ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 28, 2010 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ສະບາຍດີ ເພື່ອພັນລາວ, ກະດົນສົມຄວນທີ່ບໍ່ໄດ້ເຂົ້າມາທັກທາຍ.......ພໍດີບໍ່ຄ່ອຍມີເວລາປານໃດກະເລີຍຫ່າງຫາຍ ແຕ່ກະຫວັງວ່າເພື່ອນໆຈະຍັງບໍ່ລືມເຮົານໍ!!!!!!!!! ກະເປັນອີກຄັ້ງທີ່ຕ້ອງໄກບ້ານ, ບໍ່ຮູ້ວ່າຄວາມເຫງົາມັນມາແຕ່ໃສ ຄືວ່າເຂົ້າມາຢູ່ໃນໃຈເຮົາໄດ້........ທັງໆທີ່ຕົນເອງກະເແປັນຄົນເຮຮາ, ມັກມ່ວນ ແຕ່ບໍ່ຮູ້ວ່າເກີດຫຍັງຂຶ້ນກັບຕົນເອງກັນແທ້, ອາດຈະເພາະຄວາມຫ່າງ, ມາຢູ່ໃນທີ່ແປກ ຫຼື ຫຍັງກະບໍ່ຮູ້ ທັງທີ່ເປັນຄົນທີ່ຕ້ອງເດີນທາງຢູ່ຕະຫຼອດ ແຕ່ກະຍັງຮູ້ສຶກວ່າເຫງົາຂຶ້ນມາໄດ້

ຂຽນເມື່ອ ຂຽນເມື່ອ: ມ.ສ.. 25, 2009 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ກ່ອນອື່ນກໍ່ຕ້ອງກ່າວຄຳວ່າຂໍໂທດຫຼາຍໆ!!!

ເພາະຕັ້ງແຕ່ ຂພຈ ໄດ້ຂຽນກະທູ້ ສ້າງເອິກງາມດ້ວຍຕົວເຮົາ ແລະ ຜູ້ຊາຍທີ່ແມ່ຍິງຄວນຫຼີກໃຫ້ໄກນັ້ນ

ບໍ່ແມ່ນຂພຈ ມີເຈດຕະນາຈະໃສ່ຮ້າຍທ່ານຊາຍ ຫຼື ເຈາະຈົງໃສ່ທ່ານໃດໜຶ່ງ, ນີ້ແມ່ນຂພຈ ບັງເອີນໄດ້ໄປອ່ານພົບໃນປື້ມອ່ານຂອງໄທ ກໍ່ເລີຍເອົາມາລົງ ໃຫ້ ເພື່ອນໆຊາວ 1000 ລາວໄດ້ອ່ານ ແລະ ພິຈາລະນານຳກັນນໍ, ອາດມີຫຼາຍຂໍ້ທີ່ອາດຈະແຮງເກີນໄປ ແຕ່ທ່ານກໍ່ຕ້ອງເຂົ້າໃຈວ່ານີ້ເປັນພຽງການແນະນຳນໍບໍ່ແມ່ນການໃສ່ຮ້າຍ...ແລະ ກໍ່ບໍ່ໄດ້ໝາຍຄວາມວ່າທ່ານຊາຍຈະເປັນແບບນີ້ໝົດທຸກຄົນ ແຕ່ເພື່ອນຊາຍ1000ລາວຄົງບໍ່ມີໃຜເປັນແບບນີ້ ແມ່ນບໍ່ລະ?????

ສຳລັບເລື່ອງສຸຂະພາບກໍ່ບໍ່ໄດ້ຕຳໜິໃຜຄືກັນນໍ ກະເປັນພຽງຄວາມຮູ້ໜຶ່ງທີ່ ຂພຈ ຄິດວ່າມັນໜ້າຈະໄດຜົນກັບທ່ານຍິງ ແລະ ໂດຍສະເພາະແມ່ນເລື່ອງຄວາມສວຍຄວາມງາມ ກະເລີຍເອົາມາລົງໃຫ້ປະຕິບັດນຳກັນລອງເບິ່ງ ແຕ່ຖ້າຄິດວ່າບໍ່ມີປະໂຫຍດກໍ່ບໍ່ເປັນຫຍັງແມ່ນບໍ່ເນາະ?

ສຸດທ້າຍຂໍຂອບໃຈຈາກໃຈຈິງທີ່ເພື່ອນໆຫຼາຍທ່ານໃຫ້ຄຳຕຳນິຕິຊົມມາ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 11, 2009 | ມີ 22 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ຊານິນດາຄິດວ່າທຸກຄົນຍ່ອມມີມິດແທ້

ມິດແທ້ທີເຮົາມີຕັ້ງແຕ່ເຍົາໄວ

ພໍ່ແມ່ຜູ້ບັງເກີດເກົ້າເປັນເພື່ອນທີ່ບໍ່ເຄີຍທອດຖີ້ມ

ໃຫ້ທັງເຂົ້າ, ນ້ຳ, ໄອອຸ່ນຈາກອ້ອມແຂນ, ຄວາມຮັກໄຄ່ເອັນດູ ແລະ ທຸກໆສິ່ງ

ຄູອາຈານ ເປັນຜູ້ໃຫ້ຄວາມຮູ້ ບອກສອນເຖິງຄວາມກະຕັນຍູ

ປາຖະນາໃຫ້ລູກສິດມີສະຕິປັນຍາກ້າແຂງ

ຖ່າຍທອດຄວາມຮູ້ຄວາມເຂົ້າໃຈ

ຊີ້ແນວທາງປະຕິບັດເພື່ອຄວາມສຳເລັດໃນຊີວິດ

ການຮັບຮູ້ ແລະ ສຳນຶກຄຸນຄ່າ

ຂອງພໍ່ແມ່ ແລະ ຄູອາຈານ

ຈະເປັນຮາກຖານໃຫ້ເຮົາຮຽນຮູ້ຈັກ

ຮັບຮູ້ ແລະ ສຳນຶກໃນຄຸນຄ່າ

ຂອງມິດຕະພາບທີ່ແທ້ຈິງໃນຊີວິດ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 5, 2009 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ສະບາຍດີ ເພື່ອນໆພັນລາວ

ໃກ້ຊິຮອດປີໃໝ່ແບບນີ້ ເພື່ອນໆຫຼາຍຄົນຄົງວາງແຜນທີ່ຈະໄປທ່ຽວແລ້ວແມ່ນບໍ່? ນິນດາ ກໍ່ຢາກຈະໄປທ່ຽວໃຈຈະຂາດ ແຕ່ກໍ່ບໍ່ໄດ້ພັກ ກໍ່ຄົງຈະຄືກັນກັບເພື່ອນໆຄົນອື່ນທີ່ສຶກສາຢູ່ຕ່າງແດນ ບໍ່ວ່າຈະໃກ້ຫຼື ໄກ ກໍ່ເອີ້ນບ້ານເພີ່ນເມືອງເພີ່ນຄືເກົ່ານັ້ນລະ. ສຸດທີ່ຈະຄິດຮອດບ້ານ ກໍ່ແມ່ນຕອນປີໃໝ່ນີ້ ແມ່ນບໍ່?

ປີໃໝ່ທຸກໆປີ ນິນດາ ກໍ່ເຄີຍໄດ້ຫົດນ້ຳດຳຫົວ ແລະ ຂໍຂະມາພໍ່ແມ່  ໃນສິ່ງທີ່ເຮັດໃຫ້ເພີ່ນບໍ່ສະບາຍໃຈ, ແຕ່ປີນີ້ກໍ່ຄົງຈະໄດ້ພຽງແຕ່ໂທອວຍພອນປີໃໝ່ເທົ່ານັ້ນລະ!

ເພື່ອນໆພັນລາວທ່ານໃດຢູ່ໃກ້ພໍ່ ແລະ ແມ່ກໍ່ເຮັດເຜື່ອນິນດາ ແດ່ເດີ,

ປີໃໝ່ຂໍໃຫ້ເພື່ອນຈົ່ງມີ ຄວາມສຸກ ແລະ ສຸຂະພາບແຂງແຮງ

ແລະ ກໍຂໍໃຫ້ເພື່ອນໆຫຼີ້ນປີໃໝ່ດ້ວຍຄວາມປອດໄພ