັງໜ້າ

ເຖິງຫ່າງກັນສຸດຂອບຟ້າ  ຂໍເອົາເວລາເປັນສື່

ໃຈປະສານໃຈໝັ້ນ      ອຸປະສັກພັນຊັ້ນກໍພົ້ນຜ່ານ

                   ຂໍພຽງເຈົ້າບໍ່ປີ້ນສັນຍາ.

 

(ສາຍນໍ້າອູ ແດນງາມ)

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 20, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ


ກອນ: ຮັກ​ອ້າຍ​ຊາຍ​ດຽວ

​ແນມ​ເຫັນໝູ່ນົກ​ນ້ອຍ      ກໍ​ມີ​ຄູ່​ໃຜ​ມັນ

​ເຫດ​ໃດ​ນໍ​ຕົວ​ເຮົາ         ຈິ່ງ​ຢູ່ດຽວດາຍ​ແທ້

ຕາ​ແລ​ແນມ​ຫາ​ຊູ້         ຍາມ​ໃດ​ຈະ​ກັບ​ຕ່າວ

​ໃຈ​ນ້ອງໜາວສັ່ນ​ຄ້ອຍ      ຄອງ​ອ້າຍ​ນັ້ນ​ຕ່າວ​ມາ

ຟັງ​ຄໍາ​ເພິ່ນ​ກ່າວ​ເວົ້າ       ຮັກ​ຄົນ​ໄກ​ຕ້ອງ​ທົນ​ທຸກ

ຄວາມສຸກ​ມີ​ເທົ່າ​ກ້ອຍ      ຊິ​ທົນ​ໄດ້​ຢູ່​ບໍ່​ນໍ

ບາ​ງຄົນ​ກໍ​ແປ​ປີ້ນ          ປັບ​ປ່ຽນຄໍາ​ສັນຍາ

​ໃຈ​ນັ້ນ​ແບ່ງ​ເປັນ​ເປັນ​ສອງ   ຄວາມ​ຮັກ​ເລີຍ​ພັງ​ມ້າງ

​ແຕ່​ໃຈ​ນາງ​ກໍ​ຍັງ​ສູ້         ບໍ່​ສົນ​ຄໍາ​ເພິ່ນ​ກ່າວ

ໜາວກາຍ​ໃຈກາງ​ທົນ​ໄດ້    ຂໍ​ແຕ່​ອ້າຍ​ນັ້ນ​ຮັກ​ດຽວ

ນາງ​ຕັ້ງ​ໃຈ​ມຸ່ງໝັ້ນ        ​ໃຫ້​ຮັກ​ນີ້ສຸກ​ສົມ​ຫວັງ

ນາງ​ບໍ່​ຄິດ​ມີ​ໃຈ​ສອງ        ນອກ​ກາຍ​ໃຈ​ຈາກ​ອ້າຍ

ນານ​ພຽງ​ໃດ​ຈະ​ລໍຖ້າ       ວັນ​ອ້າຍ​ມາ​ຂໍ​ແຕ່ງ

ຈະ​ແພງ​ສອງ​ພວງ​ແກ້ມ          ​ໃຫ້​ອ້າຍ​ພຽງຜູ້ດຽວ

ຈະ​ບໍ່ຫຼຽວຫາ​ຊູ້           ມີ​ຮັກ​ໃໝ່​ໃຈ​ສອງ

ຈະ​ປະຄອງ​ໃຈໝັ້ນ        ຮັກ​ແຕ່​ອ້າຍ​ຊາຍ​ດຽວ ​ແທ້​ແລ້ວ.