ຂຽນເມື່ອ: ມ.ສ.. 8, 2009
| ມີ
17 ຄຳເຫັນ
ແລະ
0 trackback(s)
ມື້ນີ້ເປັນໝືທີ່ຂ້ອຍຕ້ອງສູນເສຍຄົນທີ່ຂ້ອຍຮັກ ແລະ ເຄົາລົບໄປ ນັ້ນແມ່ນປ້າຂອງຂ້ອຍເອງ.
ເພີ່ນເປັນຄົນໆໜຶ່ງທີ່ບໍ່ໄດ້ສູງສົ່ງໃນສັງຄົມ ແຕ່ເປັນຜູ້ທີ່ສູງສົ່ງໃນໃຈຂອງຂ້ອຍ, ເປັນທີ່ປຶກສາ, ເປັນຜູ້ສອນຂ້ອຍ ແລະ ເປັນຫຼາຍໆຢ່າງໃຫ້ແກ່ຂ້ອຍ
ຂ້ອຍບໍ່ອາດຈະບັນລະຍາຍຄວາມຮູ້ສຶກຂອງຂ້ອຍຕອນນີ້; ທີ່ເຮົາເສຍຄົນທີ່ເຮົາຮັກ ແລະ ເຮົາກໍ່ບໍ່ໄດ້ເຫັນໜ້າຄັ້ງສຸດທ້າຍ ແມ້ແຕ່ການສົ່ງເພີ່ນໄປໃນໂລກທີ່ສະຫງົບ ກໍ່ເພາະຂ້ອຍຢູ່ໄກຫຍຸ້ງຍາກກັບການເດີນທາງ ແລະ ພາລະການສຶກສາຮ່ຳຮຽນ.
ເພີ່ນເປັນບຸກຄົນທີ່ຂ້ອຍເຄົາລົບຮັກ ແລະ ຂ້ອຍບໍ່ຄິດວ່າເພີ່ນຈະຈາກຂ້ອຍໄປໄວຂະໜາດນີ້, ຫວ່າງກຸດຈີນ ຂ້ອຍມີໂອກາດກັບໄປຍາມບ້ານ ຂ້ອຍໄດ້ໄປຢ້ຽມຢາມເພີ່ນ ຮູ້ວ່າເພີ່ນປ່ວຍ ແຕ່ເພີ່ນກໍ່ຍັງແຂງແຮງ ຂ້ອຍກໍ່ພະຍາຍາມຫຼາຍວິທີ ທີ່ຈະຊ່ວຍເພີ່ນໃຫ້ພົ້ນຈາກໂລກຮ້າຍ ແຕ່ກໍ່ບໍ່ສາມາດຊ່ວຍຫຍັງເພີ່ນໄດ້.
ພະຍາດ ມະເຮັງຕັບ ເປັນພະຍາດທີ່ຂ້າຊີວິດຄົນມາແລ້ວຫຼາຍໆຄົນ ຂ້ອຍບໍ່ຄິດວ່າມັນຈະໂຫດຮ້າຍໄດ້ພຽງນີ້ ພາກຊີວິດຂອງຄົນທີ່ຮັກໄປ.
ຂ້ອຍຊັງຄວາມຮູ້ສຶກແບບນີ້ອີ່ຫຼີ ຄວາມຮູ້ສຶກອ້າງວ້າງ, ເປົ່າປ່ຽວ ແລະ ສູນເສຍ..................