ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 21, 2009 | ມີ 27 ຄຳເຫັນ ແລະ 0 trackback(s)

ແມ່ຍິງທຸກຄົນກໍ່ຝັນຢາກມີເອິກທີ່ງາມກັນທັງນັ້ນ ແລະ ທ່ານກໍ່ສາມາດຮັກສາເອິກບໍ່ໃຫ້ຢ່ອນຍານໄວໄດ້ ດວຍຕົວທ່ານເອງ

1. ຢ່າລົດນ້ຳໜັກໄວຈົນເກີນໄປ: ໄຂມັນທີ່ໜ້າເອິກຈະເປັນສ່ວນທຳອິດທີ່ຖືກລະລາຍໄປ ເມື່ອມີການລົດນ້ຳໜັກ, ເພາະສະນັ້ນຖ້າທ່ານອົດອາຫານຈົນນ້ຳໜັກລົງຢ່າງໄວວາ ໜ້າເອິກຈະແຫ່ວໂດຍອັດຕະໂນມັດ, ທ່ານຄວນຄ່ອຍລົດແບບຄ່ອຍເປັນຄ່ອຍໄປ ແລະ ອອກກຳລັງກ້າມເນື້ອໜ້າເອິກໄປພ້ອມເພື່ອບໍ່ໃຫ້ເອິກເສຍຊົງ.

2. ນ້ຳເຢັນ: ເຖິງວ່າເຈົ້າຈະເປັນຄົນໜາວເກັ່ງ ຕ້ອງອາບນ້ຳອຸ່ນເປັນປະຈຳ ແຕ່ສຳລັບເອິກແລ້ວຄວນຈະປ່ຽນມາໃຊ້ນ້ຳເຢັນ ເພື່ອກະຕຸ້ນການໄຫຼວຽນຂອງເລືອດໃຫ້ມາລ້ຽງກ້າມເນື້ອໃນບໍລິເວນນີ້ ແລະ ເຮັດໃຫ້ເນື້ອເຍ່ືອກະຊັບຂື້ນ.

3. ນວດເອິກເປັນປະຈຳ: ເວລາທ່ານຫວ່າງໆ ທ່ານລອງຫາຄີມນວດກະຊັບໜ້າເອິກມານວດ ເພື່ອເປັນການໃຫ້ອາຫານຜິວບໍລິເວນນີ້ ແລະ ເຮັດໃຫ້ເອິກໄດ້ຮູບຊົງສວຍງາມ.

4. ການບໍລິຫານກ້າມເນື້ອບໍລິເວນໜ້າເອິກ: ຄວນເຮັດເປັນປະຈຳ ເພື່ອໃຫ້ກ້າມເນື້ອແຂງແຮງ ແລະ ເຕ່ງຕຶງຢູ່ຊົງ, ຖ້າເຮັດເປັນປະຈຳເຖິງອາຍຸຫຼາຍຂຶ້ນກໍ່ຈະຍັງຮັກສາຄວາມງາມໄວ້ໄດ້.

5. ການໃສ່ເສື້ອຊັ້ນໃນແບບປະຄອງໜ້າເອິກ: ຄວນປ່ຽນມາໃຊ້ເສື້ອຊັ້ນໃນແບບກະຊັບຮູບຮ່າງ ແລະ ກະຊັບໜ້າເອິກ ເພາະຈະຊ່ວຍຮັກສາຮູບຊົງຂອງໜ້າເອິກໃຫ້ງາມ ແລະ ບໍ່ຢ່ອນຍານໄປຕາມການເວລາ.

6. ນັ່ງ, ຢືນ, ຍ່າງ: ສາວໆຄວນປ່ຽນທ່າຢືນ, ນັ່ງ, ຍ່າງ ໃຫ້ຊື່ເພາະນອກຈາກຈະມີບຸກຄະລິກດີແລ້ວ ຍັງຮັກສາໜ້າເອິກໃຫ້ງາມນຳອີກ.