ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 25, 2009 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ກ່ອນອື່ນກໍ່ຕ້ອງກ່າວຄຳວ່າຂໍໂທດຫຼາຍໆ!!!

ເພາະຕັ້ງແຕ່ ຂພຈ ໄດ້ຂຽນກະທູ້ ສ້າງເອິກງາມດ້ວຍຕົວເຮົາ ແລະ ຜູ້ຊາຍທີ່ແມ່ຍິງຄວນຫຼີກໃຫ້ໄກນັ້ນ

ບໍ່ແມ່ນຂພຈ ມີເຈດຕະນາຈະໃສ່ຮ້າຍທ່ານຊາຍ ຫຼື ເຈາະຈົງໃສ່ທ່ານໃດໜຶ່ງ, ນີ້ແມ່ນຂພຈ ບັງເອີນໄດ້ໄປອ່ານພົບໃນປື້ມອ່ານຂອງໄທ ກໍ່ເລີຍເອົາມາລົງ ໃຫ້ ເພື່ອນໆຊາວ 1000 ລາວໄດ້ອ່ານ ແລະ ພິຈາລະນານຳກັນນໍ, ອາດມີຫຼາຍຂໍ້ທີ່ອາດຈະແຮງເກີນໄປ ແຕ່ທ່ານກໍ່ຕ້ອງເຂົ້າໃຈວ່ານີ້ເປັນພຽງການແນະນຳນໍບໍ່ແມ່ນການໃສ່ຮ້າຍ...ແລະ ກໍ່ບໍ່ໄດ້ໝາຍຄວາມວ່າທ່ານຊາຍຈະເປັນແບບນີ້ໝົດທຸກຄົນ ແຕ່ເພື່ອນຊາຍ1000ລາວຄົງບໍ່ມີໃຜເປັນແບບນີ້ ແມ່ນບໍ່ລະ?????

ສຳລັບເລື່ອງສຸຂະພາບກໍ່ບໍ່ໄດ້ຕຳໜິໃຜຄືກັນນໍ ກະເປັນພຽງຄວາມຮູ້ໜຶ່ງທີ່ ຂພຈ ຄິດວ່າມັນໜ້າຈະໄດຜົນກັບທ່ານຍິງ ແລະ ໂດຍສະເພາະແມ່ນເລື່ອງຄວາມສວຍຄວາມງາມ ກະເລີຍເອົາມາລົງໃຫ້ປະຕິບັດນຳກັນລອງເບິ່ງ ແຕ່ຖ້າຄິດວ່າບໍ່ມີປະໂຫຍດກໍ່ບໍ່ເປັນຫຍັງແມ່ນບໍ່ເນາະ?

ສຸດທ້າຍຂໍຂອບໃຈຈາກໃຈຈິງທີ່ເພື່ອນໆຫຼາຍທ່ານໃຫ້ຄຳຕຳນິຕິຊົມມາ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 21, 2009 | ມີ 27 ຄຳເຫັນ ແລະ 0 trackback(s)

ແມ່ຍິງທຸກຄົນກໍ່ຝັນຢາກມີເອິກທີ່ງາມກັນທັງນັ້ນ ແລະ ທ່ານກໍ່ສາມາດຮັກສາເອິກບໍ່ໃຫ້ຢ່ອນຍານໄວໄດ້ ດວຍຕົວທ່ານເອງ

1. ຢ່າລົດນ້ຳໜັກໄວຈົນເກີນໄປ: ໄຂມັນທີ່ໜ້າເອິກຈະເປັນສ່ວນທຳອິດທີ່ຖືກລະລາຍໄປ ເມື່ອມີການລົດນ້ຳໜັກ, ເພາະສະນັ້ນຖ້າທ່ານອົດອາຫານຈົນນ້ຳໜັກລົງຢ່າງໄວວາ ໜ້າເອິກຈະແຫ່ວໂດຍອັດຕະໂນມັດ, ທ່ານຄວນຄ່ອຍລົດແບບຄ່ອຍເປັນຄ່ອຍໄປ ແລະ ອອກກຳລັງກ້າມເນື້ອໜ້າເອິກໄປພ້ອມເພື່ອບໍ່ໃຫ້ເອິກເສຍຊົງ.

2. ນ້ຳເຢັນ: ເຖິງວ່າເຈົ້າຈະເປັນຄົນໜາວເກັ່ງ ຕ້ອງອາບນ້ຳອຸ່ນເປັນປະຈຳ ແຕ່ສຳລັບເອິກແລ້ວຄວນຈະປ່ຽນມາໃຊ້ນ້ຳເຢັນ ເພື່ອກະຕຸ້ນການໄຫຼວຽນຂອງເລືອດໃຫ້ມາລ້ຽງກ້າມເນື້ອໃນບໍລິເວນນີ້ ແລະ ເຮັດໃຫ້ເນື້ອເຍ່ືອກະຊັບຂື້ນ.

3. ນວດເອິກເປັນປະຈຳ: ເວລາທ່ານຫວ່າງໆ ທ່ານລອງຫາຄີມນວດກະຊັບໜ້າເອິກມານວດ ເພື່ອເປັນການໃຫ້ອາຫານຜິວບໍລິເວນນີ້ ແລະ ເຮັດໃຫ້ເອິກໄດ້ຮູບຊົງສວຍງາມ.

4. ການບໍລິຫານກ້າມເນື້ອບໍລິເວນໜ້າເອິກ: ຄວນເຮັດເປັນປະຈຳ ເພື່ອໃຫ້ກ້າມເນື້ອແຂງແຮງ ແລະ ເຕ່ງຕຶງຢູ່ຊົງ, ຖ້າເຮັດເປັນປະຈຳເຖິງອາຍຸຫຼາຍຂຶ້ນກໍ່ຈະຍັງຮັກສາຄວາມງາມໄວ້ໄດ້.

5. ການໃສ່ເສື້ອຊັ້ນໃນແບບປະຄອງໜ້າເອິກ: ຄວນປ່ຽນມາໃຊ້ເສື້ອຊັ້ນໃນແບບກະຊັບຮູບຮ່າງ ແລະ ກະຊັບໜ້າເອິກ ເພາະຈະຊ່ວຍຮັກສາຮູບຊົງຂອງໜ້າເອິກໃຫ້ງາມ ແລະ ບໍ່ຢ່ອນຍານໄປຕາມການເວລາ.

6. ນັ່ງ, ຢືນ, ຍ່າງ: ສາວໆຄວນປ່ຽນທ່າຢືນ, ນັ່ງ, ຍ່າງ ໃຫ້ຊື່ເພາະນອກຈາກຈະມີບຸກຄະລິກດີແລ້ວ ຍັງຮັກສາໜ້າເອິກໃຫ້ງາມນຳອີກ.

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 21, 2009 | ມີ 29 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເຫັນຫຼາຍທ່ານເພື່ອນພັນລາວ ຂຽນລະບາຍເລື່ອງຄວາມຮັກທີ່ບໍ່ສົມຫວັງປານໃດ. ຂພຈ ບັງເອີນໄປອ່ານພົບ ບັນດານິດໃສຂອງຜູ້ຊາຍທີ່ແມ່ຍິງຄວນຫຼີກໃຫ້ໄກ ແຕ່ບໍ່ຮູ້ວ່າມັນຈະຖືກ ແລະ ໄດ້ຜົນ ຫຼືບໍ່? ກະຊ່ວຍກັນໃຫ້ຄຳເຫັນນຳກັນເນາະ.  ລະກະຕ້ອງຂໍໂທດເພື່ອນຊາຍເດີ ຖ້າຫາກມີຂໍ້ໃດທີ່ເຕະຕ້ອງ, ໃຫ້ຊ່ວຍອອກຄຳເຫັນນຳກັນ.

1. ຊາຍຄົນນັ້ນເຊື່ອວ່າການສົ່ງເສີມແມ່ຍິງ ຄືການເປີດໂອກາດໃຫ້ແມ່ຍິງເຮັດວຽກນອກບ້ານ, ໃນບ້ານ, ໃນຄົວ ແລະ ທຸກຢ່າງ ໂດຍຜູ້ຊາຍຄວນຢູ່ເສີຍໆ ເພື່ອໃຫ້ແມ່ຍິງໄດ້ສະແດງພະລັງແມ່ຍິງຍຸກໄໝ່ໄດ້ເຕັມທີ່.

2. ເຂົາບອກວ່າຮັກເຈົ້າທຸກໆມື້ ແຕ່ບໍ່ເຄີຍຄິດທີ່ຈະຊ່ວຍຫຍັງເລີຍ.

3. ເຂົາບໍ່ເຂົ້າໃຈຄຳວ່າສາມີ ແລະ ແຟນຕ່າງກັນແນວໃດ.

4. ແມ່ເຈົ້າຖາມວ່າ: ຍາມໃດຈະມາຂໍ ແຕ່ເຂົາກັບເຮັດຄືຫູບໍ່ໄດ້ຍິນ.

5. ກິກເຂົາໂທມາບອກວ່າ: ມື້ຄືນນີ້ເຂົາໄປຫຼີ້ນນຳຂ້ອຍ.

6. ເຈົ້າໜີ້ການພະນັນກຳລັງຕາມລ່າຕົວເຂົາ.

7. ຜູ້ຊາຍທີ່ບອກວ່າຈະປະເມຍມາຫາເຈົ້າ ເພາະທີ່ທົນຢູ່ກັນທຸກມື້ນີ້ບໍ່ແມ່ນຮັກ ແຕ່ເພາະອີ່ຕົນລູກ.

8. ເຂົາເຊື່ອວ່າເງິນຄຳ ບໍ່ເປັນປັດໃຈສຳຄັນຂອງຄວາມຮັກ ເພາະສະນັ້ນອາຫານມື້ນີ້ໃຜຈ່າຍກໍ່ຄືກັນ.

9. ເຂົາເປັນຜູ້ຊາຍທີ່ເຊື່ອວ່າ ການມີກິກເປັນລາບອັນປະເສີດ ເພື່ອເປັນການສະແດງຄວາມເປັນລູກຜູ້ຊາຍ ແຟນຄວນພູມໃຈ.

10. ເຂົາຮູ້ຈັກເຄື່ອງໃຊ້ຊື່ດັງທຸກຍີ່ຫໍ້ ແຕ່ງຕົວສຸດແມນ ແລະ ມີໝູ່ສະໜິດໜ້າຫຼໍ່ ເອີ້ນເຈົ້າລັບຫຼັງວ່າ ນາງມານ.

11. ເຂົາບໍ່ເຄີຍພາເຈົ້າໄປແນະນຳໃຫ້ຄົນໃນຄອບຄົວເຂົາຮູ້ເລີຍ ແລະ ອອກອາການບໍ່ພໍໃຈທຸກຄັ້ງທີ່ເຈົ້າຊວນມາເຮືອນ.

12. ອາຍຸໃກ້ຈະ 30 ຢູ່ແລ້ວ ແຕ່ຍັງຂໍເງິນແມ່ໃຊ້.

13. ເຂົາມັກຖາມເຈົ້າວ່າ ສົມບັດຢູ່ເຮືອນເຈົ້າມີຫຍັງແດ່, ສຸຂະພາບພໍ່ແມ່ເຈົ້າເປັນແນວໃດ?

14. ໝາຂອງເຈົ້າຊັງເຂົາສຸດໆ ແຕ່ພໍເຂົາເຂົ້າໃກ້ມັນກັນຢ້ານສຸດໆ.

15. ເຂົາຫົວຂວັນທີ່ເຈົ້າບອກວ່າໝູ່ຂອງເຂົາສົ່ງດອກໄມ້ມາຈີບ.

16. ເຂົາຂັບລົດຂອງເຈົ້າພາກິກໄປທ່ຽວ.

17. ເຂົາມັກຍືມເງິນເຈົ້າຕະຫຼອດ ແຕ່ບໍ່ເຄີຍສົ່ງຄືນ.

18. ເຂົາບອກເຈົ້າວ່າ ການແຕ່ງງານເປັນເລື່ອງຂອງຄົນບໍ່ເຊື່ອໝັ້ນໃນຄວາມຮັກ ຖ້າເຮົາຮັກກັນແທ້ການແຕ່ງງານບໍ່ເປັນເລື່ອງສຳຄັນ.

19. ໝູ່ຂອງເຂົາເບິ່ງເຈົ້າຢ່າງເວດທະນາ ເມື່ອເຂົາແນະນຳວ່າເຈົ້າແມ່ນແຟນເຂົາ.

ມີຫຍັງທີ່ເພື່ອຄິດວ່າບໍ່ເໝາະສົມກໍ່ຕຳນິໃຫ້ແນ່ເດີ!

ຂຽນເມື່ອ ຂຽນເມື່ອ: ມ.ສ.. 11, 2009 | ມີ 22 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ຊານິນດາຄິດວ່າທຸກຄົນຍ່ອມມີມິດແທ້

ມິດແທ້ທີເຮົາມີຕັ້ງແຕ່ເຍົາໄວ

ພໍ່ແມ່ຜູ້ບັງເກີດເກົ້າເປັນເພື່ອນທີ່ບໍ່ເຄີຍທອດຖີ້ມ

ໃຫ້ທັງເຂົ້າ, ນ້ຳ, ໄອອຸ່ນຈາກອ້ອມແຂນ, ຄວາມຮັກໄຄ່ເອັນດູ ແລະ ທຸກໆສິ່ງ

ຄູອາຈານ ເປັນຜູ້ໃຫ້ຄວາມຮູ້ ບອກສອນເຖິງຄວາມກະຕັນຍູ

ປາຖະນາໃຫ້ລູກສິດມີສະຕິປັນຍາກ້າແຂງ

ຖ່າຍທອດຄວາມຮູ້ຄວາມເຂົ້າໃຈ

ຊີ້ແນວທາງປະຕິບັດເພື່ອຄວາມສຳເລັດໃນຊີວິດ

ການຮັບຮູ້ ແລະ ສຳນຶກຄຸນຄ່າ

ຂອງພໍ່ແມ່ ແລະ ຄູອາຈານ

ຈະເປັນຮາກຖານໃຫ້ເຮົາຮຽນຮູ້ຈັກ

ຮັບຮູ້ ແລະ ສຳນຶກໃນຄຸນຄ່າ

ຂອງມິດຕະພາບທີ່ແທ້ຈິງໃນຊີວິດ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 8, 2009 | ມີ 17 ຄຳເຫັນ ແລະ 0 trackback(s)

ມື້ນີ້ເປັນໝືທີ່ຂ້ອຍຕ້ອງສູນເສຍຄົນທີ່ຂ້ອຍຮັກ ແລະ ເຄົາລົບໄປ ນັ້ນແມ່ນປ້າຂອງຂ້ອຍເອງ.

ເພີ່ນເປັນຄົນໆໜຶ່ງທີ່ບໍ່ໄດ້ສູງສົ່ງໃນສັງຄົມ ແຕ່ເປັນຜູ້ທີ່ສູງສົ່ງໃນໃຈຂອງຂ້ອຍ, ເປັນທີ່ປຶກສາ, ເປັນຜູ້ສອນຂ້ອຍ ແລະ ເປັນຫຼາຍໆຢ່າງໃຫ້ແກ່ຂ້ອຍ

ຂ້ອຍບໍ່ອາດຈະບັນລະຍາຍຄວາມຮູ້ສຶກຂອງຂ້ອຍຕອນນີ້; ທີ່ເຮົາເສຍຄົນທີ່ເຮົາຮັກ ແລະ ເຮົາກໍ່ບໍ່ໄດ້ເຫັນໜ້າຄັ້ງສຸດທ້າຍ ແມ້ແຕ່ການສົ່ງເພີ່ນໄປໃນໂລກທີ່ສະຫງົບ ກໍ່ເພາະຂ້ອຍຢູ່ໄກຫຍຸ້ງຍາກກັບການເດີນທາງ ແລະ ພາລະການສຶກສາຮ່ຳຮຽນ.

ເພີ່ນເປັນບຸກຄົນທີ່ຂ້ອຍເຄົາລົບຮັກ ແລະ ຂ້ອຍບໍ່ຄິດວ່າເພີ່ນຈະຈາກຂ້ອຍໄປໄວຂະໜາດນີ້, ຫວ່າງກຸດຈີນ ຂ້ອຍມີໂອກາດກັບໄປຍາມບ້ານ ຂ້ອຍໄດ້ໄປຢ້ຽມຢາມເພີ່ນ ຮູ້ວ່າເພີ່ນປ່ວຍ ແຕ່ເພີ່ນກໍ່ຍັງແຂງແຮງ ຂ້ອຍກໍ່ພະຍາຍາມຫຼາຍວິທີ ທີ່ຈະຊ່ວຍເພີ່ນໃຫ້ພົ້ນຈາກໂລກຮ້າຍ ແຕ່ກໍ່ບໍ່ສາມາດຊ່ວຍຫຍັງເພີ່ນໄດ້.

ພະຍາດ ມະເຮັງຕັບ ເປັນພະຍາດທີ່ຂ້າຊີວິດຄົນມາແລ້ວຫຼາຍໆຄົນ ຂ້ອຍບໍ່ຄິດວ່າມັນຈະໂຫດຮ້າຍໄດ້ພຽງນີ້ ພາກຊີວິດຂອງຄົນທີ່ຮັກໄປ.

ຂ້ອຍຊັງຄວາມຮູ້ສຶກແບບນີ້ອີ່ຫຼີ ຄວາມຮູ້ສຶກອ້າງວ້າງ, ເປົ່າປ່ຽວ ແລະ ສູນເສຍ..................

ຂຽນເມື່ອ ຂຽນເມື່ອ: ມ.ສ.. 6, 2009 | ມີ 12 ຄຳເຫັນ ແລະ 0 trackback(s)

ທຸກຄົນຍ່ອມສະແຫວງຫາເພື່ອນ ຖືເປັນສິ່ງທີ່ມີຄ່າໃນຊີວິດ, ເມື່ອເຮົາຕ້ອງການຄວາມຈິງໃຈຈາກເພື່ອນ ກໍ່ຄວນຫັນມາເບິ່ງຕົນເອງກ່ອນວ່າ ເຮົາຄົບເພື່ອນຢ່າງຈິງໃຈພຽງໃດ ໃນຄວາມສຳພັນລະຫວ່າງເພື່ອນ, ການໃຫ້ ແລະ ການຮັບສົມດູນກັນຫຼືບໍ່?

ເມື່ອຮູ້ຄວາມຕ້ອງການຂອງເພື່ອນ ຄວນໃຫ້ເຂົາໂດຍບໍ່ຕ້ອງຂໍ ແລະ ເມື່ອເຂົາຍິນດີໃຫ້ດ້ວຍນ້ຳໃຈ ຄວນຮັບໄວ້ບໍ່ວ່າຄ່າຫຼາຍນ້ອຍພຽງໃດ ເພາະຄຸນຄ່າທີ່ແທ້ຈິງຂອງສິ່ງຂອງນັ້ນ ຢູ່ທີ່ນ້ຳໃຈຂອງການໃຫ້, ສິ່ງທີ່ແລກປ່ຽນລະຫວ່າງເພື່ອນນັ້ນ ມີຫຼາຍກວ່າວັດຖຸສິ່ງຂອງຫຼືເງິນທອງ ຮາກຖານທີ່ສຳຄັນຄືນ້ຳໃຈໄມຕີ, ຫ່ວງໄຍເມື່ອເພື່ອນມີທຸກ, ຍິນດີເມື່ອເພື່ອນປະສົບຜົນສຳເລັດ, ບໍ່ຖີ້ມເພື່ອນໃນຍາມລຳບາກ; ເມື່ອເຮົາຈິງໃຈຕໍ່ເພື່ອນ ເພື່ອນກໍ່ຈະມີຄວາມຈິງໃຈຕໍ່ເຮົາຄືກັນ.

ຄົນທີ່ຄິດວ່າຕົນເອງບໍ່ມີມິດແທ້ເລີຍນັ້ນ ຕົນໄດ້ທຳຕົວເປັນມິດແທ້ຕໍ່ເພື່ອນຫຼືຍັງ; ຫຼືເມື່ອເຮົາໄດ້ພົບຜູ້ທີ່ເປັນມິດທີ່ດີແລ້ວ ເຮົາໄດ້ຮັບຮູ້, ເຂົ້າໃຈເພືື່ອນພຽງໃດ?

ໃນເມື່ອເຮົາຕ້ອງການໃຫ້ເພື່ອນເຂົ້າໃຈເຮົາ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 5, 2009 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ສະບາຍດີ ເພື່ອນໆພັນລາວ

ໃກ້ຊິຮອດປີໃໝ່ແບບນີ້ ເພື່ອນໆຫຼາຍຄົນຄົງວາງແຜນທີ່ຈະໄປທ່ຽວແລ້ວແມ່ນບໍ່? ນິນດາ ກໍ່ຢາກຈະໄປທ່ຽວໃຈຈະຂາດ ແຕ່ກໍ່ບໍ່ໄດ້ພັກ ກໍ່ຄົງຈະຄືກັນກັບເພື່ອນໆຄົນອື່ນທີ່ສຶກສາຢູ່ຕ່າງແດນ ບໍ່ວ່າຈະໃກ້ຫຼື ໄກ ກໍ່ເອີ້ນບ້ານເພີ່ນເມືອງເພີ່ນຄືເກົ່ານັ້ນລະ. ສຸດທີ່ຈະຄິດຮອດບ້ານ ກໍ່ແມ່ນຕອນປີໃໝ່ນີ້ ແມ່ນບໍ່?

ປີໃໝ່ທຸກໆປີ ນິນດາ ກໍ່ເຄີຍໄດ້ຫົດນ້ຳດຳຫົວ ແລະ ຂໍຂະມາພໍ່ແມ່  ໃນສິ່ງທີ່ເຮັດໃຫ້ເພີ່ນບໍ່ສະບາຍໃຈ, ແຕ່ປີນີ້ກໍ່ຄົງຈະໄດ້ພຽງແຕ່ໂທອວຍພອນປີໃໝ່ເທົ່ານັ້ນລະ!

ເພື່ອນໆພັນລາວທ່ານໃດຢູ່ໃກ້ພໍ່ ແລະ ແມ່ກໍ່ເຮັດເຜື່ອນິນດາ ແດ່ເດີ,

ປີໃໝ່ຂໍໃຫ້ເພື່ອນຈົ່ງມີ ຄວາມສຸກ ແລະ ສຸຂະພາບແຂງແຮງ

ແລະ ກໍຂໍໃຫ້ເພື່ອນໆຫຼີ້ນປີໃໝ່ດ້ວຍຄວາມປອດໄພ