ອະລຸນວັນໃໝ່ໃນຕອນເຊົ້າໆ ຂ້ອຍກໍ່ລຸກຫົດຜັກ, ເກືອເປັດ ສ່ວນວ່າສາວນາງກໍ່ລຸກດັງໄຟໜຶ້ງເຂົ້າຄືທຸກໆມື້ທີ່ຜ່ານມາເປັນ ປົກກະຕິ ຫຼັງຈາກຂ້ອຍເຮັດວຽກຕ່າງໆສຳເລັດແລ້ວຂ້ອຍກໍ່ເຂົ້າໄປຫາສາວນາງຢູ່ເຮືອນໄຟ ທີ່ກຳລັງນັ່ງເຝົ້າການໜຶ້ງເຂົ້າຢູ່ນັ້ນ ຂ້ອຍເວົ້າຢອກໄຢກັບເພີ່ນຄືແຕ່ກ່ອນ ແຕ່ເພີ່ນກໍ່ບໍ່ປາກນຳຂ້ອຍ ຈົນມື້ໜຶ່ງໃນເວລາທີ່ຂ້ອຍເລີກມາແຕ່ສອນ ຂ້ອຍໄດ້ມີໂອກາດ ຍ່າງນຳສາວນາງອີກເທື່ອໜຶ່ງ ແນວຂ້ອຍເປັນຄົນຂີ້ດື້ ຂ້ອຍກໍ່ເວົ້າແນວນັ້ນແນວນີ້ ຈົນສາວນາງອົດຂຶມກັບຂ້ອຍບໍໄດ້ ແລະ ໃນຕອນຄ່ຳຫຼັງຈາກຮັບປະທານອາຫານແລ້ວ ຂ້ອຍກໍ່ເຂົ້າຫ້ອງແຕ່ງບົດສອນ ທັນໃດນັ້ນສາວນາງກໍ່ຍ່າງເຂົ້າມາຫາຂ້ອຍ ແລ້ວເອົາ ບົດເຝິກຫັດທີ່ຄູມອຍໃຫ້ມາໃຫ້ຂ້ອຍແກ້ ແລ້ວຫຼັງຈາກນັ້ນສາວນາງກໍ່ຕັ້ງຄຳຖາມຂື້ນມາວ່າ:
+ ສາວນາງ: ອ້າຍໂຢດ! ອ້າຍຄືມາເຮັດກັບນ້ອງໄດ້ໃນຄ່ຳຄືນຂືງມື້ນັນ?
+ ສົມໃຈ: ອ້າຍກະບໍ່ຮູ້ຄືກັນ ທີ່ຈິງແລ້ວອ້າຍຮູ້ດີວ່າອ້າຍເປັນຄົນຜິດ!
+ ສາວນາງ: ອ້າຍຮູ້ບໍ່ວ່າ ອ້າຍເຮັດຜິດກັບນ້ອງປານໃດ?
+ ສົມໃຈ: ອ້າຍບໍ່ຮູ້ຈະອະທິບາຍແນວໃດກັບນ້ອງອີກແລ້ວ!
+ ສາວນາງ: ທີ່ຈິງແລ້ວຖ້າວ່າພໍ່ ກັບ ແມ່ ນ້ອງຮູ້ ອ້າຍໂຢດໃດຈະເປັນຜູ້ເສຍ!
+ ສົມໃຈ: ເສຍຄ່າຫຍັງ?
+ ສາວນາງ: ທີ່ອ້າຍເຮັດຜິດຕໍ່ຮີດຄອງຂອງເພີ່ນ!
+ ສົມໃຈ: ເສຍຫຍັງລ໋ະ!
+ ສາວນາງ: ເສຍຄວາຍ!
+ ສົມໃຈ: ຈັກໂຕ?
+ ສາວນາງ: 30 ກວ່າໂຕ
+ ສົມໃຈ: ຕາຍຮ່າ! ແລ້ວອ້າຍຊິເອົາຄວາມມາແຕ່ໃສເສຍໃຫ້ເພີ່ນ ຄືມາຫຼາຍເອົາແທ້!
+ ສາວນາງ: ຈັກແລ້ວນ້ອງກໍ່ບໍ່ຮູ້ຈະເຮັດແນວໃດຄືກັນ!
ຂ້ອຍໄດ້ຍິນສາວນາງເວົ້າເຊັ່ນນັ້ນ ຂ້ອຍຍິ່ງຄິດສັບສົນແທບຫົວໃຈຈະຂາດ ແຕ່ທີ່ຈິງແລ້ວ ຂ້ອຍກໍ່ຄິດຮັກສາວນາງ ຕອນຂ້ອຍ ພົບກັນຄັ້ງທຳອິດພຸ້ນ ແຕ່ຂ້ອຍຍັງເກັບໃວ້ໃນໃຈຢູ່ ຂ້ອຍຄິດຢູ່ດົນເຕີບຄືກັບຄົນບໍມີເປົ້າໝາຍໃດໆ ເພາະບໍ່ຮູ້ວ່າຈະຫາທາງ ອອກ ດ້ວຍວິທີໃດໃຫ້ແກ່ຕົນເອງ ຂະນະທີ່ຂ້ອຍມ້ຽນປື້ມຮຽບຮ້ອຍແລ້ວ ຂ້ອຍຈັບມືສາວນາງແລ້ວເພີ່ນກໍ່ແນມເບິ່ງຂ້ອຍ ແບບບໍ່ພັບ ສາຍຕາແຕ່ຢ່າງໃດ ແລ້ວຂ້ອຍກໍ່ເວົ້າກັບສາວນາງວ່າ:
+ ສົມໃຈ: ນາງ! ອ້າຍຂໍໂທດໃນຄ່ຳຄືນຂອງມື້ນັນ!
+ ສາວນາງ: ອ້າຍຂໍໂທດມັນຊິແກ້ບັນຫາຫຍັງໄດ້!
+ ສົມໃຈ: ເອີ...ນາງ...ຄືວ່າ...
+ ສາວນາງ: ຄືວ່າອີ່ຫຍັງຟ້າວເວົ້າອອກມາທະແມ໋!
+ ສົມໃຈ: ທີ່ຈິງແລ້ວອ້າຍກໍຄິດຮັກນ້ອງ!
+ ສາວນາງ: ແລ້ວອ້າຍຈະເຮັດແນວໃດລ໋ະ!
+ ສົມໃຈ: ໃຫ້ນ້ອງໄປບອກຄວາມຈິງກັບພໍ່ແມ່ນ້ອງສາ!
+ ສາວນາງ: ບອກຄວາມຈິງແນວໃດ?
+ ສົມໃຈ: ບອກວ່າ: ອ້າຍຮັກນ້ອງ!
ໃນມື້ນັ້ນ ມື້ທີ່ຂ້ອຍໄດ້ເວົ້າຄວາມຈິງກັບສາວນາງ ເພີ່ນກໍ່ບໍ່ເວົ້າຫຍັງອີກ ແລະ ເພີ່ນກໍ່ຄົງຈະເລົ່າເລື່ອງທັງໝົດທີ່ເກີດຂື້ນ ໃຫ້ພໍ່ແມ່ຂອງເພີ່ນຮູ້ຮຽບຮ້ອຍແລ້ວ .
ມື້ໜຶ່ງ ຂະນະທີ່ຂ້ອຍກຳລັງແຕ່ງບົດສອນຢູ່ເທິງເຮືອນ ສາວນາງກໍ່ມາບອກຂ້ອຍວ່າ: ພໍ່ມີເລື່ອງຈະເວົ້າກັບອ້າຍ ໃນຂະນະນີ້ຫົວໃຈ ຂອງຂ້ອຍເຕັ້ນວູບວາບ ຕ້ອງແມ່ນເລື່ອງລູກສາວເພີ່ນແທ້ໆ ເປັນຈັ່ງໃດກະເປັນແລະ ມື້ນີ້ລົງໄປຫາເພີ່ນກ່ອນນາ.
+ ພໍ່ສາວນາງ: ເປັນຈັ່ງໃດສົມໃຈ?
ໃນເວລາທີ່ເພີ່ນເຫັນໜ້າຂ້ອຍ ຕອນທີ່ຂ້ອຍຍ່າງເຂົ້າໄປຫາເພີ່ນທຳອິດ ເມື່ອໄດ້ຍິນຄຳວ່າ: ເປັນຈັ່ງໃດສົມໃຈ? ຂ້ອຍຕົກໃຈໂດຍບໍ່ຮູ້ຈະເວົ້າຄຳໃດໆອອກມາ ເຫື່ອກໍ່ຊືມອອກ ຫົວໃຈເຕັ້ນວູບວາບ ຂ້ອຍຄິດໃນໃຈວ່າ ເຖິງຈັ່ງໃດກະສ່າງ ເຮົາຕ້ອງ ເວົ້າຄວາມຈິງກັບເພີ່ນ ຂ້ອຍຊວດຕື່ນອີກບາດໜຶ່ງໃນເວລາທີ່ເພີ່ນເອີ້ນຊື່ຂ້ອຍອີກຄັ້ງ.
+ ພໍ່ສາວນາງ: ສົມໃຈ!
+ ສົມໃຈ: ໂດຍ!
+ ພໍ່ສາວນາງ: ເປັນຈັ່ງໃດເລື່ອງເຈົ້າກັບນ້ອງເຈົ້າຫັ້ນນ່າ!
+ ສົມໃຈ: ສາວນາງບໍ່ໄດ້ເວົ້າສູ່ພໍ່ຟັງຫວະ!
+ ພໍ່ສາວນາງ: ເອີ...ເພີ່ນກໍ່ເລົ່າໃຫ້ຟັງຢູ່ດອກ!
+ ສົມໃຈ: ແລ້ວມັນກໍຄືກັນກັບສາວນາງເລົ່າສູ່ພໍ່ຟັງຫັ້ນແລ້ວ!
ຂ້ອຍເວົ້າມາຮອດນີ້ ເພີ່ນກໍ່ບໍ່ປາກຫຍັງອີກ ແລະ ມິດຢູ່ດົນເຕີບ ຂ້ອບກໍ່ໄດ້ແຕ່ຄິດກະວົນກະວາຍຢູ່ໃນໃຈ ຈົນໃນທີ່ສຸດເພີ່ນກໍ່ ເວົາຂື້ນມາວ່າ:
+ ພໍ່ສາວນາງ: ຈັງຊີ້ສາລູກ! ເລື່ອງມັນກໍ່ເກີດຂື້ນໄປແລ້ວພໍ່ວ່າລູກຈະເຫັນດີບໍ ໃຫ້ເອົາກັບອີ່ນາງສາ!
+ ສົມໃຈ: ເອີຖ້າພໍເວົາແນວນັ້ນລູກກໍ່ບໍ່ວ່າຫຍັງດອກ ລູກກໍ່ຮັກສາວນາງຄືກັນ
+ ພໍ່ສາວນາງ: ຄັນຊັ້ນກະບໍ່ມີຫຍັງແຕ່ນີ້ຕໍໄປໃຫ້ລູກຕັ້ງຈິດຕັ້ງໃຈເຮັດວຽກເປັນປົກກະຕິຄືເກົ່າ ເຮັດເປັນກັນເອງໂລດ!
ຫຼັງຈາກກັບມາແຕ່ໂອ້ລົມກັບພໍ່ຂ້ອບກໍ່ຂື້ນຫາສາາວນາງທີ່ເພີ່ນຂຽນໜັງສືຢູ່ຫ້ອງຂອງຂ້ອຍ ແລ້ວຂ້ອຍກໍ່ບໍ່ມີຄວາມກັງວົນໃຈ ໃດໆ ອີກ ຫຍິ່ງມີຄວາມໃກ້ຊິດກັບສາວນາງຫຼາຍຂື້ນກວ່າເກົ່າ ເຮັດຫຍັງກໍ່ຢອກໄບກັນ ໂດຍບໍ່ມີຄວາມຄຽດແຕ່ຢ່າງໃດອີກ.
ໝົດຄວາມໝາຍຮັກທ້າຍປີຮຽນ 1
ໝົດຄວາມໝາຍຮັກທ້າຍປີຮຽນ 2
ໝົດຄວາມໝາຍຮັກທ້າຍປີຮຽນ 3
ໝົດຄວາມໝາຍຮັກທ້າຍປີຮຽນ 5
ຕອນຈົບບໍຣິບູນ
ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ